ຈິດລັດດາ ຈຳປາພັນ - ນຳອາຫານການກິນຂອງ ຫວຽດນາມໄປສູ່ເພື່ອນລາວ ຜ່ານແອັບ ຕິກຕອກ

(VOVWORLD) -ຈິດລັດດາ ຈຳປາພັນ - ຜູ້ຍິງຄົນລາວ ແມ່ນໜຶ່ງໃນບັນດາຕິກຕອກເກີທີ່ມີຄວາມປາດຖະໜາຢາກນຳບັນດາເຍື່ອງອາຫານແຊບໆ, ບັນດາສະຖານທີ່ທ່ອງທ່ຽວ, ວັດທະນະທຳຂອງ ຫວຽດນາມ ໄປສູ່ເພື່ອນມິດຂອງຕົນ

        ຕິກຕອກ ບໍ່ພຽງແຕ່ແມ່ນແອັບບັນເທິງທາງອິນເຕີເນັດເທົ່ານັ້ນ, ຫາກຍັງສ້າງກາລະໂອກາດໃຫ້ແກ່ຫຼາຍຄົນກາຍເປັນຜູ້ປະດິດສ້າງເນື້ອໃນທີ່ມີຄຸນນະພາບອີກດ້ວຍ. ແຕ່ລະຄົນຈະສະເໜີເລື່ອງລາວທີ່ແຕກຕ່າງກັນ ແລະ ບັນດາເລື່ອງລາວນັ້ນໄດ້ຖ່າຍທອດຄວາມຮູ້ສຶກທີ່ຕັ້ງໜ້າໄປສູ່ປະຊາຄົມ. ຈິດລັດດາ ຈຳປາພັນ - ຜູ້ຍິງຄົນລາວ ແມ່ນໜຶ່ງໃນບັນດາຕິກຕອກເກີທີ່ມີຄວາມປາດຖະໜາຢາກນຳບັນດາເຍື່ອງອາຫານແຊບໆ, ບັນດາສະຖານທີ່ທ່ອງທ່ຽວ, ວັດທະນະທຳຂອງ ຫວຽດນາມ ໄປສູ່ເພື່ອນມິດຂອງຕົນທີ່ພວມດຳລົງຊີວິດຢູ່ລາວ, ກໍຄືເພື່ອນລາວ ທີ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ຫຼາຍປະເທດ.

ຈິດລັດດາ ຈຳປາພັນ - ນຳອາຫານການກິນຂອງ ຫວຽດນາມໄປສູ່ເພື່ອນລາວ ຜ່ານແອັບ ຕິກຕອກ - ảnh 1 (ຈິດລັດດາ ຈຳປາພັນ ແນະນຳເຂົ້າປຸ້ນຊີ້ນປີ້ງ)

        ຈິດລັດດາ ຈຳປາພັນ, ອາຍຸ 28 ປີ, ຊື່ຫຼິ້ນແມ່ນ ນ້ອຍ, ໄດ້ຮັບການກຳເນີດ ແລະ ເຕີບໃຫຍ່ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ. ພໍ່ແມ່ຂອງນ້ອຍ ເຄີຍໄປຮ່ຳຮຽນ, ປະຕິບັດງານຢູ່ ຫວຽດນາມ ເປັນເວລາຫຼາຍປີ, ສະນັ້ນ, ນ້ອຍມີໂອກາດໄປທ່ອງທ່ຽວຢູ່ ຫວຽດນາມ ຫຼາຍຄັ້ງ, ນັບແຕ່ຄາວອາຍຸແຕ່ 12-13 ປີ. ນ້ອຍ ມີໂອກາດໄປຢ້ຽມຢາມຢູ່ຫຼາຍທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນບັນດາແຂວງທາງພາກກາງ, ຄື: ແທັງຮວາ, ວິງ, ດ່ານັ້ງ, ກວາງນາມ… ນອກຈາກທິວທັດທຳມະຊາດທີ່ສວຍງາມແລ້ວ, ເຍື່ອງອາຫານຂອງ ຫວຽດນາມ ຍາມໃດກໍ່ດຶງດູດຄວາມສົມໃຈຂອງນ້ອຍ, ພິເສດແມ່ນບັນດາເຍື່ອງອາຫານເອກະລັກສະເພາະຂອງແຕ່ລະເຂດ. ນ້ອຍແບ່ງປັນວ່າ:

(ຈິດລັດດາ ຈຳປາພັ)

