ແມ່ຍິງແຂວງ ຊ໊ອກຈັງ ກັບຮູບການ “ຫັນຂີ້ເຫຍືຶ້ອມາເປັນເງິນ”

(VOVWORLD) - ດ້ວຍຄວາມຄາດຫວັງຢາກຈຳກັດມົນລະພິດສິ່ງແວດລ້ອມ, ພ້ອມທັງມີລາຍຮັບ, ກ່ອນນີ້ຫລາຍປີ, ແມ່ຍິງຫລາຍຄົນຢູ່ແຂວງ ຊ໊ອກຈັງ ໄດ້ມີຂໍ້ລິເລີ່ມເກັບໂຮມ ແລະ ແບ່ງຕຸກນ້ຳຫວານ, ແກັດເຈ້ຍ, ເຈ້ຍເສດ, ທໍ່ນ້ຳ, ຊາມຢາງ…ເພື່ອເອົາໄປຂາຍ.

 ວິທີດັ່ງກ່າວ ແມ່ນຮູບການ “ຫັນຂີ້ເຫຍື້ອມາເປັນເງິນ”. ມາຮອດປະຈຸບັນ, ຮູບການດັ່ງກ່າວ ໄດ້ປະກອບສ່ວນຈຳກັດສະພາບຖິ້ມຂີ້ເຫຍື້ອຊະຊາຍ, ຊ່ວຍສະພາບແວດລ້ອມຢູ່ຫລາຍທ້ອງຖິ່ນໃນແຂວງ ນັບມື້ນັບມີສີຂຽວ ແລະ ສະອາດ.

ແມ່ຍິງແຂວງ ຊ໊ອກຈັງ ກັບຮູບການ “ຫັນຂີ້ເຫຍືຶ້ອມາເປັນເງິນ” - ảnh 1 ແມ່ຍິງແຂວງ ຊ໊ອກຈັງ ກັບຮູບການ “ຫັນຂີ້ເຫຍືຶ້ອມາເປັນເງິນ”

ຢູ່ບ້ານ ເຟື໊ອກທ້ວນ, ຕາແສງ ຟູ໊ເຕິນ, ເມືອງ ເຈົາແທ່ງ, ແຂວງ ຊ໊ອກຈັງ, ເມື່ອຮອດຕອນບ່າຍວັນທີ 19 ຂອງທຸກໆເດືອນ, ກຸ່ມເອື້ອຍນ້ອງແມ່ຍິງຢູ່ໃນບ້ານ ກໍ່ພ້ອມກັນຫິ້ວຖົງຫາມເປົາບັນຈຸຂີ້ເຫຍື້ອອະນົງຄະທາດ ມາຂາຍຢູ່ສະຖານທີ່ເຄື່ອນໄຫວວົງຄະນະຍາດ. ປ້າ ຈ້ຽວທິວຸຍ, ເປັນສະມາຊິກໃນກຸ່ມໃຫ້ຮູ້ວ່າ: ບັນດາປະເພດຂີ້ເຫຍື້ອອະນົງຄະທາດຄື: ຕຸກນ້ຳຫວານ, ຕຸກຢາສະຜົມ ຫຼື ແທ່ງອາລູມີນຽມ, ຢາງປຼາດສະຕິກ…ທີ່ຜ່ານການນຳໃຊ້ແລ້ວ ແລະ ສາມາດຂາຍໄດ້ນັ້ນ, ເອື້ອຍນ້ອງລ້ວນແຕ່ເກັບໂຮມໄວ້ບ່ອນໃດບ່ອນໜຶ່ງ. ຈຳນວນເງິນທີ່ເກັບມາໄດ້ຈາກການຂາຍ ຈະປະກອບເປັນທຶນໝູນວຽນ ຫຼື ສ້າງກອງທຶນປະຢັດ, ສ້າງລາຍຮັບໃຫ້ແກ່ບັນດາສະມາຊິກ. ສິ່ງທີ່ເປັນໜ້າສົນໃຈໜຶ່ງອີກ ເມື່ອຮູບການດັ່ງກ່າວໄດ້ຮັບການຜັນຂະຫຍາຍແລ້ວ, ສະພາບແວດລ້ອມຢູ່ໃນບ້ານໄດ້ຮັບການປັບປຸງດີຂຶ້ນຢ່າງເຫັນໄດ້ຊັດ. ປ້າ ຈ້ຽວທິວຸຍ ແບ່ງປັນວ່າ:

ເຂົ້າຮ່ວມສະໂມສອນນີ້ ກ່ອນອື່ນໝົດ ຕົນເອງຕ້ອງເຮັດອະນາໄມ, ຈັດມ້ຽນເຄື່ອງຂອງໃຫ້ເປັນລະບຽບຮຽບຮ້ອຍ, ມີຄວາມສະອາດແລ້ວ ຈຶ່ງໂຄສະນາເຜີຍແຜ່ໃຫ້ເອື້ອຍນ້ອງແມ່ຍິງໃນບ້ານ, ຂົນຂວາຍເອື້ອຍນ້ອງຮ່ວມແຮງຮ່ວມໃຈຮັກສາສິ່ງແວດລ້ອມ.

