ທ່ານຕັ້ງວັນບິ່ງ ນັກຮົບເກົ່າ ຊາວເຜົ່າຢ້າວ ຫຼຸດພົ້ນອອກຈາກຄວາມທຸກຍາກ ດ້ວຍຮູບແບບສວນ - ປ່າ

(VOVWORLD) -ຢູ່ບ້ານຫ້ວຍແຄມ ຕາແສງ ຟຽງລວງ ເມືອງ ມົກເຈົາ ແຂວງ ເຊີນລາ. ທ່ານ ຕັ້ງວັນບິ່ງ ມີຊື່ສຽງແມ່ນນັກຮົບເກົ່າ ທຳການຜະລິດເກັ່ງຂອງຕາແສງ. ໂດຍບໍ່ຍອມຈາກຄວາມອຶດຫິວທຸກຍາກ, ທ່ານໄດ້ມານະພະຍາຍາມ ບືນຕົວຂຶ້ນສ້າງຄວາມຮັ່ງມີ ຈາກດິນແດນແຫ່ງບ້ານເກີດເມືອງນອນຂອງຕົນ ດ້ວຍຮູບແບບສວນ - ປ່າ ແລະ ຂົນຂວາຍໄດ້ຫຼາຍຄອບຄົວໃນບ້ານໃນຕາແສງພ້ອມກັນປະຕິບັດ
ທ່ານຕັ້ງວັນບິ່ງ ນັກຮົບເກົ່າ ຊາວເຜົ່າຢ້າວ ຫຼຸດພົ້ນອອກຈາກຄວາມທຸກຍາກ ດ້ວຍຮູບແບບສວນ - ປ່າ - ảnh 1

ທ່ານຕັ້ງວັນບິ່ງ ນັກຮົບເກົ່າ ຊາວເຜົ່າຢ້າວ


ໂດຍໄດ້ເຂົ້າຮ່ວມປະຕິບັດພັນທະເປັນທະຫານມາເປັນເວລາກວ່າ ສອງປີ, ຮອດທ້າຍປີ 1988 ທ່ານ ຕັ້ງວັນບິ່ງ ໄດ້ອອກຈາກຖັນແຖວກອງທັບກັບຄືນທ້ອງຖິ່ນ ຢູ່ບ້ານ ຫ້ວຍແຄມ ຕາແສງ ຟຽງລວງ ເມືອງ ມົກເຈົາ ແຂວງ ເຊີນລາ. ພໍ່ແມ່ຂອງລາວມີອາຍຸສູງ ສ່ວນລູກເຕົ້າຍັງນ້ອຍ ເສດຖະກິດຄອບຄົວຂອງທ່ານໃນຄາວນັ້ນກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ພຽງແຕ່ອາໃສ່ການປູກສາລີ ປູກເຂົ້າຢູ່ເນື້ອທີ່ໄຮ່. ດ້ວຍຄວາມນຶກຄິດ ແມ່ນອ້າຍທະຫານບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ,  ທ່ານໄດ້ມີຄວາມເປັນຫ່ວງ ຊອກຫາທິດກ້າວເດີນ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ໃຫ້ແກ່ຄອບຄົວ. ກ້າຄິດກ້າທຳ ທ່ານພ້ອມກັບເມຍ ໄດ້ປະກອບເຫື່ອແຮງບຸກເບີກເນື້ອທີ່ດິນ ຫວ່າງເປົ່າພູຫົວລົ້ນ, ກ້າຫານກູ້ຢືມທຶນຈາກທະນາຄານ ເພື່ອລົງທຶນປູກຕົ້ນໄມ້ເປັນປ່າ ແລະ ຕົ້ນໄມ້ກິນໝາກ. ທ່ານ ຕັ້ງວັນບິ່ງ ແບ່ງປັນວ່າ:

  “ເມື່ອກ່ອນນີ້, ຊີວິດຂອງຄອບຄົວກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຂ້າພະເຈົ້າໄດ້ຕັ້ງໜ້າຮຽນຮູ້ ຖອດຖອນບົດຮຽນ ກ່ຽວກັບວິທີທຳມາຫາກິນ ກ້າຫານກູ້ຢືມທຶນຈາກທະນາຄານ ເພື່ອປູກຕົ້ນໄມ້ກິນໝາກ, ຕົ້ນຊາ ແລະ ປູກຕົ້ນໄມ້ເປັນປ່າ,  ມາຮອດປັດຈຸບັນ ໄດ້ໃຫ້ຜົນເກັບກູ້ດີ, ຊີວິດການເປັນຢູ່ຂອງຄອບຄົວຂ້າພະເຈົ້າກໍ່ໄດ້ດີຂຶ້ນຫຼາຍແລ້ວ, ຂ້າພະເຈົ້າຍາມໃດກໍ່ໄດ້ແບ່ງປັນກັບພໍ່ແມ່ພີ່ນ້ອງຊາວບ້ານ ກ່ຽວກັບແນວປູກ ສັດລ້ຽງ ແລະ ທຶນຮອນ ເພື່ອທຳມາຫາກິນ ໂດຍບໍ່ເອົາຄ່າດອກເບ້ຍ.”

 10 ປີມານີ້ ໃນເນື້ອທີ່ດິນໂນນພູຫົວລົ້ນກວ່າ 3 ເຮັກຕາຂອງຄອບຄົວທ່ານ ຕັ້ງວັນບິ່ງ ກໍ່ໄດ້ປູກຕົ້ນໄມ້ຫຼາຍຊະນິດ ແລະ ມາຮອດປັດຈຸບັນ ກໍ່ໄດ້ເລີ່ມໃຫ້ຜົນເກັບກູ້. ຢູ່ເນື້ອທີ່ດິນໂນນທາງຂ້າງ ກໍ່ແມ່ນຂອງຄອບຄົວທ່ານ ທ່ານໄດ້ປູກຕົ້ນໄມ້ກິນໝາກຫຼາຍຊະນິດຄື  ໝາກສົ້ມໂອ, ໝາກກ້ຽງ... ຫຼາຍປີມານີ້ ເນື້ອທີ່ຕົ້ນໄມ້ກິນໝາກ ໄດ້ນຳລາຍຮັບສູງ ໃຫ້ແກ່ຄອບຄົວທ່ານ, ຕາມທ່ານ ບິ່ງແລ້ວ ສິ່ງທີ່ສຳຄັນທີ່ສຸດໃນການຜະລິດກະສິກຳ ນັ້ນແມ່ນຕ້ອງຕັ້ງໜ້າຮຽນຮູ້ ນຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກ ເພາະສະນັ້ນ ໃນເນື້ອທີ່ປູກຕົ້ນໄມ້ກິນໝາກ ທ່ານໄດ້ປູກຫຼາຍປູກໃໝ່ ໂດຍນຳໃຊ້ຢ່າງຖືກຕ້ອງຕາມຂັ້ນຕອນດ້ານເຕັກນິກ ດັ່ງນັ້ນ ປີໃດກໍ່ເຊັ່ນດຽວກັນກໍ່ໃຫ້ສະມັດຕະພາບສູງ, ສະເລຍໃນແຕ່ລະປີ ກໍ່ສາມາດເກັບກູ້ ໝາກພຸກ, ໝາກກ້ຽງ, ໝາກກ້ຽງນ້ອຍ ໄດ້ກວ່າ 14 ໂຕນ ແລະ ໝາກມັ້ນ ໄດ້ 5 ໂຕນ. ສ່ວນເນື້ອທີ່ຊາເກືອບ 1 ເຮັກຕາ ຂອງຄອບຄົວທ່ານແຕ່ລະປີ ກໍ່ໃຫ້ຜົນເກັບກູ້ໄດ້ກວ່າ 25 ໂຕນ... ໂດຍຫັກຈາກຄ່າໃຊ້ຈ່າຍໃນແຕ່ລະປີ ຄອບຄົວຂອງທ່ານມີຍອດລາຍຮັບກວ່າ 500 ລ້ານດົ່ງ. ທ່ານ ຫຼີຈ້ອງຊິງ ແມ່ນໜຶ່ງໃນບັນດາຄອບຄົວໃນຕາແສງ ໄດ້ຮັບການຊ່ວຍເຫຼືອຈາກທ່ານບິ່ງ ໃນການພັດທະນາເສດຖະກິດຄອບຄົວ. ທ່ານກ່າວວ່າ:

 “ຄອບຄົວທ່ານບິ່ງ ແມ່ນຄອບຄົວທຳອິດທີ່ໄດ້ກ້າຫານຫັນປ່ຽນໂຄງປະກອບແນວປູກ, ບໍ່ພຽງແຕ່ທຳມາຫາກິນຢ່າງມີວິທະຍາສາດ ນຳມາເຊິ່ງລາຍຮັບສູງເທົ່ານັ້ນ, ທ່ານບິ່ງ ຍັງແບ່ງປັນບົດຮຽນກ່ຽວກັບການທຳມາຫາກິນໃຫ້ແກ່ຂ້າພະເຈົ້າ ແລະ ຄອບຄົວອື່ນໆໃນບ້ານ, ກ່ຽວກັບແນວປູກ ແລະ ໃຫ້ກູ້ຢືມທຶນ. ດັ່ງນັ້ນປັດຈຸບັນ ຄອບຄົວຂອງຂ້າພະເຈົ້າ ໄດ້ມີຊີວິດດີຂຶ້ນຫຼາຍແລ້ວ. ມີຫຼາຍຄອບຄົວໃນບ້ານ ໄດ້ຮັບການຊ່ວຍເຫຼືອຈາດທ່ານ ບິ່ງ ດັ່ງນັ້ນລູກເຕົ້າຂອງເຂົາກໍ່ໄດ້ໄປໂຮງຮຽນ. ພວກຂ້າພະເຈົ້າຂອບໃຈນຳທ່ານ ບິ່ງ ຫຼາຍໆ”.

  ດ້ວຍການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຫັນປ່ຽນໂຄງປະກອບແນວປູກສັດລ້ຽງ, ທ່ານ ຕັ້ງວັນບິ່ງ ໄດ້ຮັບໃບຍ້ອງຍໍກ່ຽວກັບຜົນງານທີ່ດີເດັ່ນ ໃນການພັດທະນາເສດຖະກິດຄອບຄົວຈາກສູນກາງສະມາຄົມຊາວກະສິກອນ ຫວຽດນາມ, ໃນຫຼາຍປີຢ່າງລຽນຕິດ ທ່ານໄດ້ຮັບການຍ້ອງຍໍຊົມເຊີຍຈາກເມືອງ ມົກເຈົາ ແລະ ໄດ້ກາຍເປັນນັກຮົບເກົ່າຜູ້ດີເດັ່ນໃນການສ້າງເສດຖະກິດເກັ່ງ ຢູ່ຕາແສງ ຟຽງລວງ. ທ່ານ ບ່ານວັນກວາງ ເລຂາພັກບ້ານ ປະທານບ້ານ ຫ້ວຍແຄມ ຕາແສງ ຟຽງລວງ ໃຫ້ຂໍ້ສັງເກດວ່າ:

“ຢູ່ບ້ານ ຫ້ວຍແຄມ ຕາແສງ ຟຽງລວງ ມີຄອບຄົວທ່ານ ບິ່ງ ແມ່ນຄອບຄົວຕົວແບບ ໃນການພັດທະນາເສດຖະກິດ, ຫຼາຍປີຢ່າງລຽນຕິດ, ຍາມໃດກໍ່ບັນລຸຄອບຄົວວັດທະນະທຳ. ທ່ານໄດ້ຮັບຄວາມຮັກແພງ ຈາກພໍ່ແມ່ພີ່ນ້ອງຊາວບ້ານ ເພາະທ່ານຍາມໃດກໍ່ນຳໜ້າໃນທຸກຂະບວນການຊ່ວຍເຫຼືອບັນດາຄອບຄົວພັດທະນາເສດຖະກິດ”.

ເຈດຈຳນົງບືນຕົວຂຶ້ນ ແລະ ວິທີສ້າງເສດຖະກິດຂອງນັກຮົບເກົ່າ ຕັ້ງວັນບິ່ງ ໄດ້ກາຍເປັນຕົວແບບ ເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວບ້ານຮຽນຮູ້ ແລະເຮັດຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