ຜູ້ເປັນສະມາຊິກພັກຮັບໃຊ້ປະຊາຊົນຢ່າງສຸດໃຈ

(VOVWORLD) -ໂດຍໄດ້ຮັບໃຊ້ປະຊາຊົນຢ່າງສຸດໃຈ, ຍາມໃດກໍ່ຖືກສິດຜົນປະໂຫຍດຂອງປະຊາຊົນເໜືອນກວ່າຜົນປະໂຫຍດສ່ວນຕົວ, ນັ້ນແມ່ນແບບຢ່າງທີ່ດີເລີດຂອງທ່ານເລງັອກຮວ໊າເລຂາຄະນະພັກຕາແສງເຕິນໝີແຈ໊ງນະຄອນໝີທໍແຂວງ ຕ່ຽນຢາງ. ດ້ວຍໄລຍະປະຕິບັດງານຢູ່ທ້ອງຖິ່ນເປັນເວລາກວ່າ 30 ປີ, ທ່ານເລງັອກຮວ໊າໄດ້ປະກອບສ່ວນຢ່າງຕັ້ງໜ້າແລະມີປະສິດທິຜົນເຂົ້າໃນການກໍ່ສ້າງເຂດບ້ານນານີ້ໃຫ້ນັບມື້ນັບມີການປ່ຽນແປງໃໝ່
ຜູ້ເປັນສະມາຊິກພັກຮັບໃຊ້ປະຊາຊົນຢ່າງສຸດໃຈ - ảnh 1ຮູບແບບ ປູກຕົ້ນໝາກສົ້ມໂອທີ່ບັນລຸມາດຕະຖານ Viet Gap 

   ຊຸມປີມໍ່ໆມານີ້, ສະພາບການເສດຖະກິດສັງຄົມຢູ່ຕາແສງເຕິນໝີແຈ໊ງໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງເຫັນໄດ້ຊັດ. ປີ 2014 ເຕິນໝີແຈ໊ງແມ່ນໜຶ່ງໃນຈຳນວນຕາແສງທີ່ເປັນແບບຢ່າງໄດ້ຮັບການຢັ້ງຢືນແມ່ນຕາແສງຊົນນະບົດໃໝ່ທຳອິດໃນແຂວງຕ່ຽນຢາງ. ເພື່ອບັນລຸໄດ້ນາມມະຍົດດັ່ງກ່າວ, ທ່ານຮວ໊າເອງແລະຄະນະພັກຕາແສງໄດ້ມານະພະຍາຍາມຢ່າງສຸດຂີດມີຄວາມຕັດສິນໃຈຢ່າງສູງໃນການສ້າງໂຄງການດຳເນີນງານ, ຈັດແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ພະນັກງານສະມາຊິກພັກແຕ່ລະຄົນດ້ວຍຄວາມຕັດສິນໃຈການເມືອງຢ່າງສູງ ເພື່ອພ້ອມກັບປະຊາຊົນທ້ອງຖິ່ນເຮັດສຳເລັດບັນດາຕົວເລກຄາດໝາຍທີ່ໄດ້ວາງອອກ. ກ່ຽວກັບບົດຮຽນໃນການກໍ່ສ້າງຕາແສງຊົນນະບົດໃໝ່, ທ່ານເລງັອກຮວ໊າໃຫ້ຮູ້ວ່າ:

