ທ່ານເລວັນທຸ໋ຍ ຊາວກະສິກອນສ້າງຄວາມຮັ່ງມີຈາກຕົ້ນມັງກອນ

(VOVWORLD) -ມາຮອດບ້ານໝີເຄືອງຕາແສງໝີຕິ້ງອານເມືອງເຈິກ້າວແຂວງຕ່ຽນຢາງບໍ່ວ່າຜູ້ໃດກໍ່ຮູ້ຈັກທ່ານເລວັນທຸ໋ຍອາຍຸ 58 ປີຊາວກະສິກອນຜະລິດເກັ່ງທົ່ວປະເທດ. ປັດຈຸບັນທ່ານແມ່ນເຈົ້າຂອງສວນມັງກອນດ້ວຍເນື້ອທີ່ 1,8 ເຮັກຕາ. ສວນຂອງທ່ານແມ່ນຮູບແບບຕົວຢ່າງໃນການໝູນໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກເຂົ້າໃນການຜະລິດຕາມມາດຖານກະສິກຳແບບຍືນຍົງ (GAP) ໃຫ້ສະມັດຕະພາບສູງມີມູນຄ່າສົ່ງອອກແລະມີຫຼາຍຄົນເຮັດຕາມ
ທ່ານເລວັນທຸ໋ຍ  ຊາວກະສິກອນສ້າງຄວາມຮັ່ງມີຈາກຕົ້ນມັງກອນ - ảnh 1ສວນມັງກອນ 2 ເຮັກຕາ ຂອງທ່ານເລວັນທຸ໋ຍ (ເບື້ອງຊ້າຍ)

     ຄອບຄົວທ່ານທຸ໋ຍເມື່ອກ່ອນນີ້ປູກເຂົ້າເຊິ່ງບັນລຸປະສິດທິຜົນເສດຖະຫິດບໍ່ສູງດັ່ງນັ້ນໄດ້ຫັນມາປປູກຕົ້ນມັງກອນໄສ້ຂາວເກືອບ 30 ປີມານີ້. ນັບແຕ່ 2012 ໂດຍໄດ້ຮັບການແນະນຳຈາກຂະແໜງກະສິກຳທ້ອງຖິ່ນ, ທ່ານໄດ້ລົງມືທຳການຜະລິດຕາມມາດຖານຜະລິດກະສິກຳທີ່ກ້າວໜ້າຢູ່ຫວຽດນາມ (Viet GAP) ແລ້ວກໍ່ປະຕິບັດຕາມຮູບແບບກະສິກຳທີ່ດີທົ່ວໂລກ (GLOBAL GAP) ແລະໄດ້ຮ່ວມສຳພັນກັບສະຫະກອນໝີຕິ້ງອານເພື່ອສົ່ງໝາກມັງກອນໄປຂາຍໃຫ້ຕ່າງປະເທດ. ເພື່ອປູກຕົ້ນມັງກອນຕາມມາດຖານ GAP ໃຫ້ສຳເລັດຜົນ,ທ່ານທຸ໋ຍໄດ້ປະຕິບັດຕາມຂັ້ນຕອນໃສ່ຝຸ່ນ ຊີດຢາ ແລະບໍ່ນຳໃຊ້ຝຸ່ນເຄມີຢ່າງເດັດຂາດ. ພິເສດທ່ານຍັງບົ່ມຝຸ່ນອົງຄະທາດຈາກປາ,ຊາກປາເພື່ອໃສ່ຝຸ່ນໃຫ້ສວນມັງກອນຢ່າງເປັນປະຈຳ. ສວນຂອງທ່ານລ້ວນແຕ່ຕິດຕັ້ງລະບົບທໍ່ນ້ຳຕິດກ໊ອກຫົດນ້ຳ, ຊີດຢາປາບສັດຕູພືດອັດຕະໂນມັດແລະໃຊ້ດອກໄຟແລັສເພື່ອປະຢັດໄຟຟ້າ. ທ່ານເລວັນທຸ໋ຍແບ່ງປັນວ່າ:

      “ຢາກຜະລິດຕາມມາດຖານ GLOBAL GAP, ສຳຄັນແມ່ນເຮົາຕ້ອງຍອມປ່ຽນແປງປະເພນີການຜະລິດຂອງຕົນຫຼືບໍ່, ຕ້ອງຄິດໄລ່ເຖິງຄຸນນະພາບຄວາມປອດໄພຫຼັກອະນາໄມດ້ານສະບຽງອາຫານ, ຄວາມປອດໄພໃຫ້ຜູ້ບໍລິໂພກ. ປັດຈຸບັນ ພວກເຮົາຕ້ອງຜະລິດຕາມຂັ້ນຕອນສະອາດ ໃນການຊີດຢາໃສ່ຝຸ່ນເຮົາກໍ່ຕ້ອງນຳໃຊ້ອົງຄະທາດ, ຜະລິດຕະພັນຊີວະເພື່ອນຳຄວາມອຸດົມສົມບູນໃຫ້ແກ່ດິນເພື່ອເຮົາມີຜະລິດຕະພັນທີ່ປອດໄພແລະມີຄຸນນະພາບ ແທດເໝາະກັບຄວາມຕ້ອງການຂອງຜູ້ບໍລິໂພກ”.

