ພົບປະກັບໂຄສົກຄົນໜຶ່ງສັງກັດພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ ປະກອບສ່ວນສົ່ງສານສັນຕິພາບຈາກຫວຽດນາມອອກສູ່ໂລກ

(VOVWORLD) -ໃນປະຫວັດສາດແຫ່ງການສ້າງຕັ້ງແລະຂະຫຍາຍຕົວເປັນເວລາເກືອບ 80 ປີທີ່ຜ່ານມາຂອງວິທະຍຸກະຈາຍສຽງຫວຽດນາມ VOV (1945 - 2023)ບັນດາລາຍການກະຈາຍສຽງຂອງ VOV ໄດ້ຮັບກຽດສົ່ງຂໍ້ມູນຂ່າວສານກ່ຽວກັບບັນດາເຫດການທີ່ສຳຄັນຂອງພັກແລະລັດມີຄຸນຄ່າທາງດ້ານປະຫວັດສາດອັນປະເສີດເລີດລ້ຳ. ໃນນັ້ນກໍ່ຕ້ອງເວົ້າເຖິງສັນຍາປາຣີປີ 1973 ກ່ຽວກັບການຢຸດຕິສົງຄາມສ້າງສັນຕິພາບຢູ່ ຫວຽດນາມຄືນໃໝ່. ໃນຊ່ວງເວລານັ້ນນັກບັນນາທິການ-ໂຄສົກມິງທູ ສັງກັດລາຍການກະຈາຍສຽງພາກພາສາຝະລັ່ງ ມີຄວາມເອກອ້າງທະນົງໃຈແມ່ນໜຶ່ງໃນບັນດາໂຄສົກຂອງVOVໄດ້ປະກອບສ່ວນແນະນຳເຫດການທີ່ສຳຄັນນີ້ເຖິງຜູ້ຟັງໃນໂລກ.
ພົບປະກັບໂຄສົກຄົນໜຶ່ງສັງກັດພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ ປະກອບສ່ວນສົ່ງສານສັນຕິພາບຈາກຫວຽດນາມອອກສູ່ໂລກ - ảnh 1ນັກບັນນາທິການ-ໂຄສົກ ມິງທູ

      ນາງມິງທູເຊິ່ງແມ່ນໜຶ່ງໃນບັນດານັກບັນນາທິການ - ໂຄສົກທີ່ມີປະສົບການຂອງລາຍການກະຈາຍສຽງພາກພາສາຝະລັ່ງ, ພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດVOVໃນຊຸມທົດສະວັດ 70 – 90 ເມື່ອກ່ອນນີ້. ນາງມິງທູໃຫ້ຮູ້ວ່າ:

   “ເມື່ອໄປຮຽນຢູ່ໂຮງຮຽນ, ຂ້າພະເຈົ້າເຄີຍເປັນຜູ້ດຳເນີນລາຍການພາສາຝະລັ່ງ ດັ່ງນັ້ນເມື່ອກາຍເປັນໂຄສົກ ຂ້າພະເຈົ້າເຫັນວ່າແທດເໝາະກັບອາຊີບນີ້. ດັ່ງນັ້ນໃນຊຸມວັນເມື່ອກ່ອນນີ້ ຍາມໃດຂ້າພະເຈົ້າກໍ່ຝຶກແອບອ່ານຢ່າງສຸດຂີດ”.

         ໂຄສົກມິງທູເກີດປີ 1943 ສຳລັບນາງແລ້ວເລື່ອງກາຍເປັນໂຄສົກພາກພາສາຝະລັ່ງຂອງVOVແມ່ນຂຶ້ນກັບວາດສະໜາຂອງນາງເອງ. ນາງມິງທູເລົ່າຄືນສູ່ຟັງວ່າ: “ໃນຄາວນັ້ນຂ້າພະເຈົ້າຕ້ອງຝຶກແອບອ່ານແບບເຮັ່ງຮັດເພື່ອທົດແທນໃຫ້ໂຄສົກສອງຄົນໃກ້ຈະພັກການເພື່ອປະສູດລູກ.  ຝຶກແອບອ່ານເປັນໄລຍະໜຶ່ງແລ້ວຂ້າພະເຈົ້າກໍ່ໄດ້ຮັບການສັບຊ້ອນອ່ານແທນໃຫ້ໂຄສົກຍິງສອງຄົນ. ໃນເບື້ອງຕົ້ນຂ້າພະເຈົ້າອ່ານລາຍການຂ່າວບົດຄວາມ. ຂ້າພະເຫັນວ່າຕົນເອງຕ້ອງຝຶກຝົນຫຼໍ່ຫຼອມຢ່າງຕໍ່ເນື່ອງ. ຈະມີຄວາມເມົາມົວແລະຊົມຊອບກັບວຽກງານດັ່ງນັ້ນກໍ່ບໍ່ຮູ້ສຶກມີຄວາມຫຍຸ້ງຍາກແຕ່ຢ່າງໃດ”. ໃນຄວາມຊົງຈຳຂອງຜູ້ເປັນບັນນາທິການ - ໂຄສົກພາພາສາຝະລັ່ງທີ່ເຮັດວຽກໃນຊຸມວັນເດືອນປີແຫ່ງສົງຄາມທີ່ດຸເດືອດແລະລຳບາກກາກກຳເປັນຕົ້ນແມ່ນໄລຍະ 12 ວັນຄືນທ້າຍປີ 1972 ຂະນະທີ່ກອງທັບສະຫະລັດອາເມລິກາ ນຳໃຊ້ເຮືອບິນ B52 ຖິ້ມລະເບີດທຳລາຍຮ່າໂນ້ຍນັ້ນແມ່ນບັນດາອະນຸສອນບໍ່ມີວັນຈະລືມໄດ້ .

