Sea Games 32 ແຫ່ງທີ່ບັນດາຄຸນຄ່າດ້ານກິລາ ແລະ ວັດທະນະທຳ ພ້ອມກັນແຜ່ລັດສະໝີ

(VOVWORLD) - ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (Sea Games) ຄັ້ງທີ 32, ໄດ້ຈັດຂຶ້ນຢູ່ ກຳປູເຈຍ ຫວ່າງແລ້ວນີ້, ບໍ່ພຽງແຕ່ແມ່ນບ່ອນລະຫຼິ້ນເພື່ອໃຫ້ບັນດານັກກິລາ ພົບປະແລກປ່ຽນ, ຮ່ຳຮຽນເອົາບົດຮຽນເຊິ່ງກັນ ແລະ ກັນ, ແຂ່ງຂັນກັນ ເພື່ອນຳມາເຊິ່ງກຽດອັນສະຫງ່າໃຫ້ແກ່ປະເທດຊາດເທົ່ານັ້ນ,
Sea Games 32 ແຫ່ງທີ່ບັນດາຄຸນຄ່າດ້ານກິລາ ແລະ ວັດທະນະທຳ ພ້ອມກັນແຜ່ລັດສະໝີ - ảnh 1ນາງ ດິງທິເຮືອງ, ນັກມວຍ ຫວຽດນາມ ຜູູ້ຄ້ວາໄດ້ຫຼຽນຄຳເນື້ອໃນ Kumite ຍິງ

ຫາກຍັງແມ່ນສະຖານທີ່ແຜ່ຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳ, ຮັດແໜ້ນນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງ 11 ປະເທດໃນພາກພື້ນອີກດ້ວຍ. ນີ້ກໍ່ແມ່ນງານມະຫາກຳ ເພື່ອແນໃສ່ໂຄສະນາພາບພົດຂອງພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ເຊື່ອມໂຍງພ້ອມກັບໂລກອີກດ້ວຍ. ເຊີນທ່ານຜູ້ຟັງຮັບຟັງບົດຂອງນັກຂ່າວ VOV ດ້ວຍຫົວຂໍ້ວ່າ: Sea Games 32 ແຫ່ງທີ່ບັນດາຄຸນຄ່າດ້ານກິລາ ແລະ ວັດທະນະທຳ ພ້ອມກັນແຜ່ລັດສະໝີ.

        ໃນສຽງຕົບມື, ສຽງຮ້ອງເຊຍໃຫ້ກຳລັງໃຈຂອງຜູ້ຊົມນັບພັນໆຄົນຢູ່ ສູນກອງປະຊຸມ - ວາງສະແດງສາກົນ Chroy Changvar, ທີ່ນະຄອນຫຼວງ ພະນົມເປັນ, ນາງ Khan Chesa - ນັກກິລາດີເດັ່ນຂອງຄະນະນັກກິລາ ກຳປູເຈຍ ພວມຫຼັ່ງນ້ຳຕາ ຍ້ອນຫາກໍ່ຄ້ວາໄດ້ຫຼຽນຄຳໃນປະເພດກິລາ Jujitsu No-Gi, ລຸ້ນນ້ຳໜັກ 52 ກິໂລກຣາມ. ສອງມື້ກ່ອນ, ນາງ Khan Chesa ກໍ່ໄດ້ຫຼັ່ງນ້ຳຕາ ແຕ່ເວລານັ້ນແມ່ນຍ້ອນນາງປະລະໄຊຕໍ່ຄູ່ແຂ່ງຊາວ ຟິລິບປິນ ໃນປະເພດກິລາ Jujitsu Gi. ນາງ Khan Chesa ແບ່ງປັນວ່າ: ຍ້ອນມີການລະດົມກຳລັງໃຈຢ່າງສຸດໃຈຈາກແຟນກິລາ ສະນັ້ນ ໄດ້ເພີ່ມກຳລັງແຮງໃຫ້ນາງຄ້ວາໄດ້ຫຼຽນຄຳໃນຄັ້ງນີ້:

