ແຂວງ ຮຶງອຽນ ເພີ່ມທະວີບັນດາການເຄື່ອນໄຫວພົວພັນຕ່າງປະເທດ, ຮ່ວມມືສາກົນ

(VOVWORLD) - ໃນໄລຍະປະຈຸບັນ, ແຂວງ ຮຶງອຽນ ຕ້ອງມານະພະຍາຍາມປະຕິບັດເປົ້າໝາຍຄວບຄູ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທັງຟື້ນຟູພັດທະນາເສດຖະກິດ. ປີນີ້, ທາງແຂວງຕ້ອງປະຕິບັດໃຫ້ສຳເລັດຢ່າງຮອບດ້ານ ແລະ ລື່ນກາຍບັນດາຕົວເລກຄາດໝາຍຂອງແຜນການໄດ້ວາງອອກ.

ແຂວງ ຮຶງອຽນ ໄດ້ ແລະ ພວມປະຕິບັດແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ລັດໃນຂົງເຂດພົວພັນຕ່າງປະເທດໄດ້ເປັນຢ່າງດີ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເປີດກ້ວາງບັນດາການພົວພັນມິດຕະພາບ ແລະ ການຮ່ວມມືລົງທຶນ. ບັນດາການເຄື່ອນໄຫວພົວພັນຕ່າງປະເທດດັ່ງກ່າວ ໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ພາບພົດຂອງແຂວງ ຮຶງອຽນ ທີ່ເຕັມໄປດ້ວຍຄວາມຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ.

ແຂວງ ຮຶງອຽນ ເພີ່ມທະວີບັນດາການເຄື່ອນໄຫວພົວພັນຕ່າງປະເທດ, ຮ່ວມມືສາກົນ - ảnh 1ກຳມະກອນບໍລິສັດ CP Daikin ຫວຽດນາມ, ເຂດອຸດສາຫະກຳ ທັງລອງ 2 (ແຂວງ ຮຶງອຽນ) ປະກອບເຄື່ອງປັບອາກາດ  (ພາບ: nhandan.com.vn)

ປີ 2019, ເສດຖະກິດຂອງແຂວງ ຮຶງອຽນ ໄດ້ເຕີບໂຕເກືອບ 9,6%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸເກືອບ 74 ລ້ານດົ່ງ/ປີ, ອັດຕາສ່ວນຄອບຄົວທີ່ທຸກຍາກ ເຫຼືອພຽງແຕ່ 1,9%. ໃນ 2 ໄຕມາດຕົ້ນປີ 2020, ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ-19 ກໍ່ຕາມ ແຕ່ບັນດາຕົວເລກຄາດໝາຍການເຕີບໂຕຂອງແຂວງໃນບັນດາຂົງເຂດລ້ວນແຕ່ເປັນໜ້າຊື່ນຊົມ, ເສດຖະກິດເຕີບໂຕເກືອບ 7%, ລະດັບການເຕີບໂຕສູງ. ພິເສດແມ່ນ ແຂວງ ຮຶງອຽນ ຍັງເປັນຈຸດພົ້ນເດັ່ນໃນແຜນທີ່ດຶງດູດການລົງທຶນໃນທົ່ວປະເທດ. ທ່ານ ຫງວຽນວັນຟ໊ອງ, ປະທານຄະນະກຳມະການປະຊາຊົນແຂວງ ຮຶງອຽນ ຢັ້ງຢືນວ່າ:

 “ໃນ 6 ເດືອນຕົ້ນປີ 2020, ແຂວງ ຮຶງອຽນ ສາມາດດຶງດູດເງິນລົງທຶນຈາກາງປະເທດພວມຢືນໃນ top ປານກາງຂອງທົ່ວປະເທດ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຮຶງອຽນ ຍັງແມ່ນສະຖານທີ່ ເຊິ່ງບັນດາວິສາຫະກິດຕ່າງປະເທດເຂົ້າມາລົງທຶນ ແລະ ຈຳນວນວິສາຫະກິດສ້າງຕັ້ງໃໝ່ ຍັງບັນລຸກ່ວາ 500 ແຫ່ງ, ເພີ່ມຂຶ້ນທົບຫລາຍເທົ່າເມື່ອທຽບໃສ່ຈຳນວນວິສາຫະກິດປິດປະຕູ. ພ້ອມກັນນັ້ນ, ແຂວງກໍ່ປະຕິບັດບັນດາມາດຕະການຫລຸດຜ່ອນການກຳນົດຕໍ່ເວລາເສຍພາສີ, ຍົກເວັ້ນພາສີອາກອນໃຫ້ແກ່ບັນດາເປົ້າໝາຍຕາມການກຳນົດຂອງລັດຖະບານຍ້ອນຖືກຜົນກະທົບຈາກໂລກລະບາດ, ເພືຶ່ອສ້າງເງືຶ່ອນໄຂໃຫ້ວິສາຫະກິດສ້າງໂຄງປະກອບຄືນໃໝ່, ທຳການຜະລິດເປັນປົກກະຕິ.

ບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຍ້ອນມີການກຳນົດທິດພັດທະນາຂອງແຂວງ, ຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງວຽກງານພົວພັນຕ່າງປະເທດ, ເປັນຕົ້ນແມ່ນການເຊື່ອມໂຍງພັດທະນາເສດຖະກິດຂອງແຂວງ ຮຶງອຽນ ໃນຊຸມປີຜ່ານມາ. ບັນດາການເຄື່ອນໄຫວພົວພັນຕ່າງປະເທດໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ວຽກງານພົວພັນຕ່າງປະເທດຂອງພັກ, ອຳນາດການປົກຄອງ, ປະຊາຊົນ, ພົບປະແລກປ່ຽນລະຫວ່າງທ້ອງຖິ່ນ, ກະຊວງ, ຂະແໜງການ…ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຮັບຄວາມເອົາໃຈໃສ່, ຊີ້ນຳຢ່າງໃກ້ຊິດ. ຜ່ານນັ້ນ, ພາບພົດຂອງທ້ອງຖິ່ນໄດ້ຮັບການໂຄສະນາຢ່າງແຮງ, ເປັນຕົ້ນແມ່ນດຶງດູດໄດ້ບັນດາແຫຼ່ງທຶນຈາກຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານ ຫງວຽນວັນຟ໊ອງ, ປະທານຄະນະກຳມະການປະຊາຊົນແຂວງ ຮຶງອຽນ ເນັ້ນໜັກວ່າ:

 “ໃນຊຸມປີຜ່ານມາ, ພໍ່ແມ່ປະຊາຊົນຊາວ ຮຶງອຽນ ທີ່ອາໄສຢູ່ຕ່າງປະເທດ ໄດ້ມີບັນດາການເຄື່ອນໄຫວອ່ວາຍໜ້າມາຫາສູ່ບ້ານເກີດເມືອງນອນ, ທຸກໆປີ ແຂວງໄດ້ສົ່ງແຮງງານໄປຕ່າງປະເທດ 3000 ຄົນ, ປະກອບສ່ວນເຂົ້າໃນການເຄື່ອນໄຫວຮັບປະກັນຊີວິດສັງຄົມ. ພໍ່ແມ່ປະຊາຊົນຊາວ ຮຶງອຽນ ອາໄສຢູ່ຕ່າງປະເທດ ໄດ້ລົງທຶນເຂົ້າການຜະລິດ ແລະ ປະສົບຜົນສຳເລັດໃນບໍລິເວນແຂວງ ຮຶງອຽນ, ປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນງົບປະມານຂອງແຂວງ, ສ້າງວຽກເຮັດງານທຳໃຫ້ຊາວຜູ້ອອກແຮງງານນັບຫລາຍພັນຄົນ.”

ທາງແຂວງ ຮຶງອຽນ ກໍ່ເອົາໃຈໃສ່ເປັນພິເສດເຖິງວຽກງານພົວພັນແລກປ່ຽນ, ໂຄສະນາເຜີຍແຜ່ວັດທະນະທຳທ້ອງຖິ່ນ. ມາຮອດປະຈຸບັນ, ແຂວງ ຮຶງອຽນ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືໜູນຊ່ວຍ ແລະ ພົວພັນແລກປ່ຽນມິດຕະພາບກັບນະຄອນ Nikaho (ຍີ່ປຸ່ນ), ຈັດຕັ້ງບັນດາລາຍການພົວພັນແລກປ່ຽນວັດທະນະທຳ ຮຶງອຽນ ກັບ ເບລາຣຸດ ແລະ ຫລາຍນະຄອນອື່ນໆໃນໂລກຕື່ມອີກ.