        ສ່ວນຢູ່ບ້ານ ອານແຈກ, ຕາແສງ ອານຮ້ຽບ, ເມືອງ ເຈົາແທ່ງ, ສະໂມສອນ “ເກັບໂຮມຂີ້ເຫຍື້ອອະນົງຄະທາດເພື່ອສ້າງກອງທຶນ” ສະເພາະເອື້ອຍນ້ອງແມ່ຍິງໃນບ້ານ ເຖິງວ່າຫາກໍ່ໄດ້ຮັບການສ້າງຕັ້ງຍັງບໍ່ທັນຮອດໜຶ່ງປີກໍ່ຕາມ, ແຕ່ກໍ່ພວມມີການເຄື່ອນໄຫວຢ່າງມີປະສິດທິຜົນພໍສົມຄວນ. ແຕ່ລະເດືອນ, ເຖິງວ່າຈຳນວນເງິນທີ່ເກັບມາຈາກການຂາຍຂີ້ເຫຍື້ອບໍ່ໄດ້ຫລາຍປານໃດກໍ່ຕາມ, ແຕ່ເອື້ອຍນ້ອງແມ່ຍິງຍັງຕັ້ງໜ້າເຂົ້າຮ່ວມ ຍ້ອນວ່າສິ່ງທີ່ເປັນໜ້າສົນໃຈທີ່ສຸດ ນັ້ນແມ່ນຊ່ວຍປັບປຸງສະພາບແວດລ້ອມແຫ່ງການດຳເນີນຊີວິດ. ເອື້ອຍ ແທກທິຊາລີ, ສະມາຊິກສະໂມສອນໃຫ້ຮູ້ວ່າ: ກ່ອນທີ່ເຂົ້າຮ່ວມຮູບການດັ່ງກ່າວ ເອື້ອຍນ້ອງແມ່ຍິງໄດ້ຮັບການຝຶກອົບຮົມ, ແນະນຳກ່ຽວກັບວິທີຈັດແບ່ງປະເພດ ແລະ ກຳຈັດຂີ້ເຫຍື້ອ. ໄລຍະທຳອິດ ຍັງປະສົບກັບຄວາມຫຍຸງຍາກ ມາຮອດປະຈຸບັນ, ການເກັບໂຮມຂີ້ເຫຍື້ອໄດ້ກາຍເປັນຄວາມຊິນເຄີຍໃນທຸກໆວັນແລ້ວ, ຊ່ວຍໃຫ້ບໍລິເວນດຳລົງຊີວິດສະອາດບໍ່ມີຂີ້ເຫຍື້ອຖິ້ມຊະຊາຍອີກແລ້ວ. ເອື້ອຍ ແທກທິຊາລີ ໃຫ້ຮູ້ວ່າ:

        “ເຂົ້າຮ່ວມສະໂມສອນໄດ້ຊ່ວຍໃຫ້ພວກຂ້າພະເຈົ້າຮູ້ຈັກສິ່ງທີ່ດີ, ຮູ້ຈັກການຈັດແບ່ງປະເພດຂີ້ເຫຍື້ອ, ຮູ້ຈັກການຮັກສາອະນາໄມຢູ່ອ້ອມຂ້າງເຮືອນຢູ່, ຮັກສາສິ່ງແວດລ້ອມໃຫ້ມີສີຂຽວ, ສະອາດ. ໄປຄຽງຄູ່ກັນນັ້ນ ຍັງຊ່ວຍໃຫ້ເອື້ອຍນ້ອງແມ່ຍິງມີເງິນໃຊ້ຈ່າຍເຂົ້າໃນການດຳລົງຊີວິດຂອງຄອບຄົວອີກດ້ວຍ.

