ແຂວງ ອຽນ​ບາຍ ພັດ​ທະ​ນາ​ກະ​ສິ​ກຳ​ສີ​ຂຽວ, ​ສະ​ບຽງ​ອາ​ຫານປອດ​ສານ​ພິດ

(VOVWORLD) -ເພື່ອແນໃສ່ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂອງຕະຫຼາດກ່ຽວກັບສະບຽງອາຫານປອດສານພິດ, ມີວິສາຫະກິດ, ສະຫະກອນຕ່າງໆ ແລະ ຫຼາຍຄອບຄົວໃນບໍລິເວນແຂວງ ອຽນບາຍ ໄດ້ ແລະ ກຳລັງສ້າງຕັ້ງ ແລະ ພັດທະນາຮູບແບບກະສິກຳສີຂຽວ “ສະບຽງອາຫານປອດສານພິດ”. ວິທີເຮັດດັ່ງກ່າວ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເທົ່ານັ້ນ ຫາກຍັງຫຼຸດຜ່ອນມົນລະພິດສິ່ງແວດລ້ອມ ແລະ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງອີກດ້ວຍ.

ໃນຫຼາຍປີມານີ້, ນັມມື້ນັບມີຜູ້ບໍລິໂພກໃຊ້ຢູ່ພາຍໃນ ແລະ ນອກແຂວງ ອຽນບ໊າຍ ຫຼາຍຄົນຮູ້ຈັກເຖິງ ໝາກພຸກ ຂາຫຼີງ ກໍຍ້ອນວ່າ ມີໜ່ວຍງາມ ແລະ ແຊບດີ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ ກໍຍ້ອນຊາວກະສິກອນ ໄດ້ໝູນໃຊ້ຂັ້ນຕອນການປູກຕາມທິດອົງຄະທາດ ແລະ ຕາມມາດຕະຖານ VietGap.

ແຂວງ ອຽນ​ບາຍ ພັດ​ທະ​ນາ​ກະ​ສິ​ກຳ​ສີ​ຂຽວ, ​ສະ​ບຽງ​ອາ​ຫານປອດ​ສານ​ພິດ - ảnh 1ສວນໝາກພຸກ ຂາຫຼີງ (ພາບ: VOV)
ທ່ານ ຫງວຽນມິງຈິງ, ຮອງເລຂາຜູ້ປະຈຳການອົງຄະນະພັກຕາແສງ ຮານດາ, ເມືອງ ອຽນບິ່ງ, ແຂວງ ອຽນບາຍ ໃຫ້ຮູ້ວ່າ ໃນເບື້ອງຕົ້ນ, ເມື່ອຫັນໄປສູ່ການປູກຕາມວິທີອົງຄະທາດ, ປະຊາຊົນກໍປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ, ຍ້ອນວ່າ ຍັງບໍ່ທັນກຳແໜ້ນໄດ້ເຕັກນິກ ແລະ ຄວາມຮູ້ກ່ຽວກັບມາດຕະຖານ, ຂໍ້ກຳນົດຕ່າງໆໃນກະສິກຳອົງຄະທາດແມ່ນຍັງຈຳກັດຢູ່. ບໍ່ພຽງແຕ່ເທົ່ານັ້ນ, ປະຊາຊົນຫຼາຍຄົນຍັງມີຄວາມສົງໄສຕໍ່ວິທີປູກດັ່ງກ່າວອີກ. ເຖິງຢ່າງໃດກໍຕາມ, ອຳນາດການປົກຄອງທ້ອງຖິ່ນຕ່າງໆ ໄດ້ຕັ້ງໜ້າຜັນຂະຫຍາຍຫຼາຍມາດຕະການເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈປູກຝັງ.

“ສຳລັບຕົ້ນໝາກພຸກ, ພວກຂ້າພະເຈົ້າກໍພວມສຸມໃສ່ການປູກຝັງແບບກະເສດສຸມທີ່ມີຄຸນນະພາບ. ທາງຕາແສງໄດ້ເຊັນສັນຍາກັບ ສະຖາບັນກະສິກຳ ຮ່າໂນ້ຍ. ໃນ 2 3 ປີມານີ້, ທາງສະຖາບັນກໍໄດ້ຈັດສົ່ງພະນັກງານໄປສວນເພື່ອແນະນຳ ແລະ ຊ່ວຍເຫຼືອປະຊາຊົນ”.

