ຜູ້ປູກໜໍ່ໄມ້ຢູ່ດິນເຄັມຢ່າງສຳເລັດຜົນ.

(VOVWORLD) -ຮູບແບບປູກໜໍ່ໄມ້ ໄດ້ປະກົດຕົວຫຼາຍສົມຄວນຢູ່ແຂວງກ່າເມົາແຕ່ຕົ້ນຕໍແມ່ນຢູ່ເຂດນ້ຳຈືດ. ດ້ວຍຄວາມຫວັງຢາກຊອກຫາທິດກ້າວເດີນໃໝ່ ໃຫ້ແກ່ເຂດດິນເຄັມ, ທ່ານຫງວຽນຈຸງດຶກຢູ່ເທດສະບານ ກ໊າຍເນືອກເມືອງກ໊າຍເນືອກໄດ້ໄປຍັງແຂວງເບ໊ນແຈ ຮຽນຮູ້ບົດຮຽນແລະ ໄດ້ປູກໜໍ່ໄມ້ຢູ່ເຂດດິນທີ່ຮ້າຍແຮງຂອງທ້ອງຖິ່ນຢ່າງສຳເລັດຜົນ. ບໍ່ຢຸດຢູ່ພຽງເທົ່ານັ້ນ, ດ້ວຍຄວາມດຸໝັ່ນຂະຫຍັນພຽນ, ທ່ານຍັງສົມທົບສ້າງບັນດາຮູບແບບອື່ນໃນເນື້ອທີ່ດິນຂອງຄອບຄົວເພື່ອເພີ່ມລາຍຮັບຕື່ມອີກ.
ຜູ້ປູກໜໍ່ໄມ້ຢູ່ດິນເຄັມຢ່າງສຳເລັດຜົນ. - ảnh 1ທ່ານຫງວຽນຈຸງດຶກ ປູກໄມ້ໄຜ່ເພື່ອເອົາໜໍ່ໄມ້

    ກ່ອນທີ່ຈະມາຢູ່ເມືອງກ໊າຍເນືອກ ທ່ານຫງວຽນຈຸງດຶກໄດ້ມີບົດຮຽນ ປະສົບການໃນການປູກພືດພັນເປັນເວລາຫຼາຍປີຢູ່ເຂດດິນຖືກນ້ຳທະເລຊຶມທີ່ເມືອງ ນ້ຳກັນ.ແຕ່ເຖິງວ່າມີເນື້ອທີ່ດິນເກືອບ 4 ເຮັກຕາເພື່ອລ້ຽງກຸ້ງກໍ່ຕາມແຕ່ທ່ານດຶກກໍ່ບໍ່ສືບຕໍ່ປູກພືດຜັກອີກແລ້ວຍ້ອນວ່າທ່ານໄດ້ສັງເກດເຫັນວ່າເຂດດິນນີ້ຖືກນ້ຳທະເລຊຶມຕະຫຼອດປີແລະປະສົບກັບຄວາມຫຍຸ້ງຍາກທາງດ້ານແຫຼ່ງນ້ຳຫົດໂດຍບໍ່ປະປ່ອຍໃຫ້ເນື້ອທີ່ດິນຂອງຕົນຖືກຮົກເຮື້ອ, ທ່ານດຶກໄດ້ໄປຍັງແຂວງເບ໊ນແຈເພື່ອຮຽນຮູ້ບັນດາຮູບແບບພັດທະນາເສດຖະກິດ. ທ່ານໄດ້ເຫັນວ່າແນວພັນໄມ້ໄຜ່ ແມັ້ງຕົງສາມາດປູກໄດ້ງ່າຍການບົວລະບັດກໍ່ບໍ່ຕ້ອງໃຊ້ເວລາຫຼາຍ ດັ່ງນັ້ນໄດ້ຊື້ມາປູກທົດລອງ. ທ່ານແບ່ງປັນວ່າ:

