ລຸງ​ໂຮ່​ໃນ​ດວງ​ໃຈ​ຂອງ​ຊາວ​ໜຸ່ມ ຫວຽດ​ນາມ ແລະ ໂລກ

(VOVWORLD) - ນັບແຕ່ຄາວຍັງມີຊີວິດ ຫຼື ຈາກໂລກນີ້ໄປແລ້ວ, ປະທານໂຮ່ຈີມິນ ຍາມໃດກໍ່ໄດ້ຮັບນ້ຳໃຈອາລົມຈິດຄວາມຮັກແພງຂອງປະຊາຊົນຫວຽດນາມ ກໍ່ຄືເພື່ອນມິດໃນທົ່ວ 5 ທະວີບ. ແບບຢ່າງກ່ຽວກັບຄຸນສົມບັດປະຕິວັດ, ບັນດາເລື່ອງລາວກ່ຽວກັບການດຳລົງຊີວິດທີ່ລຽບງ່າຍຂອງການນຳຜູ້ຍິ່ງໃຫຍ່ຂອງຊາດ ຫວຽດນາມ, ເພື່ອນຜູ້ຍິ່ງໃຫຍ່ຂອງໂລກ ຍາມໃດໄວໜຸ່ມລຸ້ນປັດຈຸບັນກໍ່ໄດ້ຮ່ຳຮຽນເອົາ, ຍ້ອງຍໍເສັນລະເສີນດ້ວຍຄວາມນັບຖື ແລະ ແສນເຄົາລົບຮັກ! ນັກຂ່າວ ງວຽນຮ່າ ໄດ້ແບ່ງປັນບັນດາເລື່ອງລາວຂອງເພື່ອນໜຸ່ມໃນພາກພື້ນ ອາຊຽນ ທີ່ມີຕໍ່ລຸງໂຮ່.

ລຸງ​ໂຮ່​ໃນ​ດວງ​ໃຈ​ຂອງ​ຊາວ​ໜຸ່ມ ຫວຽດ​ນາມ ແລະ ໂລກ - ảnh 1Rifo Ridillah ມີຄວາມຫວັງມາ ຫວຽດນາມ ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ

ໃນຕອນເຊົ້າຂອງທຸກວັນ, ການອ່ານປຶ້ມແມ່ນຄວາມລຶ້ງເຄີຍຂອງນັກຂ່າວໜຸ່ມ ທິບພະວົງ ສຸມາວາດ ສັງກັດສະຖານີໂທລະພາບກອງທັບປະຊາຊົນລາວ ນັບແຕ່ຊຸມປີຍັງຮຽນສາມັນ. ຜ່ານບັນດາປຶ້ມກ່ຽວກັບການນຳ ແລະ ນັກວິລະຊົນບັນດາາດໃນໂລກ, ອ້າຍ ທິບພະວົງ ມີຄວາມສົນໃຈເປັນພິເສດ ຕໍ່ປະທານໂຮ່ຈີມິນ. ອ້າຍໄດ້ເມົາມົວຄົ້ນຄ້ວາ, ຊອກຮູ້ບັນດາເລື່ອງລາວ, ເອກະສານກ່ຽວກັບລຸງໂຮ່. ອ້າຍແບ່ງປັນວ່າ ລຸງໂຮ່ ແມ່ນແຮງໃຈເພື່ອໃຫ້ອ້າຍມັກຮັກການຮຽນພາສາຫວຽດ ຍ້ອນວ່າ ການຮຽນພາສາຫວຽດໄດ້ຊ່ວຍໃຫ້ອ້າຍມີເງື່ອນໄຂສຳຜັດກັບປຶ້ມ ແລະ ຮູບເງົາ, ເອກະສານອັນລ້ຳຄ່າກ່ຽວກັບລຸງ.

