ເອົາໃຈໃສ່, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

(VOVWORLD) - ລັດ ຫວຽດນາມ ຍາມໃດກໍ່ກຳນົດ: ເອົາໃຈໃສ່ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແມ່ນຫນ້າທີ່ສຳຄັນ, ມີຄວາມໝາຍວັດທະນະທຳມະນຸດອັນສູງສົ່ງ. ບໍ່ພຽງແຕ່ມີບັນດາການເຄື່ອນໄຫວເອົາໃຈໃສ່ຜູ້ມີຄຸນງາມຄວາມດີໃນໂອກາດວັນທີ 27 ກໍລະກົດ (ວັນທະຫານເສຍອົງຄະນັກຮົບເສຍສະຫລະຊີວິດເພື່ອຊາດ) ປະຈຳປີ ເທົ່ານັ້ນ, ຫາກ ພັກ, ລັດຖະບານ, ທຸກຂັ້ນ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນໃນທົ່ວປະເທດ ຍັງຕັ້ງຫນ້າເຂົ້າຮ່ວມບັນດາຂະບວນການ “ຕອບບຸນແທນຄຸນ”, “ທົ່ວປວງຊົນເບິ່ງແຍງບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫລະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ” ຢູ່ທຸກຈຸດເວລາໃນປີ.

ມາຮອດປະຈຸບັນ, ທົ່ວປະເທດ ຈຳນວນຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດແມ່ນກວ່າ 9,2 ລ້ານຄົນ, ກວມເອົາເກືອບ 10% ປະຊາກອນ. ລະບົບນະໂຍບາຍສຳລັບ ຜູ້ມີຄຸນງາມຄວາມດີ ນັບມື້ນັບໄດ້ຮັບການ ເພີ່ມເຕີມ ປັບປຸງໃຫ້ສົມບູນແບບ, ເປັນພື້ນຖານເພື່ອໃຫ້ ການເຄື່ອນໄຫວ “ຕອບບຸນແທນຄຸນ” ນັບມື້ນັບແຜ່ຂະຫຍາຍ ແລະ ເຂົ້າສູ່ລວງເລິກ. ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ມີການເຄື່ອນໄຫວຫລາຍຢ່າງທີ່ແທດຈິງ, ຊ່ວຍເຫລືອຄອບຄົວ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ແຕ່ລະປີ ປະທານປະເທດຕົກລົງ ເບີກຈ່າຍງົບປະມານເກືອບ 1000 ຕື້ດົ່ງ ເພື່ອຊື້ຂອງຂວັນມອບໃຫ້ບັນດາເປົ້າໝາຍນະໂຍບາຍເນື່ອງໃນໂອກາດບຸນເຕັດ, ວັນທະຫານເສຍອົງຄະ, ນັກຮົບເສຍສະຫລະຊີວິດເພື່ອຊາດ, ວັນຊາດ ທີ 2 ກັນຍາ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເນັ້ນຫນັກວ່າ:

“ພັກ, ລັດ ມີຄວາມເອົາໃຈໃສ່ຕໍ່ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫລະຊີວິດເພື່ອຊາດ. ຖ້າຫາກ ກ່ອນນີ້ ຍັງບໍ່ທັນມີນະໂຍບາຍ, ມາຮອດປະຈຸບັນ ບັນດາແມ່ ຫວຽດນາມ ວິລະຊົນ ໄດ້ຮັບການເບິ່ງແຍງດູແລຕະຫລອດຊີວິດ. ສະນັ້ນ ບັນດາຜູ້ບໍລິຫານປະເທດຊາດ, ທຸກຂັ້ນ ທຸກຂະແຫນງການ ຕ້ອງຖື ນີ້ແມ່ນຫນ້າທີ່ສຳຄັນ.”

ເອົາໃຈໃສ່, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1ທ່ານ ດ່າວງອັກຢູງ ຢ້ຽມຢາມ ມອບຂອງຂວັນໃຫ້ຄອບຄົວມີຄຸນງາມຄວາມດີ ຢູ່ ຮ່າໂນ້ຍ

ປະຈຸບັນ ມີຫລາຍອົງການ, ຫົວຫນ່ວຍ, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ຂໍອະນຸຍາດຮັບເບິ່ງແຍງດູແລແມ່ ຫວຽດນາມນາມ ວິລະຊົນ; ຊ່ວຍເຫລືອລູກຂອງທະຫານເສຍອົງຄະ, ຍາດຕິພີ່ນ້ອງນັກຮົບເສຍສະຫລະຊີວິດເພື່ອຊາດທີ່ປະສົບກັບຄວາມຫຍຸ້ງຍາກ ສະນັ້ນ ຊີວິດການເປັນຢູ່ຂອງຜູ້ມີຄຸນງາມຄວາມດີໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.  ລັດ, ບັນດາຜູ້ໃຈບຸນໃຈກຸສົນໄດ້ສະຫງວນຈຳນວນເງິນນັບພັນໆ ຕື້ດົ່ງ ເພື່ອຫນູນຊ່ວຍ, ຊ່ວຍເຫລືອຜູ້ມີຄຸນງາມຄວາມດີ, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ບັນດາຄອບຄົວນະໂຍບາຍນັບພັນໆຫລັງ. ລຸງ ຟ້າມດີງທີ ຜູ້ໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫລືອຈາກລັດ ໃຫ້ຮູ້ວ່າ:

