ແຂວງ ເຊີນລາ ມຸ່ງໄປເຖິງການສ້າງຜະລິດຕະພັນ ກາເຟ OCOP 5 ດາວ

(VOVWORLD) - ປ່ຽນແປງຈິນຕະນາການໃນການຜະລິດກະສິກຳ ດ້ວຍວິທີເອົາໃຈໃສ່ຕໍ່ການພັດທະນານັບແຕ່ຂອດການຜະລິດຈົນເຖິງການປຸງແຕ່ງ, ຍົກສູງບັນດາຜະລິດຕະພັນກາເຟຂອງສະຫະກອນ ໄດ້ປະກອບສ່ວນຍົກສູງຍອດລາຍຮັບຂອງສະຫະກອນກາເຟ ບີ໊ກທາວ ໃນທຸກໆປີໃຫ້ບັນລຸກ່ວາ 40 ຕື້ດົ່ງ.

ຜະລິດຕະພັນ ກາເຟ ບີ໊ກຖາວເຊີນລາ ແມ່ນໜຶ່ງໃນຈຳນວນສິບເຄື່ອງໝາຍການຄ້າດີເດັ່ນທີ່ສຸດໃນການແຂ່ງຂັນ ກາເຟ ຜະລິດຕະພັນພິເສດ ຫວຽດນາມ 2020 ແລະ ແມ່ນຜະລິດຕະພັນ OCOP 4 ດາວ ໄດ້ຮັບການຮັບຮອງ. ປະຈຸບັນ, ສະຫະກອນກາເຟ ບີ໊ກທາວ ພວມສືບຕໍ່ຂະຫຍາຍເຄື່ອງໝາຍການຄ້າ, ຮັບປະກັນບັນດາເງື່ອນໄຂ ເພື່ອໃຫ້ໄດ້ຮັບຮອງວ່າ ເປັນຜະລິດຕະພັນບັນລຸມາດຕະຖານ 5 ດາວລະດັບຊາດ.

ແຂວງ ເຊີນລາ ມຸ່ງໄປເຖິງການສ້າງຜະລິດຕະພັນ ກາເຟ OCOP 5 ດາວ - ảnh 1 ສະຫະກອນກາເຟ ບີ໊ກທາວ ພວມຜັນຂະຫຍາຍຮູບການປູກຕົ້ນກາເຟພິເສດ 60 ເຮັກຕາ

ສະຫະກອນກາເຟ ບີ໊ກຖາວ ຢູ່ບ້ານ ຮ່ວາງວັນຖຸ, ຕາແສງ ຫົວລາ, ນະຄອນ ເຊີນລາ, ໄດ້ຮັບການສ້າງຕັ້ງແຕ່ປີ 2017, ມາຮອດປະຈຸບັນມີ 11 ສະມາຊິກ ດ້ວຍເນື້ອທີ່ປູກຕົ້ນກາເຟ ກ່ວາ 90 ເຮັກຕາ. ນອກຈາກບັນດາສະມາຊິກຕົ້ນຕໍແລ້ວ, ສະຫະກອນຍັງຮັບສະມາຊິກເຂົ້າຮ່ວມການຜະລິດ, ປຸງແຕ່ງ ແລະ ດຳເນີນທຸລະກິດກ່ຽວກັບກາເຟຕື່ມອີກ 400 ຄົນດ້ວຍເນື້ອທີ່ເກືອບ 1.000 ເຮັກຕາ.

ເພື່ອຍົກສູງຄຸນນະພາບ ແລະ ຄຸນຄ່າຜະລິດຕະພັນ ຕອບສະໜອງຄວາມຕ້ອງການຂອງຕະຫລາດ, ສະຫະກອນໄດ້ລົງທຶນເຂົ້າລະບົບອຸປະກອນເຄື່ອງຈັກທັນສະໄໝ ເພື່ອຮັບໃຊ້ໃຫ້ແກ່ການຜະລິດ, ປຸງແຕ່ງຄື: ຈັກຂົ້ວບົດ, ຈັກແບ່ງປະເພດກາເຟຕາມສີ ແລະ ສ້າງເຮືອນແກ້ວເພື່ອທຳການຜະລິດ, ປຸງແຕ່ງກາເຟນ້ຳເຜິ້ງ, ຊາຊີໂຣເປືອກກາເຟ…ຕາມນັ້ນແລ້ວ, ສ້າງເຄື່ອງໝາຍການຄ້າ, ຜະລິດຕະພັນໃຫ້ມີຊື່ສຽງເທືຶ່ອລະກ້າວ, ນຳກາເຟ ເຊິ່ງແມ່ນຜະລິດຕະພັນພິເສດໄປເຖິງຜູ້ບໍລິໂພກອຸປະໂພກ. ທ່ານ ຫງວຽນຊວັນທາວ, ຫົວໜ້າສະຫະກອນກາເຟ ບີ໊ກທາວ, ໃຫ້ຮູ້ວ່າ:

