ນາງນົງທິແລັ່ງ ຊາວເຜົ່ານຸ່ງນຳໜ້າໃນຂະບວນການເຄື່ອນໄຫວເພື່ອການກຸສົນໂດຍສະໝັກໃຈໃນແຂວງຢາລາຍ.

(VOVWORLD) -ດ້ວຍການເຂົ້າຮ່ວມວຽກງານຂອງສະມາຄົມ ເປັນເວລາກວ່າ 10 ປີ, ນາງນົງທິແລັ່ງຊາວເຜົ່ານຸ່ງຮອງຫົວໜ້າສະມາຄົມແມ່ຍິງບ້ານໂອກຣາງ ຕາແສງອີອາແບັກ ເມືອງອີອາກຣາຍ ແຂວງຢາລາຍໄດ້ມີບັນດາການປະກອບສວ່ນໃຫ້ແກ່ບັນດາຂະບວນການຢູ່ທ້ອງຖິ່ນ. ພິເສດ ດ້ວຍຈິດໃຈແບ່ງປັນຄວາມຮັກແພງນາງໄດ້ເຊື່ອມຕໍ່ຊາວທ້ອງຖິ່ນຮ່ວມແຮງຮ່ວມໃຈໜູນຊ່ວຍບັນດາຄອບຄົວທຸກຍາກແລະຄອບຄົວປະສົບກັບຄວາມຫຍຸ້ງຍາກ.
ນາງນົງທິແລັ່ງ ຊາວເຜົ່ານຸ່ງນຳໜ້າໃນຂະບວນການເຄື່ອນໄຫວເພື່ອການກຸສົນໂດຍສະໝັກໃຈໃນແຂວງຢາລາຍ. - ảnh 1ນາງນົງທິແລັ່ງ(ນຸ່ງເສື້ອສີດຳ)ມາຢາມຄອບຄົວນາງຕະທິຮົ່ງແຮັ້ງ

     ໂລກລະບາດໂຄວິດ - 19ໄດ້ເກີດຂຶ້ນຢູ່ບ້ານໂອກຣາງເຮັດໃຫ້ຫຼາຍຄອບຄົວທີ່ທຸກຍາກຍິ່ງປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າ. ນາງຟ້າມທິລາມເຊິ່ງແມ່ນໜຶ່ງໃນຈຳນວນດັ່ງກ່າວ ຂະນະທີ່ຄອບຄົວມີຜູ້ຕ້ອງແຍກຕົວຍ້ອນພະຍາດໂຄວິດ - 19 ອັນໄດ້ເຮັດໃຫ້ແຫຼ່ງລາຍຮັບຂອງຄອບຄົວສູນເສຍໄປບວກກັບບ້ວງເງິນໃຊ້ຈ່າຍອື່ນໆອີກ. ນາງລາມແບ່ງປັນວ່າ:

 “ຜົວຂ້າພະເຈົ້າເປັນພະຍາດ,  ສ່ວນລູກໄປເຮັດວຽກຢູ່ແດນໄກເມື່ອກັບມາເຂົາເຈົ້າກໍ່ແນະນຳໄປແຍກຕົວ, ດັ່ງນັ້ນຂ້າພະເຈົ້າລຳບາກທີ່ສຸດໃນຄອບຄົວກໍ່ບໍ່ມີຂອງກິນຫຍັງແຕ່ກໍ່ຕ້ອງປະກອບເງິນ 1,6 ລ້ານດົ່ງ. ແຕ່ຍ້ອນໄດ້ຮັບການຊ່ວຍເຫຼືອຈາກນາງແລັ່ງຄອບຄົວຂອງຂ້າພະເຈົ້າຈຶ່ງມີເງິນເພື່ອປະກອບ”.