       “ກ່ອນອື່ນໝົດຕ້ອງເຮັດດິນເປັນພື້ນທີ່ສູງແລ້ວຈຶ່ງປູກ. ເມື່ອກ່ອນນີ້ ເນື້ອທີ່ດິນນີ້ແມ່ນຢູ່ເຂດພື້ນທີ່ຕ່ຳຫຼັງຈາກນັ້ນເຮົາກໍ່ໄດ້ເອົາດິນຖົມເພື່ອສ້າງພື້ນທີ່ປູກໄມ້ໄຜ່ ເຮົາກໍ່ເອົາດິນຖົມໃສ່ກົກໄມ້ໄຜ່ ເພື່ອໃຫ້ໜໍ່ໄມ້. ເຮົາຖົມດິນແມ່ນຫ່າງຈາກກົກແຕ່ 50 ຫາ 60 ຊັງຕີເມັດຈຶ່ງຈະໃຫ້ໜໍ່ໄມ້ດີກວ່າ”.

      ໃນເບື້ອງຕົ້ນ ທ່ານດຶກໄດ້ປູກຢ່າງສຳເລັດຜົນ ແລະສະມັດຕະພາບກໍ່ບໍ່ສູງປານໃດ. ທັງເຮັດທ່ານທັງຊອກຮູ້ທາງດ້ານເຕັກນິກຕື່ມອີກ ແລະໄດ້ຮູ້ຈັກວິທີຮັກສາຄວາມຊຸ່ມປຽກໃຫ້ແກ່ໄມ້ໄຜ່ ແມັ້ງຕົງ ດ້ວຍເປືອກໄມ້ ໃບໄມ້ແຫ້ງຊະນິດຕ່າງໆ. ທ່ານດຶກຍັງຮູ້ຈັກວິທີບົວລະບັດຢ່າງຖືກຕ້ອງເພື່ອໃຫ້ໜໍ່ໄມ້ບັນລຸຄຸນນະພາບສູງ. ເພື່ອເພີ່ມສະມັດຕະພັນໃນຕົ້ນລະດູຝົນທ່ານກໍ່ໃສ່ຝຸ່ນເທື່ອໜຶ່ງ. ຮອດຍາມທ້າຍລະດູຝົນທ່ານກໍ່ໃສ່ຝຸ່ນອີກເທື່ອໜຶ່ງເພື່ອໃຫ້ໜໍ່ໄມ້ສາມາດມີຄວາມຕ້ານທານ ຜ່ານລະດູແຫ້ງແລ້ງ, ກໍ່ໄດ້ລົງທຶນກໍ່ສ້າງລະບົບເຄື່ອງຫົດນ້ຳເພື່ອຮັກສາຄຸນນະພາບຂອງໜໍ່ໄມ້ໃຫ້ດີທີ່ສຸດ. ດ້ວຍເນື້ອທີ່ດິນບໍ່ຮອດ 3.000 ຕາແມັດ, ຄອບຄົວຂອງທ່ານດຶກມີແຫຼ່ງລາຍຮັບປະມານ 30 ລ້ານດົ່ງຕໍ່ລະດູການ. ນອກຈາກນັ້ນ ຄອບຄົວຂອງທ່ານຍັງຂາຍກົກໄມ້ໄຜ່ປະມານ 300 ກົກໃຫ້ຊາວທ້ອງຖິ່ນດ້ວຍລາຄາ  50.000 ຫາ 60.000 ດົ່ງຕໍ່ກົກ. ທ່ານຫງວຽນຈຸງດຶກໃຫ້ຮູ້ອີກຕື່ມວ່າ:

     “ເມື່ອກ່ອນນີ້ ຂ້າພະເຈົ້າບໍ່ໄດ້ຫົດນ້ຳ ຮອດທ້າຍລະດູຈຶ່ງໃສ່ຝຸ່ນ NPK ໃຫ້ແກ່ໜໍ່ໄມ້. ເມື່ອຍາມຝົນສິ້ນສຸດລົງເມື່ອທ້າຍເດືອນຕຸລາກໍ່ໃສ່ຝຸ່ນຕື່ມອີກຄັ້ງໜຶ່ງເພື່ອໃຫ້ມັນມີຄວາມຕ້ານທານຜ່ານລະດູແລ້ງ ແລ້ວຮອດຍາມຕົ້ນລະດູຝົນຄືຕົ້ນເດືອນພຶດສະພາກໍ່ໃສ່ຝຸ່ນ NPK ຕື່ມອີກປະມານ 20 ກິໂລກຣາມ. ປີໜຶ່ງກໍ່ໃສ່ຝຸ່ນປະມານ 2 ຄັ້ງກໍ່ພໍແລ້ວ”.

     ດ້ວຍຄວາມດຸໝັ່ນຂະຫຍັນພຽນ, ເນື້ອທີ່ດິນເກືອບ 4 ເຮັກຕາຂອງຄອບຄົວ ນອກຈາກ ລ້ຽງກຸ້ງ,ປູກໜໍ່ໄມ້ ທ່ານດຶກຍັງລ້ຽງປານ້ຳຈືດແລະປູກໝາກມັງກອນຕື່ມອີກ. ບັນດາຮູບແບບສ້າງເສດຖະກິດແບບປະສົມປະສານໄດ້ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດທີ່ດີ ສາມາດສ້າງລາຍຮັບສູງ. ໃນນັ້ນຮູບແບບປູກໜໍ່ໄມ້ ໄດ້ເປີດທິດກ້າວເດີນໃໝ່ໃຫ້ແກ່ຊາວທ້ອງຖິ່ນ. ທ່ານຟ້າມວັນແຢນ ປະທານສະມະຄົມຊາວກະສິກອນ ເທດສະບານກ໊າຍເນືອກເມືອງກ໊າຍເນືອກຕີລາຄາວ່າ:

     "ຮູບແບບປູກຝັງລ້ຽງສັດຫຼາຍປະເພດຂອງທ່ານດຶກແມ່ນບັນລຸປະສິດທິຜົນດີທີ່ສຸດຢູ່ທ້ອງຖິ່ນ. ທ່ານດຶກ ຍັງມີຄວາມມານະອົດທົນຊອກຮູ້ທາງດ້ານເຕັກນິກຢູ່ເຂດອື່ນໆ ດັ່ງນັ້ນໜໍ່ໄມ້ຂອງທ່ານຈຶ່ງມີຄຸນນະພາບດີ. ພວກພໍ່ຄ້າຊາວຂາຍໄດ້ໄປຮອດເຮືອນຂອງທ່ານເພື່ອຊື້ໜໍ່ໄມ້ຢູ່ກັບທີ່”.

      ເຖິງວ່າໄດ້ມີອາຍຸ 75 ປີແລ້ວ ແຕ່ທ່ານດຶກຍັງຄົງມີຄວາມສຳນຶກວ່າການອອກແຮງງານແມ່ນເພື່ອສ້າງຄວາມມ່ວນຊື່ນຕາມທ່ານດຶກ ແລ້ວການຊອກຮູ້ ແລະນຳໃຊ້ຄວາມສາມາດບົ່ມຊ້ອນທີ່ດີຂອງຄອບຄົວ, ຂອງທ້ອງຖິ່ນແມ່ນບໍ່ພຽງແຕ່ສ້າງແຫຼ່ງລາຍຮັບທີ່ດີໃຫ້ແກ່ຄອບຄົວເທົ່ານັ້ນຫາກຍັງແມ່ນວິທີເຊີດຊູແບບຢ່າງ ໃຫ້ແກ່ລູກຫຼານຮູ້ຈັກຖະຫນຸຖະໜອມຄຸນຄ່າການອອກແຮງງານອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