ຊາວເຜົ່າຜູ້ໄທຢູ່ ເຊີນລາ ກັບປະເພນີຂັບສົ່ງເຂີຍ, ຕ້ອນໄພ້

(VOVWORLD) -      ປະເພນີຂອງຊາວເຜົ່າ ໄທດຳ ໃນແຂວງ ເຊີນລາເມື່ອກ່ອນນີ້, ຜູ້ບ່າວ ເມື່ອແຕ່ງງານກໍ່ເຄີຍຢູ່ນຳຄອບຄົວທາງເມຍ ຢ່າງໜ້ອຍສຸດແຕ່ 2 ຫາ 7 ປີ ແລ້ວຈຶ່ງສາມາດຕ້ອນລູກໄພ້ມາ. ປັດຈຸບັນເຖິງວ່າປະເພນີ້ຍັງບໍ່ຄົງຕົວອີກແລ້ວກໍ່ຕາມ ແຕ່ໃນງານດອງ, ພໍ່ແມ່ພີ່ນ້ອງຍັງຄົງຮັກສາປະເພນີຂັບສົ່ງເຂີຍ ຕ້ອນໄພ້. ນີ້ກໍ່ແມ່ນຄວາມເປັນອກະລັກໃນຊີວິດວັດທະນະທຳອັນເປັນປະເພນີ ຂອງພໍ່ແມ່ພີ່ນ້ອງເຜົ່າ ຜູ້ໄທ ໃນແຂວງ ເຊີນລາ

ຊາວເຜົ່າຜູ້ໄທຢູ່ ເຊີນລາ ກັບປະເພນີຂັບສົ່ງເຂີຍ, ຕ້ອນໄພ້ - ảnh 1 ຂັບສົ່ງເຂີຍ, ຕ້ອນໄພ້ຢູ່ໃນຄອບຄົວຊາວເຜົ່າຜູ້ໄທທີ່ແຂວງເຊີນລາ

     ກ່ອນທີ່ຈະຈັດງານດອງ, ແຕ່ລະຝ່າຍຄອບຄົວເຈົ້າສາວ ເຈົ້າບ່າວ ໄດ້ຂໍເພິ່ງຄວາມຊ່ວຍເຫຼືອນຳພວກພໍ່ສື່ ແມ່ສື່ ນັ້ນແມ່ນບັນດາຜູ້ຕາງໜ້າໃຫ້ແກ່ຕົນເອງ ເພື່ອເວົ້າແທນ, ຂັບກ້ຽວຕອບກັນ. ຜູ້ຕາງໜ້າຂັບກ້ຽວຕອບກັນ ບໍ່ຈຳແນກເກນອາຍຸ, ຍິງຊາຍ, ສຳຄັນແມ່ນຄົນຜູ້ນັ້ນ ມີຄວາມສາມາດທາງດ້ານມະນຸດສຳພັນ ແລະ ຂັບຮ້ອງມ່ວນ. ແຕ່ບົດເພງຕ້ອງເປັນວັກເປັນຕອນຕາມລະບຽບຮຽບຮ້ອຍ. ທັງໝົດເຫຼົ່ານັ້ນກໍ່ມີຂຶ້ນຢູ່ພາເຂົ້າໃນງານດອງ ໃນເຮືອນຮ້ານຂອງຊາວເຜົ່າ ຜູ້ໄທ ຕໍ່ໜ້າການເຂົ້າຮ່ວມ ອວຍພອນຂອງແຂກຜູ້ທີ່ມີກຽດ ແລະ ຍາດຕິພີ່ນ້ອງຂອງທັງສອງກ້ຳສອງຝ່າຍຄອບຄົວ. ລຸງ ເກິ່ມວູຍ ຊາວເຜົ່າ ຜູ້ໄທ ນັກສີລະປະການດີເລີດຢູ່ຄຸ້ມບ້ານ 2 ເທດສະບານເມືອງ ອິດອັອງ ເມືອງ ເມື່ອງລາ ແຂວງ ເຊີນລາ ເຊິ່ງແມ່ນຜູ້ເຄີຍເຂົ້າຮ່ວມເປັນພໍ່ສື່ໃຫ້ແກ່ຄູ່ຜົວເມຍນັບ 10 ຄູ່ ໃຫ້ຮູ້ວ່າ: ທຳອິດແມ່ນຂັບສົ່ງເຂີຍ. ພໍ່ສື່ ແມ່ສື່ ກໍ່ສົ່ງເຂີຍເມືອສະເໜີຕໍ່ຄອບຄົວຂອງເຈົ້າສາວ. ຝ່າຍເຈົ້າບ່າວຈະເອີ່ຍສຽງຂັບຮ້ອງດ້ວຍຄວາມທ່ອມຕົວ ແລະ ຍ້ອງຍໍສັນລະເສີນກັນ ຜ່ານສຽງຂັບຮ້ອງ.

