ເມືອງ ເມື່ອງແຍ໊ ເອົາໃຈໃສ່ວຽກງານກໍ່ສ້າງພັກ

(VOVWORLD) - ວຽກງານກໍ່ສ້າງພັກ, ເປັນແຫລ່ງສ້າງມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກ ເມືອງເມື່ອງແຍ ແຂວງ ດ້ຽນບຽນ. ຍ້ອນເຫດນັ້ນ ອົງຄະນະພັກ ເມືອງ ຈຶ່ງບັນລຸໄດ້ໝາກຜົນຕັ້ງຫນ້າກ່ຽວກັບເລື່ອງລົບລ້າງບ້ານບໍ່ມີສະມາຊິກພັກ, ສ້າງຕັ້ງຫນ່ວຍພັກບ້ານ ຄຸ້ມບ້ານ, ປະກອບສ່ວນຍົກສູງກຳລັງຄວາມສາມາດໃນການຊີ້ນຳນຳພາ, ກຳລັງຕໍ່ສູ້ຂອງບັນດາການຈັດຕັ້ງພັກຂັ້ນຮາກຖານ.
ເມືອງ ເມື່ອງແຍ໊ ເອົາໃຈໃສ່ວຽກງານກໍ່ສ້າງພັກ - ảnh 1 ພະນັກງານ ລົງຢ້ຽມຢາມຖາມຂ່າວ ແລະ ແລກປ່ຽນວຽກງານກັບປະຊາຊົນ

ຄະນະພັກເມືອງເມື່ອງແຍ໊ ໄດ້ຜັນຂະຫຍາຍ ແລະ ຈັດຕັ້ງການປະຕິບັດຫລາຍແຜນຮ່າງ, ແຜນການກ່ຽວກັບການຍົກສູງຄຸນນະພາບການດຳເນີນຊີວິດຂອງຫນ່ວຍພັກຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນການດຳເນີນຊີວິດກ່ຽວກັບຫົວເລື່ອງສະເພາະ. ຄະນະປະຈຳຄະນະພັກເມືອງ ໄດ້ປະກາດໃຊ້ມະຕິ ວ່າດ້ວຍ “ການຍົກສູງຄຸນນະພາບການດຳເນີນຊີວິດຂອງຫນ່ວຍພັກ, ເປັນຕົ້ນແມ່ນຫນ່ວຍພັກຢູ່ບໍລິເວນບ້ານ, ເຂດຊຸມຊົນ” ແລະ ໂຄງການເຄື່ອນໄຫວປະຕິບັດມະຕິ.

ແຕ່ລະປີ ເມືອງເມື່ອງແຍ໊ ໄດ້ຈັດຕັ້ງການພົບປະສັງສັນ, ແລກປ່ຽນບົດຮຽນ, ຝຶກອົບຮົມວຽກງານພັກ, ບຳລຸງທັກສະ, ວິທີການຈັດຕັ້ງການດຳເນີນຊີວິດຫນ່ວຍພັກເປັນປະຈຳໄລຍະ, ການດຳເນີນຊີວິດດ້ວຍຫົວເລື່ອງສະເພາະໃຫ້ແກ່ເລຂາຫນ່ວຍພັກຢູ່ບໍລິເວນເມືອງ. ທ່ານ ຫງວຽນກວາງຮຶງ, ເລຂາພັກເມືອງ ເມື່ອງແຍ໊ ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:

 “ໃນອາຍຸການຜ່ານມາ ພວກຂ້າພະເຈົ້າ ຮັບສະມາຊິກພັກໄດ້ເກືອບ 700 ຄົນ, ໃນນັ້ນ ມີກວ່າ 500 ຄົນແມ່ນຊາວເຜົ່າສ່ວນຫນ້ອຍ. ນອກນັ້ນ ທາງເມືອງກໍ່ລົບລ້າງບ້ານບໍ່ມີສະມາຊິກໄດ້ 38/38 ບ້ານ ແລະ ສ້າງຕັ້ງໜ່ວຍພັກຂັ້ນບ້ານໄດ້ 75 ຫນ່ວຍ, ຍັງແຕ່ 10 ບ່ອນເທົ່ານັ້ນ ທີ່ຍັງບໍ່ທັນມີການຈັດຕັ້ງພັກຂັ້ນຮາກຖານ. ພວກຂ້າພະເຈົ້າພວມບຳລຸງ-ກໍ່ສ້າງ, ແລະ ຍົກສູງສະຕິຄວາມຮັບຮູ້ໃຫ້ມະຫາຊົນກ້າວໜ້າ ທີ່ເປັນຊາວຊົນເຜົ່າພວມດຳເນີນຊີວິດດ້ານສາສະຫນາ, ເຈົ້າກົກເຈົ້າເຫລົ່າ, ນາຍບ້ານ ແລະ ປະຈຸບັນ ໄດ້ຮັບເອົານາຍບ້ານ, ເຈົ້າກົກເຈົ້າເຫລົ່າ 26 ຄົນເຂົ້າເປັນສະມາຊິກພັກ, ໃນນັ້ນ ມີນາຍບ້ານ 12 ຄົນ ເປັນທັງເລຂາຫນ່ວຍພັກພ້ອມ.”