ແຂວງ ຮຶງອຽນ ເພີ່ມທະວີບັນດາການເຄື່ອນໄຫວພົວພັນຕ່າງປະເທດ, ຮ່ວມມືສາກົນ - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບການນຳແຂວງ ຮຶງອຽດ

ເມື່ອເດືອນ ເມສາ 2020.   ພາບ: nhandan.com.vn 

ໄປພ້ອມກັບທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນລວມຂອງປະເທດຊາດ, ການກຳນົດທິດພັດທະນາຂອງແຂວງໃນໄລຍະຈະມາເຖິງ ແມ່ນສຸມໃສ່ເຂົ້າໃນການພັດທະນາອຸດສາຫະກຳ, ດຶງດູດການລົງທຶນ. ທີ່ການເຮັດວຽກກັບການນຳແຂວງ ຮຶງອຽນ ໃນເດືອນ ເມສາ 2020 ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ແຂວງ ຮຶງອຽນ ແມ່ນແຂວງທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃນການພັດທະນາ, ມີທ່າແຮງຫລາຍຢ່າງ, ມີມູນເຊື້ອການປະຕິວັດ, ຊັບພະຍາກອນມະນຸດມີຄຸນນະພາບສູງ, ຢູ່ໃກ້ກັບນະຄອນຫລວງ ຮ່າໂນ້ຍ ແລະ ເປັນສູນເສດຖະກິດພັດທະນາຂອງທົ່ວປະເທດ. ນີ້ແມ່ນບັນດາເງື່ອນໄຂສະດວກ ເພື່ອໃຫ້ແຂວງ ຮຶງອຽນ ຍູ້ແຮງການເຊື່ອມໂຍງເສດຖະກິດ, ພັດທະນາທັງດ້ານອຸດສາຫະກຳ, ກະສິກຳ ແລະ ການບໍລິການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ  ຫງວຽນຊວັນຟຸກ ກ່າວວ່າ:

ຂ້າພະເຈົ້າສະເໜີເປົ້າໝາຍສູ້ຊົນໃຫ້ແຂວງ ຮຶງອຽນ ຕ້ອງສູງກ່ວາ. ຮຶງອຽນ ຕ້ອງຖືເອົາບັນຫາຫັນການລົງທຶນເປັນຫລາຍຮູບຫລາຍແບບ ເປັນຕົ້ນແມ່ນຄັດເລືອກບັນດາໂຄງການທີ່ຕົນເອງມີແຫຼ່ງກຳລັງຄວາມສາມາດ. ຍ້ອນເຫດນັ້ນ ເປົ້າໝາຍສູ້ຊົນໃນໄລຍະຈະມາເຖິງ ຕະຫລອດຮອດວິໄສທັດຂອງແຂວງ ຕ້ອງສູ້ຊົນໃຫ້ກາຍເປັນໜຶ່ງໃນບັນດາທ້ອງຖິ່ນນຳໜ້າໃນເຂດຂອງທົ່ວປະເທດ, ໃນນັ້ນ ມີທ່າໄດ້ປຽບບາງຢ່າງຄືອຸດສາຫະກຳເບົາ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ, ກະສິກຳເຕັກໂນໂລຊີສູງ, ການຄົມມະນາຄົມ, ຂົນສົ່ງ, ການທ່ອງທ່ຽວ, ການບໍລິການ, ການສຶກສາ, ສາທາລະນະສຸກທີ່ມີຄຸນນະພາບສູງ.

ໃນໄລຍະປະຈຸບັນ, ແຂວງ ຮຶງອຽນ ຕ້ອງມານະພະຍາຍາມປະຕິບັດເປົ້າໝາຍຄວບຄູ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທັງຟື້ນຟູພັດທະນາເສດຖະກິດ. ປີນີ້, ທາງແຂວງຕ້ອງປະຕິບັດໃຫ້ສຳເລັດຢ່າງຮອບດ້ານ ແລະ ລື່ນກາຍບັນດາຕົວເລກຄາດໝາຍຂອງແຜນການໄດ້ວາງອອກ. ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ມີມາດຕະການບຸກທະລຸ ເພື່ອໃຫ້ແຂວງ ຮຶງອຽນ ພັດທະນາໄວ, ຮອບດ້ານ ແລະ ໝັ້ນຄົງ. ຄາດວ່າ ໃນໄລຍະຈະມາເຖິງ ຈະມີກະແສເງິນລົງທຶນຈາກຕ່າງປະເທດເຂົ້າມາລົງທຶນຢູ່ ຫວຽດນາມ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ແຂວງ ຮຶງອຽນ ດຶງດູດການລົງທຶນຈາກຕ່າງປະເທດ, ຍາດແຍ່ງເອົາແຫຼ່ງກຳລັງ ເພື່ອພັດທະນາ. ພ້ອມກັນນັ້ນ ແມ່ນພັດທະນາກະສິກຳເຕັກໂນໂລຊີສູງ, ສ້າງໂຄງປະກອບກະສິກຳຄືນໃໝ່ໃຫ້ຕິດພັນກັບອຸດສາຫະກຳປຸງແຕ່ງ ແລະ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