ປະເພນີ “ບົ໊ວຟ່ານຈ່ຽວ” ໃຫ້ແກ່ເດັກເກີດໃໝ່ - ຈຸດວັດທະນະທຳການເຫຼື້ອມໃສ ຂອງຊາວເຜົ່າ ຢ້າວຕ່ຽນ ໃນແຂວງ ເຊີນລາ

(VOVWORLD) -ຊາວເຜົ່າ ຢ້າວຕ່ຽນ ໃນແຂວງ ເຊີນລາ ມີຄວາມສຳນຶກວ່າ ເດັກທີ່ຫາກໍ່ເກີດ ຖ້າຫາກວ່າຍັງບໍ່ທັນທຳພິທີ “ບົ໊ວຟ່ານຈ່ຽວ” ຫຼື ເອີ້ນວ່າ ພິທີຂຶ້ນສຳມະໂນຄົວນັ້ນ ແມ່ນຍັງບໍ່ແມ່ນສະມາຊິກໃນຄອບຄົວ ແລະ ຍັງບໍ່ທັນຖືກປູ່ຍ່າຕາຍາຍບັນພະບູລຸດຮັບເປັນລູກເປັນຫຼານ. ເພາະສະນັ້ນພິທີ ບົ໊ວຟ່ານຈ່ຽວ ແມ່ນພິທີກຳຂາດບໍ່ໄດ້ສຳລັບເດັກຄົນໜຶ່ງຢູ່ແຫ່ງນີ້
ປະເພນີ “ບົ໊ວຟ່ານຈ່ຽວ” ໃຫ້ແກ່ເດັກເກີດໃໝ່ - ຈຸດວັດທະນະທຳການເຫຼື້ອມໃສ ຂອງຊາວເຜົ່າ ຢ້າວຕ່ຽນ ໃນແຂວງ ເຊີນລາ - ảnh 1 ຄອບຄົວຊາວເຜົ່າ ຢ້າວຕ່ຽນ

ຕາມຊາວເຜົ່າ ຢ້າວຕ່ຽນ ຢູ່ຕາແສງ ເວິນໂຮ່ ເມືອງ ເວິນໂຮ່ ແຂວງ ເຊີນລາ ແລ້ວ, ປະເພນີ ບົ໊ວຟ່ານຈ່ຽວ ຖືກປະຕິບັດເມື່ອເດັກ ຫາກໍ່ມີອາຍຸເຕັມສາມວັນ. ພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ຖືວ່າ ເມື່ອຍັງບໍ່ທັນທຳພິທີ ບົ໊ວຟ່ານຈ່ຽວ ນັ້ນ, ເດັກຄົນນັ້ນແມ່ນຍັງບໍ່ທັນມີຊື່ ແລະ ຍັງບໍ່ໄດ້ຮັບການຊ່ວຍໜູນ ຈາກປູ່ຍ່າຕ່ຍາຍ ບັນພະບູລຸດ. ປ້າ ຈ້ຽວທິມຸ່ຍ ຢູ່ຄຸ້ມບ້ານ ຊາວດໍ໋ ຕາແສງ ເວິນໂຮ່ ເມືອງ ເວິນໂຮ່ ແຂວງ ເຊີນລາ ໃຫ້ຮູ້ວ່າ:

  “ປະເພນີ ບົ໊ວຟ່ານຈ່ຽວ ຖືກຊາວເຜົ່າ ຢ້າວຕ່ຽນ ຖືເປັນສຳຄັນທີ່ສຸດ. ເດັກຄົນໜຶ່ງທີ່ຫາກໍ່ເກີດ ແມ່ນຍັງບໍ່ທັນໄດ້ຮັບການຮອງຮັບ ເປັນສະມາຊິກຖາວອນຂອງຄອບຄົວ ຈາກປູ່ຍ່າຕາຍາຍ ບັນພະບູລຸດ ຖ້າຫາກວ່າຍັງບໍ່ທັນທຳພິທີ ບົ໊ວຟ່ານຈ່ຽວ. ເມື່ອທຳພິທີນີ້ຮຽບຮ້ອຍແລ້ວ ເດັກຄົນນັ້ນຈະໄດ້ຮັບການຊ່ວຍໜູນຈາກປູ່ຍ່າຕາຍາຍ ບັນພະບູລຸດ ແລະ ໄດ້ກາຍເປັນສະມາຊິກຄົນໃໝ່ຂອງຄອຄົວ”.

