ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະທີ່​​ເຮັດຈາກ​ເຫຼັກ​ເສດ​ຂອງ​ນາຍ​ຊ່າງ​ຊາວ​ກຳ​ປູ​ເຈຍ

(VOVWORLD) -ດ້ວຍບັນດາແນວຄວາມຄິດທີ່ມີຫົວຄິດປະດິດສ້າງ, ກ້າຄິດ ກ້າທຳ, Kang Sothea – ນາຍຊ່າງຜູ້ໜຶ່ງ ໄດ້ໃຊ້ເຄື່ອງອາໄຫຼ່ລົດຈັກເສດເຫຼືອ ສ້າງເປັນບັນດາຜະລິດຕະພັນສິລະປະຢູ່ແຂວງ Kandal ປະເທດ ກຳປູເຈຍ, ອ້າຍໄດ້ຮັບຄວາມຮັກແພງຈາກທຸກຄົນ ດ້ວຍບັນດາຄວາມເມົາມົວຂອງຕົນເອງ ແລະ ຄວາມປາດຖະໜາ ຢາກປະກອບສ່ວນກຳລັງແຮງຂອງຕົນ ເພື່ອຮັກສາສິ່ງແວດລ້ອມໃນວົງຄະນະຍາດ.
ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະທີ່​​ເຮັດຈາກ​ເຫຼັກ​ເສດ​ຂອງ​ນາຍ​ຊ່າງ​ຊາວ​ກຳ​ປູ​ເຈຍ - ảnh 1

   ເບິ່ງຄືວ່າ ບັນດາເຄື່ອງອາໄຫຼ່ລົດຈັກຄື: ໂສ້, ຕະປູກຽວ....ແມ່ນສິ່ງເສດເຫຼືອ ແຕ່ສຳລັບອ້າຍ Kang Sothea (Công Xộ-thia), ປະທານສະໂມສອນ OMA- ຊື່ງແມ່ນສະໂມສອນຂອງບັນດານາຍຊ່າງສ້ອມແປງລົດຈັກນິຍົມສິລະປະຢູ່ແຂວງ Kandal, ລາຊະອານາຈັກກຳປູເຈຍ ແລ້ວ, ນີ້ກໍ່ແມ່ນບັນດາວັດຖຸທີ່ສາມາດປະດິດສ້າງເປັນສິລະປະທີ່ດູດດື່ມໃຈໄດ້. ອ້າຍ Kang Sothea ໄດ້ເຮັດສິ່ງທີ່ເປັນ ສິລະປະນີ້ ຢ່າງກະທັນຫັນ ຍ້ອນອ້າຍເຄີຍເປັນຜູ້ຂາຍນ້ຳມັນລົດ ແລະ ນາຍຊ່າງສ້ອມແປງລົດຈັກ ແຕ່ຍ້ອນມີຄວາມຮັກມັກ ກັບສິລະປະ, ກໍ່ຄືຄວາມເສຍດາຍໃນຂະນະທີ່ຕ້ອງປະຖິ້ມເຄື່ອງອາໄຫຼ່ລົດຈັກເກົ່ານັ້ນ, ອ້າຍຈຶ່ງໄດ້ສ້າງຈຳນວນເຫຼັກເສດດັ່ງກ່າວເປັນບັນດາຜະລິດຕະພັນສິລະປະ. ອ້າຍ Kang Sothea ເວົ້າວ່າ:

    ເມື່ອພົບປະກັບໝູ່ເພື່ອນທີ່ເປັນນາຍຊ່າງສ້ອມແປງລົດຈັກ, ຂ້າພະເຈົ້າເຫັນເຂົາເຈົ້າໄດ້ປະຖິ້ມເຫຼັກເສດຫຼາຍທີ່ສຸດ. ຂ້າພະເຈົ້າຈຶ່ງເກີດແນວຄິດຈະຫັນຈຳນວນເຫຼັກເສດເຫຼົ່ານັ້ນເປັນຜະລິດຕະພັນໃດໜຶ່ງທີ່ມີຄວາມໝາຍ ແລ ສາມາດຂາຍໄດ້. ຫຼັງຈາກນັ້ນ ຂ້າພະເຈົ້າກໍ່ຄິດວ່າ ນີ້ຈະແມ່ນວຽກເສີມ ນອກຈາກອາຊີບເປັນນາຍຊ່າງສ້ອມແປງລົດຈັກ.

ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະທີ່​​ເຮັດຈາກ​ເຫຼັກ​ເສດ​ຂອງ​ນາຍ​ຊ່າງ​ຊາວ​ກຳ​ປູ​ເຈຍ - ảnh 2

    ດ້ວຍຄວາມປາດຖະໜາ ຢາກແບ່ງປັນກັບໝູ່ເພື່ອນທີ່ພວມປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19, ກໍ່ຄືຊອກຫາທິດເດີນໃໝ່ໃຫ້ອາຊີບຂອງຕົນ, ອ້າຍ Kang Sothea ພ້ອມກັບບັນດາເພື່ອນທີ່ເປັນນາຍຊ່າງສ້ອມແປງລົດຈັກ ໄດ້ສ້າງຕັ້ງສະໂມສອນ OMA ເພື່ອສາມາດພ້ອມກັນເຮັດບັນດາຜະລິດຕະພັນຈາກເຫຼັກເສດລົດຈັກໄດ້ຫຼາຍກ່ວາອີກ. ອ້າຍໄດ້ແບ່ງປັນຄວາມຫຍຸ້ງຍາກເມື່ອເຮັດບັນດາຜະລິດຕະພັນຂອງຕົນ, ອ້າຍ Kang Sothea ເວົ້າວ່າ: “ສະມາຊິກໃນສະໂມສອນທຸກຄົນ ລ້ວນແຕ່ບໍ່ໄດ້ຮຽນວິຊາສິລະປະຊຸດໃດ, ສະນັ້ນ, ເພື່ອສ້າງເປັນຜະລິດຕະພັນໜຶ່ງ ກໍ່ແມ່ນວິວັດການຍາວນານນັບແຕ່ມີແນວຄວາມຄິດ, ຕະຫຼອດຮອດການປະຕິບັດບັນດາຜະລິດຕະພັນເຮັດຈາກເຫຼັກເສດລວມມີ: ແມງງອດ, ຈີ່ນາຍ, ແມງມູມ, ແມງວັນ, ໂຕມັງກອນ, ກຸ້ງມັງກອນ, ຕັກແຕນ…. ປະຈຸບັນ, ກຸ່ມກຳລັງ ມີ ຄວາມຄິດເຮັດມະນຸດຫຸ່ນຍົນ”.

ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະທີ່​​ເຮັດຈາກ​ເຫຼັກ​ເສດ​ຂອງ​ນາຍ​ຊ່າງ​ຊາວ​ກຳ​ປູ​ເຈຍ - ảnh 3

     ອ້າຍ Kang Sothea ໄດ້ສະສົມເງິນທີ່ເກັບໄດ້ຈາກການຂາຍບັນດາຜະລິດຕະພັນດັ່ງກ່າວ ທັງໃຊ້ໃນຊີວິດປະຈຳວັນ ທັງສ້າງວຽກເຮັດງານທຳໃຫ້ບັນດາເພື່ອນຮ່ວມງານທີ່ນິຍົມສິລະປະຄືອ້າຍຢູ່ທ້ອງຖິ່ນ. ອ້າຍຍັງມີແນວຄິດ ຈະເປີດຮ້ານວາງສະແດງເພື່ອໃຫ້ປະຊາຊົນ ແລະ ແຂກຄົນສາມາດເຂົ້າມາຢ້ຽມຊົມໄດ້, ຈາກນັ້ນຈະຍົກອອກສານທີ່ວ່າ: ສິ່ງທີ່ຢູ່ອ້ອມຂ້າງພວກເຮົາ ຄິດວ່າບໍ່ມີຄວາມໝາຍຫຍັງ ແຕ່ເມື່ອພວກເຮົາມີເຈດຈຳນົງ ແລະ ກຳລັງປະດິດສ້າງແລ້ວ, ສິ່ງດັ່ງກ່າວພັດມີຄວາມໝາຍຕໍ່ຊີວິດຂອງພວກເຮົາ.

   ເມື່ອໄປຢ້ຽມຊົມເຂດຜະລິດ ແລະ ເຂດວາງສະແດງ, ອ້າຍ Banh Nha ແລະ ອ້າຍ Pisey ແຂກທ່ອງທ່ຽວມາຈາກ ພະນົມເປັນ ໄດ້ມີຄວາມນັບຖືຕໍ່ສີມືທີ່ຄ່ອງແຄ້ວຂອງບັນດານາຍຊ່າງສ້ອມແປງລົດຈັກທີ່ຮັກຫອມສິລະປະນີ້ທີ່ສຸດ:

  ຂ້າພະເຈົ້ານິຍົມນັບຖືຕໍ່ຄວາມສາມາດຂອງບັນດານາຍຊ່າງນີ້ທີ່ສຸດ. ເຂົາເຈົ້າໄດ້ຫັນບັນດາເຄື່ອງເສດເຫຼືອ ເປັນບັນດາຜະລິດຕະພັນສິລະປະ ທີ່ໄດ້ນຳມາວາງສະແດງຢູ່ຫຼາຍແຫ່ງຄື: ຮ້ານອານຫານ, ຮ້ານກາເຟ, ໂຮງແຮມ ຂ້າພະເຈົ້າມັກບັນດາຜະລິດຕະພັນນີ້ທີ່ສຸດ.

   ບັນດາຮູບຈຳລອງໂຕສັດນີ້ມີຊີວິດຊີວາ, ງາມຕາ ແລະ ແປກປະຫຼາດໃຈທີ່ສຸດ. ນີ້ແມ່ນການປະສົມລະຫວ່າງສິະປະ, ການປົກປັຮັກສາສິ່ງແວດລ້ອມ ແລະ ການສ້າງລາຍຮັບໃຫ້ແກ່ບັນດານາຍຊ່າງຕື່ມອີກ.

   ບັນດາສະມາຊິກສະໂມສອນ OMA ໄດ້ນຳມາເຊິ່ງສິ່ງທີ່ ໃໝ່ອ່ຽມ ແລະ ແປກໜ້າໃນດ້ານສິລະປະມາໃຫ້ທຸກຄົນ. ນັ້ນແມ່ນການປະດິດສ້າງສິລະປະໃນສິ່ງທີ່ມີຢູ່ແລ້ວ, ສິະປະບໍ່ແມ່ນສິ່ງທີ່ຫ່າງໄກ ແລະ ສຳຜັຍາກ, ສິລະປະພັດມີຄວາມໃກ້ຊິກັບຊີວິດປະຈຳວັນຂອງພວກເຮົາ. ການປະສານສົມທົບລະຫວ່າງຄວາມນິຍົມລົດຈັກ ແລະ ຄວາມມັກຮັກໃນສິະປະ, ສະໂມສອນ OMA ໄດ້ເຮັດບັນດາຜະລິດຕະພັນສິລະປະສະເພາະ ແລະ ມີຄວາມດູດດື່ມໃຈ, ພ້ອມທັງໄດ້ປະກອບສ່ວນຮັກສາສິ່ງແວດລ້ອມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