ບັນດາໝູ່ບ້ານອົບອຸ່ນນ້ຳໃຈ ຫວຽດນາມ - ລາວ

(VOVWORLD) - ດ້ວຍເງື່ອໄຂດ້ານພູມສາດທີ່ໃກ້ຊິດຕິດແທດ, ກໍ່ຄືການພົວພັນມູນເຊື້ອທີ່ສະໜິດສະໜົມ, ຄວາມສະໜິດຕິດພັນລະຫວ່າງສອງຊາດ ຫວຽດນາມ - ລາວ ໄດ້ຊຸກຍູ້ວິວັດການພົວພັນແລກປ່ຽນຢູ່ລຽບຕາມເຂດຊາຍແດນ. ດັ່ງນັ້ນ, ໃນເຂດດິນແດນຂອງສອງປະເທດ ໄດ້ສ້າງເປັນຫຼາຍູ່ບ້ານ, ໃນນັ້ນ ມີພົນລະເມືອງຫຼາຍລຸ້ນຄົນເຊິ່ງເປັນຜູ້ຖືສອງສາຍເລືອດຂອງ ຫວຽດນາມ ແລະ ລາວ.

ໂດຍໄດ້ຮັບການສ້າງເງື່ອນໄຂອຳນວຍຄວາມສະດວກຈາກອຳນາດການປົກຄອງສອງປະເທດ, ບັນດາໝູ່ບ້ານຂອງລາວ ໃນເຂດດິແດນ ຫວຽດນາມ ແລະ ຊາວ ຫວຽດນາມ ອາໄສຢູ່ເຂດດິນແດນລາວ ໄດ້ກາຍເປັນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກສອງຊາດໄດ້. ຢູ່ບ່ອນນັ້ນ, ດ້ວຍການດຳລົງຊີວິດທີ່ເຈືອຈາ, ສາມັກຄີ ແມ່ນຕົວພະຍານຫຼັກຖານທີ່ມີວິດຊີວາທີ່ສຸດໃຫ້ແກ່ນ້ຳໃຈອັນບໍລິສຸດຜຸດຜ່ອງລະວ່າງປະຊາຊົນສອງປະເທດ. ໃນລາຍການຊາຍຄາອາຊຽນ ພາກນີ້, ເຊີນທ່ານຮັບຟັງບົດຂຽນບັນດາໝູ່ບ້ານທີ່ອົບອຸ່ນໄປດ້ວຍນ້ຳໃຈ ຫວຽດນາມ - ລາວຈາກນັກຂ່າວ VOV.

ບັນດາໝູ່ບ້ານອົບອຸ່ນນ້ຳໃຈ ຫວຽດນາມ - ລາວ - ảnh 1ນາຍແຮວ່, ນາຍບ້ານ ຝູເລີມ


        ໃນກາງເຂດພູຜາປ່າໄມ້ຂອງເມືອງເຂດພູດອຍ ເຮືອງເຄ, ແຂວງ ຮ່າຕິງ, ມີໝູ່ບ້ານແຫ່ງໜຶ່ງຂອງຊາວ ລາວເທິງ ທີ່ມາຈາກປະເທດລາວ ໄດ້ມາກໍ່ຮ່າງສ້າງຕົວ ແລະ ກາຍເປັນປະຊາຊົນຂອງຕາແສງ ຝູຢາ. ປະຊາຊົນທັງໝົດໃນໝູ່ບ້ານແຫ່ງນີ້ມີນາມສະກຸນ ເລ ແລະ ຖືສັນຊາດ ຫວຽດນາມ. ເຖິງວ່າໄດ້ດຳລົງຊີວິດໃນເຂດດິນແດນ ຫວຽດນາມ ເປັນເວລາເກືອບ 100 ປີແລ້ວກໍ່ຕາມ ແຕ່ພໍ່ແມ່ປະຊາຊົນຢູ່ທີ່ນີ້ຍາມໃດກໍ່ມີສະຕິຮັກສາພາສາແມ່ຂອງຕົນ. ທຸກໆອາທິດ, ຊົ່ວໂມງຮຽນສຸດທ້າຍຂອງວັນສຸກ, ນັກຮຽນຊາວ ຫວຽດ ເຊື້ອຊາດ ລາວ ຢູ່ບ້ານລາວເທິງ ກໍ່ໄດ້ຮຽນພາສາ ລາວ ໂດຍທ່ານ ນາຍແຮວ່ (ຊື່ເຕັມວ່າ ເລວັນແຮວ່), ນາຍບ້ານ ຝູເລີມ ສິດສອນໃຫ້, ດ້ວຍການໜູນຊ່ວຍຈາກພະແນກສຶກສາ - ບຳລຸງສ້າງແຂວງ ຮ່າຕິງ ແລະ ປ້ອມປ້ອງກັນຊາຍແດນ ຝູຢາ.  ເດັກໆທຸກຄົນລ້ວນແຕ່ມີຄວາມປິຕິຊົມຊື່ນ ເມື່ອໄດ້ຮຽນພາສາລາວ:

        ເທບ: ນັກຂ່າວ: - ລູກໄດ້ຮຽນພາສາລາວບໍ່? ລູກຮຽນໄດ້ຄຳສັບຫຍັງແດ່ແລ້ວ?

