ອວຍພອນອາຍຸຍືນ: ຈຸດວັດທະນະທຳອັນດີງາມຕົ້ນລະດູບານໃຫມ່, ປີໃຫມ່

(VOVWORLD) -ຊາວຫວຽດນາມ ມີມູນເຊື້ອເຄົາລົບນັບຖືຜູ້ອາຍຸສູງ, ສ້າງເປັນຮີດຄອງປະເພນີອວຍພອນອາຍຸຍືນໃຫ້ແກ່ຜູ້ອາຍຸສູງ. ຢູ່ ຫວຽດນາມ, ພິທີອວຍພອນອາຍຸຍືນ ບໍ່ພຽງແຕ່ຈັດຕັ້ງຕາມວັນເກີດຄືຢູ່ບັນດາປະເທດຝ່າຍຕາເວັນຕົກເທົ່ານັ້ນ ຫາກເຄີຍໄດ້ຈັດຕັ້ງໃນໂອກາດບຸນເຕັດລະດູບານໃຫມ່ວຽນມາ. ໃນຊຸມວັນນີ້ ພິທີອວຍພອນອາຍຸຍືນ ກຳລັງໄດ້ຈັດຕັ້ງຢູ່ຫລາຍແຫ່ງໃນທົ່ວປະເທດຫວຽດນາມ.

 

ອວຍພອນອາຍຸຍືນ: ຈຸດວັດທະນະທຳອັນດີງາມຕົ້ນລະດູບານໃຫມ່, ປີໃຫມ່ - ảnh 1ພິທີອວຍພອນອາຍຸຍືນໃຫ້ຜູ້ອາຍຸສູງຈັດຂຶ້ນໃນໂອກາດຕົ້ນລະດູບານໃຫມ່. (ພາບປະກອບ: Bao Yen Bai)

ແຕ່ຮຸ່ງເຊົ້າ, ໂທລະໂຄ່ງຢູ່ ບ້ານ ທິງວຽນ ຕາແສງ ກາວເຢືອງ ເມືອງ ແທງອວາຍ ຮ່າໂນ້ຍ ຍາມໃດກໍ່ເປີດເພງເທດສະການປີໃໝ່ຢູ່ຕະຫຼອດເວລາ ແລະ ແຈ້ງຂ່າວກ່ຽວກັບພິທີອວຍພອນອາຍຸຍືນໃຫ້ຜູ້ອາຍຸສູງ ຊື່ງຈະໄດ້ຈັດຕັ້ງຢູ່ ວິຫານ ທິງວຽນ ແລະ ຫໍວັດທະນະທຳບ້ານ. ສ່ວນຢູ່ຄອບຄົວທີ່ມີຜູ້ອາຍຸສູງ ກໍ່ຈະໄດ້ອວຍພອນອາຍຸຍືນມາໃນໂອກາດນີ້, ບັນຍາກາດກະກຽມຍິ່ງຟົດຟື້ນ, ທຸກຄົນໃນຄອບຄົວກໍ່ພາກັນແຕ່ງເຍື່ອງອາຫານຕ່າງໆເພື່ອອວຍພອນອາຍຸຍືນໃຫ້ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ທີ່ຮັກແພງຂອງຕົນ. ໃຜໆກໍ່ເລືອກນຸ່ງຊຸດໂສ້ງເສື້ອທີ່ງາມກວ່າໝູ່ໃນຊຸມມື້ນີ້. ບັນຍາກາດເບີກບານມ່ວນຊື່ນ, ອົບອຸ່ນທີ່ສຸດ, ພິທີອວຍພອນກໍ່ໄດ້ຈັດຂຶ້ນຢ່າງເຂັ່ງຂຶມ.

         ປີນີ້ ທາງລັດກໍ່ອວຍພອນອາຍຸຍືນໃຫ້ຂ້າພະເຈົ້າຄົບຮອບ 80ປີ. ຂ້າພະເຈົ້າມີຄວາມຕື້ນຕັນໃຈຫລາຍ. ກ່ອນນີ້ແມ່ນຫຍຸ້ງຍາກທີ່ສຸດ ແຕ່ມາຮອດປະຈຸບັນຊີວິດກໍ່ດີຂຶ້ນ, ທັງຄອບຄົວແລະ ປະຊາຊົນໃນບ້ານ ພ້ອມກັບອຳນາດການປົກຄອງ ກໍ່ເອົາໃຈໃສ່ຕໍ່ຜູ້ອາຍຸສູງຫຼາຍຂຶ້ນ.”

ພາຍຫລັງພິທີອວຍພອນອາຍຸຍືນໃຫ້ຜູ້ອາຍຸສູງທີ່ຈັດຂຶ້ນຢູ່ວິຫານ, ຫໍວັດທະນະທຳຕາແສງແລ້ວ, ບັນດາຄອບຄົວ, ວົງຕະກຸນ ກໍ່ໄດ້ຈັດຕັ້ງພິທີອວຍພອນອາຍຸຍືນ ໃຫ້ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ຢູ່ເຮືອນໂດຍມີການເຂົ້າຮ່ວມຂອງລູກຫລານ. ເອື້ອຍ ຫງວຽນທິເຟື້ອງ ຢູ່ ຮ່າໂນ້ຍ ມີຄວາມເອກອ້າງທະນົງໃຈ, ດີໃຈຫລາຍເມື່ອພໍ່ແມ່ມີສຸຂະພາບເຂັ້ມແຂງ, ມີອາຍຸຍືນ ຄອບຄົວມີໂຊກລາບມີລາບຕື່ມອີກ.     

