ນາງ ເຢືອງທິກີມຢຸງ - ແມ່ຍິງຜູ້ສຸດຈິດສຸດໃຈເພື່ອວົງຄະນາຍາດ

(VOVWORLD) -ນາງ ເຢືອງທິກີມຢຸງ ຢູ່ບ້ານ 5 ເມືອງ 3 ນະຄອນ ໂຮ່ຈີມິນ ເປັນຜູ້ມີຊື່ສຽງຍ້ອນແມ່ນຄົນທີ່ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມວຽກງານກຸສົນ, ຊ່ວຍເຫຼືອບັນດາຜູ້ມີສະພາບຫຍຸ້ງຍາກຢ່າງເປັນປະຈຳ ໃນຕະຫຼອດ 30 ປີທີ່ຜ່ານມາ, ໃນນັ້ນມີໄລຍະເກືອບ 10 ປີຢ່າງລຽນຕິດ ນາງ ຢຸງ ແລະ ຄອບຄົວກໍ່ໄດ້ຊ່ວຍເຫຼືອນັກສຶກສາທີ່ທຸກຍາກນັບຮ້ອຍ ຄົນ ໃນການກິນການຢູ່ ໂດຍບໍ່ເກັບຄ່າໃນເຮືອນຂອງຕົນ. 
ນາງ ເຢືອງທິກີມຢຸງ - ແມ່ຍິງຜູ້ສຸດຈິດສຸດໃຈເພື່ອວົງຄະນາຍາດ - ảnh 1ນາງ ເຢືອງທິກີມຢຸງ

     ກ່ອນນີ້ 30 ປີ, ນາງ ກີມຢຸງ ໄດ້ເຂົ້າຮ່ວມສະມາຄົມແມ່ຍິງເພື່ອການກຸສົນ ນະຄອນ ໂຮ່ຈີມິນ. ພາຍຫຼັງໄລຍະໜຶ່ງນາງ ໄດ້ເຫັນຄວາມສາມາດຂອງຕົນ ແລະ ໄດ້ຊ່ວຍເຫຼືອຫຼາຍຄົນ, ດັ່ງນັ້ນລາວໄດ້ຕັດສິນໃຈສ້າງຕັ້ງກຸ່ມເຄື່ອນໄຫວ ເພື່ອການກຸສົນ ທູຢຸງ. ທາງກຸ່ມໄດ້ໄປຫຼາຍແຫ່ງໃນທົ່ວປະເທດ  ມອບເຮືອນແຫ່ງສາຍຈິສາຍໃຈ, ກໍ່ສ້າງຂົວແຫ່ງຕ່າງໆ ເພື່ອໃຫ້ນັກຮຽນໄປໂຮງຮຽນດ້ວຍຄວາມປອດໄພ, ມອບຂອງຂວັນໃຫ້ແກ່ເດັກນ້ອຍທີ່ທຸກຍາກ ເດັກພິການຫຼາຍຄົນ. ຜ່ານການເດີນທາງໄປຊ່ວຍເຫຼືອນີ້, ນາງ ຢຸງ ໄດ້ພົບພໍ້ກັບເພື່ອນໜຸ່ມຈຳນວນບໍ່ໜ້ອຍທີ່ມີຈິດໃຈມັກການຮ່ຳຮຽນ ແຕ່ຍ້ອນສະພາບຄອບຄົວມີຄວາມຫຍຸ້ງຍາກ ດັ່ງນັ້ນຕ້ອງປະຮຽນໄປອອກແຮງງານ ເພື່ອຫາເງິນລ້ຽງຊີບ. ນັບແຕ່ຄາວນັ້ນ, ນາງໄດ້ມີເຈດຈຳນົງຮັບເອົາມາລ້ຽງສຳລັບບັນດາເພື່ອນໜຸ່ມທີ່ທຸກຍາກ ແຕ່ມີເຈດຈຳນົງບືນຕົວຂຶ້ນ ໃນການຮ່ຳຮຽນ. ນາງ ກີມຢຸງ ໃຫ້ຮູ້ວ່າ:

   “ໃນການເດີນທາງຄັ້ງໜຶ່ງໄປມອບເຮືອນແຫ່ງສາຍຈິດສາຍໃຈ, ເມື່ອອອກໄປເຮືອນຄົວກໍ່ເຫັນຊາຍຄົນໜຶ່ງອອກສູ່ທ້ອງຖະໜົນ ເພື່ອຮຽນຢູ່ກາງແຈ້ງ. ຂ້າພະເຈົ້າໄດ້ໂອ້ລົມກັບເດັກຊາຍຄົນນັ້ນ ແລະ ເຫັນວ່າລາວມີຈິດໃຈມັກການຮຽນ ແຕ່ຄອບຄົວທຸກຍາກທີ່ສຸດ ແລະ ຂ້າພະເຈົ້າໄດ້ຮັບເດັກຄົນນັ້ນມາລ້ຽງ ແລ້ວກໍ່ໃຫ້ໄປໂຮງຮຽນ ແລະ ລາວກໍ່ສາມາດຮຽນຈົບມະຫາວິທະຍາໄລ, ເມື່ອຮຽນຈົບແລ້ວກໍ່ມີວຽກເຮັດງານທຳ.ຈາກນັ້ນຂ້າພະເຈົ້າໄດ້ຕົກລົງຮັບເອົານັກສຶກສາ ຄົນທຸກຍາກ ແຕ່ມີຈິດໃຈມັກຮຽນມາລ້ຽງ”.

  ທ່ານໝໍຍິງ ຫງວຽນທິຕວຽດແອັງ ເຮັດວຽກຢູ່ໂຮງໝໍ ກູ໋ຈີ ເຄີຍແມ່ນໜຶ່ງໃນບັນດາຜູ້ຄົນທີ່ນາງ ຢຸງ ໄດ້ໃຫ້ການຊ່ວຍ. ທ່ານໝໍຍິງໄດ້ເລົ່າຄືນສູ່ຟັງວ່າ ປີ 2014 ພາຍຫຼັງຮຽນຈົບມະຫາວິທະຍາໄລແພດສາດ ນະຄອນ ໂຮ່ຈີມິນ ທາງຄອບຄົວບໍ່ມີເງື່ອນໃຫ້ນາງຂຶ້ນນະຄອນຮຽນ ແຕ່ໂຊກດີຄາວນັ້ນນາງ ຢຸງ ໄດ້ໄປສະໜອງທຶນສຶກສາຢູ່ເມືອງ ກູ໋ຈີ ເຊິ່ງໄດ້ຮູ້ຈັກເຖິງສະພາບທີ່ທຸກຍາກຂອງ ຕວຽດແອັງ ແລະ ໄດ້ຍອມຮັບນັກສຶກສາທີ່ທຸກຍາກ ແຕ່ເຕັມໄປດ້ວຍມານາຈິດມາລ້ຽງ. ໃນເບື້ອງຕົ້ນຄອບຄົວນາງ ຕວຽດແອັງ ກໍ່ມີຄວາມເປັນຫ່ວງຍ້ອນວ່າໄດ້ມອບລູກສາວ ຫາກໍ່ເຖິງກະສຽນອາຍຸ ໃຫ້ຜູ້ໜຶ່ງທີ່ບໍ່ຮູ້ຈັກ ແຕ່ດ້ວຍການລະດົມກຳລັງໃຈຂອງອຳນາດການປົກຄອງທ້ອງຖິ່ນ, ທາງຄອບຄົວກໍ່ໄດ້ເຫັນດີນຳ. ທ່ານໝໍຍິງ ຕວຽດແອັງ ແບ່ງປັນວ່າ:

   “ເມື່ອໄດ້ພົບກັບນ້າສາວ ໃນເບື້ອງຕົ້ນ ນ້ອງກໍ່ຍັງບໍ່ທັນຄິດວ່າມີຜູ້ໃຈດີເຊັ່ນນີ້. ເມື່ອໄປຢູ່ເຮືອນຂອງນ້າສາວກໍ່ເຫັນວ່າ ນ້າສາວ ຢຸງ ແມ່ນຜູ້ໃຈດີ ໄດ້ຊີ້ບອກເຮົາແຕ່ລະຈຸດ. ນ້ອງກໍ່ສະແດງຄວາມຮູ້ບຸນຄຸນຕໍ່ນ້າສາວຫຼາຍທີ່ສຸດ, ໃນພາຍພາກໜ້າ ນ້ອງມີວຽກເຮັດງານທຳປົກກະຕິແລ້ວ ນ້ອງຊິກວດພະຍາດໃຫ້ແກ່ບັນດາຜູ້ທີ່ທຸກຍາກ ເດັກນ້ອຍທີ່ທຸກຍາກໂດຍບໍ່ເກັບຄ່າ.”

