ຮັບປະກັນສິດເສລີໃນການເຫລື້ອມໃສເຊື່ອຖື, ສາສະໜາໃຫ້ແກ່ປະຊາຊົນຢູ່ເມືອງ ເມື່ອງແຍ໊, ແຂວງ ດ້ຽນບຽນ

(VOVWORLD) - ເມືອງ ເມື່ອງແຍ໊ ໄດ້ ແລະ ພວມມານະພະຍາຍາມປະຕິບັດບັນດາມາດຕະການຢ່າງຄົບຊຸດ ເພືຶຶ່ອແນໃສ່ຮັບປະກັນສິດເສລີ, ການເຫຼື້ອມໃສເຊື່ອຖືສາສະໜາໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ. ບັນດາອົງການສາສະໜາໄດ້ເຄື່ອນໄຫວຕາມທິດນຳ “ຮ່ວມເດີນທາງກັບຊາດ”. 

ຖ້າຫາກກ່ອນນີ້, ເມືອງ ເມື່ອງແຍ໊, ແຂວງ ດ້ຽນບຽນ ແມ່ນບ່ອນທີ່ມີການເຄື່ອນໄຫວດ້ານສາສະໜາຢ່າງສັບສົນ, ເກີດປະກົດການໂຄສະນາສາສະໜາຜິດກົດໝາຍ ແຕ່ປະຈຸບັນ ການເຄື່ອນໄຫວສາສະໜາ, ການເຫລື້ອມໃສໄດ້ເຂົ້າສູ່ແບບແຜນ, ເປັນປົກກະຕິໂດຍພື້ນຖານ. ບັນດາສາສະນິກະຊົນໄດ້ປະຕິບັດບັນດານະໂຍບາຍ, ກົດໝາຍຂອງລັດໄດ້ເປັນຢ່າງດີ, ມີການດຳລົງຊີວິດຢູ່ໃນສິນກິນໃນທຳ.

ຮັບປະກັນສິດເສລີໃນການເຫລື້ອມໃສເຊື່ອຖື, ສາສະໜາໃຫ້ແກ່ປະຊາຊົນຢູ່ເມືອງ ເມື່ອງແຍ໊, ແຂວງ ດ້ຽນບຽນ - ảnh 1ຕຳຫລວດເມືອງ ເມື່ອງແຍ໊ ຍູ້ແຮງວຽກງານໂຄສະນາ ໃຫ້ພໍ່ແມ່ປະຊາຊົນ.

ພາບ : baodienbienphu.info.vn 

ເມືອງ ເມື່ອງແຍ໊ ແມ່ນເມືອງເຂດພູສູງທີ່ມີເສັ້ນຊາຍແດນຕິດກັບ ຈີນ ແລະ ລາວ, ມີປະຊາກອນກ່ວາ 90% ເປັນຊົນເຜົ່າສ່ວນໜ້ອຍ. ສວຍໃຊ້ຊີວິດການເປັນຢູ່ຂອງພໍ່ແມ່ຊົນເຜົ່າມົ້ງທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ລະດັບຄວາມຮູ້ຂອງປະຊາຊົນຕ່ຳ, ເປົ້າໝາຍທີ່ບໍ່ມີບາງຄົນຢູ່ຕ່າງປະເທດໄດ້ສົມຮູ້ຮ່ວມຄິດກັບບັນດາພວກປະຕິການຢູ່ພາຍໃນປະເທດໄດ້ໂຄສະນາເຜີຍແຜ່ 2 ສາສະໜາທີ່ບໍ່ດີແມ່ນ “ເຢຊົ່ວ” ແລະ “ບາໂກເຢີ້”. ນີ້ແມ່ນການກະທຳແບບຮູບພາງ ສວຍໃຊ້ຫຼັກສິນທຳຂອງສາສະໜາໂປແຕສຕັງ ເພື່ອເສກສັນປັ້ນແຕ່ງຄຳພີຄຼິດສະຕຽນ, ຈອບອອຍ, ແກ່ດຶງປະຊາຊົນບາງຄົນມີຄວາມ “ເຊື່ອງ່າຍ” ເຂົ້າຮ່ວມການສ້າງຕັ້ງອັນທີ່ເອີ້ນວ່າ “ລັດມົ້ງ”. ໂດຍມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງອຳນາດການປົກຄອງທ້ອງຖິ່ນ ແລະ ເປັນຕົ້ນແມ່ນບັນດາກຸ່ມສາສະໜາທີ່ເຄື່ອນໄຫວຢ່າງແທ້ຈິງ, ປອດໃສ ສະນັ້ນ ປະຊາຊົນ, ສາສະນິກະຊົນຫລາຍຄົນ ຈຶ່ງເຫັນແຈ້ງທາດແທ້ອັນເລິກແລບ, ຊົ່ວຮ້າຍຂອງ 2 ສາສະໜາດັ່ງກ່າວ. ອ້າຍ ວ່າງອາຊີງ, ຊົນເຜົ່າມົ້ງ, ຢູ່ບ້ານ ຫາຍຄອນ 2, ຕາແສງ ນ້ຳແກ່, ເມືອງ ເມື່ອງແຍ໊ ໃຫ້ຮູ້ວ່າ:

 “ເຢຊົ່ວ, ບາໂກເຢີ້ ແມ່ນຫຼອກລວງ, ເຮົາຮູ້ແລ້ວ, ກໍ່ບໍ່ໄປຕາມ, ບໍ່ເຂົ້າເປັນສະມາຊິກ. ທຸກຄົນຢ່າຟັງສາສະໜາທີ່ບໍ່ດີ ເຢຊົ່ວ ແລະ ບາໂກເຢີ້ ແກ່ດຶງ, ເຮັດໃຫ້ຄົນເຮົາທຳສິ່ງບໍ່ດີ, ຊີວິດການເປັນຢູ່ສັບສົນ. ອຳນາດການປົກຄອງ, ບັນດາອົງການເຈົ້າໜ້າທີ່ໄດ້ຮັບປະກັນຊີວິດການເປັນຢູ່ຢ່າງເປັນປົກກະຕິໃຫ້ແກ່ເຮົາ ສະນັ້ນ ຕ້ອງພະຍາຍາມສູ້ຊົນປະຕິບັດຕາມນະໂຍບາຍຂອງລັດໃຫ້ເປັນຢ່າງດີ.

ເພື່ອປະຕິບັດວຽກງານຄຸ້ມຄອງລັດກ່ຽວກັບການເຫຼືື້ອມໃສ, ເຊື່ອຖືສາສະໜາໃຫ້ເປັນຢ່າງດີນັ້ນ, ເມືອງ ເມື່ອງແຍ໊ ໄດ້ຍູ້ແຮງການໂຄສະນາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບການເຫຼື້ອມໃສເຊື່ອຖື, ສາສະໜາ, ເປັນຕົ້ນແມ່ນການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການເຫຼື້ຶອມໃສ, ສາສະໜາຢູ່ບັນດາຕາແສງ, ບ້ານທີ່ມີຊາວຊົນເຜົ່າສ່ວນໜ້ອຍ, ເຊື່ອຖືສາສະນິກະຊົນເປັນຈຳນວນຫລາຍດຳລົງຊີວິດຢູ່. ພິເສດ, ເມືອງ ເມື່ອງແຍ໊ ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານຍົກສູງລະດັບຄວາມຮູ້ໃຫ້ຖັນແຖວພະນັກງານປະຕິບັດວຽກງານສາສະໜາ ແລະ ຄຸ້ມຄອງລັດກ່ຽວກັບການເຫຼືື້ອມໃສ, ຕັກເຕືອນປະຊາຊົນກ່ຽວກັບບັນດາຄຳຖ້ອຍທຳນອງເສກສັນປັ້ນແຕ່ງຂອງພວກຄົນບໍ່ດີ. ພ້ອມກັນນັ້ນ ເພີ່ມທະວີການໂອ້ລົມສົນທະນາກັບພໍ່ແມ່ປະຊາຊົນທີ່ຖືສາສະໜາ; ພົບປະກັບຫົວໜ້າກຸ່ມສາສະໜາ. ທ່ານ ບຸຍວັນງວຽນ, ປະທານຄະນະກຳມະການປະຊາຊົນເມືອງ ເມື່ອງແຍ໊, ໃຫ້ຮູ້ວ່າ:

ເມືອງ ເມື່ອງແຍ໊ ມີ 9/11 ຕາແສງ ດ້ວຍ 70 ບ້ານ ທີ່ມີຜູຸ້ຖືສາສະໜາ. ມີ 88 ກຸ່ມ, 7 ກຸ່ມໂປແຕສຕັງ, 1 ກຸ່ມກາໂຕລິກ, ມີ 3464 ຄອບຄົວ, ປະຊາກອນຖືສາສະໜາແມ່ນ 20.491 ຄົນ, 6/17 ຊົນເຜົ່າຖືສາສະໜາຄື: ກິງ, ມົ້ງ, ຊ໊ານຈີ, ຢ້າວ, ຮ່າຍີ, ຊາຟານ. ມີ 70 ກຸ່ມໄດ້ຈົດທະບຽນເຄື່ອນໄຫວສາສະໜາ ແລະ 18 ກຸ່ມຍັງບໍ່ທັນໄດ້ຈັດທະບຽນເຄື່ອນໄຫວສາສະໜາ. ເພື່ອຄຸ້ມຄອງບັນດາກຸ່ມດັ່ງກ່າວໃຫ້ເປັນຢ່າງດີ ພວກຂ້າພະເຈົ້າໄດ້ຈັດສົ່ງພະນັກງານລົງໄປຕິດຕາມຢູ່ບໍລິເວນ, ເກັບກຳສະພາບການ, ຕຳຫລວດຕາແສງໄດ້ຕິດຕາມຕາຕະລາງການເຄື່ອນໄຫວເປັນປະຈຳ, ຮຽກຮ້ອງຕ້ອງໃຫ້ລາຍງານການເຄື່ອນໄຫວ, ໂຄສະນາການເຄື່ອນໄຫວໃຫ້ຖືກຕ້ອງຕາມກົດໝາຍ.

ຮັບປະກັນສິດເສລີໃນການເຫລື້ອມໃສເຊື່ອຖື, ສາສະໜາໃຫ້ແກ່ປະຊາຊົນຢູ່ເມືອງ ເມື່ອງແຍ໊, ແຂວງ ດ້ຽນບຽນ - ảnh 2ເມືອງ ເມື່ອງແຍ໊ ແມ່ນເມືອງເຂດພູສູງທີ່ມີເສັ້ນຊາຍແດນຕິດກັບ ຈີນ ແລະ ລາວ, ມີປະຊາກອນກ່ວາ 90% ເປັນຊົນເຜົ່າສ່ວນໜ້ອຍ

ການເຄື່ອນໄຫວເຜີຍແຜ່ສາສະໜາຂອງບັນດາກຸ່ມສາສະນິກະຊົນຢູ່ບໍລິເວນເມືອງ ເມື່ອງແຍ໊ ຕ້ອງປະຕິບັດຕາມຂໍ້ກຳນົດຂອງກົດໝາຍ. ທຸກໆປີ, ບັນດາກຸ່ມເຄື່ອນໄຫວສາສະໜາລ້ວນແຕ່ຈົດທະບຽນໂຄງການເຄື່ອນໄຫວກັບບັນດາຕາແສງ, ບ້ານ. ບັນດາການເຄື່ອນໄຫວສາສະໜາໃນໂອກາດບຸນປີໃໝ່, Noel ຕ້ອງຮັບປະກັນໃຫ້ຖືກຕາມເນື້ອໃນທີ່ໄດ້ຈົດທະບຽນດຳເນີນການເຄື່ອນໄຫວ, ຖືກກັບໄລຍະເວລາ, ສະຖານທີ່ຈັດຕັ້ງ, ຕອບສະໜອງໄດ້ຄວາມຕ້ອງການອັນຊອບທຳຂອງບັນດາສາສະນິກະຊົນ. ທ່ານພົນຈັດຕະວາ ຫງວຽນວັນກີ໋, ຮອງຫົວໜ້າກົມພົວພັນຕ່າງປະເທດ (ກະຊວງຕຳຫລວດ ຫວຽດນາມ), ຫົວໜ້າຫ້ອງການປະຈຳຄະນະຊີ້ນຳສິດທິມະນຸດລັດຖະບານ, ຢັ້ງຢືນວ່າ:

ໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນຳຂອງກະຊວງຕຳຫລວດ, ຕຳຫລວດແຂວງ ດ້ຽນບຽນ ເປັນຫົວໜ່ວຍຫຼັກ ພ້ອມກັບບັນດາຂະແໜງອື່ນ ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ. ບັນດາການປ່ຽນແປງຢ່າງຕັ້ງໜ້າຂອງເມືອງ ເມື່ອງແຍ໊ ກ່ຽວກັບການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ສ້າງຊີວິດການເປັນຢູ່ໃຫ້ບັນດາຊົນເຜົ່າເປັນປົກກະຕິ, ການເຊື່ອຖືສາສະໜາ, ຕໍ່ສູ້ໃນການເຄື່ອນໄຫວປ້ອງກັນ, ຕ້ານການຄ້າມະນຸດ…ພວມນຳເອົາຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ຄວາມຢູ່ເຢັນເປັນສຸກມາໃຫ້ປະຊາຊົນນັບມື້ນັບຫລາຍຂຶ້ນ. ຜ່ານນັ້ນ, ສິດທິມະນຸດໄດ້ຮັບການປົກປ້ອງ ແລະ ເຄົາລົບ. ເມືອງ ເມື່ອງແຍ໊ ອາດເວົ້າໄດ້ວ່າ ເປັນຈຸດພົ້ນເດັ່ນກ່ຽວກັບການປະຕິບັດສິດທິມະນຸດ, ພິເສດແມ່ນໃນຂົງເຂດຊົນເຜົ່າ, ສາສະໜາ.

ບັນດາກຸ່ມຖືສາສະໜາ ພາຍຫລັງຈົດທະບຽນການເຄື່ອນໄຫວແລ້ວ ລ້ວນແຕ່ແນະນຳໃຫ້ປະຊາຊົນ, ສາສະນິກະຊົນຜູ້ທີ່ຖືສາສະຫນາຕ້ອງ “ດຳລົງຊີວິດຢູ່ໃນສິນກິນໃນທຳ, ນັບຖືພະເຢຊູ, ຮັກຊາດ, ຮັກສາສັນຕິພາບ, ມີຄວາມເມດຕາກະລຸນາ, ເສລີພາບ, ສະເໝີພາບ ແລະ ອອກແຮງງານທຳການຜະລິດຕາມຂໍ້ກຳນົດຂອງກົດໝາຍ”. ຈາກນັ້ນ ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ເມືອງ ເມື່ອງແຍ໊ ໄດ້ ແລະ ພວມມານະພະຍາຍາມປະຕິບັດບັນດາມາດຕະການຢ່າງຄົບຊຸດ ເພືຶຶ່ອແນໃສ່ຮັບປະກັນສິດເສລີ, ການເຫຼື້ອມໃສເຊື່ອຖືສາສະໜາໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ. ບັນດາອົງການສາສະໜາໄດ້ເຄື່ອນໄຫວຕາມທິດນຳ “ຮ່ວມເດີນທາງກັບຊາດ”. ຍ້ອນເຫດນັ້ນ, ການເຄື່ອນໄຫວເຊື່ອຖືສາສະໜາຢູ່ເມືອງ ເມື່ອງແຍ໊ ມີຄວາມເສລີພາບໃນຂອບເຂດກົດໝາຍຂອງລັດ, ປະກອບສ່ວນເຂົ້າສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພຂອງສັງຄົມຢູ່ທ້ອງຖິ່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