ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ: 7 ປັດ​ໄຈ​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ​ກາຍ​ເປັນການ​ພົວ​ພັນພິ​ເສດ

(VOVWORLD) -    ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລ້ວ, ມີ 7 ປັດໄຈເຮັດໃຫ້ການພົວພັນຫວຽດນາມ - ລາວກາຍເປັນການພົວພັນພິເສດ. ປັດໄຈພິເສດທີ່ສຸດນັ້ນແມ່ນ ຈິດໃຈມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ຫວຽດນາມ ແລະ ລາວ ບໍ່ມີວັນປ່ຽນແປງ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ: 7 ປັດ​ໄຈ​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ​ກາຍ​ເປັນການ​ພົວ​ພັນພິ​ເສດ - ảnh 1ທ່ານເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮູ່ງ (ພາບ: TTXVN)

ຫວ່າງແລ້ວນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2022), ທ່ານເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮູ່ງ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບການພົວພັນຮ່ວມມືລະຫວ່ງສອງປະເທດ ຫວຽດນາມ ແລະ ລາວ, ພ້ອມທັງຍົກໃຫ້ເຫັນ 7 ປັດໄຈທີ່ເຮັດໃຫ້ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ກາຍເປັນການພົວພັນພິເສດ.

     ນັກຂ່າວ: ຮຽນທ່ານເອກອັກຄະລັດຖະທູດ, ການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ, ໂດຍສອງປະເທດໄດ້ຖືເປັນການພົວພັນພິເສດ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ແຈ້ງກ່ຽວກັບຂໍ້ສັງເກດນີ້ຕື່ມໄດ້ບໍ່?

     ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ: ພວກເຮົາຕ້ອງຮູ້ແຈ້ງບັນດາປັດໄຈຢ່າງພາວະວິໄສ ແລະ ມີວິທະຍາສາດ. ອາດເວົ້າໄດ້ວ່າ ແຕ່ລະຄົນຕ້ອງມີວິທີການສັງເກດສະເພາະ, ແຕ່ຕາມຂ້າພະເຈົ້າແລ້ວ ມີສາຍເຫດຈຳນວນໜຶ່ງທີ່ສ້າງເປັນການພົວພັນເປັນພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ, ເຮົາຮູ້ວ່າ ການພົວພັນນີ້ແມ່ນຄົງຕົວຢ່າງພາວະວິໄສ, ເຮົາຈຶ່ງມີພື້ນຖານການຄົງຕົວຢ່າງໝັ້ນຄົງ ແລະ ກໍ່ແມ່ນເພື່ືອປະກອບສ່ວນເຂົ້າໃນການປັບປຸງ, ພັດທະນາການພົວພັນພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ.

     ທີໜຶ່ງ, ກ່ຽວກັບດ້ານພູມີສາດ ແລະ ປະຫວັດສາດ, ຫວຽດນາມ ແລະ ລາວແມ່ນສອງປະເທດບ້ານໃກ້ເຮືອນຄຽງ ຮ່ວມສາຍພູຫຼວງອັນໃຫຍ່ໂຕມະໂຫຖານ, ຮ່ວມແມ່ນ້ຳຂອງ. ໃນໄລຍະປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຂອງຕົນ, ສອງຊາດເຮົາໄດ້ດຳລົງຊີວິດຮ່ວມກັນດ້ວຍສັນຕິພາບ, ຕ້ານສັດຕູໂຕດຽວ ເພື່ອປົກປັກຮັກສາປະເທດຊາດ.

     ທີສອງ, ປະຊາຊົນສອງປະເທດລ້ວນແຕ່ມີພັກການເມືອງປະຈັນບານຂອງຊົນຊັ້ນກຳມະກອນ ທີ່ມີຕົ້ນກຳເນີດແມ່ນພັກກອມມູນິດອິນດູຈິນ, ປັດຈຸບັນແມ່ນ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ.

     ທີສາມ, ສອງປະເທດ ຫວຽດນາມ - ລາວ ຂອງພະນັກງານນັກຮົບທະຫານຫວຽດນາມ ແລະ ລາວ, ພະນັກງານ, ນັກຊ່ຽວຊານ ແລະ ທະຫານອາສາສະໝັກ ຫວຽດນາມ ນັບໝື່ນໆຄົນ ຕ້ອງເສຍສະຫຼະເລືອດເນື້ອ, ເຫື່ອແຮງເພື່ອສ້າງສາຍພົວພັນແບບພິເສດຄືໃນປັດຈຸບັນ.