“ພິທີອວຍພອນອາຍຸຍືນນີ້ ແມ່ນຕັກເຕືອນໃຫ້ພວກຂ້າພະເຈົ້າຮູ້ຈັກວ່າ ພໍ່ແມ່ນກໍ່ເຖົ້າແລ້ວ, ລູກຫລານຕ້ອງຣໄດ້ເອົາໃຈໃສ່, ເບິ່ງແຍງດູແລພໍ່ແມ່ໃຫ້ຫລາຍກວ່າ. ຂ້າພະເຈົ້າປາດຖະຫນາຢາກໃຫ້ພໍ່ແມ່ມີຊີວິດຍືນນານກວ່າ, ມີສຸຂະພາບເຂັ້ມແຂງ ດຳລົງຊີວິດຢູ່ຮ່ວມກັບລູກຫລານຕະຫລອດ”

ກ່ອນນີ້ ພິທີອວຍພອນອາຍຸຍືນແມ່ນເລີ່ມຕົ້ນຂຶ້ນ ເມື່ອໃນຄອບຄົວມີຜູ້ອາຍຸແຕ່ 60 ຂຶ້ນໄປ. ປະຈຸບັນ ຊີວິດການເປັນຢູ່ນັບມື້ນັບໄດ້ຮັບການປັບປຸງດີຂຶ້ນ, ເລື່ອງເບິ່ງແຍງດູແລ, ຮັກສາສຸຂະພາບໃຫ້ຜູ້ອາຍຸສູງນັບມື້ນັບດີກວ່າເກົ່າ, ສະນັ້ນ ອາຍຸຍືນແມ່ນກຳນົດເອົາແຕ່ 70 ປີ ຂຶ້ນໄປ. ເລື່ອງອວຍພອນອາຍຸຍືນ ກໍ່ບໍ່ຈຳກັດໃນຄອບຄົວ, ວົງຕະກຸນ ຫາກໄດ້ຮັບຄວາມເອົາໃຈໃສ່ຈາກທັງສັງຄົມອີກດ້ວຍ. ທ່ານ ຫງວຽນວັນເດະ, ປະທານ ຄະນະກຳມະການແນວໂຮມປະເທດຊາດ ຕາແສງ ກາວເຢືອງ ໃຫ້ຮູ້ວ່າ:

 “ພິທີອວຍພອນອາຍຸຍືນໃຫ້ຜູ້ອາຍຸສູງໃນຕາແສງ ພວກຂ້າພະເຈົ້າກໍ່ໄດ້ຈັດຕັ້ງຢ່າງລອບຄອບຖີ່ຖ້ວນ ແລະ ປະຢັດ, ບໍ່ຟຸມເຟືອຍ, ບໍ່ສົ່ງຜົນສະທ້ອນເຖິງເສດຖະກິດຂອງບັນດາຄອບຄົວ. ພຽງແຕ່ຈັດພາເຄື່ອງຂອງບູຊາຖະຫວາຍຢູ່ວິຫານຂອງບ້ານ. ຫລັງຈາກນັ້ນແມ່ນພິທີອວຍພອນ. ນີ້ແມ່ນຈຸດວັດທະນະທຳຂອງຕາແສງ ກາວເຢືອງ ມີມາແຕ່ດົນນານແລ້ວ”

ຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ເອົາໃຈໃສ່, ເບິ່ງແຍງດູແລ ລ້ຽງດູພໍ່ແມ່, ພໍ່ເຖົ້າແມ່ເຖົ້າຜູ້ມີອາຍຸສູງ ແມ່ນມູນເຊື້ອອັນດີງາມຂອງຊາດ. ພິທີອວຍພອນອາຍຸຍືນ ແມ່ນໂອກາດເພື່ອໃຫ້ລູກຫລານກໍ່ຄືທົ່ວສັງຄົມສະແດງຄວາມເອົາໃຈໃສ່ເບິ່ງແຍງດູແລ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງຄົນລຸ້ນກ່ອນທີ່ໄດ້ລ້ຽງດູລູກຫລານໃຫ້ເຕີບໃຫຍ່ເຂັ້ມແຂງຄືປະຈຸບັນ. ນີ້ແມ່ນຂອງຂວັນອັນລ້ຳຄ່າ, ມີຄວາມຜາສຸກຕໍ່ຜູ້ອາຍຸສູງ. ຮີດຄອງປະເພນີອວຍພອນອາຍຸຍືນແມ່ນຈຸດວັດທະນະທຳອັນດີງາມຂອງຊາດໃນຕົ້ນລະດູບານໃຫມ່ ປີໃຫມ່.

 

ຕອບກັບ

ຂ່າວ/ບົດ​ອື່ນ