 ບໍ່ພຽງແຕ່ຊ່ວຍບັນດາສະມາຊິກໃນສະມາຄົມແມ່ຍິງບ້ານ ໂອກຣາງເທົ່ານັ້ນນາງແລັ່ງພ້ອມກັບເອື້ອຍນ້ອງແມ່ຍິງຫຼາຍຄົນໃນຄະນະບໍລິຫຫານງານສະມາຄົມກໍ່ຍັງເປີດກວ້າງ ການອຸ້ມຊູຊ່ວຍເຫຼືອເອື້ອຍນ້ອງແມ່ຍິງທີ່ປະສົບກັບຄວາມຫຍຸ້ງຍາກໃນບ້ານຕ່າງໆຢູ່ໃກ້ຄຽງ. ໃນນັ້ນມີຄອບຄົວນາງຕະທິຮົ່ງແຮັ້ງຢູ່ບ້ານຊາເຕົາຕາແສງອີອາເປັກ. ດ້ວຍຄວາມອີຕົນຕໍ່ຊີວິດທີ່ທຸກຍາກຂອງຄອບຄົວນາງແຮັ້ງຊ້ຳພັດຕ້ອງປິ່ນປົວພະຍາດທີ່ຮຸນແຮງໃຫ້ແກ່ຜົວ, ນາງແລັ່ງໄດ້ຮຽກຮ້ອງໃຫ້ທຸກໆຄົນສະໜັບສະໜູນຊ່ວຍເຫຼືອເງິນ 4 ລ້ານດົ່ງເພື່ອຊ່ວຍນາງແຮັ້ງ ໃຊ້ຈ່າຍໃນຊີວິດປະຈຳວັນ. ນາງຕະທິຮົ່ງແຮັ້ງໃຫ້ຮູ້ວ່າ:

 “ເມື່ອປະສົບກັບຄວາມຫຍຸ້ງຍາກ,ນາງແລັ່ງກໍ່ໄດ້ແບ່ງປັນອາຫານຄືໝີ່ສຳເລັດຮູບແລະຂອງກິນບາງຢ່າງພ້ອມທັງລະດົມກຳລັງໃຈໃຫ້ແກ່ຂ້າພະເຈົ້າ. ຢູ່ຕາແສງຖ້າຫາກມີລາຍການໃດນາງກໍ່ຮຽກຮ້ອງໃຫ້ຊາວບ້ານຊ່ວຍເຮົາວັດຖຸເຄື່ອງຂອງຄືເຄື່ອງນຸ່ງເຂົ້າສານ... ນາງແລັ່ງໄດ້ຊ່ວຍເຫຼືອຫຼາຍທີ່ສຸດ. ຂ້າພະເຈົ້າຂອບໃຈນຳນາງແລັ່ງຫຼາຍໆ”.

ໂດຍໄດ້ຂີ່ລົດຈັກເກົ່າ, ນາງແລັ່ງໄດ້ແລ່ນຢູ່ຕາມຖະໜົນຫົນທາງເພື່ອໄປຫາຊ່ວຍເຫຼືອພວກເດັກນ້ອຍຜູ້ເຖົ້າຜູ້ແກ່ທີ່ປະສົບກັບຄວາມຫຍຸ້ງຍາກ. ທາງຫຼັງຄວາມກະຕືລືລົ້ນຄວາມສຸດຈິດສຸດໃຈໃນວຽກງານນັ້ນມີບໍ່ພໍເທົ່າໃດຄົນຮູ້ວ່ານາງແລັ່ງພວມຕ້ອງປິ່ນປົວພະຍາດຮຸນແຮງ. ເຖິງວ່ານາງເປັນພະຍາດກໍ່ຕາມແຕ່ນາງແລັ່ງຍາມໃດກໍ່ມີຄວາມປະເອີບໃຈຊ່ວຍເຫຼືອບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງ. ນາງແລັ່ງໃຫ້ຮູ້ອີກວ່າ:

“ຂ້າພະເຈົ້າມີຄວາມຫວັງພຽງຢ່າງດຽວວ່າທຸກໆຄົນໃຫ້ການສະໜັບສະໜູນແກ່ວຽກງານຂອງເຮົາ. ໃນມື້ອັນໃກ້ໆນີ້ ໂລກລະບາດຈະສິ້ນສຸດລົງ ເພື່ອໃຫ້ພໍ່ແມ່ພີ່ນ້ອງກັບຄືນສູ່ການດຳລົງຊີວິດເປັນປົກກະຕິ.ເຮົາຫວັງວ່າເຮັດແນວໃດເພື່ອມີສຸຂະພາບແຂງແຮງແລະ ຫວັງວ່າທຸກໆຈະມີສຸຂະພາບແຂງແຮງຄືກັນ”.

ຕາມຄະນະກຳມະການປະຊາຊົນຕາແສງ ອີອາເປັກ, ໃນປີ 2021 ນາງນົງທິແລັ່ງ ໄດ້ສົມທົບກັບບັນດາຄະນະຂະແໜງການອົງການຈັດຕັ້ງມະຫາຊົນມອບຂອງຂວັນນັບ 100 ພູດລວມມີເຄື່ອງຂອງທີ່ຈຳເປັນ ປຶ້ມໃຫ້ແກ່ບັນດາຄອບຄົວ, ພວກນ້ອງນັກຮຽນໃນຕາແສງ ທີ່ມີສະພາບຫຍຸ້ງຍາກ, ເດັກກຳພ້າກຳພອຍ... ນາງຟ້າມທິກີມຕວ໊ຽນຮອງປະທານຄະນະກຳມະການປະຊາຊົນຕາແສງອີອາເປັກໃຫ້ຮູ້ວ່າ:

 “ດ້ວຍຄວາມຮັບຜິດຊອບຂອງຕົນໃນໝູ່ບ້ານ, ນອກຈາກວຽກງານໂຄສະນາຂົນຂວາຍໜູນຊ່ວຍຢູ່ຕາມສະຖານທີ່ສັກວັກຊິນ, ເມື່ອເຫັນວ່າເງື່ອນໄຂແຍກຕົວຂອງພໍ່ແມ່ພີ່ນ້ອງມີຄວາມຫຍຸ້ງຍາກລຳບາກນາງແລັ່ງກໍ່ໄດ້ໄປຮຽກຮ້ອງການຊ່ວຍເຫຼືອ. ທາງຕາແສງກໍ່ໄດ້ຕີລາຄາສູງມີການຍ້ອງຍໍຊົມເຊີຍລະດົມກຳລັງໃຈແກ່ນາງແລັ່ງ. ນາງກໍ່ແມ່ນແບບຢ່າງເພື່ອໂຄສະນາໃຫ້ທຸກໆຄົນເຫັນໄດ້ເຖິງນ້ຳໃຈຮັບຜິດຊອບຂອງປະຊາຊົນໃນວຽກງານປ້ອງກັນຕ້ານໂລກລະບາດພິເສດແມ່ນ
ໃນຂະບວນການເຄື່ອນໄຫວກຸສົນໂດຍຄວາມສະໝັກໃຈ”.

   ດ້ວຍບັນດາຜົນງານທີ່ບັນລຸມາໄດ້ໃນຫຼາຍປີທີ່ຜ່ານມານາງນົງທິແລັ່ງໄດ້ຮັບໃບຍ້ອງຍໍຈາກອຳນາດການປົກຄອງແລະສະມາຄົມແມ່ຍິງຂັ້ນຕ່າງໆ. ດ້ວຍຄວາມມ່ວນຊື່ນເປີດອົກເປີດໃຈແລະ  ພິເສດຍາມໃດກໍ່ມີຄວາມຮັກແພງແບ່ງປັນຊ່ວຍເຫຼືອທຸກໆຄົນດັ່ງນັ້ນນາງນົງທິແລັ່ງໄດ້ຮັບຄວາມຮັກແພງຖະນຸຖະໜອມຈາກທຸກໆຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