ພິທີໄຫວ້ບູຊາບັນພະບູລຸດ ເຊິ່ງແມ່ນພິທີກຳທີ່ສັກສິດ ຂອງພໍ່ແມ່ພີ່ນ້ອງເຜົ່າໂລໂລ ໃນແຂວງ ຮ່າຢາງ

(VOVWORLD) -ເຜົ່າໂລໂລ ແມ່ນຊົນເຜົ່າສ່ວນໜ້ອຍໃນແຂວງ ຮ່າຢາງ ດຳລົງຊີວິດຕົ້ນຕໍຢູ່ຕາແສງ ຫຼູງກູ໊ ເຂດພູພຽງຫີນ ດົ່ງວັນ ມີໄລຍະປະຫວັດສາດ ແລະ ການເຫຼື້ອມໃສມາແຕ່ດົນນານ ພ້ອມກັບພື້ນຖານວັດທະນະທຳພື້ນເມືອງທີ່ເປັນເອກະລັກ. ຊາວ ໂລໂລ ດຳລົງຊີວິດແບບປອງດອງສາມັກຄີ ກັບບັນດາເຜົ່າຢູ່ອ້ອມຂ້າງ ແຕ່ຊີວິດການເປັນຢູ່ເຂັ້ມຂົ້ນໄປດ້ວຍສີສັນຂອງເຜົ່າຕົນ. ເພື່ອເປັນການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງ, ຕາແສງ ຫຼູງກູ໊ ເມືອງ ດົ່ງວັນ ແຂວງ ຮ່າຢາງ ຫາກໍ່ຈັດພິທີໄຂວັນບຸນວັດທະນະທຳເຜົ່າ ໂລໂລ ແລະ ພິທີໄຫວ້ບູຊາບັນພະບູລຸດປີ 2020.
ພິທີໄຫວ້ບູຊາບັນພະບູລຸດ  ເຊິ່ງແມ່ນພິທີກຳທີ່ສັກສິດ ຂອງພໍ່ແມ່ພີ່ນ້ອງເຜົ່າໂລໂລ ໃນແຂວງ ຮ່າຢາງ - ảnh 1ຊຸດທ່ຽວປ່າຂອງຊາວເຜົ່າໂລໂລໃນພິທີໄຫວ້ບູຊາບັນພະບູລຸດ

