ນັກກະວີ ຢາງນາມ - ຜູ້ສ້າງແຫຼ່ງບັນດານໃຈຕໍ່ກາບກອນ

(VOVWORLD) -ນັກກະວີ ຢາງນາມ, ຜູ້ແຕ່ງກາບກອນທີ່ມີຊື່ສຽງໄດ້ເຖິງແກ່ລະນະກຳເມືອວັນທີ 23 ມັງກອນປີ 2023 ຢູ່ນະຄອນຍາຈາງແຂວງແຂັງຮວ່າລວມອາຍຸ 96 ປີ.ຄາວຍັງມີຊີວິດຢູ່, ນັກກະວິຢາງນາມບໍ່ຖືເອົາວັນນະຄະດີກາບກອນເພື່ອສ້າງອາຊີບ ແຕ່ລາວໄດ້ມີການອຸທິດສ່ວນຫຼາຍຢ່າງໃຫ້ແກ່ພື້ນຖານກາບກອນ
ນັກກະວີ ຢາງນາມ - ຜູ້ສ້າງແຫຼ່ງບັນດານໃຈຕໍ່ກາບກອນ - ảnh 1ນັກກະວີ ຢາງນາມ

   “ຄາວເຍົາໄວໄປໂຮງຮຽນມື້ລະສອງພາກ.

    ຮັກບ້ານເກີດເມືອງນອນຜ່ານປຶ້ມອ່ານ.

    ໃຜວ່າລ້ຽງງົວແມ່ນລຳບາກ.

    ຂ້ອຍເພີ້ຝັນຟັງນົກຮ້ອງຈາກຍອດໄມ້”

     ນັ້ນແມ່ນຕອນໜຶ່ງໃນບົດກາບກອນ “ບ້ານເກີດເມືອງນອນ” ເຊິ່ງຫຼາຍລຸ້ນຄົນຫວຽດນາມໄດ້ຂຶ້ນໃຈ, ເປັນຕົ້ນແມ່ນບັນດາຜູ້ເຄີຍຮັບຄວາມເຈັບແສບ, ຄວາມສູນເສຍໃນສົງຄາມ. ບົດກາບກອນບ້ານເກີດເມືອງນອນໄດ້ຖືກແຕ່ງເມື່ອປີ 1960 ເມື່ືອນັກກະວີຢາງນາມ ພວມຢູ່ຖານທີ່ໝັ້ນໄດ້ຮັບຂ່າວເມຍແລະລູກສາວຖືກສັດຕູຄາດຕະກຳໃນຄຸກ. ຄວາມເຈັບແສບໄດ້ກະຕຸກຊຸກຍູ້ລາວປະພັນບົດກາບກອນບົດນີ້ໃຫ້ສຳເລັດພາຍໃນເວລາພຽງໜຶ່ງຊົ່ວໂມງເທົ່ານັ້ນ. ຈາກພາກໃຕ້ບົດກະວີນີ້ ໄດ້ແຜ່ກະຈາຍຢ່າງວ່ອງໄວເຖິງຊາວຫວຽດນາມຫຼາຍລຸ້ນຄົນທີ່ນິຍົມກາບກອນ. ບົດກະວີບ້ານເກີດເມືອງນອນ ໄດ້ເຮັດໃຫ້ທ່ານໄດ້ຮັບຫຼາຍລາງວັນຄືລາງວັນແຫ່ງລັດກ່ຽວກັບວັນນະຄະດີສິລະປະໄລຍະທີໜຶ່ງປີ 2001, ລາງວັນຫງວຽນດິ່ງຈ໋ຽວປີ 1965,ລາງວັນທີສອງວາລະສານວັນນະສິນປີ 1961. ທ່ານຮອງສາດສະດາຈານ ປອ ຫງວຽນກົງຫຼີ ສັງກັດມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດນະຄອນໂຮ່ຈີມິນຖືວ່າ:

   “ກາບກອນຂອງຢາງນາມແມ່ນກາບກອນແຫ່ງນ້ຳໃຈຄວາມຮັກແພງ, ນັ້ນແມ່ນຄວາມຕື້ນຕັນໃຈໃນຊີວິດປະຈຳວັນ. ໃນຊີວິດແຫ່ງການຕໍ່ສູ້ຕ້ານ ຝຣັ່ງ, ຕ້ານອາເມລິກາ. ທຸກສິ່ງທຸກຢ່າງທີ່ລຳບາກທີ່ສຸດ,ດຸເດືອດທີ່ສຸດກໍ່ລ້ວນແຕ່ຖືກນັກກະວີວາດພາບເຖິງໃນກາບກອນດ້ວຍບັນດາຮູບພາບທີ່ລຽບງ່າຍ. ຜູ້ຄົນທັງຫຼາຍ ກໍ່ຮູ້ສຶກໄດ້ເຖິງຄວາມຮ້າຍກາດຂອງສົງຄາມ”.