       “ຂອບໃຈນຳພໍ່ແມ່ ຍາດຕິພີ່ນ້ອງຄອບຄົວເຈົ້າສາວ ທີ່ມີຄວາມພາກພູມໃຈ ແລະ ຍິນດີຕໍ່ອາລົມຈິດ ແລະ ຄວາມຮັກແພງຂອງຄອບຄົວເຈົ້າບ່າວ. ເມື່ອໄດ້ຮັບຄວາມເຫັນດີຈາກຄອບຄົວເຈົ້າສາວ, ຄອບຄົວຝ່າຍເຈົ້າບ່າວ ຈຶ່ງມີຄຳຂໍໄດ້ສົມລົດ. ນັບແຕ່ນີ້ເປັນຕົ້ນໄປ ຂໍໄດ້ເປັນເຂີຍທີ່ຮັກຂອງຄອບຄົວ, ເປັນຜົວທີ່ດີ ແລະ ສັດຊື່. ນັບແຕ່ນີ້ຕໍ່ໄປ ຂໍຝາກລູກເຂີຍນຳພໍ່ແມ່ ແລະ ຂໍເພິ່ງຄວາມຊ່ວຍເຫຼືອຈາກພໍ່ແມ່ ຍາດຕິພີ່ນ້ອງ ຄອບຄົວເຈົ້າສາວ ໃຫ້ຄຳສັ່ງສອນຈຶ່ງສາມາດເຕີບໃຫຍ່ໄດ້”.

     ຮອດມື້ຕ້ອນລູກໄພ້ ກໍ່ຈະຂັບຮ້ອງເພື່ອຕ້ອນໄພ້ ເພື່ອຕອບສະໜອງຕາມຄວາມຮັກແພງຈາກຄອບຄົວເຈົ້າບ່າວ, ພໍ່ສື່ ແມ່ສື່ ທີ່ຕາງໜ້າໃຫ້ຄອບຄົວເຈົ້າສາວ ກໍ່ໄດ້ເອີ່ຍສຽງຂັບຮ້ອງ ເຮັດໃຫ້ທຸກຄົນໃນຄອບຄົວເຈົ້າບ່າວມີຄວາມຫຼົງໄຫຼ. ຄອບຄົວເຈົ້າສາວເຄີຍຂັບຮ້ອງ ຂໍນຳຄອບຄົວເຈົ້າບ່າວ ໃຫ້ຕັ້ງຂັ້ນໄດ ເພື່ອຕ້ອນລູກໄພ້ຂຶ້ນເຮືອນຮ້ານ. ເມື່ອໄດ້ຂຶ້ນເຮືອນຮ້ານແລ້ວ, ກໍ່ສືບຕໍ່ຂັບຮ້ອງເພື່ອຝາກເຈົ້າສາວນຳຄອບຄົວທາງຜົວ. ເມື່ອຮັບຟັງຄອບຄົວເຈົ້າສາວຂຶ້ນສະເໜີແລ້ວ, ຄອບຄົວເຈົ້າບ່າວໄດ້ຕອບຄວາມ ເພື່ອຕ້ອນຮັບລູກໄພ້ທີ່ຮັກ ໃນທ່າມກາງຄວາມເບີກບານມ່ວນຊື່ນ ແລະ ຄວາມຜາສຸກຂອງທັງສອງກ້ຳສອງຝ່າຍຄອບຄົວ. ຕໍ່ຈາກນັ້ນ ກໍ່ແມ່ນພິທີມອບຮັບຂອງຂວັນງານດອງ ໂດຍເຈົ້າສາວມອບໃຫ້ປູ່ຍ່າ ພໍ່ແມ່ ອາວອາຂອງເຈົ້າບ່າວ. ຂອງຂັວນງານດອງສ່ວນຫຼາຍແມ່ນຜ້າຫົ່ມ, ຜ້າປູຕຽງ, ໝອນ, ຜ້າປົກຫົວໂດຍເຈົ້າສາວຖັກແສ່ວ ແລະ ຕ່ຳນັບແຕ່ຄາວເປັນສາວ ເຊິ່ງສະແດງໃຫ້ເຫັນຄວາມເຄົາລົບນັບຖືຕໍ່ການກຳເນີດ ແລະ ລ້ຽງດູຂອງປູ່ຍ່າ ພໍ່ແມ່ຂອງຄອບຄົວທາງຜົວ ທັງສະແດງໃຫ້ເຫັນສີມືອັນຄ່ອງແຄ້ວຂອງແມ່ຍິງຊາວເຜົ່າ ຜູ້ໄທ. ແລ້ວພໍ່ແມ່ເຈົ້າສາວກໍ່ຈະສັ່ງສອນລູກສາວ ຢູ່ນຳຜົວຕ້ອງດຸໝັ່ນຂະຫຍັນພຽນ ເບິ່ງແຍງວຽກງານຄອບຄົວ. ສຸດທ້າຍຄະນະຝ່າຍເຈົ້າສາວ ກໍ່ຂຶ້ນກ່າວຄຳຂອບໃຈ ແລະ ຂໍລາເມືອເຮືອນ.

