ນັກບວດຍິງຫງວຽນທິກີມຈີ - ຜູ້ເປັນແມ່ ຂອງພວກເດັກກຳພ້າທີ່ຊາຍຄາທຽນເອິນ-==

(VOVWORLD) -      ຊາຍຄາແຫ່ງຄວາມອົບອຸ່ນທຽນເອິນຢູ່ຕາແສງຈືອາ ນະຄອນ ເຟຣິຍກູ ໂດຍນັກບວດຍິງ ຫງວຽນທິກີມຈີ ເປັນຜູ້ອຸປະກາລະ ໄດ້ສ້າງຕັ້ງຂຶ້ນແຕ່ປີ 2010. ທຽນເອິນແມ່ນຊາຍຄາລວມຂອງພວກເດັກທີ່ມີສະພາບຫຍຸ້ງຍາກ, ເດັກກຳພ້າກຳພອຍ ແລະ ກໍ່ແມ່ນບ່ອນອູ້ມຊູຊ່ວຍເຫຼືອບັນດາແມ່ຍິງທີ່ມີຊາຕາກຳອາພັບ. ນັກບວດຍິງ ກີມຈີ ປຽບເໝືອນຜູ້ເປັນແມ່ໃຈດີໃນແຕ່ລະວັນໄດ້ລ້ຽງດູເບິ່ງແຍງເດັກນ້ອຍກວ່າ 100 ຄົນທີ່ບໍ່ມີບ່ອນເພິ່ງພາອາໄສ.
ນັກບວດຍິງຫງວຽນທິກີມຈີ - ຜູ້ເປັນແມ່ ຂອງພວກເດັກກຳພ້າທີ່ຊາຍຄາທຽນເອິນ-== - ảnh 1ນັກບວດຍິງຫງວຽນທິກີມຈີ ກັບພວກເດັກກຳພ້າທີ່ຊາຍຄາທຽນເອິນ

ນັກບວດຍິງຫງວຽນທິກີມຈີໄດ້ກຳເນີດຂຶ້ນໃນຄອບຄົວທີ່ທຸກຍາກຢູ່ຕາແສງ ຮວ່າຝູນະຄອນບວນມາທວດແຂວງດັກລັກ. ຄາວມີອາຍຸພຽງ 13 ປີ, ນາງໄດ້ຍ້າຍໄປດຳລົງຊີວິດໃນສູນລ້ຽງດູເດັກກຳພ້າທີ່ຕາແສງ ຮວ່າຝູ ນະຄອນບວນມາທວດ. ຢູ່ທີ່ນີ້ ນາງໄດ້ຮັບການລ້ຽງດູແລະໄດ້ຮັບການຮ່ຳຮຽນ, ແລ້ວດ້ວຍຄວາມມານະພະຍາຍາມຂອງຕົນເອງ, ນາງໄດ້ເສັງເຂົ້າຂະແໜງການປູກຝັງ ມະຫາວິທະຍາໄລໄຕງວຽນ, ພາຍຫຼັງທີ່ໄດ້ຮຽນຈົບຈາກມະຫາວິທະຍາໄລ, ຫງວຽນທິກີມຈີໄດ້ເຂົ້າສຳນັກບວດ ປາໂລທຽນເອິນ ເຂົ້າຮ່ວມບັນດາຊຸດຝຶກອົບຮົມ ຖ່າຍທອດການປູກຝັງລ້ຽງສັດໂດຍບໍ່ຄິດຄ່າໃຫ້ແກ່ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ ເພື່ອລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດ. ຍ້ອນເຫດນີ້ ນັກບວດຍິງ ຫງວຽນທິກີມຈີ ໄດ້ພົບກັບເດັກນ້ອຍຫຼາຍຄົນທີ່ມີສະພາບຫຍຸ້ງຍາກທີ່ສຸດ, ມີເດັກກຳພ້າກຳພອຍບໍ່ໄດ້ໄປໂຮງຮຽນ. ໂດຍໄດ້ຮັບການສະໜັບສະໜູນຈາກອຳນາດການປົກຄອງທ້ອງຖິ່ນແລະຜູ້ໃຈບຸນໃຈກຸສົນ, ນັກບວດຍິງຫງວຽນທິກີມຈີໄດ້ປຸກສ້າງເຮືອນເບິ່ງແຍງລ້ຽງດູເດັກກຳພ້າ ແລະ ໄດ້ຕັ້ງຊື່ວ່າ:  “ຊາຍຄາອົບອຸ່ນທຽນເອິນ”. ນັກບວດຍິງ ກີມຈີ ເລົ່າສູ່ຟັງວ່າ:

      “ຂ້າພະເຈົ້າຢາກຮັບໃຊ້ ແລະຍົກສູງຊີວິດທາງດ້ານວັດທະນະທຳຈິດໃຈໃຫ້ແກ່ປະຊາຊົນແຂວງຢາລາຍໃນວົງຄະນາຍາດທີ່ເອີ້ນວ່າ ຊາຍຄາອົບອຸ່ນທຽນເອິນ. ຊາຍຄາທຽນເອິນມີບັນດາພວກເດັກທີ່ມີສະພາບຫຍຸ້ງຍາກ, ພໍ່ແມ່ປະປ່ອຍ ຕ້ອງຢູ່ນຳປູ່ຍ່າ ແຕ່ປູ່ຍ່າບໍ່ມີເງື່ອນໄຂລ້ຽງດູ, ພວກຫຼານຕ້ອງໄປຈັບຫອຍຈັບປູຫາກິນ ແລະ ບໍ່ມີເງື່ອນໄຂໄປໂຮງຮຽນ. ພວກເດັກຖືກປະປ່ອຍເຊັ່ນນັ້ນກໍ່ໄດ້ຖືກນຳເຂົ້າຊາຍຄາທຽນເອິນເພື່ອຊ່ວຍເຫຼືອລ້ຽງດູພວກຫຼານໃຫ້ເຊື່ອມຕົວເຂົ້າກັບສັງຄົມ”

