ໄຟຟ້າປຸກລຸກຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຢູ່ເກາະ ຫຼ້າຍເຊີນ

(VOVWORLD) -ປີ 2017,  ຕາແສງເກາະ ຫຼ້າຍເຊີນ, ເມືອງກຽນຫາຍ, ແຂວງກຽນຢາງໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 61.000 ເທື່ອຄົນ, ເພີ່ມຂຶ້ນທົບກວ່າ 5 ເທົ່າເມື່ອທຽບໃສ່ປີ 2016. ໝາກຜົນການເຕີບໂຕຢ່າງແຂງແຮງນີ້ໄດ້ຮັບການຢັ້ງຢືນ ແມ່ນຍ້ອນຕາຂ່າຍໄຟຟ້າແຫ່ງຊາດ 110 ກິໂລວົນ ຖືກດຶງອອກສູ່ເກາະຜ່ານໄລຍະທະເລຍາວເກືອບ 25 ກິໂລແມັດ ອັນໄດ້ປຸກລຸກຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຢູ່ແຫ່ງນີ້
ໄຟຟ້າປຸກລຸກຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຢູ່ເກາະ ຫຼ້າຍເຊີນ - ảnh 1ແຂກທ່ອງທ່ຽວມາຢ້ຽມຢາມເກາະຫຼ້າຍເຊີນ 

ຕາແສງເກາະຫຼ້າຍເຊີນ ຊຶ່ງແມ່ນເກາະໃຫຍ່ກວ່າໝູ່ໃນຈຳນວນ 23 ເກາະຂອງເມືອງກຽນຫາຍ ແຂວງກຽນຢາງ. ໃນເກາະກໍມີປູຊະນີຍະສະຖານປະຫວັດສາດ, ກິດຈະກຳວັດທະນະທຳບາງແຫ່ງ ພ້ອມກັບທິວທັດທຳມະຊາດທີ່ອຸດົມສົມບູນ, ມີບັນດາຫາດຊາຍທະເລທີ່ສວຍສົດງົດງາມເຊັ່ນ: ຫາດຊາຍບາງ, ຫາດຊາຍເບິກ, ຫາດຊາຍຕົ້ນໝາກພ້າວ…ດ້ວຍບັນດາການບໍລິການຮັບໃຊ້ແຂກທ່ອງທ່ຽວຫຼາຍຢ່າງ. ທ່ານ ດັ້ງວັນເຮື່ອງ ຮອງປະທານຄະນະກຳມະການປະຊາຊົນຕາແສງ ຫຼ້າຍເຊີນ ໃຫ້ຮູ້ວ່າ ຕາແສງເກາະຫຼ້າຍເຊີນໄດ້ສຳເລັດ 16 ມາດຖານໃນຈຳນວນທັງໝົດ 19 ມາດຖານກກໍ່ສ້າງຊົນນະບົດໃໝ່, ພື້ນຖານໂຄງລ່າງ, ທາງຄົມມະນາຄົມ, ໂຮງຮຽນ, ສຸກສາລາໄດ້ຮັບການກໍ່ສ້າງສົມບູນແບບ ອັນໄດ້ເຮັດໃຫ້ ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ 8000 ຄົນໃນເກາະໄດ້ຮັບການປົວແປງດີຂຶ້ນ.  ທ່ານ ດັ້ງວັນເຮື່ອງ ຮອງປະທານຄະນະກຳມະການປະຊາຊົນຕາແສງ ຫຼ້າຍເຊີນ ກ່າວວ່າ : 

    “ ນັບແຕ່ເມື່ອໄດ້ເຊື່ອມຕໍ່ກັບ ຕາຂ່າຍໄຟຟ້າແຫ່ງຊາດ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີພໍສົມຄວນ. ຈາກນັ້ນ, ຈຳນວນສິນຄ້າປະເພດເຄື່ອງເຢັນ, ເຄື່ອງກົນຈັກໄດ້ຖືກນຳເຂົ້າທ້ອງຖິ່ນຢ່າງຫຼວງຫຼາຍ. ເມື່ອມີໄຟຟ້າໃຊ້ນັ້ນ, ສິ່ງທີ່ໜ້າສົນໃຈ, ນັ້ນແມ່ນບັນດາສະຖານທີ່ພັກເຊົ່າ, ເຂົາເຈົ້າກ້າຫານລົງທຶນດຳເນີນທຸລະກິດທ່ອງທ່ຽວ ”

    ປະຈຸບັນ, ຕາແສງເກາະຫຼ້າຍເຊີນມີສະຖານທີ່ພັກເຊົ່າກວ່າ 30 ແຫ່ງ ດ້ວຍຈຳນວນຫ້ອງນອນຫຼາຍກ່ວາ 300 ຫ້ອງ. ສາມາດຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວ. ຄາດວ່າ ໃນໄລຍະທີ່ຈະມາເຖິງ, ບໍລິສັດໃຫຍ່ໄຟຟ້າພາກໃຕ້ ແລະອຳນາດການປົກຄອງທ້ອງຖິ່ນຈະເຊື່ອມຕໍ່ຕາຂ່າຍໄຟຟ້າຈາກເກາະ ຫຼ້າຍເຊີນ ກັບເກາະນາມຢູເພື່ອສ້າງເປັນກຸ່ມທ່ອງທ່ຽວເຂດທະເລໝູ່ເກາະທາງທິດຕາເວັນຕົກພາກໃຕ້, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ທ່ານ ຫງວຽນຮ່ວາງຢາງ  ຮອງປະທານຄະນະກຳມະການປະຊາຊົນເມືອງ ກຽນຫາຍ, ແຂວງກຽນຢາງໃຫ້ຮູ້ວ່າ :

