ນາງ ດ່າວທິກີມເນືອງ ພະນັກງານສຸດຈິດສຸດໃຈກັບຂະບວນການສັງຄົມ

(VOVWORLD) -ເຖິງວ່າມີອາຍຸພຽງ 35 ປີກໍ່ຕາມ ແຕ່ນາງ ດ່າວທິກີມເນືອງ ໄດ້ມີບັນດາຜົນງານປະກອບສ່ວນຢ່າງໄດ້ການໄດ້ງານ ເຂົ້າໃນການສ້າງສາບ້ານເກີດເມືອງນອນ ໃນຖານະຕຳແໜ່ງເປັນປະທານສະມາຄົມແມ່ຍິງຕາແສງ ເຕິນຮ່ວາເຕິຍ. ນາງແມ່ນໜຶ່ງໃນຈຳນວນ ແບບຢ່າງທີ່ເປັນຕົວແບບໃນຂະບວນການແຂ່ງຂັນຮັກຊາດຂອງແຂວງ ຕຽນຢາງ
ນາງ ດ່າວທິກີມເນືອງ ພະນັກງານສຸດຈິດສຸດໃຈກັບຂະບວນການສັງຄົມ - ảnh 1ນາງ ດ່າວທິກີມເນືອງ (ຜູ້ທີ 2 ນັບຈາກຂວາ)

ນາງ ດ່າວທິກີມເນືອງ ເມື່ອກ່ອນນີ້ແມ່ນຫົວໜ້າສະມາຄົມແມ່ຍິງບ້ານ ເຕິນຮຶງເຕິຍ ຕາແສງ ເຕິນຮວ່າເຕິຍ. ດ້ວຍຄວາມຫ້າວຫັນ, ກະຕືລືລົ້ນ ກັບວຽກງານຂອງສະມາຄົມນັບແຕ່ປີ 2011 ມາຮອດປັດຈຸບັນນາງໄດ້ຮັບຄວາມໄວ້ວາງໃຈຈາກໝູ່ຄະນະ ເຊິ່ງໄດ້ເລືອກຕັ້ງເປັນຮອງປະທານ ແລ້ວກໍ່ເລືອກຕັ້ງເປັນປະທານສະຫະພັນແມ່ຍິງຕາແສງ ເຕິນຮວ່າເຕິຍ. ດ້ວຍໄລຍະເວລາທີ່ຜູກພັນກັບວຽກງານສະຫະພັນແມ່ຍິງຕາແສງເປັນເວລາເກືອບ 10 ປີ ມາຮອດປັດຈຸບັນ ນາງກີມເນືອງ ຍາມໃດກໍ່ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ ຈິດໃຈຮັບຜິດຊອບຂອງຜູ້ເປັນສະມາຊິກພັກ ຍາມໃດກໍ່ນຳໜ້າໃນທຸກຂະບວນການເຄື່ອນໄຫວ ໂດຍສະຫະພັນແມ່ຍິງ ແລະ ອຳນາດການປົກຄອງທ້ອງຖິ່ນ ປຸກລະດົມ. ພົ້ນເດັ່ນຂຶ້ນ ແມ່ນວຽກງານສັງຄົມ, ແຕ່ລະປີນາງ ເນືອງ ໄດ້ຂົນຂວາຍບັນດາຜູ້ໃຈບຸນໃຈກຸສົນທັງຢູ່ໃກ້ ແລະ ໄກດ້ວຍຈຳນວນຂອງຂວັນ 200 ກວ່າພູດ ເພື່ອມອບໃຫ້ບັນດາຄອບຄົວທີ່ທຸກຍາກ, ນັກຮຽນທີ່ມີສະພາບຫຍຸ້ງຍາກ. ເຂົ້າໃຈໄດ້ເຖິງຄວາມຫຍຸ້ງຍາກຂອງຊາວທ້ອງຖິ່ນໃນການໄປມາ, ນາງ ດ່າວທິກີມເນືອງ ໄດ້ຂົນຂວາຍການແຜ່ບໍລິຈາກເງິນທຶນ ເພື່ອກໍ່ສ້າງຂົວເບຕົງ ແທນໃຫ້ຂົວໄມ້ໄຜ່. ໃນປີ 2020 ໃນບໍລິເວນຕາແສງ ໄດ້ປຸກສ້າງຂົວເບຕົງຕື່ມອີກ 6 ແຫ່ງ ໂດຍນາງ ເນືອງ ຂົນຂວາຍມາຈາກບັນດາຜູ້ໃຈບຸນ ໃຈກຸສົນດ້ວຍມູນຄ່າແຕ່ 100 ລ້ານດົ່ງ ຫາ 200 ລ້ານດົ່ງ ຕໍ່ຂົວແຫ່ງໜຶ່ງ. ຍ້ອນແນວນັ້ນ ໃນປັດຈຸບັນການໄປມາຂອງປະຊາຊົນຢູ່ຕາແສງ ເຕິນຮວ່າເຕິຍ ໄດ້ມີຄວາມສະດວກສະບາຍ ໂສມໜ້າຊົນນະບົດໄດ້ປ່ຽນແປງໃໝ່.  ນາງ ເນືອງ ແບ່ງປັນວ່າ:

