ຜູ້ຮັກສາວິນຍານໃຫ້ແກ່ແພໄໝ ຟຸ່ງສາ

(VOVWORLD) -ເມື່ອເວົ້າເຖິງອາຊີບຕ່ຳຜ້າໄໝຢູ່ ຮ່າໂນ້ຍ ແມ່ນບໍ່ພຽງແຕ່ມີບ້ານ ວ້ານຟຸກ ເທົ່ານັ້ນ ຫາກຍັງມີໝູ່ບ້ານອາຊີບ ຟຸ່ງສາ, ຕາແສງ ຟຸ່ງສາ ເມືອງ ໝີດຶກ ອີກດ້ວຍ. ນີ້ເຄີຍຖືກຂະໜານນາມວ່າແມ່ນເມືອງເອກຂອງອາຊີບປູກມອນ ລ້ຽງມ້ອນສາວໄໝຕ່ຳແຜ່ນແພ. ຕໍ່ໜ້າຜົນສະທ້ອນຈາກຂະບວນການນຳເຂົ້າແພໄໝ ຈາກຕ່າງປະເທດໃນໄລຍະເປີດປະຕູ, ໝູ່ບ້ານອາຊີບ ຟຸ່ງສາ ທີ່ມີຄວາມຈະເລີນຮຸ່ງເຮືອງໄລຍະໜຶ່ງ ພັດຕົກເຂົ້າສູ່ໄລຍະອືດອາດຊັກຊ້າ ໃນກົນໄກຕະຫຼາດ.ທັງໝູ່ບ້ານ ຟຸ່ງສາ ຍັງເຫຼືອພຽງແຕ່ປ້າ ຟານທິຖ້ວນ ຍັງຄົງຮັກສາອາຊີບຫັດຖະກຳນີ້
ຜູ້ຮັກສາວິນຍານໃຫ້ແກ່ແພໄໝ ຟຸ່ງສາ - ảnh 1ນັກສິລະປະການ ຟານທິຖ້ວນ 

    ບໍ່ພຽງແຕ່ສຸມຈິດສຸມໃຈຊ່ວຍອາຊີບຫັດຖະກຳ ຟື້ນຟູຢູ່ດິນແດນແຫ່ງບ້ານເກີດເມືອງນອນ ຟຸ່ງສາເທົ່ານັ້ນ, ນັກສິລະປະການດີເດັ່ນ ຟານທິຖ້ວນ ຍັງແມ່ນເຈົ້າຂອງບັນດາຜະລິດຕະພັນຕ່ຳແຜ່ນທີ່ເຂັ້ມຂົ້ນໄປດ້ວຍຂີດໝາຍປະດິດຄິດສ້າງ ແລະ ເປັນຄັ້ງທຳອິດໄດ້ປາກົດຕົວຢູ່ ຫວຽດນາມ. ອາຊີບປູກມອນລ້ຽງມ້ອນສາວໄໝ ໄດ້ມີມາແຕ່ປີ 1929 ອັນໄດ້ນຳຊື່ສຽງຮຽງນາມມາສູ່ໝູ່ບ້ານ ຟຸ່ງສາ ທີ່ເມືອງ ໝີດຶກ ຮ່າໂນ້ຍ. ແຕ່ກໍ່ຍັງມີໄລຍະໜຶ່ງທີ່ອາຊີບຕ່ຳແພໄໝ ມີຄວາມສ່ຽງຖືກສູນຫາຍໄປ. ໃນຊ່ວງເວລານັ້ນປ້າ ຟານທິຖ້ວນ ພວມເປັນພະນັກງານບັນຊີໃຫ້ຂະແໜງຜະລິດໄຫມມ້ອນ ຂອງສະຫະກອນກະສິກຳ. ເມື່ອເຫັນປະຈັກຕາ ບັນດານັກສິລະປະການປະລະອາຊີບຫັດຖະກຳ, ຊາວບ້ານປະຖີ້ມກີ່ຕ່ຳຫູກເຕັມຫົນທາງ,  ນາງ ຖ້ວນ ມີຄວາມເສຍໃຈ ແລະ ໄດ້ເກັບເອົາຊາກກີ່ຕ່ຳຫູກມາປະກອບຄືນຢູ່ເຮືອນ. ນາງ ຖ້ວນ ໃຫ້ຮູ້ວ່າ:

      “ວຽກງານປູກມອນລ້ຽງມ້ອນ ພໍ່ແມ່ໄດ້ສອນໃຫ້ຂ້າພະເຈົ້າ ເຊິ່ງໄດ້ຕິດພັນກັບລົມລາຍໃຈ ເສັ້ນເລືອດຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຈື່ດີ ພໍ່ແມ່ຂ້າພະເຈົ້າໃນເມື່ອກ່ອນນີ້ ຍັງເວົ້າວ່າໃບມອນໂຕມ້ອນກໍ່ແມ່ນເງິນຄຳ.ໄໝມ້ອນຈະຊ່ວຍໃຫ້ຄົນເຮົາສາມາດຕ່ຳຜ້າໄໝໄດ້ດີ ແລະ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ທ້ອງຖິ່ນ.ເມື່ອບໍລິສັດໃຫຍ່ ໄໝມ້ອນຖືກລົ້ມລະລາຍ ການນຳເມືອງ ຕາແສງມີຄວາມເອົາໃຈໃສ່ຕໍ່ອາຊີບຫັດຖະກຳນີ້ ແລະ ໄດ້ອຳນວຍຄວາມສະດວກໃຫ້ຂ້າພະເຈົ້າໄປຊອກຫາວິທີພັດທະນາອາຊີບ”.

       ດ້ວຍການໄປຊອກຮູ້ຢູ່ບັນດາງານວາງສະແດງ ງານຕະຫຼາດນັດທີ່ຈັດຂຶ້ນຢູ່ທົ່ວທຸກແຫ່ງ, ນັກສິລະປະການທີ່ດີເດັ່ນ ຟານທິຖ້ວນ ບໍ່ຫວາດຫັ່ນຕໍ່ການພົບກັບລູກຄ້າ ສ່ວນໜຶ່ງກໍ່ແມ່ນເພື່ອແນະນຳຜະລິດຕະພັນ, ອີກສ່ວນໜຶ່ງກໍ່ແມ່ນເພື່ອຊອກຮູ້ຄວາມຕ້ອງການຂອງຕະຫຼາດ. ຈາກນັ້ນນາງໄດ້ມີຄວາມເປັນຫ່ວງເປັນໃຍ ສາມາດປະດິດສ້າງບັນດາຜະລິດຕະພັນໃໝ່ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ.  ນາງ ຖ້ວນ ໃຫ້ຮູ້ອີກວ່າ:

      “ປັດຈຸບັນເຄື່ອງຈັກອຸດສາຫະກຳກໍ່ມີຫຼາຍສາມາດເຮັດໄດ້ຢ່າງສະດວກສະບາຍ ອັນໄດ້ແຂ່ງຂັນກັບຜະລິດຕະພັນຂອງຕົນ. ດັ່ງນັ້ນຂ້າພະເຈົ້າຕ້ອງໃຊ້ຄວາມຄິດ ແມ່ນຕ້ອງເຮັດແນວໃດ ເພື່ອວິທີເຮັດງ່າຍທີ່ສຸດ ດີທີ່ສຸດເພື່ອຊ່ວຍໃຫ້ຫຼາຍຄົນເຮັດໄດ້ອາຊີບຫັດຖະກຳຄືຂ້າພະເຈົ້າ”.