ຕວຽດແອັງ ແມ່ນນັກສຶກສາລຸ້ນທຳອິດ ທີ່ນາງ ຢຸງ ໄດ້ລ້ຽງດູ ໃຫ້ໄປໂຮງຮຽນໂດຍບໍ່ຄິດຄ່າ .    ໃນຊຸມປີຕໍ່ໆໄປ, ນາງສືບຕໍ່ຕ້ອນຮັບຕື່ມອີກຫຼາຍຄົນມາລ້ຽງ. ເຮືອນສາມຊັ້ນຂອງນາງກໍ່ໄດ້ຮັບການສ້ອມແປງບູລະນະ, ຢູ່ຊັ້ນໜຶ່ງ ແລະ ຊັ້ນເຄິ່ງກໍ່ເຮັດເປັນບ່ອນຂາຍເຂົ້າ, ສ່ວນຊັ້ນສອງ ນາງໃຊ້ເປັນບ່ອນນອນ. ທັງຊັ້ນສາມ ແລະ ສ່ວນໜຶ່ງຂອງຊັ້ນໜຶ່ງ ນາງແບ່ງເປັນສີ່ຫ້ອງ ໃຫ້ແກ່ນັກສຶກສາມາຢູ່. ບໍ່ພຽງແຕ່ມີນັກສຶກສາ ຫວຽດນາມ ເທົ່ານັ້ນ ນາງ ກີມຢຸງ ຍັງໜູນຊ່ວຍໃຫ້ແກ່ນັກສຶກສາລາວອີກດ້ວຍ. ປີ 2018 ນະຄອນ ໂຮ່ຈີມິນ ໄດ້ຈັດລາຍການນັກສຶກສາລາວ ແລະ ຄອບຄົວຊາວ ຫວຽດນາມ. ນາງ ຢຸງ ໄດ້ຮັບເອົານັກສຶກສາລາວ 2 ຄົນ ມາລ້ຽງໃນໄລຍະ 3 ເດືອນ. ພາຍຫຼັງ 3 ເດືອນ ນັກສຶກສາລາວສອງຄົນກໍ່ຢາກສືບຕໍ່ມີຄວາມຜູກພັນກັບຄອບຄົວນາງ ດັ່ງນັ້ນໄດ້ຂໍຢູ່ນຳນາງເພື່ອຮຽນມະຫາວິທະຍາໄລ ເປັນເວລາ 6 ປີ, ນອກຈາກນັ້ນກໍ່ຍັງຊັກຊວນໝູ່ເພື່ອນຕື່ມອີກສອງຄົນມາຢູ່ນຳ. ໃນເວລາຢູ່ຮ່ວມກັບນັກສຶກສາລາວ  ນາງ ຢຸງ ເຄີຍແລກປ່ຽນກັບນັກສືກສາລາວ ກ່ຽວກັບວັດທະນະທຳ ອາຫານການກິນຂອງຫວຽດນາມ ແລະ ບັນດາການເຄື່ອນໄຫວຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງສອງປະເທດ. ອ້າຍ ຫຼີຟອງກ໊ວກ ຢູ່ບ້ານໃກ້ຄຽງກັບນາງ ຢຸງ ໃຫ້ຮູ້ວ່າ:

    “ນາງຢຸງ ແມ່ນຜູ້ຊື່ສັດ ຈິດໃຈເຂັ້ມງວດ. ແຕ່ໃນຄວາມເຂັ້ມງວດນັ້ນ ກໍ່ແມ່ນຄວາມຮັກແພງຍາມໃດກໍ່ຊ່ວຍເຫຼືອທຸກໆຄົນ ຖ້າຫາກວ່າຜູ້ໃດປະສົບກັບຄວາມຫຍຸ້ງຍາກ ນາງພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອ”.

  ນາງ ຢຸງ ຫວັງວ່າບັນດາການກະທຳຂອງຕົນ ຈະໄດ້ຮັບການທະວີຄູນກວ້າງອອກ, ຜ່ານນັ້ນປະກອບສ່ວນສ້າງສັງຄົມໃຫ້ນັບມື້ນັບດີງາມກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