ເອື້ອຍ ເຈິ່ນທິທູ, ຢູ່ບ້ານ ກວຽດຕຽນ, ຕາແສງ ອີການ, ເມືອງ ເຈິນອຽນ, ແຂວງ ອຽນບາຍ ໄດ້ຕິດພັນກັບອາຊີບລ້ຽງໄກ່ມາໄດ້  6 ກວ່າປີ. ໃນເບື້ອງຕົ້ນ, ແຕ່ລະຊຸດ ເອື້ອຍລ້ຽງໄກ່ໄດ້ແຕ່ 2 – 3 ຮ້ອຍໂຕ ເທົ່ານັ້ນ, ແຕ່ປັດຈຸບັນ ຝຸງໄກ່ຂອງເອື້ອຍ ຊຸດໜຶ່ງໄດ້ກວ່າ 3.000 ໂຕ ແລ້ວ. ບາດລ້ຽວທີ່ ໄດ້ນຳມາເຊິ່ງຜົນສຳເລັດໃນການລ້ຽງສັດຂອງຄອບຄົວເອື້ອຍ ທູ ແມ່ນເມື່ອເຂົ້າເປັນສະມາຊິກສະຫະກອນ ກະສິກຳ ກວຽດຕຽນ. ເອື້ອຍໄດ້ຮັບການຝຶກອົບຮົມ ແລະ ປະຕິບັດຕາມຂັ້ນຕອນການລ້ຽງຕາມມາດຕະຖານ VietGap ຢ່າງເຂັ້ມງວດ; ຄອກລ້ຽງສັດໂລ່ງສະອາດ ແລະ ໄດ້ຮັບການສີດຢາຂ້າເຊື້ອເປັນປະຈໍາ, ແຫຼ່ງງນໍ້າໃຫ້ສັດກໍຕ້ອງໄດ້ຮັບປະກັນຄວາມສະອາດ. ເອື້ອຍແບ່ງປັນວ່າ:

“ທຳອິດ, ຂ້າພະເຈົ້າກໍໄດ້ສັກວັກຊິນກັນພະຍາດໃຫ້ໄກ່. ສຳລັບຫົວອາຫານກໍຕ້ອງເລືອກເອົາປະເພດທີ່ມີຄຸນນະພາບ, ມີຫຍີ່ຫໍ້, ຮັບປະກັນມີສານອາຫານທີ່ພຽງພໍເພື່ອການເຕີບໂຕທີ່ດີ”.

ແຂວງ ອຽນ​ບາຍ ພັດ​ທະ​ນາ​ກະ​ສິ​ກຳ​ສີ​ຂຽວ, ​ສະ​ບຽງ​ອາ​ຫານປອດ​ສານ​ພິດ - ảnh 2ບັນດາຄອບຄົວໃນບ້ານ ກວຽດຕຽນ ລ້ວນແຕ່ລ້ຽງໄກ່ຕາມມາດຕະຖານ VietGap (ພາບ: VOV)

ທ່ານນາງ ນິງທິມາຍ, ຜູ້ອຳນວຍການ ສະຫະກອນກະສິກຳ ກວຽດຕຽນ, ໃຫ້ຮູ້ວ່າ: ປັດຈຸບັນ, ສະຫະກອນມີ 7 ຄອບຄົວສະມາຊິກ ພວມໝູນໃຊ້ຂັ້ນຕອນການລ້ຽງສັດຕາມມາດຕະຖານ VietGap. ການຮັກສາວິທີລ້ຽງນີ້ໃຫ້ເປັນປົກກະຕິ ໄດ້ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດໃຫ້ແກ່ບັນດາສະມາຊິກ, ທັງປະກອບສ່ວນປ່ຽນແປງວິຖີລ້ຽງສັດຂອງປະຊາຊົນທ້ອງຖິ່ນ.

“ໂຕໄກ່ທີ່ໄດ້ລ້ຽງຖືກຕ້ອງຕາມມາດຕະຖານນັ້ນ ຊີ້ນຈະແຊບຫຼາຍ. ເພາະສະນັ້ນ, ບັນດາພໍ່ຄ້າຊາວຂາຍ ຫຼືວ່າ ຫົວໜ່ວຍນຳເຂົ້າ ກໍມີຄວາມນິຍົມຊົມຊອບ. ສຳລັບໄກ່ ແມ່ນໄດ້ຮັບການຢັ້ງຢືນບັນລຸມາດຕະຖານ VietGap ແລ້ວ ແຕ່ຂ້າພະເຈົ້າຍັງມີຄວາມປາດຖະໜາວ່າ ຈະຮ່ວມສຳພັນໃຫ້ເປັນລະບົບມູນຄ່າຜະລິດຕະພັນ ແລະ ປຸງແຕ່ງໃຫ້ເປັນຜະລິດຕະພັນ, ເວລານັ້ນມູນຄ່າເສດຖະກິດຈະໄດ້ຍົກສູງຂຶ້ນ”.