ເມືອງ ເມື່ອງແຍ໊ ເອົາໃຈໃສ່ວຽກງານກໍ່ສ້າງພັກ - ảnh 2ອົງການສື່ມວນຊົນເຮັດວຽກກັບອຳນາດການປົກຄອງເມືອງເມື່ອງແຍ່  

ຄະນະປະຈຳຄະນະພັກເມືອງ ໄດ້ຊີ້ນຳໃຫ້ຫນ່ວຍພັກຕ່າງໆຈັດຕັ້ງບັນດາການດຳເນີນຊີວິດຫນ່ວຍພັກຕາມຫົວເລື່ອງສະເພາະໃນແຕ່ລະປີ ຫລືຕາມຫນ້າທີ່ຈຸດສຸມ, ບັນຫາຮ້ອນເຮັ່ງຂອງທ້ອງຖິ່ນ. ຈັດສົ່ງການນຳຂັ້ນເມືອງ ແລະ ຕາແສງ ໄປເຂົ້າຮ່ວມການດຳເນີນຊີວິດຕາມຫົວເລື່ອງສະເພາະຢູ່ຫນ່ວຍພັກຮາກຖານ; ມີໃບຕີລາຄາຄຸນນະພາບການດຳເນີນຊີວິດຂອງແຕ່ລະຫນ່ວຍພັກ.

ດ້ວຍວິທີເຮັດດັ່ງກ່າວ, ຫນ່ວຍພັກທຸກຂັ້ນ ສາມາດກຳແຫນ້ນໄດ້ທັງສະພາບການ, ຄຸນນະພາບການດຳເນີນຊີວິດຫນ່ວຍພັກ, ຈິດໃຈຕຳຫນິຕິຊົມຕົນເອງ ແລະ ຕຳຫນິຕິຊົມເພື່ອນສະຫາຍ ໄດ້ຍົກສູງຂຶ້ນ, ລັກສະນະຕໍ່ສູ້ຂອງສະມາຊິກພັກ ແລະ ຫນ່ວຍພັກກໍ່ໄດ້ຮັບການຍົກສູງຂຶ້ນ. ຜ່ານນັ້ນ ປະກອບສ່ວນສ້າງຊີວິດຂອງປະຊາຊົນໃຫ້ເປັນປົກກະຕິ, ປຊຊ ນັບມື້ນັບມີຄວາມເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກ. ລຸງ ລໍ່ວັນແວງ ຊາວເຜົ່າຜູ້ໄທ ບ້ານ ພຽງວາຍ ຕາແສງ ນ້ຳແກ່ມ ເມືອງເມື່ອງແຍ໊ ເວົ້າວ່າ:

ເມື່ອທຽບໃສ່ໄລຍະກ່ອນນີ້ ປະຈຸບັນຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້ແມ່ນແຕກຕ່າງກັນຫລາຍ. ເສັ້ນທາງໄປມາກ່ອນນີ້ແມ່ນຫຍຸ້ງຍາກຫລາຍ ແຕ່ປີ 1992 ມາຮອດປະຈຸບັນ ເສັ້ນທາງໄປເຖິງເມືອງ ເມື່ອງແຍ່ແມ່ນສະດວກທີ່ສຸດ. ພວກຂ້າພະເຈົ້າ ຍັງໄດ້ອ່ານຫນັງສືພິມ, ຟັງວິທະຍຸ: ເບິ່ງໂທລະທັດ ແລະ ນຳໃຊ້ເຄືອຂ່າຍອິນເຕີແນດ, ລູກຫລານໄດ້ໄປໂຮງຮຽນ. ພັກ ລັດ ມີຄວາມເອົາໃຈໃສ່ຕໍ່ພວກຂ້າພະເຈົ້າຫລາຍທີ່ສຸດ. ພວກຂ້າພະເຈົ້າ ໄດ້ຊົມໃຊ້ຫລາຍສິ່ງຫລາຍຢ່າງຈາກໂຄງການຫນູນຊ່ວຍທີ່ດິນທຳການຜະລິດ, ດິນປຸກສ້າງເຮືອນຢູ່ ແລະ ນ້ຳສະອາດ. ໂຄງການພັດທະນາເສດຖະກິດ-ສັງຄົມຢູ່ບັນດາຕາແສງຢູ່ເຂດຫ່າງໄກສອກຫຼີກ ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ປະຈຸບັນ ຢູ່ ບ້ານ ພຽງວາຍ ມີສະມາຊິກພັກບາງຄົນສ້າງເສດຖະກິດເກັ່ງ.”

