ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ​ຮ່ວມສຳ​ພັນ​ສູ້​ຣົບ ຫວຽດ​ນາມ - ລາວ ຍາມ​ໃດ​ກໍ​ຢູ່​ໃນ​ໃຈ​ປະ​ຊາ​ຊົນ​ສອງ​ປະ​ເທດ

(VOVWORLD) -ເພື່ອປະຕິບັດໜ້າທີ່ສາກົນອັນສູງສົ່ງ ແລະ ປະຕິບັດຕາມຄຳສັ່ງສອນຂອງ ທານໂຮ່ຈີມິນ, ພະນັກງານນັກຮົບທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ຜ່ານຜ່າຄວາມລຳບາກຍາກເຂັນນາປະການ ແລະ ເຕັມໄປດ້ວຍການເສຍສະຫຼະເລືອດເນື້ອເຫື່ອແຮງ ໃນທີ່ສຸດກໍປະຕິບັດສຳເລັດໜ້າທີ່ເຊິ່ງ ພັກລັດປະຊາຊົນມອບໝາຍໃຫ້ ແລະ ຕໍ່ສູ້ໄດ້ຮັບໄຊຊະນະໃນຫຼາຍສະໜາມຮົບຂອງ ລາວໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນລັ່ງ ແລະ ຈັກກະພັດ ອາເມລິກາ ມາຮຸການຖັນແຖວທະຫານອາສາສະໝັກ ຫວຽດນາມ ໄດ້ພ້ອມກັບທະຫານ ແລະ ປະຊາຊົນລາວບັນດາເຜົ່າຍາດໄດ້ໄຊຊະນະຢ່າງສິ້ນເຊິງ. ໃນເສັ້ນທາງປະຫວັດສາດທີ່ສະຫງ່າອົງອາດນັ້ນ ແມ່ນເຕັມໄປດ້ວຍຮ່ອງຮອຍຂອງຄວາມຕັດສິນໃຈກາ

ໃນຕະຫຼອດໄລຍະ 30 ປີ (1945 – 1975), ກອງທັບ ຫວຽດນາມ ພ້ອມດ້ວຍກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮຽງບ່າຮຽງໄຫຼ່ ພ້ອມກັນຕໍ່ສູ້ ແລະ ຍາດເອົາໄຊຊະນະ ພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ຜູ້ຮຸກຮານເທື່ອລະກ້າວ. ພິເສດ, ກຳລັງທະຫານອາສາສະໝັກ ຫວຽດນາມ ໄດ້ພ້ອມກັບທະຫານ ແລະ ປະຊາຊົນລາວ ຕໍ່ສູ້ເພື່ອປົກປັກຮັກສາເສັ້ນທາງຂົນສົ່ງຍຸດທະສາດ - ເສັ້ນທາງ ໂຮ່ຈີມິນ ຢູ່ທາງທິດຕາເວັນຕົກສາຍພູຫຼວງ, ອັນໄດ້ປະກອບສ່ວນເຂົ້າໃນໄຊຊະນະລວມຂອງການປະຕິວັດສາມຊາດອິນດູຈີນ ຫວຽດນາມ - ລາວ - ກຳປູເຈຍ.

ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ​ຮ່ວມສຳ​ພັນ​ສູ້​ຣົບ ຫວຽດ​ນາມ - ລາວ ຍາມ​ໃດ​ກໍ​ຢູ່​ໃນ​ໃຈ​ປະ​ຊາ​ຊົນ​ສອງ​ປະ​ເທດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ 

ຫວນຄືນບັນດາການເສຍສະຫຼະຂອງຖັນແຖວທະຫານອາສາສະໝັກ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີຄວາມຕື້ນຕັນໃຈ ແລະ ກ່າວວ່າ:

(ສຽງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)
 ບໍ່ພຽງແຕ່ໃຫ້ການຊ່ວຍເຫຼືອເພື່ອນ ລາວ ໃນການສ້າງພື້ນຖານການເມືອງ; ສ້າງ ແລະ ປັບປຸງກຳລັງປະກອບອາວຸດ ແລະ ບັນດາຖານທີ່ໝັ້ນການປະຕິວັດເທົ່ານັ້ນ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນານ ຍັງໄດ້ປະກອບສ່ວນຊ່ວຍເຫຼືອເພື່ອນ ລາວ ຂະຫຍາຍກຳລັງແຮງໃນໝູ່ປະຊາຊົນ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕໍ່ຕ້ານ; ຝຶກອົບຮົມບຳລຸງກຳລັງປະກອບອາວຸດ, ເພີ່ມທະວີວຽກງານການເມືອງ, ການກໍ່ສ້າງພັກ; ບຳລຸງສ້າງ ແລະ ພັດທະນາຖັນແຖວພະນັກງານໃຫ້ມີກຳລັງແຮງຢ່າງພຽງພໍເພື່ອແບກຫາບໜ້າທີ່ການປະຕິວັດຂອງ ລາວ. ໃນສົງຄາມຕໍ່ຕ້ານຈັກກະພັດ ອາເມລິກາ, ທະຫານອາສາສະໝັກ  ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ຊ່ວຍເພື່ອນກ່ຽວກັບດ້ານການທະຫານ, ການສ້າງກຳລັງປະກອບອາວຸດ, ໃນນັ້ນ ໄດ້ເອົາໃຈໃສ່ເຖິງການສ້າງກອງທັບປະເທດ ລາວ ໃຫ້ກາຍເປັນກຳລັງຫຼວງ, ຫຼັກແຫຼ່ງແກ່ນສານຂອງບັນດາກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ; ເອົາໃຈໃສ່, ຊ່ວຍເຫຼືອກໍ່ສ້າງກຳລັງຮັກຊາດລາວ ພ້ອມກັນສາມັກຄີສົມທົບກັບກອງທັບປະເທດລາວ ເຂົ້າຮ່ວມການຕໍ່ສູ້ຕ້ານສັດຕູ. ທ່ານພັນເອກ ເລມາຍ, ອະດີດຫົວໜ້າຫ້ອງການຄະນະຮັບຜິດຊອບທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ແຂວງ ຫຼວງພະບາງ ແບ່ງປັນວ່າ: ໃນຊຸມປີປະຕິບັດໜ້າທີ່ຢູ່ປະເທດລາວ ເພື່ອນບ້ານ, ເຖິງວ່າຊີວິດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ພະນັກງານ, ນັກຮົບທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ ຍາມໃດກໍໄດ້ຮັບການອຸ້ມຊູຊ່ວຍເຫຼືອ, ແບ່ງທຸກແບ່ງສຸກນຳທະຫານ, ປະຊາຊົນ ພ້ອມດ້ວຍອຳນາດການປົກຄອງທຸກຂັ້ນຂອງ ລາວ.

ອ້າຍນ້ອງກຳລັງປະກອບອາວຸດພວກຂ້າພະເຈົ້າ ໄດ້ຊ່ວຍຄະນະພັກແຂວງ, ອົງຄະນະພັກແຂວງ ຫຼວງພະບາງ ເພື່ອໃຫ້ເຂົາເຈົ້າເຂົ້າໃຈວ່າ ເມື່ອດຳເນີນການຕໍ່ຕ້ານຕ້ອງຈັດຕັ້ງປະຊາຊົນຄືແນວໃດ. ຫຼືວ່າໃນວຽກງານກໍ່ສ້າງພັກ ແມ່ນຮູ້ຫຍັງແດ່ກ່ຽວກັບພັກ. ໜ້າທີ່ຂອງພວກຂ້າພະເຈົ້າແມ່ນ ເຮັດແນວໃດໃຫ້ແຕ່ລະບ້ານ, ຕາແສງ, ເມືອງ ຕ້ອງມີຄະນະສະມາຊິກພັກ ເພື່ອບຳລຸງສ້າງພະນັກງານ, ສະມາຊິກພັກ, ເມື່ອເຂົາເຈົ້າເຕີບໃຫຍ່ເຂັ້ມແຂງ ແລະ ມີການຈັດຕັ້ງແລ້ວ ສອງຝ່າຍຈະຮ່ວມມືກັນ. ນັ້ນແມ່ນຂັ້ນຕອນລຳບາກທີ່ສຸດ. “

ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ​ຮ່ວມສຳ​ພັນ​ສູ້​ຣົບ ຫວຽດ​ນາມ - ລາວ ຍາມ​ໃດ​ກໍ​ຢູ່​ໃນ​ໃຈ​ປະ​ຊາ​ຊົນ​ສອງ​ປະ​ເທດ - ảnh 2ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍການນຳຂັ້ນສູງສອງປະເທດ ຢ້ຽມຊົມພາບຖ່າຍກ່ຽວກັບການຮ່ວມສໍນພັນສູ້ຮົບລະຫວ່າງ ຫວຽດນາມ - ລາວ

ເມື່ອຫວນຄືນຄວາມຊົງຈຳຂອງຕົນນັບແຕ່ມື້ທຳອິດທີ່ມານະຄອນຫຼວງ ຮ່າໂນ້ຍ ເມື່ອເດືອນກັນຍາ ປີ 1969, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃຫ້ຮູ້ວ່າ: ເວລານັ້ນ ຮ່າໂນ້ຍ ໄດ້ປົກຄຸມໄປດ້ວຍບັນຍາກາດທີ່ມິດງຽບ ແລະ ຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ປະທານ ໂຮ່ຈີມິນ. ບັນຍາກາດເຫຼົ່ານັ້ນ ຍັງຝັງເລິກໃນໃຈຂອງເພິ່ນມາຮອດທຸກມື້ນີ້. ພວກສັດຕູຖືວ່າ ປະທານໂຮຈີມິນ ຫາກໍຈາກໄປນັ້ນ, ແຫຼ່ງກຳລັງໃຈຂອງນັກຮົບປະຕິວັດ ຫວຽດນາມ ຈະຖືກຫຼຸດລົງ, ສະນັ້ນ ໄດ້ສວຍໃຊ້ໂອກາດນີ້ເພື່ອເປີດບັ້ນຕໍ່ສູ້ຢູ່ທົ່ວທຸກເຂດພາກຂອງ ຫວຽດນາມ ດ້ວຍຈຸດປະສົງທຳລາຍຈິດໃຈຂອງປະຊາຊົນ ຫວຽດນາມ… ແຕ່ກົງກັນຂ້າມ, ນ້ຳໃຈປະຕິວັດ, ນ້ຳໃຈຕໍ່ສູ້ຕ້ານຈັກກະພັດ ອາເມລິກາ ແລະ ພວກລູກແຫຼ້ງຕີນມື ໄຊງ່ອນ ຍິ່ງເພີ່ມຂຶ້ນສູງ ດ້ວຍຄຳຂວັນ ຕໍ່ສູ້ເພື່ອປະເທດຊາດ, ຕໍ່ສູ້ເພື່ອປົກປັກຮັກສາພາກໃຕ້. ທ່ານເລົ່າສູ່ຟັງວ່າ:

                   (ສຽງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)
ຫວນເບິ່ງຄືນໄລຍະປະຫວັດສາດທີ່ສະຫງ່າອົງອາດທີ່ໄດ້ຜ່ານພົ້ນໄປ, ປະຊາຊົນສອງປະເທດ ຫວຽດນາມ - ລາວ ຍາມໃດກໍມີຄວາມເອກອ້າງທະນົງໃຈຕໍ່ວິວັດການສ້າງສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ຫາຍາກໃນໂລກນີ້. ເສັ້ນທາງດັ່ງກ່າວ ແມ່ນເຕັມໄປດ້ວຍຄວາມຕັດສິນໃຈ, ການເສຍສະຫຼະເລືອດເນື້ອເຫື່ອແຮງ ແລະ ຄວາມຜູກພັນອັນໜຽວແໜ້ນຂອງທະຫານ ແລະ ປະຊາຊົນ - ຜູ້ຄົນດີເດັ່ນຂອງສອງຊາດ. ມາຮອດປັດຈຸບັນນີ້, ສອງປະເທດ ຍັງສືບຕໍ່ຖະໜຸຖະໜອມ ແລະ ສືບທອດມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍ, ຊ່ວຍເຫຼືອເຊິ່ງກັນແລະກັນ ໃນຂະບວນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ./. 

ຕອບກັບ

ຂ່າວ/ບົດ​ອື່ນ