       “ໂດຍຜ່ານສາຍພົວພັນທີ່ລື້ງເຄີຍກັນ, ກະໂຕເຮົາເອງກໍ່ໄດ້ຂົນຂວາຍຜູ້ໃຈບຸນ ໃຈກຸສົນກັບມາທ້ອງຖິ່ນຊ່ວຍໜູນການກໍ່ສ້າງຂົວທາງຢູ່ຊົນນະບົດ. ເມື່ອເຫັນປະຊາຊົນ, ພວກນ້ອງນັກຮຽນໄປມາຜ່ານຂົວຢ່າງສະດວກສະບາຍນັ້ນ ກະໂຕເຮົາເອງກໍ່ມີຄວາມເບີກບານໃຈທີ່ສຸດ, ເມື່ອມີຂົວທາງທີ່ດີນັ້ນ, ການຂົນສົ່ງສິນຄ້າຂອງປະຊາຊົນກໍ່ນັບມື້ນັບຂະຫຍາຍຕົວ. ໃນໄລຍະທີ່ຈະມາເຖິງ, ເຮົາກໍ່ສືບຕໍ່ອຸທິດສ່ວນເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນຈະດີກວ່າເກົ່າ. ກະໂຕເຮົາເອງກໍ່ພະຍາຍາມຢ່າງສຸດຂີດ ເພື່ອເຮັດຫຼ້ອນໜ້າທີ່ ເຊິ່ງຂັ້ນເທິງໄດ້ມອບໝາຍໃຫ້”.

     ໃນຂົງເຂດການນຳພາ ບໍລິຫານການເຄື່ອນໄຫວຂອງສະຫະພັນແມ່ຍິງຂອງຕາແສງ ເຕິນຮ່ວາເຕິຍ, ນາງ ເນືອງ ໄດ້ສະແດງໃຫ້ເຫັນເປັນພະນັກງານທີ່ມີກຳລັງຄວາມສາມາດ ມີໜ້າທີ່ຮັບຜິດຊອບກັບວຽກງານ. ສະຫະພັນແມ່ຍິງຕາແສງນັບຕັ້ງແຕ່ເວລານາງເປັນປະທານ, ບັນດາຂະບວນການກໍ່ລ້ວນແຕ່ເຂົ້າສູ່ຄວາມເປັນລະບຽບ. ພິເສດນາງໄດ້ໃກ້ຊິດຕິດແທດ ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງເອື້ອຍນ້ອງແມ່ຍິງ. ນັບແຕ່ປີ 2016 ມາຮອດປັດຈຸບັນ ຂະບວນການແຂ່ງຂັນຂອງສະຫະພັນແມ່ຍິງຕາແສງ ຍາມໃດກໍ່ຢືນອັນດັບທີສອງໃນທົ່ວເມືອງ. ບັນດາການເຄື່ອນໄຫວຄື ປະກອບເງິນທຶນຊ່ວຍສະມາຊິກ ທີ່ທຸກຍາກໃນສະມາຄົມ, ການກໍ່ສ້າງຊົນນະບົດໃໝ່, ການຕັດຫຍິບຜ້າອັດປາກ - ດັງ ເພື່ອສະກັດກັ້ນໂລກລະບາດ ໂຄວິດ - 19 ໂດຍປະທານສະຫະພັນແມ່ນຍິງ ດ່າວທິກີມເນືອງ ປຸກລະດົມ ແມ່ນມີຄວາມໝາຍແທດຈິງ ແລະ ໄດ້ຮັບການຕອບສະໜອງຈາກບັນດາສະມາຊິກໃນສະຫະພັນ ແລະ ປະຊາຊົນຢ່າງຕັ້ງໜ້າ, ນາງ ເຈິ່ນທິຫວຽດເງິນ ສະມາຊິກສະຫະພັນແມ່ຍິງຢູ່ບ້ານ ເຕິນຮຶງເຕິຍ ຕາແສງ ເຕິນຮວ່າເຕິຍ ເວົ້າວ່າ:

    “ປະທານສະຫະພັນແມ່ຍິງຂອງຕາແສງນ້ອງ ກໍ່ມີຄວາມເອົາໃຈໃສ່ທີ່ສຸດເຖິງສະມາຊິກໃນສະຫະພັນ, ນາງໄດ້ລົງໄປບັນດາໜ່ວຍຢ່າງເປັນປະຈຳ ເພື່ອຢື້ຢາມຖາມຂ່າວສະພາບຄອບຄົວຂອງເອື້ອຍນ້ອງແມ່ຍິງໃນສະຫະພັນຄືແນວໃດ. ນາງກໍ່ໄດ້ລົງໄປໂຄສະນາເຜີຍແຜ່ບັນດານະໂຍບາຍກົດໝາຍຂອງລັດຢ່າງສຸດຈິດສຸດໃຈ”

     ນອກຈາກໜ້າທີ່ເປັນປະທານສະຫະພັນແມ່ຍິງຂອງຕາແສງແລ້ວ ນາງ ເນືອງ ຍັງແມ່ນສະມາຊິກຂອງຄະນະຊາວໜຸ່ມ, ສະພາກາແດງຕາແສງ, ສະພາປະຊາຊົນຕາແສງ... ເຖິງວ່າຍັງຂ້ອງຄາກັບວຽກງານຫຼາຍຢ່າງກໍຕາມ ແຕ່ໃນໄລຍະທີ່ຜ່ານມາ, ນາງ ເນືອງ ກໍ່ໄດ້ສູ້ຊົນເຮັດສຳເລັດໜ້າທີ່ ທີ່ໄດ້ມອບໝາຍຢ່າງດີເດັ່ນ. ທ່ານ ຫງວຽນວັນຢຸ໊ງ ເລຂາຄະນະພັກຕາແສງ ເຕິນຮວ່າເຕິຍ ໃຫ້ຮູ້ວ່າ:

      “ປະທານສະຫະພັນແມ່ຍິງຕາແສງ ດ່າວທິກີມເນືອງ ແມ່ນມີຄວາມຈູບຈ້າວຫ້າວຫັນ ໃນວຽກງານ. ດ້ວຍໜ້າທີ່ຮັບຜິດຊອບເປັນປະເທານສະຫະພັນແມ່ຍິງຕາແສງ, ນາງຍາມໃດກໍ່ສະແດງໃຫ້ເຫັນຄວາມເປັນແບບຢ່າງຂອງພະນັກງານ”.

       ດ້ວຍບັນດາຜົນງານໃນການເຄື່ອນໄຫວຂອງສະຫະພັນແມ່ຍິງຕາແສງ ແລະ ບັນດາການເຄື່ອນໄຫວສັງຄົມຢູ່ທ້ອງຖິ່ນ, ນາງ ເນືອງ ໄດ້ຮັບໃບຍ້ອງຍໍຫຼາຍໃບ ຈາກບັນດາຂະແໜງການຂັ້ນຕ່າງໆ ແລະ ໄດ້ຮັບໃບຍ້ອງຍໍເປັນພະນັກງານຂັ້ນ ຮາກຖານທີ່ເກັ່ງກ້າສາມາດຈາກສູນກາງສະຫະພັນແມ່ຍິງ ຫວຽດນາມ. ນາງ ເນືອງ ໃຫ້ຮູ້ວ່າ ຕົນເອງຈະສູ້ຊົນ ມານະພະຍາຍາມກວ່າອີກໃນວຽກງານສັງຄົມ ແລະ ຕັ້ງໜ້າເຄື່ອນໄຫວວຽກງານກຸສົນໃນສັງຄົມ ເພື່ອຊ່ວຍປະຊາຊົນເຂດຊົນນະບົດນີ້ບືນຕົວຂຶ້ນພ້ອມກັບການພັດທະນາຂອງປະເທດຊາດຢ່າງບໍ່ຢຸດຢັ້ງ

ຕອບກັບ

ຂ່າວ/ບົດ​ອື່ນ