 “ກ່ອນອື່ນໝົດແມ່ນຕ້ອງມີຄວາມເປັນເອພາບຢູ່ພາຍໃນໝູ່ພະນັກງານສະມາຊິກພັກແລະຂະຫຍາຍອອກສູ່ປະຊາຊົນ. ທີສອງແມ່ນຕ້ອງມີຄວາມຮັບຜິດຊອບ,ຄວາມຕັດສິນໃຈການເມືອງ,ເພື່ອນຳພາໃຫ້ບັນລຸບັນດາຕົວເລກຄາດໝາຍທີ່ໄດ້ວາງອອກ.  ທີສາມແມ່ນຕ້ອງສາມັກຄີ. ຈິດໃຈຄວາມຮັບຜິດຊອບຂອງແຕ່ລະຄົນເປັນຕົ້ນແມ່ນບັນດາຜູ້ເປັນຫົວໜ້າບັນດາອົງການ, ຫົວໜ່ວຍແມ່ນຕ້ອງປະຕິບັດຢ່າງຂ້ຽວຂາດມີຄຸນນະທາດກ້າຄິດກ້າທຳ”. 
ທ່ານເລງັອກຮວ໊າອະດີດແມ່ນທະຫານແລະໄດ້ເຄື່ອນໄຫວໃນຖັນແຖວກອງທັບເປັນເວລາ 13 ປີ, ທ່ານແມ່ນທະຫານເສຍອົງຄະລະດັບສອງສ່ວນສີ່. ປີ 1988 ທ່ານໄດ້ອອກຈາກຖັນແຖວທະຫານກັບຄືນເມືອທ້ອງຖິ່ນ, ທ່ານເຄີຍດຳລົງຕຳແໜ່ງເປັນຮອງປະທານສະມາຄົມຊາວກະສິກອນຕາແສງ, ຫົວໜ້າສະຫະກອນກະສິກຳເຕິນໝີແຈ໊ງແລ້ວກໍ່ດຳລົງຕຳແໜ່ງປະທານຄະນະກຳມະການປະຊາຊົນທັງເປັນເລຂາຄະນະພັກຕາແສງ. ປັດຈຸບັນທ່ານເລງັອກຮວ໊າ ແມ່ນເລຂາຄະນະພັກ ທັງເປັນປະທານສະພາປະຊາຊົນຕາແສງ. ເຖິງວ່າໄດ້ດຳລົງຕຳແໜ່ງໜ້າທີ່ໃດໆກໍ່ຕາມ ເວລາໃດທ່ານກໍ່ເຮັດສຳເລັດໜ້າທີ່ ເຊິ່ງໄດ້ຮັບການມອບໝາຍ. ອົງຄະນະພັກຕາແສງ ເຕິນໝີແຈ໊ງ ໄດ້ມີ 13 ໜ່ວຍພັກ ລວມມີສະມາຊິກພັກ 310 ຄົນ, ໃນຫຼາຍປີທີ່ຜ່ານມາ ໄດ້ບັນລຸນາມມະຍົດ “ໃສສະອາດ - ໝັ້ນຄົງເຂັ້ມແຂງ”. ທ່ານ ເລງັອກຮວ໊າ ຍາມໃດກໍ່ກ້າຄິດກ້າທຳ ກ້າຍອມຮັບຜິດຊອບ, ຍາມໃດກໍ່ຖືຜົນປະໂຫຍດຂອງລວມໝູ່, ຜົນປະໂຫຍດຂອງປະຊາຊົນ ເໜືອກວ່າຜົນປະໂຫຍດສ່ວນຕົວ. ສຳລັບບັນດາວຽກງານທີ່ຫຍຸ້ງຍາກສັບສົນ. ທ່ານກໍ່ລ້ວນແຕ່ຍົກອອກມາປຶກສາຫາລື ແລະ ຮັບເອົາຄຳເຫັນປະກອບຂອງລວມໝູ່ ເພື່ອໄປສູ່ຄວາມເຫັນດີເຫັນພ້ອມແລ້ວກໍ່ຜັນຂະຫຍາຍປະຕິບັດເຊັ່ນ: ບັນຫາແກ້ໄຂບັນດາຮາກຖານກຜະລິດດຳເນີນທຸລະກິດ ທີ່ປ່ອຍນ້ຳເສຍ,ອາຍພິດທີ່ກໍ່ມົນລະພິດສິ່ງແວດລ້ອມ, ບັນດາກໍລະນີປຸກເຮືອນຢ່າງຜິດກົດໝາຍ… ພິເສດທ່ານໄດ້ມີຄວາມສະໜິດຕິດພັນກັບປະຊາຊົນ, ຕັ້ງໜ້າລົງຮາກຖານ, ກຳແໜ້ນຄວາມມຸ່ງມາດປາຖະໜາຂອງປະຊາຊົນ ເພື່ອມີບັນດາແຜນນະໂຍບາຍ, ມະຕິທີ່ສອດຄ່ອງກັບຊີວິດການເປັນຢູ່ຂອງປະຊຳຊົນ. ເມື່ອເປັນປະທານຄະນະກຳມະການປະຊາຊົນ ແລະ ເລຂາຄະນະພັກຕາແສງ, ທ່ານມີຄວາມເອົາໃຈໃສ່ທີ່ສຸດ ໃນການຊີ້ນຳການພັດທະນາເສດຖະກິດ, ເປັນຕົ້ນແມ່ນບັນດາຮູບແບບຜະລິດ ປູກຕົ້ນໄມ້ກິນໝາກທີ່ບັນລຸມາດຕະຖານ Viet Gap; ປູກພຶດຜັກທີ່ນຳໃຊ້ເຕັກໂນໂລຊີສູງ… ຍ້ອນແນວນັ້ນ, ມາຮອດປັດຈຸບັນ ຕາແສງ ເຕິນໝີແຈ໊ງ ໄດ້ຂະຫຍາຍເນື້ອທີ່ປູກໝາກສົ້ມໂອໄດ້ເກືອບ 200 ເຮັກຕາ, ມີຫຼາຍຮູບແບບປູກໝາກແຕງ ໂດຍນຳໃຊ້ຕາໜ່າງທີ່ບັນລຸປະສິດທິຜົນສູງ. ລະດັບລາຍຮັບສະເລຍຢູ່ຕາແສງແມ່ນ 60 ລ້ານດົ່ງຕໍ່ຄົນຕໍ່ປີ. ທ່ານ ຫງວຽນວັນໂຖ ຊາວກະສິກອນຜູ້ຜະລິດເກັ່ງຢູ່ບ້ານ ບິ່ງຟອງ ຕາແສງ ເຕິນໝີແຈ໊ງ ເປີດເຜີຍວ່າ: 
“ທ່ານ ເລງັອກຮວ໊າ ແມ່ນຄົນໃຈດີ. ທ່ານມີຄວາມມານະອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ກໍ່ສ້າງຕາແສງຊົນນະໃໝ່ທຳອິດໃນແຂວງ. ຂ້າພະເຈົ້າຮູ້ຈັກກັບທ່ານ ຮວ໊າ ນັບແຕ່ມື້ອອກຈາກຖັນແຖວກອງທັບ ມາເຂົ້າຮ່ວມວຽກງານຂອງອຳນາດການປົກຄອງຕາແສງ, ທ່ານໄດ້ເປັນເລຂາຄະນະພັກຕາແສງ ເປັນເວລາ 8 ປີດ້ວຍຜົນງານດີທີ່ສຸດ. ທ່ານ ຮວ໊າ ມີຄວາມສະໜິດຕິດພັນກັບປະຊາຊົນ ເປັນຕົ້ນແມ່ນຕິດພັນກັບຂະບວນການຜະລິດຂອງປະຊາຊົນ”. ປີນີ້ເຖິງວ່າໄດ້ 60 ປີແລ້ວ ໃກ້ຈະຮອດໄລຍະພັກກິນເບ້ຍບຳນານ ແຕ່ທ່ານ ຮວ໊າ ຍັງມີຄວາມກະຕືລືລົ້ນກັບວຽກງານ ທີ່ໄດ້ຮັບມອບໝາຍ. ທ່ານຄາດວ່າ ເມື່ອພັກກິນເບ້ຍບຳນານ ທ່ານຈະສະໝັກໃຈສືບຕໍ່ປະກອບສ່ວນໃຫ້ແກ່ວຽກງານສັງຄົມຂອງໝູ່ບ້ານ. ທ່ານກາ່ວວ່າ: “ເຖິງວ່າຈະພັກກິນເບ້ຍບຳນານ ຫຼື ພວມດຳລົງຕຳແໜ່ງກໍ່ເຊັ່ນດຽວກັນ ດ້ວຍແນວຄິດຕັດສິນໃຈ ເພື່ອພ້ອມກັບອົງຄະນະພັກ ພ້ອມກັບປະຊາຊົນກໍ່ສ້າງຕາແສງ ເຕິນໝີແຈ໊ງ ໃຫ້ນັບມື້ນັບພັດທະນາ. ເມື່ອຂ້າພະເຈົ້າພັກກິນເບ້ຍບຳນານ ຖ້າຫາກວ່າອຳນາດການປົກຄອງຕ້ອງການຂ້າພະເຈົ້າຈະສະໝັກໃຈປະກອບສ່ວນໃຫ້ແກ່ວຽກງານຂອງບ້ານເມືອງ.”. 
ດ້ວຍໄລຍະເຄື່ອນໄຫວປະຕິວັດເປັນເວລາ 40 ປີ, ທ່ານ ເລງັອກຮວ໊າ ເລຂາຄະນະພັກຕາແສງ ເຕິນໝີແຈ໊ງ ນະຄອນໝີທໍ ຍາມໃດກໍ່ສຸດຈິດສຸດໃຈ ເພື່ອຮັບໃຊ້ພັກ ຮັບໃຊ້ປະຊາຊົນ,ວຽກງານໃດທີ່ນຳຜົນປະໂຫຍດມາສູ່ປະຊາຊົນ ທ່ານກໍພ້ອມແລ້ວຈະປະຕິບັດ. ທ່ານແມ່ນແບບຢ່າງທີ່ດີເລີດ ເພື່ອໃຫ້ພະນັກງານສະມາຊິກພັກໜຸ່ມຮ່ຳຮຽນ ແລະເຮັດຕາມ

ຕອບກັບ

ຂ່າວ/ບົດ​ອື່ນ