                             - ໄດ້ຽນຢູ່. ຽນເພື່ອຮູ້ພາສາແມ່ຂອງຕົນ. ລູກຮຽນໄດ້ຄຳກິປາ, ກິນເຂົ້າ

        ປີນີ້, ນາຍບ້ານ ນາຍແຮວ່ ມີອາຍຸ 56 ປີ, ແມ່ນລຸ້ນຄົນທີ 3, ນັບແຕ່ເວລາປູ່ຍ່າຕາຍາຍພ້ອມກັບປະຊາຊົນໃນບ້ານໄດ້ຂ້າມຊາຍແດນມາຍັງເຂດພູຜາປ່າໄມ້ ເຮືອງເຄ ເພື່ອລົບລີ້ຈາກຄວາມກົດດັນ, ຄວາມອຶດຫິວກ່ອນນີ້ກ່ວາ 90 ປີ. ມາຮອດປະຈຸບັນ, ບ້ານລາວເທິງຝູຢາ ມີ 5 ລຸ້ນຄົນດຳລົງຊີວິດ ດ້ວຍປະຊາຊົນກ່ວາ 300 ຄົນ.

        ຕາມການເລົ່າຂານກັນມາຈາກປູ່ຍ່າຕາຍາຍແລ້ວ, ພວກຂ້າພະເຈົ້າມາດຳລົງຊີວິດຢູ່ແຫ່ງນີ້ກ່ອນປີ 1930, ດຳລົງຊີວິດ, ເຮັດວຽກນຳຄົນ ຫວຽດນາມ. ເວລາມີວຽກມີງານ ກໍໄດ້ກັບຄືນບ້ານເກົ່າ ເຊິ່ງປະຈຸບັນແມ່ນບ້ານ ຫວ່າງຈ້າມ, ເມືອງ ນາກາຍ, ແຂວງ ຄຳມ່ວນ”.

ບັນດາໝູ່ບ້ານອົບອຸ່ນນ້ຳໃຈ ຫວຽດນາມ - ລາວ - ảnh 2ນັກຮຽນຢູ່ ໂຮງຮຽນຝູຢາ, ເຮືອງເຄ, ຮ່າຕິ້ງ

        ເມື່ອອົບພະຍົບມາດິນແດນ ຫວຽດນາມ, ສ້າງບ້ານສ້າງເຮືອນ, ນອກຈາກໄດ້ຮັບການໜູນຊ່ວຍຈາກພໍ່ແມ່ປະຊາຊົນຊາວ ຫວຽດນາມ ໃນບ້ານແລ້ວ, ລັດຍັງໄດ້ໜູນຊ່ວຍດ້ານທຶນຮອນ, ເບ້ຍໄມ້, ພັນສັດລ້ຽງ, ພໍ່ແມ່ປະຊາຊົນຊາວລາວຢູ່ທີ່ນີ້ຍາມໃດກໍ່ໄດ້ຮັບການອຸ້ມຊູຊ່ວຍເຫຼືອຈາກທະຫານປ້ອງກັນຊາຍແດນ. ຍ້ອນເຫດນັ້ນ, ຊີວິດການເປັນຢູ່ນັບມື້ນັບເປັນປົກກະຕິ, ດີຂຶ້ນ ແລະ ເຊື່ອມໂຍງກັບວົງຄະນະຍາດ, ປະກອບສ່ວນກໍ່ສ້າງໝູ່ບ້ານ. ອາ ເລທິທິ້ງ ກໍ່ແມ່ນໜຶ່ງໃນຈຳນວນປະຊາຊົນເຜົ່າລາວ ທີ່ດຳລົງຊີວິດຢູ່ບ້ານ ຝູເລີມ, ແບ່ງປັນວ່າ:

        ທະຫາຍຊາຍແດນຢູ່ທີ່ນີ້ໄດ້ຮຽງບ່າຮຽງໄຫຼ່ພ້ອມກັບພວກຂ້າພະເຈົ້າ, ທະຫານໄດ້ຊ່ວຍເຫຼືອຫຼາຍຢ່າງ. ລູກຫຼານບໍ່ຮູ້ໜັງສື ບັນດາອ້າຍກໍ່ສອນໃຫ້, ເວລາເຮົາເຮັດໄຮ່ເຮັດນາຖືກນ້ຳຖ້ວບັນດາອ້າຍທະຫານກໍ່ໄດ້ມາຊ່ວຍເຫຼືອ. ຮອດເວລາວັນບຸນຕ່າງໆກໍ່ໄດ້ຈູດກອງໄຟຕັ້ງຄ້າຍ, ມ່ວນຫຼາຍ”.

