ຮັບປະກັນສິດເສລີການເຊື່ອຖືເຫລື້ອມໃສສາສະຫນາ ໃຫ້ແກ່ປະຊາຊົນ ຢູ່ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ

(VOVWORLD) -ແຕ່ກ່ອນນີ້ ເມືອງ ເມື່ອງແຕ່ ແຂວງ ລາຍເຈົາ ແມ່ນບ່ອນເຄືື່ອນໄຫວດ້ານສາສະຫນາມີຄວາມສັບສົນ, ເກີດປະກົດການເຜີຍແຜ່ສາສະຫນາຜິດກົດໝາຍ ປະຈຸບັນ ການເຄື່ອນໄຫວເຊື່ອຖືເຫລື້ອມໃສສາສະຫນາ ໄດ້ກັບຄືນສູ່ສະພາບປົກກະຕິ, ຄວາມສະຫງົບ, ຄວາມປອດໄພ, ສັງຄົມໄດ້ຮັບປະກັນ. ບັນດາສາສະນິກະຊົນ ແມ່ນຢູ່ໃນສິນກິນໃນທຳ ແລະປະຕິບັດບັນດານະໂຍບາຍ, ກົດໝາຍຂອງລັດເປັນຢ່າງດີ.

ຮັບປະກັນສິດເສລີການເຊື່ອຖືເຫລື້ອມໃສສາສະຫນາ ໃຫ້ແກ່ປະຊາຊົນ ຢູ່ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ - ảnh 1                                           ເດັກນ້ອຍ ຢູ່ ຕາແສງ ຕາຕົ໋ງ .  . (ພາບ:VOV)

ເມື່ອງແຕ່ ແມ່ນເມືອງພູສູງ ປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງແຂວງ ລາຍເຈົາ, ມີຫລາຍຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນຄື: ກີງ, ຜູ້ໄທ, ເຜົ່າມົ້ງ, ໄຕ, ຢ້າວ, ໄຢ, ລາຫູ, ຮ່າຍີ່, ກົງ, ມ໋າງ, ຊີລາ, ກາວລານ.. ໃນບໍລິເວນເມືອງ ມີ 2 ສາສະຫນາຕົ້ນຕໍ ນັ້ນແມ່ນໂປແຕັດສະຕັງ ແລະ ກາໂຕລິກ ມີບ່ອນເຄື່ອນໄຫວດ້ານສາສະຫນາ ກວ່າ 20 ບ່ອນ.

ໂດຍສວຍໃຊ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊົນເຜົ່າມົ້ງ ທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ລະດັບຄວາມຮູ້ຕ່ຳ, ມີບາງເປົ້າໝາຍຢູ່ຕ່າງປະເທດ ໄດ້ສົມຮູ້ຮ່ວມຄິດກັບພວກປະຕິການຢູ່ພາຍໃນປະເທດເພື່ອໂຄສະນາ ສາສະໜາຜີ “ບ່າໂກເຢີະ” ໂດຍເປົ້າໝາຍ ຫວື່ທິເຢີະ (ຊາວເຜົ່າມົ້ງດຳລົງຊີວິດຢູ່ ອາເມລິກາ) ກໍ່ຕັ້ງຂຶ້ນມາເອງ. ນີ້ແມ່ນຮູບການປ່ຽນຮູບນອກ ສວຍໃຊ້ພະທຳຄຳສັ່ງສອນຂອງສາສະຫນາໂປແຕັດສະຕັງ ເພື່ອເສກສັນປັ້ນແຕ່ງຄຳພີ, ຍຸແຍ່ແກ່ດຶງເອົາປະຊາຊົນບາງຄົນເຂົ້າຮ່ວມສ້າງຕັ້ງ “ລັດເຜົ່າມົ້ງ”