      ຍ້ອນຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານແລະຮູ້ໝູນໃຊ້ເຕັກນິກເຂົ້າໃນການຜະລິດ ດັ່ງນັ້ນສວນມັງກອນຂອງຄອບຄົວທ່ານທຸ໋ຍຍາມກໍ່ບັນລຸສະມັດຕະພາບແລະ ຄຸນນະພາບສູງ. ສະເລ່ຍແຕ່ລະປີສວນມັງກອນກໍ່ໃຫ້ສາມລະດູການໃຫ້ສະມັດຕະພາບແຕ່ 50 – 60 ໂຕນ. ໝາກມັງກອນທັງໝົດຂອງທ່ານລ້ວນແຕ່ຖືກສະຫະກອນໝີຕິ້ງອານຮັບຈຳໜ່າຍດ້ວຍລາຄາສູງກວ່າຕະຫຼາດ. ໃນລະດູແຫ້ງປີນີ້ສວນມັງກອນຂອງທ່ານເລວັນທຸ໋ຍຫາກໍ່ເກັບກູ້ໄດ້ 20 ໂຕນ. ທ່ານຫງວຽນວັນນາມ ປະທານຄະນະກຳມະການປະຊາຊົນຕາແສງໝີຕິ້ງອານໃຫ້ຮູ້ວ່າ:

      “ທ່ານທຸ໋ຍປູກມັງກອນຕາມຂັ້ນຕອນ Viet GAP ຂອງສະຫະກອນ, ດັ່ງນັ້ນກໍ່ໃຫ້ສະມັດຕະພາບແລະຄຸນນະພາບສູງທີ່ສຸດ. ນອກຈາກນັ້ນ, ການຫົດນ້ຳໃສ່ສວນມັງກອນດ້ວຍລະບົບຊີດນ້ຳອັດຕະໂນມັດ ກໍ່ສາມາດປະຢັດຄ່າໃຊ້ຈ່າຍ. ປັດຈຸບັນໝາກມັງກອນໄສ້ຂາວກໍ່ມີລາຄາເປັນປົກກະຕິ.”

      ຈາກຮູບແບບປູກມັງກອນເປັນສິນຄ້າ ຄອບຄົວຂອງທ່ານເລວັນທຸ໋ຍໄດ້ກາຍເປັນຄອບຄົວທີ່ຮັ່ງມີດ້ວຍລາຍໄດ້ໃນແຕ່ລະປີປະມານ 60.000 USD. ປີ 2020 ທ່ານໄດ້ມີກຽດຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີກ່ຽວກັບຜົນງານໃນການອອກແຮງງານທຳການຜະລິດ. ນອກຈາກນັ້ນທ່ານຍັງໄດ້ຮັບໃບຍ້ອງຍໍຫຼາຍໃບຈາກສູນກາງສະມາຄົມຊາວກະສິກອນຫວຽດນາມຍ້ອນມີຜົນງານດີເດັ່ນໃນວຽກງານສະມາຄົມແລະການແຂ່ງຂັນອອກແຮງງານທຳການຜະລິດ. ບໍ່ພຽງແຕ່ອອກແຮງງານເກັ່ງເທົ່ານັ້ນທ່ານທຸ໋ຍຍັງເປັນຫົວໜ້າສະມາຄົມຊາວກະສິກອນບ້ານໝີເຄືອງຕາແສງໝີຕິ້ງອານ.

     ໃນໄລຍະທີ່ຜ່ານມາທ່ານໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າໃນຂະບວນການວຽກງານເພື່ອການກຸສົນໃນສັງຄົມຢູ່ທ້ອງຖິ່ນຄືຊ່ວຍຊາວກະສິກອນຜູ້ທຸກຍາກ, ກໍ່ສ້າງຂົວທາງ. ທາງເອງກໍ່ໄດ້ເຂົ້າຮ່ວມການບໍລິຈາກເລືອດມະນຸດສະທຳຫຼາຍກວ່າ 30 ເທື່ອ.ປີກາຍນີ້ທ່ານໄດ້ມີກຽດຖືກຮັບເຂົ້າເປັນສະມາຊິກພັກຄອມມູນິດຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