ແມ່ຍິງແຂວງ ຊ໊ອກຈັງ ກັບຮູບການ “ຫັນຂີ້ເຫຍືຶ້ອມາເປັນເງິນ” - ảnh 2ແມ່ຍິງແຂວງ ຊ໊ອກຈັງ ກັບຮູບການ “ຫັນຂີ້ເຫຍືຶ້ອມາເປັນເງິນ” 

        ປະຈຸບັນ, ຮູບການ “ຫັນຂີ້ເຫຍື້ອມາເປັນເງິນ”, “ເກັບໂຮມຂີ້ເຫຍື້ອອະນົງຄະທາດເພື່ອສ້າງກອງທຶນ” ໄດ້ປະກົດຂຶ້ນໄປທົ່ວທຸກບ້ານຂອງຕາແສງ ຝູເຕິນ ແລະ ບ້ານ ອານແຈກ, ບຶງຈ໊ອບ ແລະ ບ້ານ ໂຢງຈົວອາ ຂອງຕາແສງ ອານຮ້ຽບ, ບ້ານ ໝີອານ ຂອງຕາແສງ ທ້ຽນໝີ…ຮູບການດັ່ງກ່າວ ໄດ້ປ່ຽນແປງສະຕິຄວາມຮັບຮູ້ຢ່າງຕັ້ງໜ້າຂອງເອື້ອຍນ້ອງແມ່ຍິງ ແລະ ປະຊາຊົນເປັນຈຳນວນຫລວງຫລາຍຢູ່ເຂດຊົນນະບົດ ກ່ຽວກັບການຮັກສາສິ່ງແວດລ້ອມທຳມະຊາດ. ທ່ານນາງ ຟ້າມທິງອກບິ໊ກ, ປະທານສະຫະພັນແມ່ຍິງຕາແສງ ອານຮ້ຽບ, ເມືອງ ເຈົາແທ່ງ, ຕີລາຄາວ່າ: ຮູບການ “ຫັນຂີ້ເຫຍື້ອເປັນເງິນ” ໄດ້ນຳມາເຊິ່ງຜົນປະໂຫຍດແທດຈິງຫລາຍຢ່າງ, ນັ້ນແມ່ນ ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນ ໃນການຮັກສາສິ່ງແວດລ້ອມ ຍ້ອນການກຳຈັດຂີ້ເຫຍື້ອ, ຊ່ວຍໃຫ້ເອື້ອຍນ້ອງແມ່ຍິງມີເງິນທ້ອນ ແລະ ສ້າງທິວທັດສະພາບແວດລ້ອມທີ່ສະອາດ, ປະກອບສ່ວນປະຕິບັດຄາດໝາຍສິ່ງແວດລ້ອມໃນ 19 ມາດຖານສ້າງຊົນນະບົດໃໝ່ໃຫ້ສຳເລັດ. ທ່ານນາງ ຟ້າມທີງອກບິ໊ກ, ໃຫ້ຮູ້ວ່າ:

        “ຜ່ານການເຄື່ອນໄຫວຢູ່ສະໂມສອນ ໄດ້ຊ່ວຍໃຫ້ເອື້ອຍນ້ອງແມ່ຍິງ ມີຄວາມຮັບຮູ້ກ່ຽວກັບການຈັດແບ່ງປະເພດຂີ້ເຫຍື້ອ ອົງຄະທາດ ແລະ ອະນົງຄະທາດ. ຮູ້ຈັກວິທີເອົາຂີ້ເຫຍື້ອອົງຄະທາດ ມາເຮັດເປັນຝຸ່ນໃສ່ຕົ້ນໄມ້ . ໄປຄຽງຄູ່ກັນນັ້ນ, ເອື້ອຍນ້ອງແມ່ຍິງຍັງຮູ້ຈັກໂຄສະນາໃຫ້ວົງຄະນະຍາດ ກໍ່ຄືບັນດາສະມາຊິກໃນຄອບຄົວ.

        ປີ 2014, ຮູບການ “ຫັນຂີ້ເຫຍື້ອມາເປັນເງິນ” ຂອງສະຫະພັນແມ່ຍິງແຂວງ ຊ໊ອກຈັງ ໄດ້ຮັບການຄັດເລືອກໃຫ້ເປັນຮູບການທີ່ພົ້ນເດັ່ນ ເພື່ອນຳສະເໜີຢູ່ກອງປະຊຸມເວທີປາໄສປະຈຳປີເຂດແຄມຝັ່ງທະເລຄັ້ງທີ 3 ຢູ່ ກຳປູເຈຍ ແລະ ໄທ ໂດຍອົງການອະນຸລັກທຳມະຊາດສາກົນປະຕິບັດ. ນັບແຕ່ນັ້ນມາ, ສະຫະພັນແມ່ຍິງແຂວງ ຊ໊ອກຈັງ ທຸກຂັ້ນ ໄດ້ຕັ້ງໜ້າທະວີຄູນ, ພັດທະນາຮູບການດັ່ງກ່າວ, ປະກອບສ່ວນປ່ຽນແປງສະຕິຄວາມຮັບຮູ້ຂອງປະຊາຊົນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ຫລຸດຜ່ອນຜົນຮ້າຍຈາກຂີ້ເຫຍື້ອຢູ່ເຂດຊົນນະບົດ./.

ຕອບກັບ

ຂ່າວ/ບົດ​ອື່ນ