“ຂ້າພະເຈົ້າເຫັນວ່າ ນະໂຍບາຍຂອງພັກ ແລະ ລັດ ແມ່ນມີຄວາມໝາຍຢ່າງແທ້ຈິງ, ຄອບຄົວຂ້າພະເຈົ້າໄດ້ຮັບຄວາມເອົາໃຈໃສ່ ໄດ້ຊົມໃຊ້ນະໂຍບາຍ ຈາກພັກ, ລັດ. ພ້ອມກັນນັ້ນ ບັນດາຄອບຄົວເປົ້າໝາຍນະໂຍບາຍອື່ນກໍ່ໄດ້ຊົມໃຊ້ນະໂຍບາຍຄືຄອບຄົວຂ້າພະເຈົ້າ.”

ສ່ວນປ້າ ໂດ໋ທິແຫ່ງ, ມີຜົວແມ່ນນັກຮົບເສຍສະຫລະຊີວິດເພື່ອຊາດ ຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ແຕ່ລະເດືອນ ຂ້າພະເຈົ້າໄດ້ຮັບເງິນອຸດຫນູນ 1,6 ລ້ານດົ່ງ. ນອກນັ້ນ ວັນບຸນຕ່າງໆ, ບຸນເຕັດ ຍັງໄດ້ຮັບຂອງຂວັນຈາກລັດ ອີກດ້ວຍ. ຂໍຂອບໃຈລັດ ທີ່ໄດ້ມີຄວາມເອົາໃຈໃສ່ຕໍ່ຄອບຄົວຂ້າພະເຈົ້າ.”

ລະບອບນະໂຍບາຍເອົາໃຈໃສ່ຜູ້ມີຄຸນງາມຄວາມດີ ໄດ້ຮັບການສ້າງຂຶ້ນ ແລະ ປະຕິບັດຢ່າງກວ້າງຂວາງຮອບດ້ານໃນທົ່ວປະເທດ, ນອກຈາກໄດ້ຮັບຄວາມເອົາໃຈໃສ່, ບ້ວງອຸດຫນູນແລ້ວ ຜູ້ມີຄຸນງາມຄວາມດີ ຍັງໄດ້ຮັບການເບິ່ງແຍງດູແລສຸຂະພາບ, ບູລະນະສ້ອມແປງເຮືອນຢູ່, ບຸລິມະສິດໃນດ້ານສາທາລະນະສຸກ, ການສຶກສາ, ບຳລຸງສ້າງ, ການຜະລິດດຳເນີນທຸລະກິດ, ສ້າງວຽກເຮັດງານທຳ.. ລັດຖະບັນຍັດວ່າດ້ວຍ ການບຸລິມະສິດໃຫ້ຜູ້ມີຄຸນງາມຄວາມດີໂດຍສະພາແຫ່ງຊາດປະກາດໃຊ້ເມື່ອວັນທີ 9 ທັນວາ ປີ 2020 (ແທນໃຫ້ ລັດຖະບັນຍັດປີ 2005) ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ກໍລະກົດປີ 2021. ທ່ານ ເລເຕີນຢູ໋ງ, ຮອງລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:

   “ໃນລັດຖະບັນຍັດບຸລິມະສິດຜູ້ມີຄຸນງາມຄວາມດີມີຫລາຍຈຸດໃຫມ່, ໃນນັ້ນ ພວກຂ້າພະເຈົ້າວາງຫນ້າທີ່ ແມ່ນຍົກລະດັບຄອງຊີບ, ຊີວິດການເປັນຢູ່ ຂອງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ເທົ່າທຽມ ຫລື ສູງກວ່າລະດັບຄອງຊີບຂອງປະຊາຊົນຢູ່ບ່ອນທີ່ຜູ້ມີຄຸນງາມຄວາມດີພວມດຳລົງຊີວິດ. ພວກຂ້າພະເຈົ້າເອົາໃຈໃສ່ເຖິງຄອບຄົວທຸກຍາກໂດຍມີຜູ້ມີຄຸນງາມຄວາມດີ, ເລື່ອງນີ້ ຕ້ອງມີລັກສະນະຍືນຍົງ, ຍາວນານ ແລະ ສຸມໃສ່ປັບປຸງລັດຖະທຳມະນູນຕາມທິດແກ້ໄຂຂໍ້ຈຳກັດ”

 ໃນຊຸມປີຜ່ານມາ, ທຸກຂັ້ນ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນ ມີຫລາຍຮູບການ, ມາດຕະການ ແລະ ວິທີເຮັດຢ່າງມີຫົວຄິດປະດິດສ້າງໃນການຕອບບຸນແທນຄຸນ, ເບິ່ງແຍງດູແລໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ກ້າວໄປເຖິງບໍ່ມີຄອບຄົວທຸກຍາກທີ່ແມ່ນຄອບຄົວຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ. ການເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແມ່ນສິນທຳມູນເຊື້ອອັນດີງາມຂອງຊາດຫວຽດນາມ, ແມ່ນຄວາມຮັບຜິດຊອບຂອງປະຊາຊົນແຕ່ລະຄົນ ແລະ ຂອງທົ່ວສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