 ພາເຂົ້າຖວາຍບູຊາ ທີ່ວາງເທິງຮ້ານບູຊາບັນພະບູລຸດ ແມ່ນຕ້ອງມີເຂົ້າສີ່ຖ້ວຍ, ເຫຼົ້າສີ່ຖ້ວຍ ແລະ ໄຫໜຶ່ງ, ໄກ່ຕົ້ນໂຕໜຶ່ງ ແລະ ໝູໂຕໜຶ່ງ. ກ່ອນທີ່ຈະທຳພິທີລາຍງານຕໍໍ່ບັນພະບູລຸດ ເພື່ອຮັບເອົາສະມາຊິກຄົນໃໝ່, ໝໍພອນຈະເຄາະໃສ່ຊຸດບວກ-ລົບສາມບາດ ເພື່ອເຊື້ອເຊີນປູ່ຍ່າຕາຍາຍ ບັນພະບູລຸດ ມາເປັນສັກພະຍານ ພິທີ ບົ໊ວຟ່ານຈ່ຽວ ຂອງຄອຍຕົວ. ລຸງ ຈ້ຽວວັນຕວ່ານ ຢູ່ບ້ານ ຮາງຈົ່ງ ຕາແສງ ເວິນໂຮ່ ເມືອງ ເວິນໂຮ່ ແຂວງ ເຊີນລາ ໃຫ້ຮູ້ກ່ຽວກັບເນື້ອໃນຂອງຄຳໄຫວ້ບູຊາໃນພິທີ ບົ໊ວຟ່ານຈ່ຽວ ວ່າ:

“ປູ່ຍ່າຕາຍາຍ ບັນພະບູລຸດທີ່ເຄົາລົບນັບຖື, ມື້ນີ້ຄອບຄົວໄດ້ມີສະມາຊິກຄົນໃໝ່ຕື່ນອີກ. ຮອດຈຸດເວລານີ້ຫຼານໄດ້ມີອາຍຸເຕັມສາມວັນ, ຄອບຄົວທຳພິທີ ບົ໊ວຟ່ານຈ່ຽວ ໃຫ້ຫຼານ, ຂໍໃຫ້ປູ່ຍ່າຕາຍາຍ ບັນພະບູລຸດ ເປັນສັກຂີພິຍານຕໍ່ພາເຂົ້າຖວາຍ ໃນພິທີຂໍຮອງຮັບສະມາຊິກຄົນໃໝ່ໃນຄອຍຄົວໃຫ້ຫຼານ. ຂໍໃຫ້ປູ່ຍ່າຕາຍາຍ ບັນພະບູລຸດ ຊ່ວຍໜູນໃຫ້ຫຼານມີສຸຂະພາບແຂງແຮງ ບໍ່ເຈັບບໍ່ເປັນ ຢູ່ດີກິນດີ. ບັນຈຸບັນ ຫຼານໄດ້ຖືກຕັ້ງຊື່ຢ່າງຄົບຖ້ວນ ແລະ ຂໍໃຫ້ປູ່ຍ່າຕາຍາຍ ບັນພະບູລຸດ ຮອງຮັບເອົາລູກຫຼານໃນຄອບຄົວ”.