       ພາລະກອນ 40 ໃນຊາຍຄາທຽນເອິນກໍ່ແມ່ນບັນດາຜູ້ທີ່ມີສະພາບຫຍຸ້ງຍາກມີຄົນພິການແລະກໍ່ມີທັງບັນດາຜູ້ໄດ້ເຕີບໃຫຍ່ໃນຊາຍຄານີ້ເອງ. ແຕ່ລະວັນແຕ່ເຊົ້າຮອດຄ່ຳເຂົາເຈົ້າໄດ້ຊ່ວຍນັກບວດຍິງກີມຈີປັດກວາດເຮືອນຊານຊັກເຄື່ອງເບິ່ງແຍງລ້ຽງດູພວກຫຼານ. ຊາຍຄາອົບອຸ່ນທຽນເອິນ ໃນປັດຈຸບັນກໍ່ແມ່ນຊາຍຄາລວມຂອງເດັກນ້ອຍ 180 ຄົນທີ່ມີສະພາບຫຍຸ້ງຍາກແຕກຕ່າງກັນ. ພວກຫຼານນ້ອຍໄດ້ເຕີບໃຫຍ່ຂຶ້ນໃນທ່າມກາງຄວາມອູ້ມຊູຊ່ວຍເຫຼືອຄວາມຮັກແພງ ຂອງບັນດານັກບວດແລະພາລະກອນໃນຊາຍທຽນເອິນ. ນ້ອງດິງວັນເຢືອງເວົ້າວ່າ:

       “ນ້ອງໄດ້ຮັບການລ້ຽງດູເບິ່ງແຍງຈາກພວກນັກບວດຍິງນັບແຕ່ນ້ອຍມາຮອດປັດຈຸບັນ. ບັນດານັກບວດຍິງໄດ້ມີຄວາມເປັນຫວ່ງໃຫ້ແກ່ຫຼານຫຼາຍທີ່ສຸດຈາກ ການກິນການຢູ່ ການນຸ່ງຖື. ຫຼານຮູ້ບຸນຄຸນຕໍ່ບັນດານັກບວດຍິງທີ່ສຸດ”.

        ດ້ວຍຈິດໃຈຄວາມໂອບອ້ອມອາລີແລະອູ້ມຊູຊ່ວຍເຫຼືອພວກເດັກຂອງນັກບວດຍິງຫງວຽນທິກີມຈີກໍ່ໄດ້ເປັນແຫຼ່ງບັນດານໃຈສ້າງຄວາມຮັກແພງ ເພື່ອໃຫ້ພວກນ້ອງນ້ອຍຢູ່ທີ່ນີ້ ໃນພາກໜ້າຈະສືບຕໍ່ອູ້ມຊູຊ່ວຍເຫຼືອໃຫ້ແກ່ບັນດາຜູ້ອື່ນທີ່ມີຊາຕາກຳອາພັບເຊັ່ນດຽວກັນ. ນັກບວດຍິງກີມຈີ ພ້ອມກັບບັນດາຜູ້ໃຈບຸນໃຈກຸສົນ ໄດ້ເປີດບັນດາຊຸດຮຽນອາຊີບໄຟຟ້າ ສ້ອມແປງລົດຈັກເຮັດເຂົ້າຈີ່ ເຮັດເຂົ້າໜົມໃຫ້ແກ່ພວກຫຼານ້ອຍເພື່ອຈະສາມາດຊອກຫາວຽກເຮັດງານທຳແລະຫາເງິນລ້ຽງຊີບດ້ວຍຕົນເອງ. ນັກບວດຍິງ ກີມຈີ ເປີດເຜີຍວ່າ:

      “ຊາຍຄາທຽນເອິນພວມນັບມື້ນັບຂະຫຍາຍຕົວ ປະກອບສ່ວນເຂົ້າໃນວຽກງານຂອງຂະແໜງສຶກສາໃນແຂວງຢາລາຍ. ຂ້າພະເຈົ້າເຫັນອົກເຫັນໃຈແລະຮູ້ສຶກຕົວວ່າ ເຮົາຕ້ອງເບິ່ງແຍງດູແລພວກຫຼານນ້ອຍໃຫ້ດີກວ່າອີກ”. 

      ຍ້ອນໄດ້ຮັບຄວາມອູ້ມຊູຊ່ວຍເຫຼືອ ແລະ ຮັກແພງຈາກນັກບວດຍິງ ຫງວຽນທິກີມຈີ ໃນຊາຍຄາລວມທຽນເອິນ, ເດັກນ້ອຍຫຼາຍຄົນໄດ້ເຕີບໃຫຍ່ ແລະກາຍເປັນບັນດາຜູ້ທີ່ມີປະໂຫຍດຕໍ່ສັງຄົມ. ນີ້ກໍ່ເປັນກຳລັງໜູນເພື່ອໃຫ້ນັກບວດຍິງຫງວຽນທິກີມຈີ ສືບຕໍ່ຊ່ວຍເຫຼືອແບ່ງປັນຄວາມຫຍຸ້ງຍາກກັບພວກເດັກທີ່ມີຊາຕາກຳອາພັບ.

ຕອບກັບ

ຂ່າວ/ບົດ​ອື່ນ