ເສັ້ນ​ທາງ​ເຊື່ອມ​ຕໍ່​ການ​ລົງ​ທຶນ​ລະຫວ່າງໄທ ກັບ ຫວຽດ​ນາມ

(VOVWORLD) -ລັດຖະບານໄທ ສົ່ງເສີມວິສາຫະກິດຂອງປະເທດຕົນອອກໄປລົງທຶນຢູ່ຕ່າງປະເທດ, ໃນນັ້ນ ມີຫວຽດນາມ ເພື່ອສ້າງຕາໜ່າງສະໜອງສິນຄ້າໃຫ້ເປັນປົກກະຕິ.
ເສັ້ນ​ທາງ​ເຊື່ອມ​ຕໍ່​ການ​ລົງ​ທຶນ​ລະຫວ່າງໄທ  ກັບ ຫວຽດ​ນາມ - ảnh 1 ຄະນະຜູ້ແທນໄທ ຢ້ຽມຢາມ ບໍລິສັດ CP

ປັດຈຸບັນ, ໄທ ພວມຖືກຈັດອັນດັບທີ 9 ໃນຈຳນວນ 129 ປະເທດ ແລະ ເຂດແຄວ້ນລົງທຶນເຂົ້າຫວຽດນາມ. ນອກຈາກບັນດາວິສາຫະກິດຂະໜາດໃຫຍ່ທີ່ມີໜ້າຢູ່ ຫວຽດນາມ ໃນຮອບເວລາກວ່າ 20 ປີຜ່ານມາຄື: SCG, CP, ... ແລ້ວ ປັດຈຸບັນ, ວິສາຫະກິດຈຳນວນໜຶ່ງກໍມີທ່າແຮງບົ່ມຊ້ອນກ່ຽວກັບດ້ານເສດຖະກິດ ແລະ ວິທະຍາສາດເຕັກນິກ ຂອງໄທ ກໍມີຄວາມສົນໃຈເຖິງການລົງທຶນ, ກໍ່ສ້າງໂຮງງານຢູ່ບັນດາເຂດອຸດສາຫະກຳຂອງ ຫວຽດນາມ. ໃນຂະນະນັ້ນ, ລັດຖະບານໄທ ກໍສົ່ງເສີມວິສາຫະກິດຂອງປະເທດຕົນອອກໄປລົງທຶນຢູ່ຕ່າງປະເທດ, ໃນນັ້ນ ມີຫວຽດນາມ ເພື່ອສ້າງຕາໜ່າງສະໜອງສິນຄ້າໃຫ້ເປັນປົກກະຕິ. ຫວ່າງມໍ່ໆມານີ້, ລັດຖະບານ ໄທ ໄດ້ໜູນຊ່ວຍບຳລຸງສ້າງ ແລະ ຈັດຕັ້ງໃຫ້ບັນດາວິສາຫະກິດໄທ ເຂົ້າຮ່ວມການໄປສຳຫຼວດເສັ້ນທາງເຊື່ອມຕໍ່ການລົງທຶນລະຫວ່າງ ໄທ  ກັບ ຫວຽດນາມຄັ້ງຕ່າງໆ. ຫວ່າງມໍ່ໆມານີ້, ແມ່ນເສັ້ນທາງລົງທຶນແຕ່ແຂວງ ມຸກດາຫານ, ສະຫວັນນະເຂດ ຫານະຄອນ ເຫວ້, ດ່າໜັງ ແລະ ຮ່າໂນ້ຍ.