        “ຂ້າພະເຈົ້າໄດ້ແກ້ຄືນໃນການແຂ່ງຂັນຮອບຊິງຊະນະເລີດຄັ້ງກ່ອນ. ຂ້າພະເຈົ້າຢາກຝາກຄຳຂອບອົກຂອບໃຈມາຍັງຜູ້ຊົມ, ແຟນກິລາ ກຳປູເຈຍ. ເຖິງວ່າໃນນັດແຂ່ງຂັນກ່ອນ, ຂ້າພະເຈົ້າຄ້ວາໄດ້ຫຼຽນເງິນເທົ່ານັ້ນ ແຕ່ຂ້າພະເຈົ້າຍັງໄດ້ຮັບການລະດົມກຳລັງໃຈຢ່າງຫຼວງຫຼາຍ. ຍ້ອນເຫດນັ້ນ, ນັດແຂ່ງຂັນມື້ນີ້, ຂ້າພະເຈົ້າຕ້ອງພະຍາຍາມຢ່າງສຸດໃຈ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງຄ້ວາໄດ້ຫຼຽນຄຳໃນຄັ້ງນີ້”.

        ຫຼຽນຄຳແມ່ນເປົ້າໝາຍຂອງນັກກິລາທຸກໆຄົນເມື່ອເຂົ້າຮ່ວມງານມະຫາກຳກິລາ Sea Games. ນັ້ນບໍ່ພຽງແຕ່ແມ່ນຜົນງານໃນຊຸມວັນເດືອນປີທີ່ຝຶກແອບຢ່າງຫຍຸ້ງຍາກລຳບາກເທົ່ານັ້ນ, ຫາກຍັງແມ່ນຄວາມເອກອ້າງທະນົງໃຈເມື່ອຍາດໄດ້ກຽດອັນສະຫງ່າມາໃຫ້ແກ່ປະເທດຊາດອີກດ້ວຍ. ນາງ ດິງທິເຮືອງ, ນັກມວຍ ຫວຽດນາມ ຜູູ້ຄ້ວາໄດ້ຫຼຽນຄຳເນື້ອໃນ Kumite ຍິງ, ນ້ຳໜັກຕ່ຳກ່ວາ 68 ກິໂລກຣາມ ແລະ ທ້າວ Quah Zheng Wen (ສິງກະໂປ) ນັກກິລາຄ້ວາໄດ້ຫຼຽນຄຳໃນປະເພດກິລາລອຍຫງາຍ (Backstroke) ຊາຍ 100 ແມັດ, ໃຫ້ຮູ້ວ່າ:

ຍິງ: ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ, ຂ້າພະເຈົ້າຍາດໄດ້ໄຊຊະນະຕໍ່ຄູ່ແຂ່ງທີ່ຍາກສຸດ ເຊິ່ງແມ່ນນັກກິລາຊາວ ອິນໂດເນເຊຍ. ໃນຮອບຮອງຊິງຊະນະເລີດນີ້ແມ່ນຄັ້ງທີ 3 ທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມ Sea Games, ແຕ່ແມ່ນເທື່ອທຳອິດທີ່ຂ້າພະເຈົ້າຄ້ວາໄດ້ຫຼຽນຄຳ. ສອງຄັ້ງກ່ອນ, ຂ້າພະເຈົ້າແຂ່ງຂັນໃນລະດັບນ້ຳໜັກ 50 ກິໂລກຣາມ, ແຕ່ຄັ້ງນີ້ແມ່ນລະດັບນ້ຳໜັກ 68 ກິໂລກຣາມ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍກໍ່ຕາມ ແຕ່ຂ້າພະເຈົ້າກໍ່ພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສາມາດຄ້ວາໄດ້ຫຼຽນ.