ຄະນະຊາວຫນຸ່ມເມືອງ  ກໍ່ໄດ້ເອົາໃຈໃສ່ເຖິງວຽກງານຂະຫຍາຍສະມາຊິກພັກເປັນປະຈຳ, ຖືນີ້ແມ່ນຫນ້າທີ່ຈຸດສຸມໃນວຽກງານກໍ່ສ້າງພັກ, ຜ່ານນັ້ນ ເພີ່ມເຕີ່ມກຳລັງສະມາຊິກພັກຫນຸ່ມ, ຮັບປະກັນການສືບທອດ, ຂະຫຍາຍພັກ. ແຕ່ປີ 2019 ມາຮອດປະຈຸບັນ ຄະນະຊາວຫນຸ່ມເມືອງເມື່ອງແຍ໊ ທຸກຂັ້ນ ໄດ້ສະເໜີຊາວຫນຸ່ມດີເດັ່ນ 254 ຄົນໃຫ້ຫນ່ວຍພັກພິຈາລະນາຮັບເຂົ້າເປັນສະມາຊິກພັກ, ໃນນັ້ນ ມີ 211 ຄົນໄດ້ເຂົ້າເປັນສະມາຊິກພັກແລ້ວ. ທ່ານ ຫລີ່ຕືແຊ່ ຊາວເຜົ່າຮ່າຍີ່ ເລຂາຫນ່ວຍພັກ ທັງເປັນນາຍບ້ານ ນ້ຳປັກ ຕາແສງ ຈູງຈ໋າຍ ເລົ່າສູ່ຟັງວ່າ:

 ປີ 2015 ຂ້າພະເຈົ້າໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນໃນບ້ານ ເລືອກຕັ້ງເປັນນາຍບ້ານ. ປີ 2017 ຂ້າພະເຈົ້າໄດ້ເຂົ້າເປັນສະມາຊິກພັກ ແລະ ເປັນເລຂາຫນ່ວຍພັກ ໃນ2019. ບ້ານ ນ້ຳປັກ ມີ 37 ຄອບຄົວ ດ້ວຍພົນລະເມືອງ 139 ຄົນ, ໃນນັ້ນ ມີ 16 ຄົນເປັນສະມາຊິກພັກ. ຫນ່ວຍພັກ ໄດ້ຊ່ວຍເຫລືອພໍ່ແມ່ປະຊາຊົນເຮັດກະສິກຳ, ລ້ຽງສັດ ເພື່ອຫລຸດພົ້ນອອກຈາກຄວາມອຶດຫິວທຸກຍາກ, ປະຊາຊົນທຸກຄົນດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມສາມັກຄີດີ”.

ເມືອງ ເມື່ອງແຍ໊ ໄດ້ ແລະ ພວມປະຕິບັດວຽກງານຂະຫຍາຍພັກ, ກໍ່ສ້າງການຈັດຕັ້ງພັກຂັ້ນຮາກຖານໃຫ້ປອດໃສ, ເຂັ້ມແຂງ, ສະມາຊິກພັກມີຄຸນທາດການເມືອງ ຫນັກແຫນ້ນ. ຈາກນັ້ນ ປະກອບສ່ວນຍົກສູງຄຸນນະພາບຖັນແຖວສະມາຊິກພັກ, ສ້າງແຫລ່ງຊັບພະຍາກອນມະນຸດມີລະດັບຄວາມຮູ້ດ້ານວິຊາສະເພາະ, ຮັບໃຊ້ການພັດທະນາເສດຖະກິດສັງຄົມຂອງເມືອງຊາຍແດນເມື່ອງແຍ໊ໃຫ້ດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