ສຳລັບປະເທດລາວພວກຂ້າພະເຈົ້າ, ປະທານໂຮ່ຈີມິນ ແມ່ນການຳໄດ້ສ້າງພື້ນຖານໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ. ຂ້າພະເຈົ້າສົ່ງໄດ້ຮູ້ສຶກປະທັບໃຈທີ່ສຸດຕໍ່ຄຸນສົມບັດ, ແບບແຜນດຳລົງຊີວິດອັນລຽບງ່າຍຂອງລຸງໂຮ່. ຂ້າພະເຈົ້າຫວັງວ່າໃນອະນາຄົດ, ຈະມີໂອກາດໄດ້ໄປຮຽນຢູ່ ຫວຽດນາມ, ໄປຢາມສະຖານທີ່ລຸງໂຮ່ ດຳລົງຊີວິດ ແລະ ເຮັດວຽກ... ຂ້າພະເຈົ້າໄດ້ແຂວນພາບລຸງໂຮ່ ໄວ້ໃນຫ້ອງຢ່າງສະຫງ່າ, ສຳລັບຂ້າພະເຈົ້າແລ້ວ ພາບນັ້ນມີຄວາມໝາຍທີ່ສຸດ, ແມ່ນແສງສະຫວ່າງເຍືອງທາງຊ່ວຍໃຫ້ຂ້າພະເຈົ້າເດີນໄປເພື່ອບັນລຸໄດ້ເປົ້າໝາຍຂອງຕົນ.

ກໍ່ຄືກັນກັບ ທິບພະວົງ ສຸມາວາດ, ຊາຍໜຸ່ມ Rifo Ridillah ມາຈາກອິນໂດເນເຊຍ ກໍ່ຍັງບໍ່ທັນມີໂອກາດໄປຫວຽດນາມຈັກເທື່ອ ແຕ່ໄດ້ສະຫງວນນ້ຳໃຈ ອາລົມຈິດຄວາມຮັກແພງແບບພິເສດໃຫ້ ປະທານໂຮ່ຈີມິນ ແລະ ປະເທດ ຫວຽດນາມ. ບັນດາເລື່ອງລາວທຳອິດກ່ຽວກັບລຸງໂຮ່ ເຊິ່ງ Rifo Ridillah ໄດ້ຮັບຟັງແມ່ນຈາກພໍ່ຂອງຕົນ ເຊິ່ງແມ່ນທ່ານຜູ້ຟັງທີ່ສະໜິດຕິດພັນກັບສະຖານີວິທະຍຸກະຈາຍສຽງ ຫວຽດນາມ. ເພິ່ນຊ່ວຍໃຫ້ Rifo  ສາມາດມີຄວາມຮູ້ກ່ຽວກັບລຸງໂຮ່, ກ່ຽວກັບປະເທດ ຫວຽດນາມ. ປັດຈຸບັນ Rifo ພວມຮຽນພາສາຫວຽດ ດ້ວຍຄວາມຫວັງໃນອະນາຄົດຈະມີໂອກາດໄປຢາມ ຫວຽດນາມ, ໄປສຸສານໄຫວ້ອາໄລປະທານໂຮ່ຈີມິນ:

ໄວໜຸ່ມອິນໂດເນເຊຍ ຮູ້ຈັກເຖິງປະທານ ໂຮ່ຈີມິນ ໂດຍຜ່ານປະຫວັດສາດແຫ່ງການຕໍ່ສູ້ຂອງຊາດອິນໂດເນເຊຍ ຍ້ອນວ່າລຸງໂຮ່ແມ່ນເພື່ອນມິດທີ່ສະໜິດສະໜົມຂອງປະທານາທິບໍດີ Sukarno. ທ່ານນາງ Megawati, ລູກສາວຂອງອະດີດປະທານທິບໍດີ Sukarno ປັດຈຸບັນແມ່ນປະທານພັກປະຊາທິປະໄຕກຳອຳນາດອິນໂດເນເຊຍ ຍັງໄດ້ເລົ່າຄືນເລື່ອງລາວລຸງໃສ່ເກີບຢາງພາລາເມື່ອມາຢາມອິນໂດເນເຊຍ . ສຳລັບຂ້າພະເຈົ້າ, ປະທານໂຮ່ຈີມິນ ແມ່ນການນຳທີ່ລຽບງ່າຍ, ແມ່ນນັກວິລະຊົນຕໍ່ສູ້ເພື່ອເອກະລາດຂອງປະຊາຊົນ ຫວຽດນາມ. ຂ້າພະເຈົ້າມີຄວາມເຄົາລົບນັບຖື ປະທານໂຮ່ຈີມິນ ຢ່າງແທ້ຈິງ, ເຊິ່ງຍາມໃດເພິ່ນກໍ່ຢຶດໝັ້ນກັບຫຼັກການປົກປັກຮັກສາອະທິປະໄຕຂອງປະເທດ ຫວຽດນາມ.