ຊາຍ: ທີ່ການແຂ່ງຂັນລອຍຟຣີສະໄຕ໌ (freestyle) 100 ແມັດ ຄັ້ງກ່ອນ, ເຖິງວ່າບໍ່ສາມາດຍາດໄດ້ໄຊຊະນະຕໍ່ເພື່ອນຮ່ວມທິມຂອງຕົນ ແຕ່ຂ້າພະເຈົ້າກໍ່ເຕືອນຕົນເອງວ່າບໍ່ໃຫ້ທໍ້ຖອຍໃຈ. ຂ້າພະເຈົ້າໄດ້ພະຍາຍາມຟື້ນຟູຢ່າງໄວທີ່ສຸດ, ສຸມໃສ່ແຂ່ງຂັນໃນເນື້ອໃນແຂ່ງຂັນຄັ້ງນີ້ ແລະ ເປັນໜ້າເອກອ້າງທະນົງໃຈຫຼາຍ ເມື່ອຄ້ວາໄດ້ຫຼຽນຄຳ ທີ 999 ໃຫ້ແກ່ ສິງກະໂປ ໃນງານມະຫາກຳ ກິລາ Sea Games.

Sea Games 32 ແຫ່ງທີ່ບັນດາຄຸນຄ່າດ້ານກິລາ ແລະ ວັດທະນະທຳ ພ້ອມກັນແຜ່ລັດສະໝີ - ảnh 2ນາງ Khan Chesa - ນັກກິລາດີເດັ່ນຂອງຄະນະນັກກິລາ ກຳປູເຈຍ

ເມື່ອເຂົ້າຮ່ວມງານມະຫາກຳກິລາ Sea Games, ນັກກິລາຫຼາຍຄົນໄດ້ວາງເປົ້າໝາຍຄ້ວາໄດ້ຫຼຽນ, ກໍ່ຄືຢາກແນະນຳສີສັນ, ຈຸດຄວາມງາມດ້ານວັດທະນະທຳຂອງປະເທດຕົນໃຫ້ເພື່ອນມິດສາກົນອີກດ້ວຍ. ໃນການນັັດແຂ່ງຂັນຂອງຕົນ, ນັກມວຍ Jujitsu ຫວຽດນາມ ສອງຄົນຄື: ນາງ ຮ່ວາງທິລານເຮືອງ ແລະ ຫງວຽນມິງເຟືອງ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມດ້ວຍການສະແດງກຸບ ກວາຍທາວ ແລະ ຜ້າພັນຫົວໃນບົດສະແດງຂອງຕົນ. ເຖິງວ່າ, ບໍ່ສາມາດຄ້ວາໄດ້ຫຼຽນຄຳກໍ່ຕາມ ແຕ່ຄ້ວາໄດ້ຫຼຽນທອງກໍ່ເຮັດໃຫ້ນັກກິລາຍິງສອງຄົນນີ້ມີຄວາມເພິ່ງພໍໃຈທີ່ສຸດ:

“ພວກນ້ອງກໍ່ມີຄວາມເພິ່ງພໍໃຈຕໍ່ບົດການສະແດງຂອງຕົນ ຍ້ອນສະແດງໄດ້ໝົດທຸກສິ່ງທີ່ໄດ້ຮຽນ ແລະ ຝຶກແອບມາ, ແລະ ປະຕິບັດໄດ້ຄວາມຫວັງຂອງຕົນແມ່ນຢາກນຳຈຸດຄວາມງາມດ້ານວັດທະນະທຳຂອງ ຫວຽດນາມ ມາແນະນຳໃຫ້ເພື່ອນມິດສາກົນ. ກຸບ ກວາຍທາວ ມີແຕ່ ຫວຽດນາມ ເທົ່ານັ້ນ, ສອງເອື້ອຍນ້ອງພວກຂ້າພະເຈົ້າຢາກນຳຈຸດຄວາມງາມຂອງ ຫວຽດນາມ ໄປສະແດງຢູ່ເວທີສາກົນ. ຍ້ອນທຸກຄົນຕ່າງກໍ່ຮູ້ຈັກແຕ່ກຸບທຳມະດາເທົ່ານັ້ນ, ເຊິ່ງກຸບ ກວາຍທາວ ນີ້ແມ່ນພິເສດທີ່ສຸດ”.