       ໃນຊຸມວັນນັ້ນ ພະນັກງານພາລະກອນ VOV ຖືກຍົກຍ້າຍໄປເຮັດວຽກຢູ່ບ່ອນທີ່ປອດໄພຍັງເຫຼືອພຽງຈຳນວນໜ້ອຍປະຈຳການຢູ່ວິທະຍຸເພື່ອຮັກສາບັນດາລາຍການກະຈາຍສຽງ. ນາງທູກໍ່ແມ່ນໜຶ່ງໃນຈຳນວນຜູ້ປະຈຳການຢູ່ນະຄອນຫຼວງ. ນາງທູ ໃຫ້ຮູ້ຕື່ມອີກວ່າ:

    “ໃນຄາວນັ້ນເມື່ອໄດ້ຍິນສຽງແກເຕືອນມີເຮືອບິນຂອງສັດຕູປະຊາຊົນຕ້ອງລົງຂຸມໃຕ້ດິນຫຼົບໄພ ແຕ່ຮອດເວລາອອກອາກາດລາຍການ ພວກຂ້າພະເຈົ້າກໍ່ຕ້ອງໄປສະຖານີວິທະຍຸພະຍາຍາມຮັບປະກັນໃຫ້ການອອກອາກາດລາຍການທັນເວລາ.”

   ເດືອນມັງກອນປີ 1973 ພາຍຫຼັງປະຈຳການຢູ່ຮ່າໂນ້ຍ ເປັນເວລາຫຼາຍວັນແລະຄືນ, ນາງທູໄດ້ພາລູກຊາຍມີອາຍຸພຽງ 4 ປີ ໄປຕາມຄະນະ 59 ຂອງ VOV ປະກອບດ້ວຍສະມາຊິກກວ່າ 100 ຄົນ ໄປ ຂຸນໝິງ ປະເທດຈີນເພື່ອຮັບໜ້າທີ່ໃໝ່ ດ້ວຍການອອກອາກາດລາຍການກະຈາຍສຽງຈາກຈີນ ເພື່ອຮັບປະກັນຄື້ນກະຈາຍສຽງໃນເວລາລໍຖ້າສ້ອມແປງສະຖານີເຄື່ອງສົ່ງເມ໊ຈີ ແລະ ແບັກມາຍຖືກລູກລະເບີດຂອງອາເມລິການທຳລາຍ.

   ເອກະສານທຳອິດທີ່ VOV ໄດ້ອອກອາກາດຈາກຂຸນໝິງແມ່ນເນື້ອໃນຂອງສັນຍາປາຣີກ່ຽວກັບຫວຽດນາມໃນເວລາ 22 ໂມງຕາມເວລາຮ່າໂນ້ຍຂອງວັນທີ 27 ມັງກອນປີ 1973.  ນາງມິງທູເລົ່າຄືນສູ່ຟັງວ່າ:

   “ໃນເວລາກາງຄືນ ພວກຂ້າພະເຈົ້າຕ້ອງຕື່ນນອນເພື່ອອ່ານເອກະສານຂອງຂອງກອງປະຊຸມປາຣີ. ໃນຕອນກາງຄືນມື້ນັ້ນພະນັກງານທຸກໆຄົນໃນພະແນກກະຈາຍສຽງພາກພາສາຕ່າງປະເທດກໍ່ລ້ວນແຕ່ນອນບໍ່ລັບ.ທີໜຶ່ງແມ່ນເພື່ອເຮັດວຽກທີສອງແມ່ນພວກຂ້າພະເຈົ້າພາກພູມໃຈທີ່ສຸດ ຍ້ອນວ່າສົງຄາມຈະສິ້ນສຸດລົງ, ສັນຕິພາບຈະຖືກສ້າງຄືນໃໝ່, ມີຫຼາຍຄົນໄດ້ກອດກັນຈົນຫຼັ່ງນ້ຳຕາດີໃຈຍ້ອນມີສັນຕິພາບ”.

  ພາຍຫຼັງໄດ້ຜູກພັນກັບວຽກງານເປັນບັນນາທິການ- ໂຄສົກພາກພາສາຝະລັ່ງເປັນເວລາຫຼາຍປີ, ມາເຖິງປີ 1998 ນາງທູໄດ້ພັກບຳນານ.ເຖິງຢ່າງໃດກໍ່ຕາມດ້ວຍຄວາມຮັກອາຊີບ ນາງຍັງຄົງສືບຕໍ່ໜູນຊ່ວຍລາຍການພາກພາສາຝະລັ່ງໃນການອ່ານຂ່າວ ບົດຄວາມເປັນເວລາສອງປີຕໍ່ຈາກນັ້ນ ແລະ ລາວໄດ້ພັກຜ່ອນຢ່າງເປັນທາງການນັບແຕ່ປີ 2000.

ຕອບກັບ

ຂ່າວ/ບົດ​ອື່ນ