     ດ້ວຍຄວາມເມົາມົວປູກມອນລ້ຽງມ້ອນຕະຫຼອດວັນ ແລະ ຄືນ ນີ້ກໍ່ແມ່ນຊ່ວງເວລາທີ່ລຳບາກທີ່ສຸດ ແຕ່ກໍ່ໄດ້ຊ່ວຍໃຫ້ນັກສິລະປະການ ຟານທິຖ້ວນ ປະດິດຄິດສ້າງບັນດາຜະລິດຕະພັນຕ່ຳແຜ່ນທີ່ເປັນເອກະລັກ. ປີ 2012 ນາງໄດ້ແນະນຳຜະລິດຕະພັນຄັ້ງທຳອິດຢູ່ ຫວຽດນາມ, ນັ້ນແມ່ນຜ້າໄໝໂດຍໂຕມ້ອນຕ່ຳເອງ ເຊິ່ງບໍ່ຕ້ອງການມີສີມືອັນຄ່ອງແຄ້ວ ຂອງນາຍຊ່າງຜູ້ເຂັນຝ້າຍສາວໄໝ. ຍ້ອນມີຄວາມເຂົ້າໃຈກ່ຽວກັບປະເພນີ ການເຄື່ອນໄຫວຂອງໂຕມ້ອນ, ນາງ ຖ້ວນໄດ້ປະສົບຜົນສຳເລັດໃນການບັນຊາພວກມັນຕ່ຳແຜ່ນແພເອງ. ຈາກເສັ້ນໄໝ ໂດຍໂຕມ້ອນຕ່ຳເອງນັ້ນ  ບັນດາຜະລິດຕະພັນຜ້າໄໝໄດ້ຖືກສ້າງຂຶ້ນ ມີຄວາມທົນທານ ແລະ ສວຍງາມທີ່ສຸດ.  ດ້ວຍບັນດາແນວຄວາມຄິດປະດິດຄິດສ້າງ, ນາງໄດ້ຮັບລາງວັນທີໜຶ່ງປະດິດຄິດສ້າງດ້ານເຕັກນິກ ຊາວກະສິກອນທົ່ວປະເທດຄັ້ງທີ 6 ປີ 2015 ຈາກສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແລະ ກະຊວງ ອຸດສາຫະກຳແລະ ການຄ້າ ຫວຽດນາມ, ປີ 2019 ຜ້າໄໝມີຄວາມເປັນກຽດ ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ເລືອກເອົາເປັນຂອງຂວັນຂອງ ຫວຽດນາມ ຢູ່ທີ່ກອງປະຊຸມສຸດຍອດ G20 ທີ່ຈັດຂຶ້ນຢູ່ ຍີ່ປຸ່ນ. ນັກສິລະປະການດີເດັ່ນ ຟານທິຖ້ວນ ຍັງໄດ້ຮັບການເຊີດຊູຈາກນະຄອນ ຮ່າໂນ້ຍ ເປັນໜຶ່ງໃນພົນລະເມືອງດີເດັ່ນ 9 ຄົນ ຂອງນະຄອນຫຼວງ ປີ 2021.  ປັດຈຸບັນບໍລິສັດໄໝມ້ອນ ໝີດຶກ ຈຳກັດ ໂດຍທ່ານນາງ ຟານທິຖ້ວນ ເປັນຜູ້ນຳໜ້າ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານນັບ 1.000 ຄົນ ດ້ວຍລາຍຮັບສະເລ່ຍ  4,5 ລ້ານດົ່ງຕໍ່ເດືອນ. ທ່ານ ຫວູແມັ້ງຫ໋າຍ ປະທານສະມາຄົມນັກສິລະປະການ ນາຍຊ່າງເກັ່ງ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ຍ້ອນມີບັນດານັກສິລະປະການຄື ນາງ ຖ້ວນ. ນາງບໍ່ພຽງແຕ່ມີຄຸນງາມຄວາມດີ ສ້າງບັນດາຜະລິດຕະພັນທີ່ເປັນເອກະລັກ ເຊິ່ງບໍ່ເຄີຍມີມາຢູ່ແຫ່ງໃດເທົ່ານັ້ນ ຫາກຍັງສາມາດຮັກສາອາຊີບຫັດຖະກຳໃຫ້ແກ່ທ້ອງຖິ່ນອີກດ້ວຍ”.

    ກ້າວເຂົ້າສູ່ອາຍຸ 70 ປີ, ນັກສິລະປະການດີເດັ່ນ ຟານທິຖ້ວນ ຍັງຄົງເມົາມົວກັບອາຊີບປູກມອນລ້ຽງມ້ອນ ຕ່ຳຜ້າໄໝ. ໃບໜ້າສີຕາຂອງນາງໄດ້ຊໍ່ສະແດງໃຫ້ເຫັນນາງແມ່ນນັກສິລະປະການ ໄດ້ຕິດພັນກັບອາຊີບຫັດຖະກຳນີ້ ມາເປັນເວລາຫຼາຍປີ. ແຕ່ລະມື້ນາງຍັງສຸດຈິດສຸດໃຈຕໍ່ການຮັກສາອາຊີບຫັດຖະກຳຢູ່ດິນແດນບ້ານເກີດເມືອງນອນ ຟຸ່ງສາ. 

ຕອບກັບ

ຂ່າວ/ບົດ​ອື່ນ