     ທີສີ່, ນ້ຳໃຈສາມັກຄີແບບພິເສດ ລະຫວ່າງສອງຊາດຍັງໄດ້ສ້າງຂຶ້ນຈາກກຳລັງເຫື່ອແຮງ, ຢາດນ້ຳຕາ ແລະ ນ້ຳນົມຂອງບັນດາແມ່ຄົນລາວ ທີ່ໄດ້ເສຍສະຫຼະອາຫານການກິນຂອງຕົນ, ພິເສດແມ່ນຍັງໄດ້ເສຍສະຫຼະຢາດນ້ຳນົມທີ່ຕ້ອງໃຫ້ລູກນ້ອຍຕົນກິນ ໃຫ້ທະຫານຫວຽດນາມ ເພື່ອມີຊີວິດຢູ່ລອດ, ບັນດາແມ່ຍິງຫວຽດນາມ ໄດ້ສົ່ງຜົວ ແລະ ລູກຂອງຕົນອອກເດີນທາງໄປຕໍ່ສູ້ຢູ່ສະໜາມຮົບ ແລະ ບໍ່ໄດ້ຫວນກັບຄືນບ້ານເກີດອີກເລີຍ.

ທີຫ້າ, ການພົວພັນຫວຽດນາມລາວ ມີແມ່ນພິເສດຍ້ອນວ່າທັງສອງປະເທດຍາມໃດກໍ່ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງສຸດຈິດສຸດໃຈ, ບໍລິສຸດຜຸດຜ່ອງໄມຕີຈິດ ບໍ່ຂຸ່ນມົວຍ້ອນແນວຄິດຫວັງຜົນປະໂຫຍດ ຫຼື ຄິດແບບປະເທດໃຫຍ່, ປະເທດນ້ອຍ. ພວກເຮົາບໍ່ພຽງແຕ່ຮັກແພງກັນເທົ່ານັ້ນ ຫາກຍາມໃດກໍ່ເຄົາລົບນັບຖືເຊິ່ງກັນແລະກັນ, ມີການພົວພັນແບບສະເໝີພາບຢ່າງແທ້ຈິງ.

ທີ ຫົກ, ໃນຂະນະທີ່ຍາມໃດກໍ່ມີຄວາມຄາດຫວັງຢາກນຳພາຊາດຂອງຕົນບືນຕົວຂຶ້ນໃຫ້ທຽບເທົ່າກັບບັນດາປະເທດມະຫາອຳນາດນັ້ນ, ປະຊາຊົນຫວຽດນາມ ຍາມໃດກໍ່ປາດຖະໜາກຢາກໃຫ້ປະເທດຊາດ ແລະ ປະຊາຊົນລາວ ອ້າຍນ້ອງໄດ້ດຳລົງຊີວິດໃນສັນຕິພາບ, ເອກະລາດ, ເສລີພາບ, ພັດທະນາວັດທະນາຖາວອນ.

ທີ ເຈັດ, ລະຫວ່າງສອງປະເທດພວກເຮົາຍາມໃດກໍ່ມີການສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ມີຄວາມໄວ້ເນື້ອເຊື່ອໃຈຕໍ່ຍຸດທະສາດທີ່ເລິກເຊິ່ງ ແລະ ໝັ້ນແກ່ນຢ່າງແທ້ຈິງ.

ນັກຂ່າວ: ຂໍຮຽນທ່ານປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ, ລາວ ຫວຽດນາມ 2022 ມີຄວາມໝາຍແນວໃດ ແລະ ສົ່ງສານຫຍັງກ່ຽວກັບການພົວພັນສອງຝ່າຍຕໍ່ຫາງສຽງພາຍໃນປະເທດ ແລະ ສາກົນ?

     ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ: ປີ 2022 ມີຄວາມໝາຍສຳຄັນພິເສດຕໍ່ສອງປະເທດ ຫວຽດນາມ ແລະ ລາວ. ສອງປະເທດພ້ອມກັນສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ປັດຈຸບັນ, ສະພາບການໂລກ ແລະ ພາກພື້ນ ອາຊີ ພວມມີການຜັນປ່ຽນຢ່າງໄວວາ ແລະ ຄາດເດົາໄດ້ຍາກ, ມີຫຼາຍກາລະໂອກາດ ແລະ ສິ່ງທ້າທາຍສະຫຼັບກັນ. ເລື່ອງການນຳສອງປະເທດເຫັນດີເປັນເອກະພາບຖືເອົາປີ 2022 ເປັນປີສາມັກຄີມິດຕະພາບ ຫວຽດນາມ - ລາວ ແມ່ນມີຄວາມໝາຍສຳຄັນທີ່ສຸດ. ຢັ້ງຢືນເຖິງຄວາມສຳຄັນ ແລະ ຄວາມໝາຍດ້ານຍຸດທະສາດທີ່ມີລັກສະນະເປັນຕາຍຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ, ຢັ້ງຢືນວ່ານີ້ແມ່ນຊັບສົມບັດອັນລ້ຳຄ່າ ຂອງສອງຊາດ, ແມ່ນປັດໄຈຮັບປະກັນການຄົງຕົວ, ການພັດທະນາຂອງສອງປະເທດ, ເຊິ່ງໄດ້ສົ່ງສານຢ່າງຈະແຈ້ງວ່າ: ເຖິງວ່າສະພາບການໂລກຈະມີການປ່ຽນແປງຄືແນວໃດກໍ່ຕາມ ແຕ່ພັກ, ລັດ ຫວຽດນາມ ຍາມໃດກໍຈະພ້ອມກັບພັກ, ລັດ ລາວ ສູ້ຊົນ, ຕັດສິນໃຈເພີ່ມພູນຄູນສ້າງການພົວພັນສອງປະເທດ ໃຫ້ນັບມື້ນັບພັດທະນາທັງລວງກວ້າງ ແລະ ລວງເລິກ.

