ນາງສາວເຜົ່າໄຕຊອກຫາທິດກ້າວເດີນໃຫ້ແກ່ ຜະລິດຕະພັນກະເສດຢູ່ເຂດພູສູງຢ່າງມີປະສິດທິຜົນ

(VOVWORLD) -ເມື່ອບັນດາຜະລິດຕະພັນອົງຄະທາດທຳມະຊາດພວມຖືກບັນດາຜູ້ບໍລິໂພກມຸ່ງໄປເຖິງນັ້ນ, ນາງດົ່ງທິເວິນຮ່າ ຢູ່ໜ່ວຍຄວຍທວມ ຕາແສງ ຮ່ວຽນຕຸ້ງ ນະຄອນບັກກ້ານ ແຂວງບັກກ້ານໄດ້ຄົ້ນຄວ້າຜະລິດອອກ ຜະລິດຕະພັນສະບູ ເຂົ້າໜົມບຸນໄຫວ້ພະຈັນ, ຊາ ແລະ ບັນດາຜະລິດຕະພັນປອດສານພິດອື່ນໆ ຈາກໝາກໂຕ່ນ, ຕົ້ນຢາສະໝູນໄພຢູ່ທ້ອງຖິ່ນ.  ວຽກງານນີ້ທັງຊ່ວຍໃຫ້ຕົນເອງພັດທະນາເສດຖະກິດທັງຊອກຫາກ້າວເດີນໃໝ່ເພື່ອຈຳໜ່າຍຜະລິດຕະພັນກະເສດໃຫ້ແກ່ພີ່ນ້ອງຊາວກະສິກອນຢູ່ທ້ອງຖິ່ນ
ນາງສາວເຜົ່າໄຕຊອກຫາທິດກ້າວເດີນໃຫ້ແກ່ ຜະລິດຕະພັນກະເສດຢູ່ເຂດພູສູງຢ່າງມີປະສິດທິຜົນ - ảnh 1ນາງດົ່ງທິເວິນຮ່າ

     ເຄື່ອງໝາຍ Slampe ເລີ່ມມາຈາກພາສາເຜົ່າໄຕ - ນັ້ນແມ່ນບາເບ໋ ແຫ່ງທີ່ມີບັນດາທີ່ມີໝູ່ບ້ານເຜົ່າໄຕເຊິ່ງນາງດົ່ງທິເວິນຮ່າໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນ, ຮຽນຈົບມະຫາວິທະຍາໄລການຢາຮ່າໂນ້ຍ. ນາງເວິນຮ່າຮູ້ດີວ່າໝາກໂຕ່ນຖືກນຳໃຊ້ໃຫ້ແກ່ເຄື່ອງສຳອາງບາງຊະນິດ ອາດຈະເຮັດສະບູຊະນິດຕ່າງໆ...ນາງໄດ້ລົງມືເຮັດທົດລອງນັບຕັ້ງແຕ່ປີ 2019. ພາຍຫຼັງຖືກປະລາໄຊສອງສາມຄັ້ງ, ມາເຖິງຕົ້ນປີ 2022 ນາງຮ່າໄດ້ເລີ່ມມີໃບສັ່ງຊື້ສະບູຫຼາຍໃບ. ນາງໃຫ້ຮູ້ວ່າໝາກໂຕ່ນຂຽວມີລາຄາແຕ່ 10.000 ຫາ 15.000 ດົ່ງຕໍ່ກິໂລກາມ, ມີບາງໄລຍະຊາວບ້ານຂາຍໄດ້ພຽງ 5.000 ຫາ 6.000 ດົ່ງຕໍ່ກິໂລກາມເທົ່ານັ້ນ.  ໃນຂະນະນັ້ນໝາກໂຕ່ນຂຽວໜຶ່ງກິໂລກາມສາມາດເຮັດສະບູໄດ້ 5 ກ້ອນ ແຕ່ລະກ້ອນຂາຍໄດ້ 65.000 ດົ່ງ ສູງກວ່າທົບຫຼາຍເທົ່າເມື່ອທຽບໃສ່ຂາຍໝາກໂຕ່ນສົດ. ນາງເວິນຮ່າໃຫ້ຮູ້ວ່າ:

     “ຄາວຍັງເປັນນັກຮຽນເມື່ອຍ່າງຕາມທາງໃນໝູ່ບ້ານກໍ່ເຫັນພໍ່ແມ່ພີ່ນ້ອງຊາວບ້ານຂາຍໝາກໂຕ່ນຢ່າງຫຼວງຫຼາຍ ແຕ່ລາຍໄດ້ກໍ່ບໍ່ເທົ່າໃດໃນຂະນະນັ້ນການປູກຝັງບົວລະບັດກໍ່ຕ້ອງປະກອບສ່ວນເຫື່ອແຮງຢ່າງຫຼວງຫຼາຍ. ສຳລັບໝາກໂຕ່ນຢູ່ທ້ອງຖິ່ນກໍ່ບໍ່ມີເທົ່າໃດຄົນຮູ້ຈັກເຖິງ ພຽງແຕ່ມາແຕ່ງຂອງກິນເທົ່ານັ້ນຂ້າພະເຈົ້າກໍ່ຫວັງຢາກຜະລິດສະບູຄືໝາກໂຕ່ນຫອມຖືກຮັດແຄບເຂົ້າ”.

     ປີນີ້ເມືອງບາເບ໋ ມີເຂດວັດຖຸດິບປູກໝາກໂຕ່ນຫອມໃນເນື້ອທີ່ 200 ເຮັກຕາເຊິ່ງຕົ້ນຕໍແມ່ນຕາແສງເດັຍລິງແລະອ໊ຽນເຢືອງຈາກໝາກໂຕ່ນຂຽວຫອມຖືກປູກຢູ່ ບາເບ໋, ສະຫະກອນ Slampe ໂດຍນາງຮ່າເປັນຫົວໜ້າ ຍັງສາມາດຜະລິດອອກເຂົ້າໜົມບຸນໄຫວ້ພະຈັນທີ່ຫອມແລະແຊບເປັນເອກະລັກ. ສະເພາະຊາກໍ່ແມ່ນໝາກໂຕ່ນອົບແຫ້ງຖືກຂາຍດ້ວຍລາຄາ 100.000 ດົ່ງຕໍ່ກັບ. ໄລ່ມາຮອດຈຸເວລານີ້ທາງສະຫະກອນສາມາດຂາຍໄດ້ໝາກໂຕ່ນ 50 ໂຕນໃຫ້ແກ່ພໍ່ແມ່ພີ່ນ້ອງຊາວກະສິກອນຄາດວ່າໃນທ້າຍປີນີ້ ຈະຂາຍໄດ້ 100 ໂຕນ. ນາງດົ່ງທິວ້ອງ ຊາວສວນປູກໝາກໂຕ່ນຫອມຢູ່ຕາແສງເດັຍລິງ ເມືອງບາເບ໋ ແຂວງບັກກ້ານໃຫ້ຮູ້ວ່າ:

     “ຄອບຄົວຂ້າພະເຈົ້າກໍ່ຂາຍໃຫ້ສະຫະກອນໄດ້ 10 ໂຕນແລ້ວໝາກໂຕ່ນແຕ່ລະໂລ10.000 ດົ່ງເມື່ອທຽບໃສ່ລາຄາຂາຍຢູ່ຕະຫຼາດໃນປັດຈຸບັນແມ່ນພຽງແຕ່ 4.000 ຫາ 5.000 ດົ່ງເທົ່ານັ້ນ, ຂາຍໝາກໂຕ່ນໄດ້ 10 ໂຕນກໍ່ໄດ້ເງິນ 100 ລ້ານດົ່ງແລ້ວ”.