        ສຳລັບ ນ້ອຍ, ເບິ່ງຄືວ່າ ບັນດາເຍື່ອງອາຫານຂອງ ຫວຽດນາມ ໄດ້ກາຍເປັນຄວາມເມົາມົວຫຼົງໄຫຼແລ້ວ, ສະນັ້ນ ເມື່ອກັບເມືອປະເທດ, ນ້ອຍ ໄປຊອກຫາບັນດາຮ້ານອາຫານໂດຍຊາວ ຫວຽດນາມ ຢູ່ ລາວ ເປັນຜູ້ແຕ່ງ, ແຕ່ເຫັນວ່າລົດຊາດຂອງມັນມີຄວາມບໍ່ຄືກັບກິນຢູ່ ຫວຽດນາມ ປານໃດ. ຍ້ອນເຫດນັ້ນ, ເມື່ອມີໂອກາດ ໄປຮ່ຳຮຽນຢູ່ ຫວຽດນາມ ຕື່ມອີກ, ນ້ອຍ ຈິ່ງຕັດສິນໃຈສ້າງຊ່ອງ ຕິກຕອກ ເພື່ອແນະນຳເຍື່ອງອາຫານ ແລະ ວັດທະນະທຳ ຫວຽດນາມ.

(ຈິດລັດດາ ຈຳປາພັ)

ໃນການຄົ້ນຫາເຍື່ອງອາຫານຂອງ ຫວຽດນາມ ແຕ່ລະຄັ້ງ, ນ້ອຍ ເຫັນວ່າ ບາງເທື່ອອາຫານເຍື່ອງດຽວກັນ, ແຕ່ລະຮ້ານພັດມີວິທີປຸງແຕ່ງ ແລະ ລົດຊາດທີ່ແຕກຕ່າງກັນ. ນ້ອຍຢາກໂຄສະນາບັນດາຮ້ານອາຫານທີ່ຕົນມັກ ແລະ ພໍໃຈທີ່ສຸດ.

(ຈິດລັດດາ ຈຳປາພັ)

ຈິດລັດດາ ຈຳປາພັນ - ນຳອາຫານການກິນຂອງ ຫວຽດນາມໄປສູ່ເພື່ອນລາວ ຜ່ານແອັບ ຕິກຕອກ - ảnh 2(ຄຼິບແນະນຳເຂົ້າປຸ້ນງົນເຫ້ວ)

ເຖິງວ່າ, ນັບແຕ່ທ້າຍປີ 2022 ມາຮອດປະຈຸບັນ ຈຳນວນ ຄຼິບທີ່ລົງໃນຕິກຕອກຍັງບໍ່ທັນຫຼາຍ, ພຽງເກືອບ 40 ຄຼິບ ເທົ່ານັ້ນ, ແຕ່ບັນດາຄຼິບທີ່ ນ້ອຍ ເອົາລົງນັ້ນ ລ້ວນແຕ່ດຶງດູດຄົນລາວ ແລະ ຄົນຫວຽດນາມທີ່ຮູ້ພາສາລາວ ນັບຮ້ອຍຄັ້ງ.

“ບັນດາຄຼິບເຊິ່ງ ນ້ອຍ ເວົ້າເປັນພາສາ ຫວຽດ ທີ່ໄດ້ເອົາລົງໃນຕິກຕອກ ແມ່ນມີຄວາມດຶງດູດໃຈຫຼາຍ. ຂ້າພະເຈົ້າເອງກໍ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ ຮ່າໂນ້ຍ, ແຕ່ມີຫຼາຍຮ້ານອາຫານຂ້າພະເຈົ້າກໍ່ບໍ່ທັນຮູ້. ໂດຍຕິດຕາມຊ່ອງຕິກຕອກຂອງ ນ້ອຍ ຂ້າພະເຈົ້າໄດ້ຮູ້ຫຼາຍເຍື່ອງອາຫານແຊບທີ່ຂາຍໃນເຂດຕົວເມືອງກວ່າອີກ. ໃນໄລຍະຈະມາເຖິງ, ຂ້າພະເຈົ້າຫວັງຢາກໄດ້ຮັບແນະນຳກ່ຽວກັບບັນດາເຍື່ອງອາຫານຂອງລາວ ນຳອີກ”.

        ມາຮອດຈຸດເວລານີ້, ຍັງມີນັບຮ້ອຍຄຼິບທີ່ ນ້ອຍ ແນະນຳກ່ຽວກັບຮ້ານອາຫານຢູ່ ຮ່າໂນ້ຍ, ຄື: ຮ້າຍຂາຍເສັ້ນລ້ອນເປັດ, ຮ້ານເຂົ້າໜົມ, ຮ້ານ ກາເຟ… ເຊິ່ງພວມດັດແກ້ເພື່ອເອົາລົງຕິກຕອກໃນໄລຍະຈະມາເຖິງ. ນອກນັ້ນ, ນ້ອຍກໍ່ຈະສ້າງຊ່ອງ Youtube, ເພື່ອສາມາດແນະນຳວັດທະນະທຳ, ອາຫານການກິນລະຫວ່າງ ຫວຽດນາມ - ລາວ. ນ້ອຍ ປາດຖະໜາວ່າ ບັນດາຄຼິບທີ່ຕົນເອົາລົງນັ້ນ ຈະປະກອບສ່ວນຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະ ໂຄສະນາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະລະຫວ່າງ 2 ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