ເຮືອນແຫ່ງສາຍຈິດມິດໃຈຈາກອົງການກຳມະບານ ຫັນຄວາມໄຝ່ຝັນຢາກຢູ່ເຢັນເປັນສຸກ ຂອງຜູ້ອອກແຮງງານຢູ່ແຂວງ ດັກລັກໃຫ້ປະກົດຜົນເປັນຈິງ

(VOVWORLD) - ໂດຍຕອບສະຫນອງໂຄງການເຮືອນຢູ່ “ແຫ່ງສາຍຈິດມິດໃຈຈາກອົງການກຳມະບານ” ໂດຍ ສະຫະພັນໃຫຍ່ແຮງງານ ຫວຽດນາມ ປຸກລະດົມ, ໃນໄລຍະຜ່ານມາ ສະມາພັນແຮງງານ ແຂວງ ດັກລັກ ໄດ້ຜັນຂະຫຍາຍເຖິງກຳມະບານຂັ້ນຮາກຖານ ແລະ ໄດ້ຮັບການຕອບສະຫນອງຈາກສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານ, ອົງການ ຫົວຫນ່ວຍເປັນຈຳນວນຫລວງຫລາຍ. ໂຄງການໄດ້ກາຍເປັນການເຄື່ອນໄຫວສັງຄົມທີ່ມີການແຜ່ກະຈາຍຢ່າງເລິກກວ້າງ.

ເຮືອນແຫ່ງສາຍຈິດມິດໃຈຈາກອົງການກຳມະບານ ຫັນຄວາມໄຝ່ຝັນຢາກຢູ່ເຢັນເປັນສຸກ  ຂອງຜູ້ອອກແຮງງານຢູ່ແຂວງ ດັກລັກໃຫ້ປະກົດຜົນເປັນຈິງ - ảnh 1ສະຫະພັນແຮງງານ ແຂວງດັກລັກ ມອບເຮືອນແຫ່ງສາຍຈິດມິດໃຈໃຫ້ຄົນງານທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ:VOV

ສະຫະພັນແຮງງານ ແຂວງ ດັກລັກ ໄດ້ຊີ້ນຳກຳມະບານຂັ້ນຮາກຖານ ຕັ້ງຫນ້າ, ເອົາໃຈໃສ່ ເບິ່ງແຍງຊີວິດການເປັນຢູ່ຂອງຜູ້ອອກແຮງງານ. ພິເສດ ໄດ້ມານະພະຍາຍາມຫລາຍຢ່າງເພື່ອແບ່ງປັນຄວາມຫຍຸ້ງຍາກ, ຫນູນຊ່ວຍສະມາຊິກກຳມະບານ, ກຳມະກອນ, ລັດຖະກອນ ຜູ້ອອກແຮງງານຮ່ວມແຮງຮ່ວມໃຈປະກອບກຳລັງເຫື່ອແຮງກໍ່ສ້າງ “ເຮືອນແຫ່ງສາຍຈິດມິດໃຈຈາກກຳມະບານ, ຊ່ວຍ ຜູ້ອອກແຮງງານມີເຮືອນຢູ່, ມີຊີວິດເປັນປົກກະຕິ. ເອື້ອຍ ຫງວຽນທິລວານ ຢູ່ຕາແສງ Ea Rốk Ea Súp  ແຂວງ ດັກລັກ, ຜົວເສຍຊີວິດແລ້ວ ສະນັ້ນ ເອື້ອຍຈຶ່ງເປັນເສົາຫຼັກຄອບຄົວ ເບີ່ງແຍງດູແລລູກເຕົ້າ ແລະ ແມ່ຜົວ. ຍ້ອນມີໂຄງການ “ເຮືອນແຫ່ງສາຍຈິດມິດໃຈຈາກກຳມະບານ”, ຄອບຄົວເອື້ອຍຈຶ່ງມີເຮືອນຢູ່. ເອື້ອຍ ຫງວຽນທິລວານ ແບ່ງປັນວ່າ:

 “ໂສກເສົ້າເສຍໃຈນຳຜົວເສຍຊີວິດ, ເສດຖະກິດຄອບຄົວຍິ່ງຫຍຸ້ງຍາກຂຶ້ນຕື່ມ ແຕ່ໂກດີເມື່ອມີອ້າຍນ້ອງໃນສະຫະພັນແຮງງານ ເມືອງ ເຫັນໄດ້ຄວາມຫຍຸ້ງຍາກຂອງຄອບຄົວ ຈຶ່ງຫນູນຊ່ວຍພວກນ້ອງ ນັບແຕ່ຄອບຄົວປະສົບເຄາະຮ້າຍມາ. ພິເສດ ພວກອ້າຍເອື້ອຍນ້ອງ ໄດ້ຊ່ວຍເຫລືອເຮືອນຢູ່ໃຫ້ຄອບຄົວຂ້າພະເຈົ້າ”

ນັບແຕ່ປີ 2021, ເອື້ອຍ H Ni Wong B’Krong, ສະມາຊິກກຳມະບານ ຕາແສງ ກືເຮ ເມືອງ Ea Kar ມີຄວາມປິຕິຊົມຊື່ນເມື່ອຍ້າຍມາຢູ່ເຮືອນຫລັງໃຫມ່ ທີ່ໄດ້ຮັບການກໍ່ສ້າງໃນເນື້ອທີ່ 70 ຕາແມັດ ລວມມູນຄ່າກໍ່ສ້າງເກືອບ 180 ລ້ານດົ່ງ, ໃນນັ້ນ ສະຫະພັນແຮງງານ ໄດ້ຫນູນຊ່ວຍ 50 ລ້ານດົ່ງ,  ກອງບັນຊາການທະຫານ ເມືອງ Ea Kar ຫນູນຊ່ວຍ 10 ລ້ານດົ່ງ. ເອື້ອຍ H Ni Wong B’Krong ແບ່ງປັນວ່າ: ໃນເວລາ 10 ກວ່າປີມານີ້, ຄອບຄົວຕົນເອງໄດ້ຢູ່ນຳພໍ່ແມ່ ແລະ ພວກນ້ອງ ບໍ່ມີເຮືອນຢູ່ຕ່າງຫາກ ມາຮອດປະຈຸບັນ ມີເຮືອນຢູ່ຫລັງໃຫມ່ແລ້ວ ແລະໄດ້ເປັນບ່ອນອີງໃຫ້ຄອບຄົວເພື່ອບືນຕົວໃນການດຳລົງຊີວິດ.

“ຍ້ອນບໍ່ມີແຫລ່ງລາຍຮັບປົກກະຕິ, ບໍ່ມີເງິນເພື່ອກໍ່ສ້າງເຮືອນສ່ວນຕົວ ຕ້ອງຢູ່ຮ່ວມກັບພໍ່ແມ່ມາເປັນເວລາ 10 ປີ. ປະຈຸບັນ ຄອບຄົວຂ້າພະເຈົ້າມີເຮືອນຢູ່ ແລ້ວ, ຂໍຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ຂອງຄະນະພັກທຸກຂັ້ນ, ຈາກທ້ອງຖິ່ນ, ເມືອງ ກໍ່ຄືທາງແຂວງ ໄດ້ເອື້ອອຳນວຍຄວາມສະດວກໃຫ້ແກ່ຜົວເມຍນ້ອງ ເພື່ອໃຫ້ມີຊີວິດເປັນປົກກະຕິ, ເພື່ອໃຫ້ພວກນ້ອງອຸ່ນອ່ຽນໃຈເຮັດວຽກ”

ຕາມການສະຖິຕິຂອງສະມາພັນແຮງງານ ແຂວງ ດັກລັກ ແລ້ວ, ໃນປີ 2021 ຈາກແຫລ່ງກອງທຶນ “ເຮືອນແຫ່ງສາຍຈິດມິດໃຈຈາກກຳມະບານ” ທຸກຂັ້ນຢູ່ບໍລິເວນແຂວງ ໄດ້ຫນູນຊ່ວຍກໍ່ສ້າງ, ສ້ອມແປງເຮືອນຢູ່ 120 ຫລັງໃຫ້ສະມາຊິກກຳມະບານທີ່ປະສົບກັບຄວາມຫຍຸ້ງຍາກຢ່າງທັນການ ດ້ວຍຍອດງົບປະມານຫນູນຊ່ວຍແມ່ນກວ່າ 4 ຕື້ 500 ລ້ານດົ່ງ.

