ທ່ານຫງວຽນແທັງຕ໊ວນ-ຜູ້ສຸມຈິດສຸມໃຈ ປົກປັກຮັກສາຄັນຄູທະເລພາກຕາເວັນຕົກ.

(VOVWORLD) -      ຕໍ່ໜ້າການຜັນແປຢ່າງສັບສົນຂອງດິນຟ້າອາກາດໃນຊຸມປີມໍ່ໆມານີ້, ຄັນຄູທະເລເຂດທາງກ້ຳຕາເວັນຕົກແຂວງກ່າເມົາຖືກທຳລາຍຢ່າງໜັກຫໜ່ວງ. ບໍ່ພຽງແຕ່ອົງການທີ່ມີໜ້າທີ່ຮັບຜິດຊອບເທົ່ານັ້ນຫາກຍັງມີປະຊາຊົນທ້ອງຖິ່ນຍາມໃດກໍ່ພ້ອມປະກອບກຳລັງເຫື່ອແຮງເພື່ອປົກປັກຮັກສາຄັນຄູ.ໜຶ່ງໃນບັນດາແບບຢ່າງທີ່ດີເດັ່ນໃນວຽກງານປົກປັກຮັກສາຄັນຄູທະເລເຂດຕາເວັນຕົກແຂວງກ່າເມົາແມ່ນທ່ານຫງວຽນແທັງຕ໊ວນຢູ່ບ້ານເທີ່ຍຮຶງ ເມືອງເຈິ່ນວັນເທີ່ຍແຂວງກ່າເມົາ.
ທ່ານຫງວຽນແທັງຕ໊ວນ-ຜູ້ສຸມຈິດສຸມໃຈ ປົກປັກຮັກສາຄັນຄູທະເລພາກຕາເວັນຕົກ. - ảnh 1ທ່ານຕ໊ວນ ສຸມຈິດສຸມໃຈກັບວຽກງານປັກປັກຮັກສາຄັນຄູ

     ທ່ານຫງວຽນແທັງຕ໊ວນໄດ້ກັບມາດຳລົງຊີວິດໃນເຂດປ້ອງກັນທະເລພາກຕາເວັນຕົກເປັນເວລາກວ່າ 20 ປີແລ້ວ, ຊີວິດຂອງທ່ານໄດ້ເຄີຍປະສົບກັບພະຍຸລົມແຮງແລະຄື້ນຟອງຢູ່ທະເລ. ເນື້ອທີ່ດິນຂອງທ່ານເກືອບ 4 ເຮັກຕາຂອງຄອບຄົວທ່ານກໍ່ຍ້ອນຄື້ນຟອງທະເລຈຶ່ງຈະໄດ້ສູນເສຍໄປ. ທ່ານຕ໊ວນ ເລົ່າສູ່ຟັງວ່າໃນຊຸມປີ 2000 ປ່າປ້ອງກັນຢູ່ນອກຄັນຄູທະເລຍັງເຫຼືອພຽງ 500 ແມັດຈຶ່ງຈະຮອດທະເລ. ການຫາເງິນລ້ຽງຊີບຂອງຄອບຄົວທ່ານກໍ່ຫຼາຍຄອບຄົວຢູ່ແຫ່ງນີ້ ກໍ່ອາໄສແຕ່ອາຊີບລ້ຽງກຸ້ງພໍ່ແມ່ພີ່ນ້ອງໄດ້ມີການດຳລົງຊີວິດທີ່ດີກໍ່ຍ້ອນການລ້ຽງກຸ້ງທຳມະຊາດ.  ແຕ່ໄລຍະຕໍ່ມາຍ້ອນຄື້ນພອງທະເລໄດ້ທຳລາຍປ່າປ້ອງກັນແລະຮອດຊຸມປີ 2010, ຄອບຄົວຂອງທ່ານບໍ່ລ້ຽງກຸ້ງອີກແລ້ວຫຼັງຈາກນັ້ນສອງສາມປີຫຼາຍຈຸດໃນລະບົບຄັນຄູທະເລຈາກດ໊າບາກຫາກິງເໝີຍ ຄື້ນຟອງທະເລໄດ້ກະທົບເຖິງລະບົບຄັນຄູ. ອົງການທີ່ມີໜ້າທີ່ຮັບຜິດຊອບໄດ້ປະຕິບັດບັນດາມາດຕະການຢ່າງຮີບດ່ວນເພື່ອປົກປັກຮັກສາຄັນຄູ ແລະທ່ານຕ໊ວນກໍ່ແມ່ນຜູ້ໜຶ່ງໃນຈຳນວນຜູ້ເຂົ້າຮ່ວມການປົກປັກຮັກສາຄັນຄູ. ທ່ານຕ໊ວນແບ່ງປັນວ່າ:

