ທ່ານໝໍກື໊ອ໊າຮົ່ງແລະພາລະກິດເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ

(VOVWORLD) -ໂດຍມີຄວາມຜູກພັນກັບພາລະກິດເບິ່ງແຍງແລະຮັກສຸຂະພາບໃຫ້ແກ່ປະຊາຊົນເປັນເວລາເກືອບ 40 ປີ, ທ່ານໝໍກື໊ອ໊າຮົ່ງຜູ້ອຳນວຍການສູນສາທາລະນະສຸກ ເມືອງມູ່ກັງຈ່າຍແຂວງອຽນບ໊າຍ ບໍ່ພຽງແຕ່ສຸມຈິດສຸມໃຈກັບວຽກງານດ້ານວິຊາສະເພາະເທົ່ານັ້ນ ທ່ານຍັງມະນາພະຍາຍາມໂຄສະນາເພື່ອປະກອບສ່ວນເຮັດໃຫ້ຄວາມຮັບຮູ້ ກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດຂອງປະຊາຊົນຢູ່ເຂດພູສູງປ່ຽນແປງໄປ
       
ທ່ານໝໍກື໊ອ໊າຮົ່ງແລະພາລະກິດເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ - ảnh 1ທ່ານໝໍ ກື໊ອ໊າຮົ່ງ

      ການເຮັດວຽກຂອງທ່ານໝໍ ກື໊ອ໊າຮົ່ງໃນມື້ໜຶ່ງແມ່ນຂ້ອງຄາກ່ຽວກັບວຽກງານຄຸ້ມຄອງ,ກວດພະຍາດແລະປິ່ນປົວຜ່າຕັດໃຫ້ຄົນເຈັບ. ບໍ່ພຽງແຕ່ເຊັ່ນນັ້ນ ທ່ານໝໍກື໊ອ໊າຮົ່ງແລະບັນດາເພື່ອນຮ່ວມອາຊີບຍັງສະຫຼະເວລາແລະເຫື່ອແຮງຂອງຕົນເພື່ອໂຄສະນາແນະນຳໃຫ້ແກ່ພໍ່ແມ່ພີ່ນ້ອງເຂດພູສູງກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໃນຈຸດເວລາປ່ຽນລະດູການ. ພິເສດໃນໄລຍະເກີດພະຍາດໂຄວິດ - 19 ທ່ານໄດ້ພ້ອມກັບເພື່ອນຮ່ວມອາຊີບແນະນຳໃຫ້ປະຊາຊົນວິທີປ້ອງກັນສະກັດກັ້ນໂຄວິດ - 19 ພ້ອມທັງເປັນເສນາທິການສ້າງຕັ້ງຄະນະຊີ້ນຳການຕ້ານໂລກລະບາດໂດຍດ່ວນຈາກຂັ້ນເມືອງລົງຮອດຂັ້ນຮາກຖານ ສ້າງຕັ້ງບັນດາກອງຕ້ານໂລກລະບາດສຸກເສີນປະຕິກິລິຍາໄວ, ທຳຄວາມສະອາດສິ່ງແວດລ້ອມແລະປິ່ນປົວຢູ່ກັບທີ່. ທ່ານໝໍກື໊ອ໊າຮົ່ງໃຫ້ຮູ້ວ່າ:

     “ສູນສາທາລະນະສຸກໄດ້ຊີ້ນຳບັນດາພະແນກ, ຂະແໜງ, ພິເສດແມ່ນຂະແໜງຄວມຄຸມໂລກລະບາດ ສ້າງແຜນການໂຄສະນາສົມທົບກັບບັນດາຂະແໜງການຂອງເມືອງ ພິເສດແມ່ນຂະແໜງສື່ສານດຳເນີນການໂຄສະນາເຜີຍແຜ່ທາງໂທລະຄົງ, ວິທະຍຸ ແລະ ພາຫະນະສື່ມວນຊົນອື່ນໆ. ພວກຂ້າພະເຈົ້າຍັງປະຕິບັດການສື່ສານໂດຍກົງດ້ວຍວິທີແຕ່ງຕັ້ງບັນດາຄະນະ, ກຸ່ມ, ທິມງານລົງໄປຮາກຖານ ຕາແສງ ພ້ອມກັນປະຊຸມກັບປະຊາຊົນເພື່ອຈັດຕັ້ງໂຄສະນາການປ້ອງກັນຕ້ານໂລກລະບາດໃນຍາມຄ່ຳຄືນ”.

      ໂດຍໄດ້ກຳເນີດແລະເຕີບໃຫຍ່ຂຶ້ນຢູ່ເມືອງພູສູງມູ່ກັງຈ໋າຍແລະພາຍຫຼັງຮຽນຢູ່ມະຫາວິທະຍາໄລແພດສາດບັກຫາຍ  ເປັນເວລາ 4 ປີກື໊ອ໊າຮົ່ງໄດ້ຕົກລົງກັບຄືເຮັດວຽກຢູ່ເມືອງມູ່ກັງຈ໋າຍດ້ວຍຄວາມຫວັງປິ່ນປົວພະຍາດໃຫ້ແກ່ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນ. ທ່ານໝໍຮົ່ງ ແບ່ງປັນວ່າ ຊ່ວງເວລານັ້ນຢູ່ເມືອງກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ,ທາງຄົມມະນາຄົມສ່ວນຫຼາຍແມ່ນທາງດິນພື້ນຖານວັດຖຸກໍ່ທຸກຍາກຂາດເຂີນລະດັບຄວາມຮູ້ຂອງປະຊາຊົນກໍ່ຖືກຈຳກັດ. ທ່ານໝໍຮົ່ງເວົ້າວ່າ:

       “ເວລາຂ້າພະເຈົ້າກັບມານີ້ເຮັດວຽກກໍ່ຍ້ອນຄວາມຮັກອາຊີບແລະທີ່ສອງແມ່ນຄົວຄອບຂອງເຮົາຢູ່ນີ້ ແລະທີສາມແມ່ນຢູ່ນີ້ເພື່ອເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນເຖິງແມ່ນວ່າ ການດຳລົງຊີວິດຂອງເຂົາເຈົ້າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຈາກນັ້ນຂ້າພະເຈົ້າໄດ້ຕັດສິນໃຈອຸທິດສ່ວນໃຫ້ແກ່ບ້ານເກີດເມືອງນອນ ມູ່ກັງຈ໋າຍ”.

      ດ້ວຍບັນດາຄວາມມານະພະຍາຍາມຂອງຕົນທ່ານໝໍກື໊ອ໊າຮົ່ງແລະເພື່ອນຮ່ວມອາຊີບແລະໃນປັດຈຸບັນສາມາດມີຄວາມເອກອ້າງທະນົງໃຈດ້ວຍຄວາມສາມາດດ້ານວິຊາຊີບຂອງຕົນແລະຄວາມເຊື່ອໝັ້ນຂອງພໍ່ແມ່ປະຊາຊົນ. ເຖິງວ່າສູນສາທາລະນະສຸກເມືອງມູ່ກັງຈ໋າຍ ຍັງບໍ່ທັນທັດທຽມກັບບັນດາໂຮງໝໍໃຫຍ່ຢູ່ເຂດທົ່ງພຽງກໍ່ຕາມແຕ່ກໍ່ໄດ້ມີຄວາມໃຫຍ່ໂຕສະອາດສວຍງາມກວ່າເກົ່າສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນໃນບໍລິເວນ. ປ້າຢ່າງທິເກີ່ ຢູ່ບ້ານຈົ໊ງຕົ່ງ ຕາແສງລາປ໊ານເຕິ່ນ ເມືອງມູ່ກັງຈ໋າຍໃຫ້ຮູ້ວ່າ:

      “ເມື່ອກ່ອນນີ້ປະຊາຊົນຢູ່ເຂດພູສູງພວກຂ້າພະເຈົ້າພຽງແຕ່ປະສູດລູກຢູ່ເຮືອນ ຜູ້ເຈັບຜູ້ເປັນສ່ວນຫຼາຍ ກໍເຊີນໝໍພອນມາໄຫວ້ບູຊາພາວະນາ. ປັດຈຸບັນໄດ້ມີໂຮງໝໍແລ້ວ, ພວກຂ້າພະເຈົ້າກໍ່ໄດ້ຮັບການເບິ່ງແຍງປິ່ນປົວສຸຂະພາບຈາກທ່ານໝໍຮົ່ງຢ່າງສຸດໃຈ”.

       ດ້ວຍຄວາມສຸມຈິດສຸມໃຈກັບອາຊີບ ທ່ານໝໍຮົ່ງຍັງຊ່ວຍເຫຼືອເພື່ອນຮ່ວມອາຊີບຢ່າງສຸດໃຈອີກດ້ວຍ ລາວຍັງສະຫຼະເວລາແນະນຳກຳນົດທິດໃຫ້ບັນດາທ່ານໝໍໝຸ່ມ ແລກປ່ຽນປຶກສາກັບເພື່ອນຮ່ວມອາຊີບກ່ຽວກັບວິຊາສະເພາະແລະເຕັກນິກໃໝ່. ທ່ານໝໍຢ່າງອາລູຫົວໜ້າຂະແໜງເຂດນອກສູນສາທາລະນະສຸກເມືອງມູ່ກັງຈ໋າຍແບ່ງປັນວ່າ:

       “ທ່ານໝໍ ຮົ່ງໄດ້ສະຫງວນຕະຫຼອດຊີວິດເພື່ອຮັບໃຊ້ວຽກງານເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ. ທ່ານແມ່ນແບບຢ່າງທີ່ດີເພື່ອໃຫ້ພະນັກງານໜຸ່ມທຸກໆຄົນໃນຂະແໜງສາທາລະນະສຸກໃນມູ່ກັງຈ໋າຍຮຽນຕາມ”.

     ປີນີ້ມີອາຍຸ 61 ປີແລ້ວ ແລະໄດ້ຕິດພັນກັບພາລະກິດເບິ່ງແຍງສຸຂພາບໃຫ້ແກ່ປະຊາຊົນດາເຜົ່າຢູ່ເມືອງມູ່ກັງຈ໋າຍເປັນເວລາປະມານ 40 ປີ, ທ່ານໝໍກື໊ອ໊າຮົ່ງໄດ້ຮັບໃບຍ້ອງຍໍຫຼາຍໃບຈາກນາຍົກລັດຖະມົນຕີ ກະຊວງສາທາລະນະສຸກ ຄະນະກຳມະການປະຊາຊົນແຂວງອຽນບ໊າຍ... ພິເສດໃນປີ 2020 ທ່ານໄດ້ຮັບນາມມະຍົດທ່ານໝໍດີເລີດ.

ຕອບກັບ

ຂ່າວ/ບົດ​ອື່ນ