ເສດຖະກິດຂອງປະຊາຊົນຢູ່່ແຂວງ ເລີມດົ່ງ ມີຄວາມເປັນປົກກະຕິຍ້ອນປູກມອນລ້ຽງມ້ອນ

(VOVWORLD) - ໂດຍປະຕິບັດຕາມແຜນນະໂຍບາຍຫັນປ່ຽນຜົນລະປູກ, ລົບລ້າງຈີນຕະນາການປູກຝັງແບບຫລ້າຫລັງ, ປູກແຕ່ຕົ້ນເຂົ້າ, ກາເຟເທົ່ານັ້ນ ໃນໄລຍະຜ່ານມາ ປະຊາຊົນຢູ່ເຂດຊົນເຜົ່າສ່ວນຫນ້ອຍຂອງ ແຂວງ ເລີມດົ່ງ ໄດ້ກ້າຫານນຳເອົາຕົ້ນໄມ້ໃໝ່ຫລາຍຊະນິດ ທີ່ມີມູນຄ່າສູງເຂົ້າມາຜະລິດ. ໃນນັ້ນ ການປູກມອນລ້ຽງມ້ອນ ພວມແມ່ນຮູບແບບຜະລິດນຳມາເຊິ່ງແຫລ່ງລາຍຮັບສູງ. ມີຫລາຍຄອບຄົວໄດ້ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ໃຫມ່. ສະເພາະ ປີ 2021, ເຖິງວ່າ ປະຊາຊົນສ່ວນຫລາຍຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ເສດຖະກິດຂອງບັນດາຄອບຄົວທີ່ປູກມອນລ້ຽງມ້ອນຢູ່ ແຂວງ ເລີມດົ່ງ ຍັງປົກກະຕິດີ ແລະມີລາຍຮັບເພີ່ມຂຶ້ນສູງ.

ເສດຖະກິດຂອງປະຊາຊົນຢູ່່ແຂວງ ເລີມດົ່ງ ມີຄວາມເປັນປົກກະຕິຍ້ອນປູກມອນລ້ຽງມ້ອນ - ảnh 1ຫລາຍຄອບຄົວຊາວຊົນເຜົ່າສ່ວນຫນ້ອຍຢູ່ ແຂວງ ເລີມດົ່ງ ຫລຸດພົ້ນອອກຈາກຄວາມທຸກຍາກຍ້ອນການປູກມອນລ້ຽງມ້ອນ. ພາບ:VOV

ນັບແຕ່ເມື່ອ ເອື້ອຍ ກາລວານ ຢູ່ ຄຸ້ມບ້ານ ກອນແຕກດັງ ເທດສະບານ ດິງວັນ ເມືອງ ເລີມຮ່າ ແຂວງ ເລີມດົ່ງ ຫັນເນື້ອທີ່ປູກກາເຟທີ່ມີສະມັດຕະພາບຕ່ຳໄປປູກມອນລ້ຽງມ້ອນ, ຊີວິດດ້ານເສດຖະກິດຂອງຄອບຄົວເອື້ອຍ ໄດ້ມີການປັບປຸງເຫັນໄດ້ຊັດ. ໂອກາດບຸນເຕັດປີຂານ ນີ້ ຄອບຄົວເອື້ອຍ ໄດ້ຊື້ເຄື່ອງຂອງທີ່ຈຳເປັນຢ່າງເຕັມສ່ວນ, ຈັດຕັ້ງການຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນແລະ ມີຄວາມອີ່ມຫນຳສຳລານກວ່າ.

ຄອບຄົວຂ້າພະເຈົ້າແມ່ນຄອບຄົວທຸກຍາກ, ບໍ່ມີເນື້ອທີ່ດິນຫລາຍຄືດັ່ງຄອບຄົວອື່ນ. ປູກກາເຟ ແຕ່ລະປີນຳຜົນຜະລິດມາໃຫ້ພຽງແຕ່ 300 400 ກິໂລກຼາມ, ສະມັດຕະພາບຕ່ຳ. ສະນັ້ນ ຂ້າພະເຈົ້າຈຶ່ງຫັນມາປູກມອນລ້ຽງມ້ອນ. ນັບແຕ່ເມື່ອປູກມອນລ້ຽງມ້ອນ ຄອບຄົວຂ້າພະເຈົ້າຈຶ່ງມີເງິນເພື່ອໃຊ້ຈ່າຍເຂົ້າໃນການດຳເນີນຊີວິດ