ຕົ້ນປີ 2020, ຢູ່ ບໍລິເວນຕາແສງ ຕ່າຕົ໋ງ ເມືອງເມື່ອງແຕ່ ມີກຸ່ມຄົນເຕົ້າໂຮມກັນຢູ່ເຂດ ອາວຣົ່ງ ເພື່ອປະຕິບັດພິທີສ້າງຕັ້ງ “ລັດເຜົ່າມົ້ງ”. ຍ້ອນມີກາປ້ອງກັນມາແຕ່ດົນແລ້ວ ສະນັ້ນ ເມືອງ ເມື່ອງແຕ່ ພ້ອມກັບບັນດາກຳລັງເຈົ້າຫນ້າທີ່ຂອງແຂວງ ລາຍເຈົາ ໄດ້ແກ້ໄຂເຫດການຢ່າງວ່ອງໄວ ນຳສະພາບການກັບຄືນສູ່ປົກກະຕິ. ອ້າຍ ຊຸ່ງອາຈື ປະທານ ຄະນະກຳມະການປະຊາຊົນ ຕາແສງ ຕ່າຕົ໋ງ ໃຫ້ຮູ້ວ່າ:

 “ກ່ອນນີ້ ມີບາງຄອບຄົວ ປະຕິບັດບໍ່ດີຕາມສິ່ງທີ່ຕົນເອງໄດ້ຍິນມາ, ເຊື່ອຖືສາສະຫນາທີ່ມີຫລາຍນິກາຍ. ພາຍຫລັງໄດ້ຮັບການໂຄສະນາ ເຂົາເຈົ້າກໍ່ປະຕິບັດຕາມແຜນນະໂຍບາບ, ແນວທາງຂອງພັກ, ລັດ, ພິເສດ ແມ່ນບັນດາຂໍ້ກຳນົດກົດລະບຽບຂອງບ້ານ, ຊ່ວຍກັນສ້າງຊີວິດໃຫ້ດີຂຶ້ນ

ຍ້ອນມີການໂຄສະນາ, ຂົນຂວາຍຂອງອຳນາດການປົກຄອງທ້ອງຖິ່ນ ແລະ ຂອງບັນດາກຸ່ມຄົນເຄື່ອນໄຫວດ້ານສາສະຫນາຖືກຕ້ອງກັບກົດໝາຍ, ສະນັ້ນ ປະຊາຊົນ, ສາສະນກະຊົນ ຈຶ່ງເຫັນໄດ້ຢ່າງຈະແຈ້ງ ທາດແທ້ຄວາມຊົ່ວຮ້າຍຂອງ ສາສະຫນາຜີ “ບ່າໂກເຢີະ”. ອ້າຍ ຫວ່າເລ່ຍວື ປະຊາຊົນຕາແສງ ຕ່າຕົ໋ງ ແບ່ງປັນວ່າ:

“ປະຊາຊົນບໍ່ຄວນເຊື່ອຖືສາສະຫນາທີ່ຜິດກົດໝາຍ, ບໍ່ຟັງຄວາມຄົນບໍ່ດີ, ບໍ່ໄປຕາມລັດເຜົ່າມົ້ງ. ຄວນປະຕິບັດກົດໝາຍຂອງລັດ, ຊ່ວຍເຫລືອກັນທຳມາຫາກິນພັດທະນາເສດຖະກິດ”

ຮັບປະກັນສິດເສລີການເຊື່ອຖືເຫລື້ອມໃສສາສະຫນາ ໃຫ້ແກ່ປະຊາຊົນ ຢູ່ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ - ảnh 2                                   ບ່ອນເຄື່ອນໄຫວດ້ານສາສະຫນາຂອງບ້ານ ຢ່າງລີຈາ.  (ພາບ:VOV)

ເພື່ອປະຕິບັດວຽກງານຄຸ້ມຄອງລັດກ່ຽວກັບການເຊື່ອຖື, ເຫລື້ອມໃສສາສະຫນາໃຫ້ເປັນຢ່າງດີ, ເມືອງເມື່ອງແຕ່ ໄດ້ຍູ້ແຮງການໂຄສະນາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດກ່ຽວກັບການເຊື່ອຖືເຫລື້ອມໃສສາສະຫນາ, ເຜີຍແຜ່ກົດໝາຍວ່າດ້ວຍການເຊື່ອຖືເຫລື້ອມໃສສາສະຫນາໃຫ້ແກ່ສາສະນິກະຊົນ, ປະຊາຊົນ ເຜົ່າສ່ວນຫນ້ອຍຢູ່ບໍລິເວນ. ທ່ານ ເຈິ່ນຫວຽດທັງ, ຮອງຫົວຫນ້າພະແນກພາຍໃນແຂວງ ລາຍເຈົາໃຫ້ຮູ້ວ່າ:

 “ການເຄື່ອນໄຫວດ້ານສາສະຫນາ ໂປແຕັດສະຕັງ ຢູ່ບໍລິເວນແຂວງ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ຈາກລັດ. ແຂວງກໍ່ປະຕິບັດບັນດາມາດຕະການຢ່າງຄົບຊຸດໃຫ້ສາສະຫນາໂປແຕັດສະຕັງ ເຄື່ອນໄຫວຕາມຂອບເຂດກົດໝາຍ ແລະ ເອົາໃຈໃສ່ປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມໃຫ້ພໍ່ແມ່ພີ່ນ້ອງ. ການເຄື່ອນໄຫວດ້ານສາສະຫນາຢູ່ບໍລິເວນແຂວງ ລາຍເຈົາ ມີຄວາມເປັນປົກກະຕິໂດຍພື້ນຖານ ແລະ ເຄື່ອນໄຫວຕາມການກຳນົດຂອງກົດໝາຍ, ຮັບປະກັນສິດເສລີໃນການເຊືື່ອຖື, ການເຫລື້ອມໃສສາສະຫນາໃຫ້ແກ່ພົນລະເມືອງຢູ່ບໍລິເວນແຂວງ”

ບັນດາຈຸດ, ກຸ່ມຄົນເຊື່ອຖືສາສະຫນາຢູ່ບໍລິເວນຕາແສງ ລ້ວນແຕ່ແມ່ນອຳນາດການປົກຄອງເອື້ອອຳນວຍຄວາມສະດວກເພື່ອເຄື່ອນໄຫວດ້ານສາສະຫນາໃຫ້ຢູ່ໃນຂອບເຂດຂອງກົດໝາຍ. ຫລວງພໍ່ ຫວ່າງວ່າເຢ, ຫົວຫນ້າກຸ່ມສາສະຫນາ ໂປແຕັດສະຕັງ ບ້ານ ຢ່າງລີຈາ, ຕາແສງ ຕ່າຕົ໋ງ ໃຫ້ຮູ້ວ່າ:

“ບ່ອນເຄື່ອນໄຫວດ້ານສາສະຫນາ ມີຊາວເຜົ່າມົ້ງກວ່າ 600 ຄົນເຂົ້າຮ່ວມ ແລະ ເຄື່ອນໄຫວເປັນ 3 ເດືອນ/ຄັ້ງ. ເນື້ອໃນແມ່ນແບ່ງປັນກ່ຽວກັບບັນຫາຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽບຮ້ອຍ, ກົດໝາຍວ່າດ້ວຍການເຊື່ອຖືເຫລື້ອມໃສສາສະຫນາຂອງລັດຖະບານ ແລະ ຄຳສັ່ງສອນຂອງສະມາຄົມສາສະຫນາໂປແຕັດສະຕັງ ຫວຽດນາມ, ອ່ານຄຳພີ ແລະ ມົນ.”

ບັນດາອົງການຈັດຕັ້ງສາສະຫນາຢູ່ ເມືອງເມື່ອງແຕ່ ເຄື່ອນໄຫວຕາມທິດນຳ “ຮ່ວມເດີນທາງພ້ອມກັບຊາດ” ໄດ້ຮັບປະກັນໃນຂອບເຂດຂອງກົດໝາຍ. ການເຄື່ອນໄຫວດ້ານສາສະຫນາ ການເຊື່ອຖືສາສະຫນາຂອງຊາວທ້ອງຖິ່ນໄດ້ຮັບປະກັນ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເພື່ອຜົນປະໂຫຍດຂອງຊາດ, ຂອງປະເທດ, ປະກອບສ່ວນສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ.

ຕອບກັບ

ຂ່າວ/ບົດ​ອື່ນ