ທຳອິດນັ້ນ ພໍ່ແມ່ປະຊາຊົນກໍ່ພົບກັບຄວາມຫຍຸ້ງຍາກ, ພາຍຫລັງໄດ້ຮັບການຝຶກອົບຮົມຈາກບັນດາພະແນກ, ຂະແໜງການ, ເມືອງ, ນະຄອນ ເວົ້າລວມແລ້ວ ພໍ່ແມ່ປະຊາຊົນກໍ່ຮັບຮູ້ວ່າ ເມື່ອໄດ້ຂຶ້ນຊື່ວ່າ ເປັນຜະລິດຕະພັນ OCOP ແລ້ວ ໄດ້ນຳເອົາກຳໄລມາໃຫ້ຜູ້ປູກ, ຜູ້ປຸງແຕ່ງ ແລະ ນຳມາເຊິ່ງຜະລິດຕະພັນທີ່ມີຄຸນນະພາບສູງ ແລະ ດີໃຫ້ແກ່ຜູ້ບໍລິໂພກອຸປະໂພກ.

ໂດຍໄດ້ຕັ້ງໜ້າໝູນໃຊ້ວິທະຍາສາດເຕັກໂນໂລຊີໃນແຕ່ລະຂອດຜະລິດ, ປະຈຸບັນ ສະຫະກອນພວມຜັນຂະຫຍາຍຮູບການປູກຕົ້ນກາເຟພິເສດ 60 ເຮັກຕາ, ຜະລິດຕາມທິດອົງຄະທາດ, ໄດ້ຮັບການຮັບຮອງການຜະລິດຕາມມາດຕະຖານ VietGAP. ນີ້ແມ່ນເບ້ຍກາເຟ THA1, ມີສະມັດຕະພາບ, ຄຸນນະພາບສູງ, ເປັນຕົ້ນແມ່ນຮັບໃຊ້ແກ່ການປຸງແຕ່ງສົ່ງອອກ.

ເອື້ອຍ ຫງວຽນທິບັກ, ສະມາຊິກສະຫະກອນໃຫ້ຮູ້ວ່າ, ເມື່ອທຽບກັບລາຄາກາເຟປົກກະຕິທີ່ໄດ້ຮັບການປຸງແຕ່ງຕາມວິທີພື້ນເມືອງແລ້ວ, ເບ້ຍກາເຟພິເສດໃໝ່ ມີຄຸນນະພາບສູງກ່ວາຫລາຍ, ຄຸນຄ່າທາງດ້ານເສດຖະກິດກໍ່ເພີ່ມຂຶ້ນທົບ 3 – 4 ເທົ່າ, ຊ້ຳບໍ່ໜຳ ຜະລິດຕະພັນຊາຊີໂຣເປືອກກາເຟມີລາຄາເຖິງ 450.000 VND/1Kg: ເອື້ອຍ ຫງວຽນທິບັກ ໃຫ້ຮູ້ວ່າ:

ເບ້ຍໃໝ່ນີ້ ມີເມດໃຫຍ່, ແກ່ນໃຫຍ່ ມີຄຸນນະພາບສູງກ່ວາ ສະນັ້ນ ຂ້າພະເຈົ້າຈຶ່ງເຂົ້າຮ່ວມເພື່ອຫັນປ່ຽນ. ຖ້າປີໜ້າ ຜົນເກັບກ່ຽວໄດ້ສະມັດຕະພາບສູງ ຂ້າພະເຈົ້າຈະສືບຕໍ່ປູກເບ້ຍແບບໃໝ່ ແລະ ຈະບໍ່ປູກເບ້ຍແບບເກົ່າອີກແລ້ວ.