        ໂດຍເຫັນໄດ້ເຖິງຄວາມສຳຄັນຂອງການຜະລິດກະສິກຳຕາມທິດສີຂຽວ, ໄລຍະຜ່ານມາ, ແຂວງ ອຽນບາຍ ໄດ້ຜັນຂະຫຍາຍຫຼາຍລາຍການ, ການເຄື່ອນໄຫວລະອຽດ ເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບວິທີການປູກຝັງກະສິກຳສີຂຽວ, ປອດໄພ, ຈາກນັ້ນ ກໍປະກອບສ່ວນເພີ່ມມູນຄ່າເສດຖະກິດໃນເນື້ອທີ່ດິນປູກຝັງຂອງຕົນ. ໜຶ່ງໃນບັນດາລາຍການນີ້ ແມ່ນການຖ່າຍທອດເຕັກນິກຜ່ານຊຸດຝຶກອົບຮົມຕ່າງໆກ່ຽວກັບການປົກປັກຮັກສາຊັບພະຍາກອນທີ່ດິນ, ແຫຼ່ງນ້ຳ, ການເລືອກເຟັ້ນຕົ້ນປູກ, ໝູນໃຊ້ຂັ້ນຕອນປູກຝັງທີ່ປອດໄພ... ທ່ານນາງ ບຸ່ຍຢ້ຽວຮັ່ງ, ສູນບໍລິການໜູນຊ່ວຍການພັດທະນາກະສິກຳ ນະຄອນ ອຽນບາຍ, ໃຫ້ຮູ້ວ່າ:

“ດ້ວຍບົດບາດເປັນຜູ້ແນະນຳເຕັກນິກ ແລະ ຮ່ວມເດີນທາງພ້ອມກັບພໍ່ແມ່ປະຊາຊົນ, ພວກຂ້າພະເຈົ້າ ໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນນຳໃຊ້ວິທີປູກຝັງອົງຄະທາດ ເພື່ອນຳມາເຊິ່ງປະສິດທິຜົນ. ນັ້ນແມ່ນສຸມໃສ່ການນຳໃຊ້ຝຸ່ນອົງຄະທາດ, ຄຸ້ມຄອງສັດຕູພືດດ້ວຍການໝູນໃຊ້ວິທີຊີວະພາບ ແລະ ຖາງຫຍ້າດ້ວຍເຄື່ອງຈັກ”.

ໄລ່ມາຮອດປັດຈຸບັນ, ແຂວງ ອຽນບາຍ ມີ 180 ຜະລິດຕະພັນບັນລຸມາດຕະຖານທີ່ເຄັ່ງຄັດກ່ຽວກັບເຂດວັດຖຸດິບ, ຂັ້ນຕອນການປູກທີ່ສະອາດ, ການປຸງແຕ່ງສະອາດ, ກໍຄື ສ້າງເຄື່ອງໝາຍການຄ້າໃຫ້ແກ່ຜະລິດຕະພັນ. ທົ່ວແຂວງມີທັງໝົດກວ່າ 130 ຮາກຖານ, ກຸ່ມຄອບຄົວໝູນໃຊ້ບັນດາລາຍການຄຸ້ມຄອງຄຸນນະພາບທີ່ກ້າວໜ້າຄື ມາດຕະຖານ VietGap, ອົງຄະທາດ... ເລື່ອງຕະຫຼາດຈຳໜ່າຍນັບມື້ນັບເປີດກວ້າງ ໄດ້ຊີ້ໃຫ້ເຫັນທ່າອ່ຽງພັດທະນາກະສິກຳສີຂຽວ ຕິດພັນກັບສະບຽງອາຫານປອດສານພິດແມ່ນທ່າອ່ຽງທີ່ຈຳເປັນ, ຊ່ວຍໃຫ້ຂະແໜງກະສິກຳພັດທະນາໃນພື້ນຖານເສດຖະກິດເປີດຢ່າງບໍ່ຢຸດຢັ້ງ, ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ./.


 

ຕອບກັບ

ຂ່າວ/ບົດ​ອື່ນ