ເຮືອນແຫ່ງສາຍຈິດມິດໃຈຈາກອົງການກຳມະບານ ຫັນຄວາມໄຝ່ຝັນຢາກຢູ່ເຢັນເປັນສຸກ  ຂອງຜູ້ອອກແຮງງານຢູ່ແຂວງ ດັກລັກໃຫ້ປະກົດຜົນເປັນຈິງ - ảnh 2ສະຫະພັນແຮງງານ ແຂວງ ດັກລັກ ມອບເງິນຫນູນຊ່ວຍກໍ່ສ້າງເຮືອນຢູ່ໃຫ້ແກ່ສະມາຊິກກຳມະບານທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: VOV

ເພື່ອໃຫ້ໂຄງການ “ເຮືອນແຫ່ງສາຍຈິດມິດໃຈຈາກກຳມະບານ” ນັບມື້ນັບເສີມຂະຫຍາຍຢ່າງມີປະສິດທິຜົນ, ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ ກຳມະກອນ, ລັດຖະກອນ ຜູ້ອອກແຮງງານ ໃຫ້ດີກວ່າເກົ່າ, ຄວນໄດ້ຮັບຄວາມເອົາໃຈໃສ່ ການສະຫນັບສະຫນູນຈາກບັນດາອົງການ, ສ່ວນບຸກຄົນ, ສະມາຊິກກຳມະບານ ກຳມະກອນ ລັດຖະກອນ ຜູ້ອອກແຮງງານຫຼາຍກວ່າອີກ. ວຽກງານຫນູນຊ່ວຍຕ້ອງຮັບປະກັນຢ່າງທັນການ, ຖືກກັບເປົ້າໝາຍ. ທ່ານ ຫງວຽນກົງບ໋າວ, ປະທານ ສະຫະພັນແຮງງານ ແຂວງ ດັກລັກ ໃຫ້ຮູ້ວ່າ:

 “ໃນປີ 2021 ຜ່ານມາ, ຫົວຫນ່ວຍເກືອບທັງໝົດລ້ວນແຕ່ປະຕິບັດໂຄງການ ເຮືອແຫ່ງສາຍຈິດມິດໃຈຈາກກຳມະບານ, ຂົນຂວາຍເອົາຜູ້ອອກແຮງງານເຂົ້າຮ່ວມການແບ່ງປັນ, ປະກອບສ່ວນເຂົ້າສອງກອງທຶນນີ້. ຕາມການກຳນົດຂອງພວກຂ້າພະເຈົ້າ ສະມາຊິກກຳມະບານແຕ່ລະຄົນ ເດືອນຫນຶ່ງປະກອບ 5000 ດົ່ງ. ຫລັງຈາກນັ້ນ ພວກຂ້າພະເຈົ້າປະໄວ້ກຳມະບານຂັ້ນຮາກຖານ 90% ເພື່ອໃຫ້ເຂົາເຈົ້າເປັນເຈົ້າການຜັນຂະຫຍາຍ. ສ່ວນຍັງເຫລືອ 10% ພວກຂ້າພະເຈົ້າໄດ້ແບ່ງໃຫ້ບັນດາຫົວຫນ່ວຍທີ່ປະສົບກັບຄວາມຫຍຸ້ງຍາກກວ່າ. ຄຽງຄູ່ກັນນັ້ນ, ສະມາພັນແຮງງານ ແຂວງ ດັກລັກ ຍັງລະດົມຫົວຫນ່ວຍອື່ນເຂົ້າຮ່ວມນຳອີກ

ໂຄງການເຮືອນແຫ່ງສາຍຈິດມິດໃຈ ຂອງ ສະຫະພັນແຮງງານ ແຂວງ ດັກລັກ ໄດ້ສະແດງໃຫ້ເຫັນຈິດໃຈສາມັກຄີ, ອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະກັນ, ຄວາມເມດຕາປານີຂອງສະມາຊິກກຳມະບານ, ກຳມະກອນ ລັດຖະກອນ ຜູ້ອອກແຮງງານ. ບັນດາເຮືອນແຫ່ງສາຍຈິດມິດໃຈ ຊື່ງໄດ້ມອບໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກ ແມ່ນບ່ອນອີງໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນໃນການກໍ່ສ້າງຄອບຄົວໃຫ້ມີຄວາມອົບອຸ່ນ, ມີຊີວິດເປັນປົກກະຕິ, ຫັນ ຄວາມໄຝ່ຝັນ ຢາກຢູ່ເຢັນເປັນສຸກຂອງຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