ແຂວງ ເຊີນລາ ມຸ່ງໄປເຖິງການສ້າງຜະລິດຕະພັນ ກາເຟ OCOP 5 ດາວ - ảnh 2 ສະຫະກອນໄດ້ລົງທຶນເຂົ້າລະບົບອຸປະກອນເຄື່ອງຈັກທັນສະໄໝ ເພື່ອຮັບໃຊ້ໃຫ້ແກ່ການຜະລິດ, ປຸງແຕ່ງ

ສະຫະກອນ ກາເຟ ບີ໊ກທາວ ຍັງສືບຕໍ່ລົງທຶນ, ເປີດກ້ວາງຂອບຂະໜາດການຜະລິດ ແລະ ຍົກລະດັບເຕັກໂນໂລຊີການປຸງແຕ່ງກາເຟສຳເລັດຮູບ; ຍູ້ແຮງການປັບປຸງເບ້ຍກາເຟໃໝ່ ແທນໃຫ້ເບ້ຍກາເຟພື້ນເມືອງ ແລະ ຮ່ວມສຳພັນກັບບັນດາອົງການຈັດຕັ້ງ, ວິສາຫະກິດ, ຄອບຄົວໃນການຜະລິດ, ປຸງແຕ່ງ, ຈຳໜ່າຍຜະລິດຕະພັນ.

ທ່ານ ຫງວຽນຊວັນທາວ ໃຫ້ຮູ້ວ່າ: ເລື່ອງຮ່ວມສຳພັນການຜະລິດ ແລະ ຮັບຈຳໜ່າຍຜະລິດຕະພັນລະຫວ່າງບັນດາສະມາຊິກທີ່ເຂົ້າຮ່ວມການຜະລິດ ແລະ ສະຫະກອນໄດ້ປະຕິບັດເປັນຢ່າງດີໃນຫລາຍປີຜ່ານມາ. ສະມາຊິກໄດ້ສ້າງຈິນຕະນາການໃນການຜະລິດກະສິກຳທີ່ມີຄຸນນະພາບສູງ, ບາງບ່ອນໄດ້ປູກກາເຟພັນ THA1 ສະຫຼັບກັບເນື້ອທີ່ປູກກາເຟພື້ຶ້ນເມືອງ, ເຖິງຢ່າງໃດກໍ່ຕາມ ດຽວນີ້ ຄວາມຫຍຸ້ງຍາກໃຫຍ່ທີ່ສຸດ ແມ່ນບໍ່ມີຄ່າໃຊ້ຈ່າຍພຽງພໍ ເພື່ອໜູນຊ່ວຍໃຫ້ບັນດາຄອບຄົວປູກກາເຟພັນໃໝ່. ທ່ານ ຫງວຽນຊວັນທາວ, ຫົວໜ້າສະຫະກອນກາເຟ ບີ໊ກທາວ, ໃຫ້ຮູ້ວ່າ:

ສະຫະກອນໄດ້ສະເໜີໃຫ້ບັນດາພະແນກ, ຂະແໜງການ ແລະ ອົງການປົກຄອງແຂວງ, ນະຄອນ ໜູນຊ່ວຍພໍ່ແມ່ປະຊາຊົນກ່ຽວກັບເບ້ຍກາເຟສ່ວນໃດສ່ວນໜຶ່ງ, ໝາຍຄວາມວ່າ ພໍ່ແມ່ປະຊາຊົນປູກກາເຟພັນ THA1 ເພື່ອນຳມາເຊິ່ງຜົນປະໂຫຍດເປັນປົກກະຕິໃຫ້ແກ່ຜູ້ປູກກາເຟ.

ປ່ຽນແປງຈິນຕະນາການໃນການຜະລິດກະສິກຳ ດ້ວຍວິທີເອົາໃຈໃສ່ຕໍ່ການພັດທະນານັບແຕ່ຂອດການຜະລິດຈົນເຖິງການປຸງແຕ່ງ, ຍົກສູງບັນດາຜະລິດຕະພັນກາເຟຂອງສະຫະກອນ ໄດ້ປະກອບສ່ວນຍົກສູງຍອດລາຍຮັບຂອງສະຫະກອນກາເຟ ບີ໊ກທາວ ໃນທຸກໆປີໃຫ້ບັນລຸກ່ວາ 40 ຕື້ດົ່ງ.

ເລື່ອງສະຫະກອນພວມມານະພະຍາຍາມສ້າງເຄື່ອງໝາຍການຄ້າ, ຮັບປະກັນບັນດາເງື່ອນໄຂເພື່ອໃຫ້ໄດ້ຮັບຮອງເປັນຜະລິດຕະພັນບັນລຸມາດຕະຖານ 5 ດາວລະດັບຊາດ ໄດ້ສະແດງໃຫ້ເຫັນຈິນນະຕາການໃນການຜະລິດກະສິກຳຢ່າງມີແບບມີແຜນ ແລະ ຄວາມປາດຖະໜາຢັ້ງຢືນເຄື່ອງໝາຍການຄ້າ, ຄຸນນະພາບກາເຟເຂດພູດອຍ ເຊີນລາ ສຳລັບຕະຫລາດໃຫຍ່, ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງນັບທັງຕະຫລາດສາກົນອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