ກໍ່ເຊັ່ນດຽວກັນ, ຄອບຄົວອ້າຍ ເກີຢູ ຢູ່ ຕາແສງ ຕາມໂບ່ ເມືອງ ຢີລີງ ແຂວງ ເລີມດົ່ງ ກໍ່ມີຊີວິດດີຂຶ້ນ ຍ້ອນໄດ້ປູກມອນລ້ຽງມ້ອນ. ອ້າຍ ເກີຢູ ໃຫ້ຮູ້ວ່າ: ເບື້ອງຕົ້ນ ຍັງບໍ່ທັນມີປະສົບການໃນການປູກມອນລ້ຽງມ້ອນ ສະນັ້ນກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍ, ລາຍຮັບກໍ່ບໍ່ສູງ. ແຕ່ຍ້ອນມີການຫນູນຊ່ວຍຢ່າງຕັ້ງຫນ້າໃນທຸກດ້ານຈາກບັນດາອົງການກ່ຽວຂ້ອງ ແລະ ສະມາຄົມຊາວກະສິກອນຂອງເມືອງ, ຊຸດອົບຮົມ ແລະ ຖ່າຍທອດເຕັກນິກໄດ້ເປີດເປັນປະຈຳ, ລາຍຮັບປູກມອນລ້ຽງມ້ອນຂອງຄອບຄົວຈຶ່ງເພີ່ມຂຶ້ນສູງ. ປະຈຸບັນ ຄອບຄົວອ້າຍ ເກັບລາຍຮັບມາໄດ້ເກືອບ 20 ລ້ານດົ່ງ/ເດືອນ.

ບໍ່ພຽງແຕ່ ຢູ່ ເລີມຮ່າ, ຢີລີງ ເທົ່ານັ້ນ ຮູບແບບປູກມອນລ້ຽງມ້ອນ ກໍ່ໄດ້ພັດທະນາຢ່າງກວ້າງຂວາງຢູ່ຫລາຍເຂດຊົນເຜົ່າສ່ວນຫນ້ອຍຂອງແຂວງ ເລີມດົ່ງອີກດ້ວຍ. ຕາມທ່ານນາງ ບຸ່ຍທິແທງຮ່ວຽນ, ຮອງປະທານສະມາຄົມຊາວກະສິກອນ ຕາແສງ ລົກເຕີນ ເມືອງ ບ໋າວເລີມ ແລ້ວ, ການປູກມອນລ້ຽງມ້ອນ ແມ່ນຮູບແບບຫລຸດພົ້ນອອກຈາກຄວາມທຸກຍາກ, ຊ່ວຍຊາວຊົນເຜົ່າສ່ວນຫນ້ອຍຢູ່ບໍລິເວນມີເງື່ອນໄຂປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ, ໃນນັ້ນ ມີຫລາຍຄອບຄົວບືນຕົວຂຶ້ນກາຍເປັນຄອບຄົວມີເງື່ອນໄຂເສດຖະກິດດີພໍສົມຄວນ.

 ພໍ່ແມ່ປະຊາຊົນຊາວຊົນເຜົ່າສ່ວນຫນ້ອຍຢູ່ທີ່ນີ້ ສ່ວນຫລາຍແມ່ນປູກມອນລ້ຽງມ້ອນ ແລະ ການ ປູກມອນລ້ຽງມ້ອນແມ່ນໃນໄລຍະສັ້ນ, ໃຊ້ທຶນຫນ້ອຍ, ນຳມາເຊິ່ງລາຍຮັບໄວ ສະນັ້ນ ພໍ່ແມ່ປະຊາຊົນຈຶ່ງມີຄວາມປິຕິຊົມຊື່ນເວົ້າລວມແລ້ວ ປະຈຸບັນ ຊາວເຜົ່າສ່ວນຫນ້ອຍ ມີຊີວິດນັບມື້ນັບດີຂຶ້ນ, ເສດຖະກິດນັບມື້ນັບພັດທະນາ, ທຳມາຫາກິນແມ່ນມີປະສິດທິຜົນ

ໂດຍເຫັນໄດ້ປະສິດທິຜົນຈາກຮູບແບບປູກມອນລ້ຽງມ້ອນ, ການນຳ ແຂວງ ເລີມດົ່ງ ໄດ້ເຊັນອະນຸມັດຜ່ານແຜນຮ່າງພັດທະນາຂະແຫນງປູກມອນລ້ຽງມ້ອນໄລຍະຈະມາເຖິງແບບຍືນຍົງ. ຕາມນັ້ນແລ້ວ ສູ້ຊົນຮອດປີ 2023, ຍົກເນື້ອທີ່ການປູກມອນລ້ຽງມ້ອນໃນແຂວງໃຫ້ບັນລຸ 10.000 ເຮັກຕາ, ສະມັດຕະພາບໃບມອນບັນລຸ 210.000 ໂຕນ.. ພ້ອມກັນນັ້ນ ແຂວງເລີມດົ່ງ ຈະເອົາໃຈໃສ່ສ້າງບັນດາລະບົບຮ່ວມສຳພັນໃນການຜະລິດ, ຈຳຫນ່າຍຜະລິດຕະພັນ ຊ່ວຍຊາວກະສິກອນມີຄວາມອຸ່ນອ່ຽນໃຈ ທຳການຜະລິດ, ຍົກສູງຄຸນຄ່າຜະລິດຕະພັນຜ້າໄຫມຂອງທ້ອງຖິ່ນ. ເມື່ອແຜນຮ່າງໄດ້ຮັບການຜັນຂະຫຍາຍຢ່າງເລິກກວ້າງນັ້ນ ແນ່ນອນວ່າຈະສ້າງເງື່ອນໄຂສະດວກໃຫ້ປະຊາຊົນຢູ່ເຂດຊົນເຜົ່າສ່ວນຫນ້ອຍໃນແຂວງ ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ໃຫ້ມີຄວາມອີ່ມໜຳສຳລານກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