       ພາຍຫຼັງຂັບຮ້ອງໄດ້ແຕ່ລະບົດເພງ ຜູ້ຂັບຮ້ອງຈະຂໍພັກໜ້ອຍໜຶ່ງ ເພື່ອເຊື້ອເຊີນທຸກໆຄົນໃນງານດອງ ພ້ອມກັນຍົກຈອກອວຍພອນບົດເພງ ອວຍພອນຄວາມສຸກໃຫ້ແກ່ຄູ່ຜົວເມຍໃໝ່. ສຽງຂັບຮ້ອງກໍ່ອາດຈະແກ່ຍາວຈົນຂ້ອນແຈ້ງ ເຊິ່ງເຂົາເຈົ້າບໍ່ຮູ້ອິດຮູ້ເມື່ອຍ. ນາງ ກ່າທິຮວານ ຜູ້ທີ່ມີຄວາມເຂົ້າໃຈ ກ່ຽວກັບວັດທະນະທຳຊາວເຜົ່າ ຜູ້ໄທ ຢູ່ ເຊີນລາ ໃຫ້ຮູ້ວ່າ:

      “ແຕ່ຄາວຍັງນ້ອຍ ຂ້າພະເຈົ້າໄດ້ຮັບຟັງ ແລະ ຕິດຕາມພໍ່ແມ່ ອາວອາໄປເຮັດວຽກງານເປັນພໍ່ສື່ ແມ່ສື່ ແລະ ຂັບສົ່ງເຂີຍ ຕ້ອນໄພ້ ດັ່ງນັ້ນຂ້າພະເຈົ້າມີຄວາມເຂົ້າໃຈ ກ່ຽວກັບຮີດຄອງປະເພນີ ແລະ ຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າ ຜູ້ໄທ”.

       ຂັບສົ່ງເຂີຍ ຕ້ອນໄພ້ ແມ່ນມີຄວາມໝາຍທາງດ້ານວັດທະນະທຳມະນຸດ. ຍ້ອນເຫດນີ້ເອງທຳນອງຂັບຮ້ອງນີ້ ໄດ້ຖືກພໍ່ແມ່ພີ່ນ້ອງຊາວເຜົ່າຜູ້ໄທຢູ່ ເຊີນລາ ສືບທອດກັນມາຜ່ານຫຼາຍລຸ້ນຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