ໂດຍໄດ້ຮັບການຈັດຂຶ້ນສອງປີເທື່ອໜຶ່ງ, ງາມມະຫາກຳ Sea Games ບໍ່ພຽງແຕ່ແມ່ນວັນບຸນກິລາຂອງພາກພື້ນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໄດ້ເພີ່ມທະວີການພົບປະແລກປ່ຽນວັດທະນະທຳ, ປັບປຸງນ້ຳໃຈມິດຕະພາບ, ຄວາມສາມັກຄີອີກດ້ວຍ. ເພື່ອໃຫ້ງານມະຫາກຳໄດ້ດຳເນີນໃນບັນຍາກາດສະໜິດແໜ້ນຂອງນ້ຳໃຈຖານອ້າຍນ້ອງ, ປະເທດເຈົ້າພາບ ກຳປູເຈຍ ໄດ້ແຈກປີ້ໂດຍບໍ່ເກັບຄ່າ, ຟຣີທຸກການບໍລິການກິນ, ການພັກເຊົາ, ໄປ - ມາສຳລັບຄະນະນັກກິລາຂອງ 11 ປະເທດສະມາຊິກ ອາຊຽນ ກໍ່ຄື ການບໍລິການການແພດ ແລະ ບໍລິການສຸກເສີນໃນ Sea Games  ປີນີ້. ທ່ານ Thong Khon, ລັດຖະມົນຕີກະຊວງທ່ອງທ່ຽວ, ປະທານຄະນະກຳມະການ Olympic ກຳປູເຈຍ ເນັ້ນໜັກວ່າ: ຄຳຂວັນທີ່ວ່າ “ກິລາ: ດຳລົງຊີວິດໃນສັນຕິພາບ” ກໍ່ໄດ້ສະແດງຄວາມຄາດຫວັງຂອງປະເທດເຈົ້າພາບ:

“ຜ່ານກິລາ, ພວກເຮົາພ້ອມກັນພັດທະນາ, ພ້ອມກັນມານະພະຍາຍາມເພື່ອສັງຄົມທີ່ປອງດອງ, ໝັ້ນຄົງເຂັ້ມແຂງ, ສັນຕິພາບ. ຄວາມຮັບຜິດຊອບ, ກຳລັງປະດິດຄິດສ້າງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພວກເຮົາຕໍ່ບັນດາສິ່ງທ້າທາຍ ແມ່ນພື້ນຖານ, ແມ່ນສີສັນຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ເຖິງວ່າສະພາບການເສດຖະກິດ ສັງຄົມຖືກຜົນສະທ້ອນບໍ່ໜ້ອຍຈາກໂລກລະບາດໂຄວິດ 19 ກໍ່ຕາມ, ແຕ່ຍ້ອນກຳລັງແຮງ, ນ້ຳໃຈສາມັກຄີ ແລະ ການຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນ ໄດ້ຊ່ວຍໃຫ້ພວກເຮົາຜ່ານຜ່າວິກິດການຄັ້ງນີ້, ແລະ ຈັດງານມະຫາກຳກິລາ Sea Games ສຳເລັດຜົນ”.

        ຖ້າທ່ານມາຢ້ຽມຢາມ ກຳປູເຈຍ ໃນຊຸມວັນນີ້, ທ່ານຈະມີຄວາມຮູ້ສຶກເບີກບານມ່ວນຊື່ນໃນບັນຍາກາດຟົດຟື້ນຂອງປະເທດແຫ່ງວັດວາອາຮາມ, ໃນທ່າມກາງວັນບຸນໃຫຍ່. ຖະໜົນຫົນທາງທຸກໆສາຍໄດ້ຮັບການປະດັບປະດາຢ່າງສວຍງາມ ແລະ ຍິ່ງກ່ວາເວລາໃດໝົດ ກໍ່ມີເປົ້າໝາຍດຽວກັນ, ນັ້ນແມ່ນ: ຍາດໄດ້ໄຊຊະນະດ້ວຍນ້ຳໃຈນັກກິລາອັນສູງສົ່ງ ແລະ ໃນນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງປະເທດຕ່າງໆໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