ຊາວເຜົ່າໂລໂລ ມີບັນດາງານບຸນທີ່ເປັນເອກະລັກ ຖືກຈັດຂຶ້ນໃນໂອກາດບຸນເຕັດຄື ງານບຸນໂດດຕົ້ນໄມ້, ງານບຸນເດັດສາລີ ແຕ່ພົ້ນເດັ່ນຂຶ້ນ ແມ່ນພິທີໄຫ້ວບູຊາບັນພະບູລຸດ. ພິທີໄຫວ້ບູຊາບັນພະບູລຸດ ຂອງຊາວເຜົ່າໂລໂລ ຢູ່ຕາແສງ ຫຼູງ ກູ໊ ໄດ້ຮັບການຢັ້ງຢືນ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸໃນປີ 2012 ຖືກນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ນີ້ແມ່ນພິທີກຳອັນເປັນປະເພນີຂອງຊົນເຜົ່າ ໂລໂລ ໃນຕາແສງ ຫຼູກູ໊ ເຄີຍຖືກຈັດຂຶ້ນປະຈຳປີຄືໃນວັນທີ 24 ແລະ ວັນທີ 25 ເດືອນ 7 ໄລ່ຕາມຈັນທະປະຕິທິນ. ພິເສດຊາວເຜົ່າ ໂລໂລ ແມ່ນໜຶ່ງໃນບັນດາຊົນເຜົ່າຍັງນຳໃຊ້ຄ້ອງບັ້ງ ໃນການເຄື່ອນໄຫວເຫຼື້ອມໃສ ແລະ ພິທີກຳຕ່າງໆ. ພິທີໄຫວ້ບູຊາບັນພະບູລຸດຂອງຊົນເຜົ່າ ໂລໂລ ແມ່ນເພື່ອພາວະນາຂໍໃຫ້ມະນຸດມີສຸຂະພາບເຂັ້ມແຂງ, ການລ້ຽງສັດພັດທະນາ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ. ເຖິງວ່າທຸກໆຄອບຄົວຊາວເຜົ່າ ໂລໂລ ຕ່າງກໍ່ມີແທ່ນບູຊາບັນພະບູລຸດກໍ່ຕາມ ແຕ່ສຳລັບພິທີໄຫວ້ບູຊາບັນພະບູລຸດຂອງຊົນເຜົ່າ ໂລໂລ ເຄີຍຖືກຈັດຂຶ້ນຢູ່ເຮືອນຂອງຫົວໜ້າວົງຕະກຸນ ແລະ ຖືກວົງຕະກຸນກະກຽມກ່ອນໜ້ານີ້ຕະຫຼອດປີ. ຕາມປະເພນີແລ້ວ ເມື່ອທຳພິທີກຳ, ຫົວໜ້າວົງຕະກຸນຈະເປັນຜູ້ໄປຊື້ເຄື່ອງຂອງບູຊາ, ບັນດາຄອບຄົວຂອງວົງຕະກຸນ ຕ້ອງມີການປະກອບສ່ວນຕາມຄວາມສາມາດຂອງຕົນ. ພິທີຖວາຍເຄື່ອງຂອງບູຊາ ຈຳເປັນຕ້ອງມີເພື່ອຖວາຍບູຊາບັນພະບູລຸດ ລວມມີ ງົວໜຶ່ງໂຕ, ໝູໜຶ່ງໂຕ, ໄກ່ໜຶ່ງໂຕ, ເຂົ້າໜຽວ, ເຫຼົ້າ ແລະ ຄ້ອງບັ້ງທັງຄູ່. ນີ້ແມ່ນພິທີກຳມີລັກສະນະສັກສິດ ແລະ ເຕັມໄປດ້ວຍສິລະປະ ເຊິ່ງຄະນະພັກອຳນາດການປົກຄອງ ແລະ ບ້ານໂລໂລ ຍັງຄົງຮັກສາໄວ້ ແລະ ຈັດຂຶ້ນໃນແຕ່ລະປີ. ທ່ານ ເລືອງຈ້ຽວລວນ ປະທານກຳມະການປະຊົນຕາແສງ ຫຼູກູ໊ ເມືອງ ດົ່ງວັນ ໃຫ້ຮູ້ວ່າ:

       “ປີ 2020 ແມ່ນປີທີສອງຢ່າງລຽນຕິດ, ທັງຕາແສງ ຫຼູງກູ໊ ໄດ້ຈັດງານບຸນປະເພນີຂອງຊາວເຜົ່າ ໂລໂລ. ໃນໂອກາດນີ້ ພວກຂ້າພະເຈົ້າໄດ້ຈັດງານບຸນ ເພື່ອທົບທວນຄືນວາດຟ້ອນຂອງພໍ່ແມ່ພີ່ນ້ອງເຜົ່າ ໂລໂລ. ພວກຂ້າພະເຈົ້າກໍ່ຍັງຈັດຕັ້ງການລະຫຼິ້ນພື້ນເມືອງຄື  ຍູ້ໄມ້ຄ້ອນ, ແຂ່ງຂັນເຕະໝູ, ຕ່ຳແຜ່ນແພພື້ນເມືອງ. ແລະ ກໍ່ໃນງານບຸນນີ້ ພວກຂ້າພະເຈົ້າກໍ່ຍັງຟື້ນຟູ ແລະ ໂຄສະນາພິທີໄຫວ້ບູຊາບັນພະບູລຸດ ຂອງຊາວເຜົ່າ ໂລໂລ. ຜ່ານງານບຸນນີ້ກໍ່ໄດ້ດຶງດູດແຂກທ່ອງທ່ຽວບໍ່ພຽງແຕ່ມາຈາກທຸກຫົນແຫ່ງ ຂອງປະເທດຊາດເທົ່ານັ້ນ ຫາກຍັງມີແຂກທ່ອງທ່ຽວມາຈາກຕ່າງປະເທດອີກດ້ວຍ”.