    “ ທາງດ້ານພື້ນຖານໂຄງລ່າງຢູ່ຫຼ້າຍເຊີນ, ເວົ້າລວມແລ້ວ ແມ່ນຮັບປະກັນມີເສັ້ນທາງອ້ອມເກາະ, ພ້ອມທັງໄດ້ເຊື່ອມຕໍ່ກັບ ຕາຂ່າຍໄຟຟ້າແຫ່ງຊາດ. ນີ້ແມ່ນບັນດາເງື່ອນໄຂສະດວກເພື່ອໃຫ້ເກາະ ຫຼ້າຍເຊີນພັດທະນາການທ່ອງທ່ຽວ ”

     ໃນມໍ່ໆມານີ້, ສະພາປະເມີນເຂດທ່ອງທ່ຽວຂອງແຂວງກຽນຢາງ ໄດ້ເຫັນດີປະກອບເອກະສານເພື່ອນຳສະເໜີແຂວງພິຈາລະນາ ຮັບຮອງເກາະຫຼ້າຍເຊີນ ແລະ ບາງເກາະອ້ອມຂ້າງເປັນເຂດທ່ອງທ່ຽວທອ້ງຖິ່ນ. ທ່ານ ບຸຍກ໋ວກທ້າຍ ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ກຽນຢາງ, ຫົວໜ້າຄະນະພະນັກງານລະຫວ່າງຂະແໜງປະເມີນເຂດທ່ອງທ່ຽວໃຫ້ຮູ້ວ່າ : 

          “ຄະນະກຳມະການປະຊາຊົນແຂວງ ກໍໄດ້ໃຫ້ການຊີ້ນຳພະແນກທ່ອງທ່ຽວແຂວງ ສົມທົບກັບບັນດາພະແນກ, ຂະແໜງການ ກໍຄືທ້ອງຖິ່ນຕ່າງໆເຊັ່ນ: ກຽນຫາຍ ແລະ ຮ່າຕຽນເພື່ອພ້ອມກັບປະເມີນ ແລະ ຮັບຮອງບັນດາສະຖານທີ່ທ່ອງທ່ຽວລະດັບແຂວງທີ່ມີຕໍ່ບັນດາເຂດທ່ອງທ່ຽວໃນບໍລິເວນນີ້. ສະເພາະຕາແສງເກາະ ຫຼ້າຍເຊີນ, ກໍມີທ່າໄດ້ປຽບຫຼາຍຢ່າງ ຍ້ອນໄດ້ເຊື່ອມຕໍ່ກັບ ຕາຂ່າຍໄຟຟ້າແຫ່ງຊາດ ”

      ເມື່ອບໍ່ດົນມານີ້, ຄະນະກຳມະການປະຊາຊົນຕາແສງ ຫຼ້າຍເຊີນ ໄດ້ເປີດບັນດາຊຸດຝຶກອົບຮົມ ແລະ ອອກໃບຢັ້ງຢືນຜູ້ນຳທ່ຽວໃຫ້ແກ່ 28 ຄົນຊຶ່ງແມ່ນຊາວທ້ອງຖິ່ນ. ແຂກທ່ອງທ່ຽວເມື່ອໄປຢາມເກາະ ຈະໄດ້ເຊື່ອມຕົວເຂົ້າກັບງານບຸນ, ການລະຫຼີ້ນພື້ນເມືອງຕ່າງໆ.     ອ້າຍ ວໍ້ມິນຖ້ຽນ ຊຶ່ງແມ່ນຜູ້ພວມມີແຜນການກໍ່ສ້າງລະບົບພັດຕະຄານ, ເຮືອນພັກລະດັບສູງເວົ້າວ່າ : 

    “ ນັບຕັ້ງແຕ່ເວລາລັດໄດ້ເຮັດທາງ, ນຳໄຟຟ້າມາສູ່ເກາະ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນ. ເມື່ອພື້ນຖານໂຄງລ່າງຄົບຖ້ວນ, ຫຼາຍຄົນກໍໄດ້ພັດທະນາອາຊີບທ່ອງທ່ຽວ. ພໍ່ແມ່ພີນ້ອງຢູ່ແຫ່ງນີ້, ໃຜໆກໍມີວຽກເຮັດງານທຳ. ຊີວິດເຂດຊົນນະບົດນັບມື້ນັບມີວັດທະນະທຳຫຼາຍຂຶ້ນ. ມີຫຼາຍຄົນຕົກສະເງີ້ ເມື່ອໄດ້ເຫັນປະຈັກຕາການດຳລົງຊີວິດຢູ່ເກາະໄດ້ປ່ຽນແປງຢ່າງເຫັນໄດ້ຊັດ  ”

     ກ້າວເຂົ້າສູ່ປີໃໝ່ 2018, ຕາແສງເກາະຫຼ້າຍເຊີນ ສືບຕໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ການທ່ອງທ່ຽວໃຫ້ສົມບູນແບບ, ຍົກສູງຄຸນນະພາບການຮັບໃຊ້ແຂກທ່ອງທ່ຽວ, ຮັບປະກັນຫຼັກອະນາໄມສິ່ງແວດລ້ອມ, ເຊື່ອມຕໍ່ກັບບັນດາບໍລິສັດທ່ອງທ່ຽວ, ສ້າງຄວາມສະດວກໃນການເຮັດລະບຽບການໄປມາສຳລັບແຂກທ່ອງທ່ຽວຕ່າງປະເທດ. ສູ້ຊົນດຶງດູດແຂກທ່ອງທ່ຽວ 1 ແສນເທື່ອຄົນ, ສົມກັບເປັນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນຂອງແຂວງກຽນຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