ລຸງ​ໂຮ່​ໃນ​ດວງ​ໃຈ​ຂອງ​ຊາວ​ໜຸ່ມ ຫວຽດ​ນາມ ແລະ ໂລກ - ảnh 2ທ້າວ ຕືແທັງຟອງ ນັກຮົບຕຳຫຼວດ ຢູ່ອິນໂດເນເຊຍ

ເລື່ອງລາວຂອງ ທິບພະວົງ ສຸມາວາດ ແລະ Rifo Ridillah ພຽງແຕ່ແມ່ນ 2 ໃນຈຳນວນບັນດາເລື່ອງລາວຂອງໄວໜຸ່ມສາກົນກ່ຽວກັບຄວາມຮັກ ແລະ ຄວາມເຄົາລົບນັບຖືຕໍ່ ປະທານໂຮ່ຈີມິນ. ສ່ວນໄວໜຸ່ມ ຫວຽດນາມ ໃນປັດຈຸບັນ, ລຸງໂຮ່ ບໍ່ພຽງແຕ່ແມ່ນການນຳຜູ້ຍິ່ງໃຫຍ່ເທົ່ານັ້ນ ຫາກຍັງແມ່ນຜູ້ເປັນພໍ່ຂອງຊົນຊາດ, ຄູສອນຜູ້ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ. ທ້າວ ຕືແທັງຟອງ ນັກຮົບຕຳຫຼວດ ພວມເຮັດວຽກຢູ່ແຂວງ ບິ່ງດິ້ງ, ຜູ້ຍາດໄດ້ລາງວັນພິເສດໃນການສອບເສັງຊອກຮູ້ກ່ຽວກັບການໄປຢ້ຽມຢາມອິນໂດເນເຊຍ ຂອງປະທານໂຮ່ຈີມິນ ແລະ ການໄປຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Soekarno” ປີ 2020 ໂດຍສະຖານີວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນສອງປະເທດ. ດ້ວຍລາງວັນແມ່ນການໄປຢ້ຽມຢາມອິນໂດເນເຊຍ 5 ວັນ, ທ້າວ ຟອງ ໄດ້ໄປຢ້ຽມຢາມຫຼາຍສະຖານທີ່ທີ່ມີຊື່ສຽງຂອງອິນໂດເນເຊຍ. ໃນນັ້ນມີສະຖານທີ່ພິເສດ ເຊິ່ງແມ່ນສະຖານທີ່ກ່ອນນີ້ 64 ປີ ປະທານໂຮ່ຈີມິນ ໄດ້ມາຢ້ຽມຢາມ ແລະ ຮັບໃບປະກາດສະນີຍະບັດປະລິນຍາເອກກິດຕິມະສັກ ຂະແໜງກົດໝາຍ ຂອງມະຫາວິທະຍາໄລ Padjadjaran, ເຊິ່ງແມ່ນໃບປະກາດສະນີຍະບັດໜຶ່ງດຽວໃນຊີວິດທີ່ ປະທານໂຮ່ຈີມິນ ເຫັນດີຮັບ.

ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈທີ່ສຸດເມື່ອໄດ້ໄປຍັງສະຖານທີ່ເຊິ່ງ ປະທານໂຮ່ຈີມິນ ເຄີຍໄປຢາມ. ຂ້າພະເຈົ້າໄດ້ຮັບຟັງການແນະນຳກ່ຽວກັບການເດີນທາງຂອງລຸງໂຮ່ ຢູ່ແຫ່ງນີ້, ໄປຢ້ຽມຢາມບັນດາສະຖານທີ່ເຊິ່ງເພິ່ນເຄີຍມາ. ຂ້າພະເຈົ້າຮູ້ສຶກໄດ້ເຖິງອາລົມຈິດຄວາມຮັກແພງຂອງປະຊາຊົນຢູ່ແຫ່ງນີ້ມີຕໍ່ລຸງໂຮ່. ແທ້ຈິງແລ້ວ, ມັນແມ່ນຄວາມຮູ້ສຶກທີ່ຍາກຈະພັນລະນາໄດ້. ມາແຫ່ງນີ້ຂ້າພະເຈົ້າຍິ່ງຮູ້ສຶກເອກອ້າງທະນົງໃຈກ່ຽວກັການນຳຂອງຊາດ, ເພື່ອມິດຜູ້ຍິ່ງໃຫຍ່ຂອງປະເທດ ອິນໂດເນເຊຍ.

ໃນຊຸມວັນເດືອນພຶດສະພານີ້, ປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນໝົດທຸກຄົນ ລ້ວນແຕ່ຄິດເຖິງວັນຄ້າຍວັນເກີດລຸງໂຮ່ (19/5/1890) ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນອັນເລິກເຊິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