ພາຍຫຼັງທີ່ໝໍພອນທຳພິທີ ບົ໊ວຟ່ານຈ່ຽວ ແລະ ເດັກຈະຖືກຕັ້ງຊື່. ຫຼັງຈາກທີ່ເດັກຄົນນັ້ນໄດ້ຕັ້ງຊື່ແລ້ວ ແລະ ໄດ້ຮັບການຮອງຮັບຈາກປູ່ຍ່າຕາຍາຍ ບັນພະບູລຸດແລ້ວ ກໍ່ແມ່ນຮອດເວລາທີ່ໝໍພອນຄົນທີສອງດຳເນີນການ ຈົດກ່າຍຊື່ ແລະ ນາມສະກຸນ, ວັນເດືອນປີເກີດຂອງເດັກ ໃສ່ປຶ້ມບັນທຶກວົງຕະກຸນ ແລະ ປະກາດໃຫ້ສະມາຊິກທຸກໆຄົນໃນຄອຍຄົວຮູ້ຊື່ ແລະ ນາມສະກຸນຂອງສະມາຊິກຄົນໃໝ່. ຫຼັງຈາກນັ້ນ, ຍ່າກໍ່ໄດ້ອຸ້ມເດັກຄົນນັ້ນອອກໄປກາງແຈ້ງ ດ້ວຍຄວາມໝາຍວ່າ ລາຍງານຕໍ່ເທວະເດາຟ້າແຖນຮູ້ວ່າ ເດັກຄົນນີ້ໄດ້ເຫັນດວງຕາເວັນ ແລະ ພາວະນາຂໍໃຫ້ຄວາມຢູ່ເຢັນເປັນສຸກມາສູ່ເດັກຄົນນັ້ນ. ນາງ ບານທິແທັງ ຢູ່ບ້ານ ສວຍແຄມ ຕາແສງ ຟຽງລວງ ເມືອງ ມົກເຈົາ ແຂວງ ເຊີນລາ ໃຫ້ຮູ້ວ່າ:

“ມື້ນີ້ນ້ອງມີຄວາມສຸກທີ່ສຸດເມື່ອຖືກພໍ່ປູ່ແມ່ຍ່າ ທຳພິທີ ບົ໊ວຟ່ານຈ່ຽວ ໃຫ້ແກ່ຫຼານ. ປັດຈຸບັນຫຼານໄດ້ມີຊື່ຢ່າງຄົບຖ້ວນ, ໄດ້ຖືກຈົດກ່າຍໃສປຶ້ມບັນທຶກຂອງວົງຕະກຸນ, ກາຍເປັນສະມາຊິກຄົນໃໝ່ຂອງຄອບຄົວ, ພາວະນາໃຫ້ບັນພະບູລຸດ ປູ່ຍ່າຕາຍາຍທີ່ໄດ້ລ່ວງຫຼັບໄປ ຈົ່ງຊ່ວຍໜູນຫຼານ ໃຫ້ເປັນເດັກຄຳຮູ້ ແລະ ແຂງແຮງບໍ່ເຈັບບໍ່ເປັນ”.

ປະເພນີທຳພິທີ ບົ໊ວຟ່ານຈ່ຽວ ຂອງຊາວເຜົ່າ ຢ້າວຕ່ຽນ ໃນແຂວງ ເຊີນລາ ແມ່ນໄດ້ມີມາແຕ່ດົນນານ. ມັນມີຄວາມໝາຍທາງດ້ານຈິດວິນຍານຢ່າງເລິກເຊິ່ງ  ເຊິ່ງເປັນການຕັກເຕືອນໃຫ້ລູກຫຼານ ຕ້ອງເຮັດຕາມຄຳສັ່ງສອນຂອງປູ່ຍ່າຕາຍາຍພໍ່ແມ່ ແລະ ໄດ້ຮັບການອູ້ມຊູຊ່ວຍເຫຼືອຈາກບັນພະຍູລຸດ ປູ່ຍ່າຕາຍາຍຜູ້ທີ່ໄດ້ລ່ວງຫຼັບໄປ ເມື່ອກາຍເປັນສະມາຊິກຄົນໃໝ່ໃນຄອບຄົວ. ຍ້ອນເຫດນັ້ນ ຈຸດວັດທະນະທຳການເຫຼື້ອມໃສນີ້ ຍັງຄົງຖືກພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ຮັກສາໄວ້ ແລະ  ເສີມຂະຫຍາຍຈາກເສັ່ນຄົນນີ້ສູ່ເສັ່ນຄົນອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