        ສ່ວນຢູ່ຟາກຊາຍແດນເບື້ອງລາວ, ແຂວງ ຄຳມ່ວນ - ເຊິ່ງເປັນບ່ອນໃຫ້ກຳເນີດບ່ອນຝັງສາຍແຮ່ແຜ່ສາຍບືຂອງຊົນເຜົ່າລາວ ທີ່ພວມດຳລົງຊີວິດຢູ່ແຂວງ ຮ່າຕິງ ມີໝູ່ບ້ານແຫ່ງໜຶ່ງທີ່ມີວັດທະນະທຳທີ່ເຂັ້ມຂົ້ນຂອງ ຫວຽດນາມ ຢູ່ເມືອງ ໜອງບົກ. ນັ້ນແມ່ນບ້ານຊຽງວາງ, ເຊິ່ງເປັນສະຖານທີ່ດຳລົງຊີວິດຂອງເກືອບ 157 ຄອບຄົວຄົນລາວ, ໃນນັ້ນມີ 57 ຄອບຄົວຄົນລາວ ເຊື້ອຊາດ ຫວຽດນາມ ລຸ້ນທີ 2, ທີ 3. ກວ່າໜຶ່ງສະຕະວັດທີ່ອົບພະຍົບຈາກແຂວງ ກວາງບິ່ງ ໄປລາວ, ພໍ່ແມ່ປະຊາຊົນຢູ່ນີ້ຍັງຄົງຮັກສາການດຳເນີນຊີວິດທີ່ເປັນມູນເຊື້ອຂອງບ້ານເກີດເມືອງນອນ, ສ້າງໝູ່ບ້ານອາຊີບທີ່ເປັນມູນເຊື້ອຄື: ເຮັດເຂົ້າໜົມກາຍ, ເສັ້ນເຝີແຫ້ງຢູ່ເຂດດິນປະຫວັດສາດ ແລະ ກາຍເປັນບັນດາຜະລິດຕະພັນປາຍແຫຼມຂອງເຂດ. ທ່ານ ຈັນທະຄິດ ມະນີປະ, ນາຍບ້າຍ ຊຽງວາງ, ໃຫ້ຮູ້ວ່າ: ພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ທີ່ນີ້ມີໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພັດທະນາຂອງບ້ານ, ຈາກການກໍ່ສ້າງຫ້ອງການ ຕະຫຼອດຮອດໂຮງຮຽນ, ຖະໜົນຫົນທາງ… ແຕ່ປີ 1995, ຊາວບ້ານຊຽງວາງ ໄດ້ຖືສັນຊາດ ລາວ ແລ້ວ. ເຂດອະນຸສອນສະຖານ ລຸງໂຮ່ ຢູ່ບ້ານ ຊຽງວາງ ໄດ້ກາຍເປັນສະຖານທີ່ເພື່ອໃຫ້ຊາວ ຫວຽດ ແລະ ຊາວລາວ ພົບປະແລກປ່ຽນ, ຮັກສາມູນເຊື້ອອັັນສະໜິດຕິດພັນລະຫວ່າງສອງຊາດ:

ເທບພາສາລາວ ທ່ານ ຈັນທະຄິດ ມະນີປະ

 

        ທ່ານ ໄພມະນີ ພົມມະສານ, ຮອງຫົວໜ້າຫ້ອງວ່າການແຂວງ ຄຳມ່ວນ, ຫົວໜ້າຄະນະຄຸ້ມຄອງເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ ຢູ່ບ້ານຊຽງວາງ ໄດ້ສະແດງຄວາມປະຕິຊົມຊື່ນເມື່ອເວົ້າເຖິງບັນດາການປະກອບສ່ວນຂອງປະຊາຄົມຊາວລາວ ເຊື້ອຊາດ ຫວຽດນາມ ຢູ່ເມືອງ ໜອງບົກ ທີ່ມີຕໍ່ການພັດທະນາເສດຖະກິດຂອງທ້ອງຖິ່ນ:

ເທບພາສາລາວ ທ່ານ ໄພມະນີ ພົມມະສານ

 

        ບັນດາຄອບຄົວຖືສອງສາຍເລືອດ ຫວຽດ - ລາວ, ບັນດາໝູ່ບ້ານທີ່ມີອະນຸສອນໃນຕົວບໍ່ຈັກວ່າເທົ່າໃດ, ຂີດໝາຍວັດທະນະທຳຂອງຊາດຢູ່ເຂດຊາຍແດນສອງປະເທດ ພວມນັບມື້ນັບອີ່ມໜຳສຳລານ, ມີຄວາມຜາສຸກ ຍ້ອນໄດ້ຮັບການໜູນຊ່ວຍຈາກພັກ, ລັດ. ນັ້ນກໍ່ແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາທີ່ສຸດ, ແມ່ນແປວໄຟທີ່ອົບອຸ່ນ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ, ບໍລິສຸດຜຸດຜ່ອງລະຫວ່າງສອງຊາດ, ສອງປະເທດເຊິ່ງ ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ການນຳລຸ້ນຕ່າງໆ, ປະຊາຊົນສອງປະເທດ ຫວຽດນາມ - ລາວ ໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງໃຫ້ໃສແຈ້ງຕະຫຼອດໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