ເສັ້ນ​ທາງ​ເຊື່ອມ​ຕໍ່​ການ​ລົງ​ທຶນ​ລະຫວ່າງໄທ  ກັບ ຫວຽດ​ນາມ - ảnh 2 ຄະນະຕາງໜ້າບັນດາບໍລິສັດຂອງ ໄທ ເຂົ້າຮ່ວມການສໍາຫຼວດເສັ້ນທາງເຊື່ອມຕໍ່ການລົງທຶນ

ທ່ານ ທິຕິພັນ ອັກຄະຣະວົງວະຣິດ, ຜູ້ອຳນວຍການບໍລິສັດ Winner Inter Plas ຈຳກັດ ເຊິ່ງເປັນບໍລິສັດທີ່ມີຄວາມຊຳນານໃນຂົງເຂດ ອັດຢາງປລາດສະຕິກ ຢູ່ ປະເທດໄທ ມາເປັນເວລາ 12 ປີ, ປັດຈຸບັນ ໄດ້ເປີດກວ້າງການລົງທຶນກໍ່ສ້າງໂຮງງານຜະລິດຢູ່ ອິນເດຍ, ເຊິ່ງເປັນໜຶ່ງໃນຈຳນວນວິສາຫະກິດ 50 ແຫ່ງ ທີ່ເຂົ້າຮ່ວມການສຳຫຼວດຄັ້ງນີ້ ໂດຍກົມສົ່ງເສີມການລົງທຶນ ໄທ (BOI) ຈັດຕັ້ງ. ທ່ານ ທິຕິພັນ ໃຫ້ຮູ້ວ່າ: ບໍລິສັດຂອງທ່ານ ມີໂຮງງານອັດຢາງປລາດສະຕິກ ຢູ່ແຂວງ ນະຄອນພະນົມ, ເຊິ່ງຕິດກັບແຂວງ ມຸກດາຫານ - ຈຸດທຳອິດຂອງເສັ້ນທາງເຊື່ອມຕໍ່ການລົງທຶນລະຫວ່າງ ໄທ ກັບ ຫວຽດນາມ. ດັ່ງນັ້ນ, ເລື່ອງເຂົ້າຮ່ວມການສຳຫຼວດເສັ້ນທາງ ແຕ່ແຂວງ ມຸກດາຫານ - ສະຫວັນນະເຂດ - ເຫວ້ - ດ່າໜັງ - ຮ່າໂນ້ຍ ແມ່ນມີຄວາມໝາຍສຳຄັນຍິ່ງ. ພິເສດ,  ເລື່ອງດຳເນີນການສຳຫຼວດຢູ່ສອງທ້ອງຖິ່ນ ທີ່ມີການພັດທະນາຢ່າງຂະຫຍັນຂັນເຄື່ອນ ຄື ຮ່າໂນ້ຍ ແລະ ດ່າໜັງ ໄດ້ຊ່ວຍໃຫ້ທ່ານ ກຳແໜ້ນໄດ້ທ່າແຮງຂອງສອງທ້ອງຖິ່ນດັ່ງກ່າວ:

ນອກຈາກບັນດາບໍລິສັດທີ່ດຳເນີນການສຳຫຼວດຫຼາຍຄັ້ງຢູ່ ຫວຽດນາມ ຄື ບໍລິສັດ Winner Inter Plas ຈຳກັດ ແລ້ວ, ການໄປສຳຫຼວດຄັ້ງນີ້, ຍັງມີບໍລິສັດໃໝ່ຫຼາຍແຫ່ງຄື ບໍລິສັດ Better world green public ຈຳກັດ. ບໍລິສັດນີ້ ມີປະສົບການໃນການສະໜອງບໍລິການກໍາຈັດ ສິ່ງເສດເຫຼືອອຸດສາຫະກຳ ມາເປັນເວລາ 20 ປີ ແລະ ພວມບໍລິຫານໂຮງງານ ຈູດຂີ້ເຫຍື້ອ ເພື່ອຜະລິດເປັນໄຟຟ້າໃຊ້ພະລັງງານຈາກາກນຈູດຂີ້ເຫຍື້ອ 3 ແຫ່ງຢູ່ ໄທ. ທ່ານນາງ ພັດທາຣັດ ເຫຼືອງວິຣິຍະ, ຜູ້ຊ່ວຍວຽກຜູ້ອຳນວຍການຮັບຜິດຊອບການດຳເນີນທຸລະກິດສາກົນ ຂອງ ບໍລິສັດ  Better world green public ຈຳກັດ ມີຄວາມເພິ່ງພໍໃຈຕໍ່ບັນດາປະສົບການທີ່ຖອດຖອນມາໄດ້ຈາກບັນດາວິສາຫະກິດ ໄທ ທີ່ປະສົບຜົນສຳເລັດໃນການລົງທຶນຢູ່ຫວຽດນາມ:

        ໂດຍເຫັນໄດ້ປະສິດທິຜົນຂອງການສຳຫຼວດເສັ້ນທາງເຊື່ອມຕໍ່ການລົງທຶນລະຫວ່າງ ໄທ - ຫວຽດນາມ, ນອກຈາກເສັ້ນທາງແຕ່ແຂວງ ມຸກດາຫານ - ສະຫວັນນະເຂດ - ເຫວ້ - ດ່າໜັງ - ຮ່າໂນ້ຍ ແລ້ວ, ໃນປີ 2019, BOI ຍັງໄດ້ສົມທົບກັບສະຖານທູດ ໄທ ປະຈຳ ຮ່າໂນ້ຍ ຈັດຕັ້ງການສຳຫຼວດເສັ້ນທາງລົງທຶນ ເຊື່ອມຕໍ່ແຕ່ ບາງກອກ - ນະຄອນພະນົມ - ວິງ - ຮ່າໂນ້ຍ ແລະ ເສັ້ນທາງ ແຕ່ ອຸບົນ ລາດຊະທານີ - ສະຫວັນນະເຂດ - ກວ໋າງຈິ - ເທື່ອທຽນເຫວ້ - ເສັ້ນທາງຫຼວງ ເລກທີ 9. ບັນດາເສັ້ນທາງເຫຼົ່ານັ້ນ ລ້ວນແຕ່ມີແມ່ນການເຊື່ອມຕໍ່ການລົງທຶນ ຂອງໄທ ກັບພາກເໜືອ ແລະ ພາກກາງ ຂອງ ຫວຽດນາມ. ທ່ານ ທານີ ແສງຣັດ, ເອກອັກຄະລັດຖະທູດ ໄທ ປະຈຳ ຮ່າໂນ້ຍ, ອະທິບາຍວ່າ:

        ທ່ານ ທານີ ແສງຣັດ ໃຫ້ຮູ້ຕື່ມອີກວ່າ, ໄປຄຽງຄູ່ກັບການດໍາເນີນບັນດາການສຳຫຼວດການລົງທຶນເຂົ້າບັນດາເຂດອຸດສາຫະກຳຂອງ ວິສາຫະກິດ ໄທ ແລ້ວ, ລັດຖະບານໄທ ຍັງສົ່ງເສີມບັນດາເສັ້ນທາງລົງທຶນພັດທະນາການຜະລິດ ແລະ ສົ່ງອອກສິນຄ້າຜ່ານທາງທະເລ ຜ່ານທ່າກ່ຳປັ່ນ ຫາຍຟ່ອງ ແລະ ຜ່ານແຂວງ ລ້າງເຊີນ ຂອງຫວຽດນາມ ເພື່ອເຊື່ອມຕໍ່ ກັບ ຈີນ ອີກດ້ວຍ. ດັ່ງນັ້ນ, ໃນລະຫວ່າງວັນທີ 17 – 21 ມິຖຸນາ ນີ້, ສະຖານທູດໄທ ປະຈຳ ຮ່າໂນ້ຍ ແລະ BOI ຈະນຳພາຄະນະຜູ້ແທນວິສາຫະກິດ ໄທ ໄປສຳຫຼວດເສັ້ນທາງເຊື່ອມຕໍ່ລະຫວ່າງ ຮ່າໂນ້ຍ - ຫາຍຟ່ອງ - ກວ໋າງນິງ - ລ້າງເຊີນ ກັບ ແຂວງ ໜານໜິງ ປະເທດ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