   ນັກກະວີຢາງນາມເກີດປີ 1929 ຢູ່ຕາແສງນິງບິ່ງເທດສະບານນິງຮວ່າແຂວງແຂັງຮວ່າ. ກ່ອນການປະຕິວັດເດືອນ ສິງຫາປີ 1945, ພາຍຫຼັງໄດ້ຮຽນຈົບຊັ້ນປະຖົມຢູ່ບ້ານເກີດ, ທ່ານໄດ້ໄປຮຽນຢູ່ໂຮງຮຽນກຸຍເຍີນແຫ່ງຊາດ. ຄາວມີອາຍຸ 16 ປີຢາງນາມໄດ້ເຂົ້າຮ່ວມການຕໍ່ຕ້ານແລະໃນຊ່ວງເວລານີ້ ລາວໄດ້ເຮັດວຽກຢູ່ພະແນກວັດທະນະທຳຖະແຫຼງຂ່າວແລະ ເຂົ້າຮ່ວມຄະນະນຳຂອງໜັງສືພິມບ໊າວຖັງ ເຊິ່ງແມ່ນຕົ້ນກຳເນີດຂອງໜັງສືພິມແຂັງຮວ່າ ໃນທຸກວັນນີ້. ຊີວິດຂອງນັກກະວິຢາງນາມໄດ້ຕິດພັນກັບພາລະກິດປະຕິວັດ, ຕິດພັນກັບບ້ານເກີດເມືອງນອນແຂັງຮວາ.ທ້າຍປີ1961 ທ່ານຖືກສັບຊ້ອນໄປຮັບຜິດຊອບພາກສ່ວນວັດທະນະທຳສິລະປະວັນນະຄະດີ  ຂອງຄະນະໂຄສະນາອົບຮົມເຂດ 6. ປີ 1963 ສະມາຄົມວັນນະສິນປົດປ່ອຍພາກໃຕ້ ໄດ້ຮັບການສ້າງຕັ້ງຂຶ້ນ ທ່ານໄດ້ມອບໝາຍໜ້າທີ່ເປັນຮອງເລຂາທິການໃຫຍ່ສະມາຄົມທັງເປັນຫົວໜ້າບັນນາທິການໜັງສືພິມວັນນະສິນປົດປ່ອຍ. ຊ່ວງເວລານີ້ຢາງນາມໄດ້ມີບັນດາບົດກາຍກອນທີ່ເປັນໜ້າປະທັບໃຈເປັນຕົ້ນບົດກາຍກອນ “ນ້ອງເຂົ້າຮຽນມະຫາວິທະຍາໄລ”, “ບ້ານເກີດເມືອງນອນ”.ພາຍຫຼັງປີ 1945 ຢາງນາມໄດ້ຮັບໜ້າທີ່ເປັນກຳມະການຄະນະປະຈຳຄະນະບໍລິຫານງານສະມາຄົມນັກປະພັນຫວຽດນາມຊຸດທີສອງແລະທີສາມ,  ຫົວໜ້າບັນນາທິການໜັງສືພິມວັນນະສິນລາຍສັບປະດາ, ເປັນສສຊ. ໄລຍະຕໍ່ມາທ່ານໄດ້ຮັບໜ້າທີ່ເປັນປະທານສະມາຄົມວັນນະຄະດີສິລະປະ ແຂວງຝູແຂັງແລະຮອງປະທານຄະນະກຳມະການປະຊາຊົນແຂວງແຂັງຮວ່າ. ນັກປະພັນ ໂດ໊ກີມກວງ ອະດີດຮອງປະທານຜູ້ປະຈຳການສະຫະສະມາຄົມວັນນະຄະດີຫວຽດນາມແບ່ງປັນວ່າ:

   “ສຳລັບນັກກະວີຢາງນາມແລ້ວ ບ້ານເກີດເມືອງນອນແຂັງຮວ່າທັງແມ່ນອາລົມຈິດຄວາມຮັກແພງ ແຕ່ກໍ່ເຕັມໄປດ້ວຍອະນຸສອນຫຼາຍຢ່າງ. ຈາກດິນແດນທີ່ມີມູນເຊື້ອຮັກຊາດມີມູນເຊື້ອປະຕິວັດຂອງຊາວແຂັງຮວ່ານີ້ເອງ ໄດ້ເປັນການປຸກລຸກໃຫ້ລາວສາມາດປະພັນບັນດາບົດກາບກອນທີ່ດີທີ່ມ່ວນຄືພວກເຮົາໄດ້ຮູ້ເປັນຕົ້ນແມ່ນບົດກາບກອນບ້ານເກີດເມືອງນອນ”.

    ນັກກະວີຢາງນາມໄດ້ເຖິງແກ່ມໍລະນະກຳລວມອາຍຸ 96ປີ. ທ່ານໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ແກ່ບ້ານເກີດເມືອງນອນປະເທດຊາດ. ປະເທດຊາດແລະກາບກອນແມ່ນອຸດົມການໃນຊີວິດຂອງທ່ານ. 

ຕອບກັບ

ຂ່າວ/ບົດ​ອື່ນ