   ນາງ ຮວ່າງທິຈາງ ພະລາກອນເຮັດທຸລະກິດ ຢູ່ແຂວງຖາຍງວຽນເຄີຍສັ່ງຊື້ສິນຄ້າຈາກສະຫະກອນມາໃຊ້ເປັນຂອງຂວັນ ແລະ ໃຫ້ຄອບຄົວບໍລິໂພກໃຫ້ຂໍ້ສັງເກດວ່າ:

   “ເຮົາມີຄວາມຫວັງຢ່າງຍິ່ງວ່າທຸກໆບໍ່ພຽງແຕ່ຢູ່ແຂວງບັກກ້ານເທົ່ານັ້ນຫາກຍັງຢູ່ທົ່ວປະເທດຮູ້ຈັກເຖິງຜະລິດຕະພັນຂອງນາງຮ່າແລະSlampeອີກດ້ວຍເຮົາຊົມເຊີຍນາງຮ່າແລະອວຍພອນນາງຮ່າໃຫ້ນັບມື້ນັບພັດທະນາເສດຖະກິດຂອງຕົນ”.

    ປັດຈຸບັນສະຫະກອນ Slampe ມີສະມາຊິກ 7 ຄົນເຄີຍທຳການຜະລິດ ແລະ ແຮງງານປະມານ 12 ຄົນເຮັດຕາມລະດູການ ມີລາຍຮັບແຕ່ 5.000.000 ຫາ 6.000.000 ດົ່ງຕໍ່ເດືອນ, ເພື່ອໃຫ້ຜູ້ບໍລິໂພກຢູ່ຫຼາຍແຫ່ງຮູ້ຈັກເຖິງຜະລິດຕະພັນຂອງຕົນ  ນາງຮ່າຍັງໄດ້ຊອກຫາທິດແນະນຳຜະລິດຕະພັນຜ່ານສູນການຄ້າເອເລັກໂຕນິກ. ນາງຮ່າໃຫ້ຮູ້ອີກວ່າ:

   “ຢູ່ນະຄອນກໍ່ຍັງມີຫຼາຍຄົນມີຄວາມຊິນເຄີຍຊື້ສິນຄ້າທາງເຄືອຂ່າຍອິນເຕີເນັດຫຼາຍກວ່າ, ຂ້າພະເຈົ້າໄດ້ເຂົ້າເຖິງເຕັກໂນໂລຊີພ້ອມກັບບັນດາສະມາຊິກສະຫະກອນຖ່າຍຮູບຜະລິດຕະພັນ ເພື່ອແນະນຳທາງເຄືອຂ່າຍອິນເຕີເນັດດ້ວຍຄວາມຫວັງວ່າ ຜະລິດຕະພັນຂອງຕົນບໍ່ພຽງແຕ່ໄດ້ຂາຍຢູ່ໝູ່ບ້ານພາຍໃນປະເທດເທົ່ານັ້ນ ຫາກຍັງກ້າວໄປໄກອີກແມ່ນຂາຍອອກສູ່ຕ່າງປະເທດອີກດ້ວຍ”.

   ໝາກໂຕ່ນຫອມແມ່ນຜະລິດຕະພັນຂອງໂຄງການແຕ່ລະຕາແສງໜຶ່ງຜະລິດຕະພັນ(OCOP)ຂອງແຂວງບັກກ້ານແຕ່ຕົ້ນຕໍແມ່ນຍັງຂາຍເປັນວັດຖຸດິບໃຫ້ແກ່ບັນດານັກທຸລະກິດສົ້ນອອກກໍ່ບໍ່ແນ່ນອນເທື່ອ. ບັນດາຜະລິດຕະພັນຂອງສະຫະກອນSlampeແລະເລື່ອງລາວເລີ່ມຕົ້ນທຸລະກິດຂອງນາງຮ່າກໍ່ຄວນໄດ້ຮັບຄວາມເອົາໃຈໃສ່ ຈາກຂະແໜງການຂັ້ນຕ່າງໆ ກ່ຽວກັບທຶນຮອນເພື່ອລົງທຶນກໍ່ສ້າງຕ່ອງໂສ້ເຕັກໂນໂລຊີຜະລິດປະກອບສ່ວນຊອກຫາສົ້ນອອກໃຫ້ແກ່ໝາກໂຕ່ນຂຽວຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