      ບ້ານ ໂລໂລຈ໋າຍ ແມ່ນນອນຢູ່ຕີນ ພູຣົ່ງ ຄຽງຂ້າງເສົາທຸງຊາດ ຫຼງູກູ໊ ນີ້ແມ່ນແຫ່ງເກັບຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ຂອງຊາວເຜົ່າ ໂລໂລ ໃນເຂດພູພຽງຫີນ. ບ້ານ ໂລໂລຈ໋າຍ ປະກອບດ້ວຍ 105 ຄອບຄົວ ດ້ວຍຈຳນວນພົນລະເມືອງ  ຫຼາຍກວ່າ 500 ຄົນໃນ 54 ຊົນເຜົ່າ, ເຜົ່າ ໂລໂລ ແມ່ນໜຶ່ງໃນບັນດາເຜົ່າທີ່ມີຈຳນວນພົນລະເມືອງໜ້ອຍກວ່າໝູ່ຢູ່ ຫວຽດນາມ. ວັນບຸນວັດທະນະທຳເຜົ່າ ໂລໂລ ຍັງມີບັນດາການເຄື່ອນໄຫວທີ່ເປັນເອກະລັກຄື ແຂ່ງຂັນສະແດງຊຸດອາພອນປະຈຳ ເຜົ່າໂລໂລ, ແຂ່ງຂັນຕ່ຳແຜ່ນແພພື້ນເມືອງ, ແຂ່ງຂັນຕັດຊອຍໃບຢາສູບໃນວັນບຸນ… ແຂກທ່ອງທ່ຽວມາຈາກສາລະທິດ ແລະ ຊາວທ້ອງຖິ່ນຈະໄດ້ເຊື່ອມຕົວກັບບັນຍາກາດຟົດຟື້ນມ່ວນຊື່ນ ໂດຍພວກບ່າວສາວເຜົ່າ ໂລໂລ ເຂົ້າຮ່ວມການລະຫຼິ້ນພື້ນເມືອງ ພ້ອມທັງຈະໄດ້ຄົ້ນຫາຄວາມເປັນເອກະລັກສະເພາະທາງດ້ານວັດທະນະທຳຂອງຊາວເຜົ່າ ໂລໂລ ອີກດ້ວຍ. ນາງ ຫງວຽນທິຮ່າ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:

     “ເມື່ອເຮົາໄດ້ເຂົ້າຮ່ວມງາມບຸນນີ້ ເຮົາຮູ້ສຶກເບີກບານ ສະບາຍໃຈທີ່ສຸດ. ເຮົາໄດ້ເຊື່ອມຕົວເຂົ້າກັບການເຄື່ອນໄຫວ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າໃນງານບຸນ. ຜ່ານນັ້ນເຮົາສາມາດເຂົ້າໃຈແຈ້ງກວ່າ ກ່ຽວກັບຈຸດວັດທະນະທຳພື້ນເມືອງທີ່ເປັນເອກະລັກ ຂອງຊາວເຜົ່າ ໂລໂລ”.

     ວັນບຸນວັດທະນະທຳເຜົ່າ ໂລໂລ ຕາແສງ ຫຼງູກູ໊ ແລະ ພິທີໄຫວ້ບູຊາບັນພະບູລຸດປີ 2020 ແມ່ນໂອກາດເພື່ອໂຄສະນາແນະນຳຈຸດວັດທະນະທຳພື້ນເມືອງ  ແລະ ຮີດຄອງປະເພນີຂອງຊາວທ້ອງຖິ່ນ ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຮັບຊາບ. ຈາກນັ້ນກໍ່ຫັນວຽກງານອະນຸລັກເປັນລະອຽດ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງ ທີ່ຕິດພັນກັບການທ່ອງທ່ຽວຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