ນັກຂ່າວ:. ທ່ານເອກອັກຄະລັດຖະທູດຕີລາຄາແນວໃດກ່ຽວກັບເຫດການປະຫວັດສາດທີ່ສອງປະເທດຈັດປີສາມັກຄີມິດຕະພາບສອງຄັ້ງ ນັ້ນແມ່ນປີ 2017 ແລະ ປີ 2022 ແລະ 5 ປີຈະມາເຖິງ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວຈະພັດທະນາຄືແນວໃດ, ຂໍຮຽນທ່ານ?

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ: ຂ້າພະເຈົ້າຮູ້ສຶກໂຊກດີເມື່ອໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ປະເທດລາວອ້າຍນ້ອງໃນປີ 2017 ແລະ 2022 ເຊິ່ງເປັນປີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລະຫວ່າງສອງປະເທດ. ທຸກການປຽບທຽບກໍ່ຍາກທີ່ຈະສະແດງໃຫ້ເຫັນຢ່າງຊັດເຈນ, ແຕ່ຕາມຂ້າພະເຈົ້າເຫັນ, ສອງປະເທດພ້ອມກັນສະເຫຼີມສະຫຼອງ ປີສາມັກຄີເມື່ອ ປີ 2017 ແລະ 2022 ແມ່ນມີຈຸດຄ້າຍຄືກັນ ແລະ ບໍ່ມີວັນປ່ຽນແປງນັ້ນແມ່ນຈິດໃຈມິດຕະພາບ, ຄວາມສາມັກຄີ, ຄວາມສະໜິດຕິດແທດ, ບໍລິສຸດຜຸດຜ່ອງລະຫວ່າງສອງຊາດ. ເຖິງວ່າ ປີ 2017, 2022 ຫຼື 5 ປີຕໍ່ໄປ ກໍ່ຄືກັນ, ນັ້ນແມ່ນຈິດໃຈສາມັກຄີ, ຄວາມສະໜິດຕິດແທດລະຫວ່າງສອງຊາດ.

     ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າເຫັນວ່າ ປີນີ້ບັນຍາກາດທີ່ຟົດຟື້ນມ່ວນຊື່ນ. ພາຍຫຼັງ 2 ປີເກີດພະຍາດໂຄວິດ - 19 ໄດ້ເຮັດໃຫ້ສອງປະເທດເຮົາຕ້ອງພະຍາຍາມຕໍ່ສູ້ຕ້ານພະຍາດ ແລະ ສິ່ງນັ້ນ ໄດ້ເຮັດໃຫ້ສອງປະເທດເຮົາຈັບມືກັນແໜ້ນ, ຊ່ວຍເຫຼືອກັນຜ່ານຜ່າ ເພື່ອໃຫ້ສອງປະເທດເປີດປະຕູຄືນໃໝ່ໃຫ້ຖືກຕາມຄວາມຫວັງຂອງສອງປະເທດ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ. ຂ້າພະເຈົ້າກໍ່ຮູ້ສຶກໄດ້ຄວາມດີໃຈພາກພູມໃຈໃນປະຊາຊົນລາວ ແລະ ຫວຽດນາມ ແຕ່ລະຄົນ, ການນຳພັກ, ລັດ ລາວ ແລະ ຫວຽດນາມ ກໍ່ລ້ວນແຕ່ມີສະພາບຈິດໃຈລວມ ນັ້ນແມ່ນຮູ້ສຶກປິຕິຊົມຊື່ນ ແລະ ພາກພູມໃຈ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ.

ຕອບກັບ

ຂ່າວ/ບົດ​ອື່ນ