       “ການປົກປັກຮັກສາຄັນຄູກໍ່ແມ່ນໜ້າທີ່ຮັບຜິດຊອບຂອງຕົນ. ຂ້າພະເຈົ້າຄິດວ່າການປົກປັກຮັກສາຄັນຄູນີ້ ບໍ່ພຽງແຕ່ແມ່ນເພື່ອປ້ອງກັນຕົນເອງເທົ່ານັ້ນຫາກຍັງເປັນການປ້ອງກັນຄອບຄົວແລະ ພໍ່ແມ່ພີ່ນ້ອງດຳລົງຊີວິດຢູ່ເຂດຄັນຄູອີກດ້ວຍຈາກນັ້ນເຊີດຊູຄວາມຮັບຜິດຊອບ. ຜ່ານໄລຍະເວລາເຮົາເຫັນວ່າວຽກງານຂອງຕົນກໍ່ມີປະໂຫຍດດັ່ງນັ້ນໄດ້ມີຄວາມຫ້າວຫັນປະຕິບັດ. ເຮົາໄດ້ເຄີຍລົງກວດກາເປັນປະຈຳເວລາຕ້ອງການທີ່ສຸດແມ່ນຍາມເກີດພະຍຸລົມແຮງເຮົາຕ້ອງລົງໄປກວດກາຈຶ່ງສາມາດກຳແໜ້ນສະພາບການໄດ້”.

       ໃນຫຼາຍປີທີ່ຜ່ານມາທ່ານຕ໊ວນຍາມໃດກໍ່ມີຄວາມກະຕືລືລົ້ນເປັນຜູ້ເວນຍາມປົກປັກຮັກສາຄັນຄູທະເລພາກຕາເວັນຕົກ. ໃນເວລາຜ່ານມາທ່ານໄດ້ຮັບແຕ່ງຕັ້ງເປັນຫົວໜ້າໜ່ວຍຄຸ້ມຄອງຄັນຄູປະຊາຊົນຢູ່ທ້ອງຖິ່ນ. ດ້ວຍຄວາມຮັບຜິດຊອບຂອງຕົນ ທ່ານໄດ້ລົງໄປກວດກາລະບົບຄັນຄູທີ່ຕົນຮັບຜິດຊອບຢ່າງເປັນປະຈຳ. ໃນຍາມເກີດນ້ຳທະເລຂຶ້ນສູງເມື່ອເດືອນ ສິງຫາປີ 2019 ຄື້ນຟອງທະເລໄດ້ກະທົບຜ່ານໜ້າຄັນຄູທະເລພາກຕາເວັນຕົກອັນໄດ້ພາໃຫ້ເກີດຄວາມສ່ຽງເຮັດໃຫ້ຄັນຄູແຕກ,ແຕ່ທ່ານໄດ້ລາຍຕໍ່ອົງການທີ່ມີໜ້າທີ່ຮັບຜິດຊອບເພື່ອຮັບມືຢ່າງທັນການ. ຍ້ອນເຫດນີ້ເອງໃນການຜັນຂະຫຍາຍບັນດາມາດຕະການປ້ອງກັນຄັນຄູກໍ່ຍັງບໍ່ທັນຂາດການເຂົ້າຮ່ວມຂອງທ່ານຫງວຽນແທັງຕ໊ວນຈັກເທື່ອ. ທ່ານຕ໊ວນໃຫ້ຮູ້ຕື່ມອີກວ່າ:

       “ຫຼາຍຄັ້ງຫຼາຍຄາວ ຢູ່ຈຸດຄັນຄູທີ່ສຳຄັນນີ້ ກໍ່ຕ້ອງເຮັດວຽກຕະຫຼອດຄືນເພື່ອໃຫ້ທັນການຕ້ອງສະຫຼະເວລາເຮັດໃນເວລານ້ຳທະເລລົງ. ບາງມື້ອ້າຍນ້ອງກໍ່ບໍ່ກ້າເມືອເຮືອນປ່ຽນຖ່າຍເຄື່ອງນຸ່ງຕ້ອງຍາດແຍ່ງກິນເຂົ້າຢ່າງວ່ອງໄວກິນແລ້ວກໍ່ເຮັດຕໍ່. ເລື່ອງນີ້ຕ້ອງພົບພໍ້ຢ່າງເປັນປະຈຳ”.

        ໃນໄລຍະມໍ່ໆມານີ້ ດິນຟ້າອາກາດນັບມື້ນັບຮ້າຍແຮງ, ລະບົບຄັນຄູພາກຕາເວັນຕົກບ່ອນທ່ານຕ໊ວນຄຸ້ມຄອງກໍ່ຖືກທຳລາຍຢ່າງໜັກໜ່ວງ.ວຽກງານຂອງທ່ານຕ໊ວນ ເຊິ່ງເປັນຫົວໜ້າໜ່ວຍຄຸ່ມຄອງຄັນຄູປະຊາຊົນກໍ່ຍິ່ງເພີ່ມມີຄວາມໝາຍ.  ບໍ່ພຽງແຕ່ເຊັ່ນນັ້ນທ່ານຍັງຂົນຂວາຍຊາວທ້ອງຖິ່ນ ປະກອບສ່ວນພ້ອມກັບກຳລັງທີ່ມີໜ້າທີ່ຮັບຜິດຊອບພ້ອມກັນປະກອບເຫື່ອແຮງເພື່ອປົກປັກຮັກສາຄັນຄູ. ທ່ານບຸ່ຍວັນດົງ ຫົວໜ້າຄຸ້ມຄອງຄັນຄູກ່າເມົາແບ່ງປັນວ່າ:

      “ອ້າຍຕ໊ວນແມ່ນແບບຢ່າງທີ່ດີ, ລາວແມ່ນຊາວກະສິກອນແຕ່ເຫັນຄັນຄູມີເຫດຕິດຄັດລາວໄດ້ລາຍງານໃຫ້ກຳລັງທີ່ມີໜ້າທີ່ຮັບຜິດຊອບແລະລາຍງານໃຫ້ແກ່ອົງການຄຸ້ມຄອງຄັນຄູເພື່ອແກ້ໄຂຢ່າງທັນການ. ອ້າຍຕ໊ວນຍັງມີຈິດໃຈໂຄສະນາຂົຍຂວາຍປະຊາຊົນຢູ່ອ້ອມຂ້າງພ້ອມກັນຊ່ວຍໜູນກຳລັງຄຸ້ມຄອງຄັນເພື່ອປະກອບສ່ວນຕາມຄວາມສາມາດຂອງຕົນ”.

        ທ່ານຫງວຽນແທັງຕ໊ວນມີບ້ານເກີດຢູ ນາມດິ້ງແຕ່ທ່ານຍຍາມກໍ່ມີຄວາມຫວັງຢາກປະກອບກຳລັງເຫື່ອແຮງເພື່ອກໍ່ສ້າງບ້ານເກີດເມືອງນອນແຫ່ງທີ່ສອງຂອງຕົນໃຫ້ສວຍງາມກວ່າເກົ່າ. ທ່ານໄດ້ເລືອກເອົາຄັນຄູເປັນເພື່ອນຂອງຕົນເພື່ອປະກອບສ່ວນພ້ອມກັບອົງການທີ່ມີໜ້າທີ່ຮັບຜິດຊອບປົກປັກຮັກສາຄັນຄູ.ນີ້ກໍ່ແມ່ນວຽກງານເພື່ອປົກປັກຮັກສາຍາດຕິພີ່ນ້ອງພໍ່ແມ່ປະຊາຊົນຢູ່ແຫ່ງທີ່ເຮົາຢູ່ອາໄສ.

ຕອບກັບ

ຂ່າວ/ບົດ​ອື່ນ