ລຸງກອມຕິນ, ຜູ້ມີອິດທິພົນຊື່ສຽງຢູ່ຕາແສງອີອາເດໃນແຂວງຢາລາຍ

(VOVWORLD) -ໂດຍແມ່ນຜູ້ເຄີຍປະລະບ້ານເມືອງ ເດີນຕາມອົງການປະຕິການຟູນໂຣແຕ່ໃນປັດຈຸບັນໄດ້ກັບເນື້ອກັບຕົວແລະໄດ້ຮັບຄວາມຮັກແພງຈາກຊາວບ້ານຍ້ອນມີບັນດາການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ໝູ່ບ້ານ. ນັ້ນແມ່ນລຸງກອມຕິນເກີດປີ 1962 ແມ່ນຊາວເຜົ່າເຊີລາຍຢູ່ບ້ານ ແບຣງສາມ ຕາແສງ ອີອາເດ ເມືອງ ອີອາກຣາຍ ແຂວງຢາລາຍ
ລຸງກອມຕິນ, ຜູ້ມີອິດທິພົນຊື່ສຽງຢູ່ຕາແສງອີອາເດໃນແຂວງຢາລາຍ - ảnh 1

ລຸງກອມຕິນ, ຜູ້ມີອິດທິພົນຊື່ສຽງຢູ່ຕາແສງອີອາເດໃນແຂວງຢາລາຍ

     ຕົ້ນຊຸມປີ 2000 ສະພາບຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນແຂວງຢາລາຍກໍ່ມີຄວາມສັບສົນທີ່ສຸດ. ໂດຍໄດ້ຟັງຄວາມປຸກປັ່ນຍຸແຍ່ຂອງບັນດາເປົ້າໝາຍທີ່ບໍ່ດີ, ລຸງກອມຕິນໄດ້ເຊື່ອຖືສາສະໜາໂປແຕັດສະຕັງເດກາເຊິ່ງແມ່ນສາສະໜາເຄືອນໄຫວຢ່າງຜິດກົດໝາຍຍ້ອນອົງການປະຕິການຟູນໂຣສ້າງຂຶ້ນ ເພື່ອຍຸຍົງສົ່ງເສີມແກ່ດຶງພໍ່ແມ່ພີ່ນ້ອງບັນດາເຜົ່າໃນເຂດ ເຕິຍງວຽນເພື່ອສ້າງຕັ້ງອັນທີ່ເອີ້ນວ່າ “ລັດເດກາ” ເຊິ່ງແມ່ນລັດປົກຄອງໂດຍຕົນເອງຂອງບັນດາເຜົ່າເຂດເຕິຍງວຽນ . ເມື່ອໄດ້ຮັບການໂຄສະນາຂົນຂວາຍ, ລຸງກອມຕິນ ສາມາດເຫັນໄດ້ເຖິງກົນອຸບາຍທີ່ເລິກແລບແຍບໂຍນກໍ່ຄວາມແບ່ງແຍກ ທຳລາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດແລະລຸງໄດ້ປະລະໂປແຕັດສະຕັງເດກາ. ຫຼັງຈາກນັ້ນລຸງໄດ້ເຂົ້າຮ່ວມເຮັດວຽກງານແນວໂຮມປະເທດຊາດຕາແສງອີອາເດກາຍເປັນນັກໂຄສະນາໃຫ້ແກ່ຊາວທ້ອງຖິ່ນເພື່ອປະລະໂປແຕັດສະຕັງເດກາ ເດີນຕາມໂປແຕັດສະຕັງພາກໃຕ້ ຫວຽດນາມເຊິ່ງແມ່ນສາສະໜາໂປແຕັດສະຕັງເຄື່ອນໄຫວຢ່າງເປັນທາງການແລະຮັບອະນຸຍາດຈາກລັດຫວຽດນາມ. ລຸງກອມຕິນເລົ່າສູ່ຟັງວ່າ:

    “ໃນຄາວນັ້ນຈຳນວນພົນລະເມືອງເຄິ່ງໜຶ່ງຂອງບ້ານໄດ້ເດີນຕາມໂປແຕັດສະຕັງເດກາ, ປັດຈຸບັນໄດ້ປະລະເກືອບໝົດແລ້ວຂ້າພະເຈົ້າເຮັດວຽກງານແນວໂຮມນັບແຕ່ປີ 2003 ຫາປີ 2019. ຊາວບ້ານໄດ້ມີຄວາມໄວ້ວາງໃຈດັ່ງນັ້ນຂ້າພະເຈົ້າໄດ້ເຮັດວຽກງານສັງຄົມໃຫ້ແກ່ລັດ, ປະຕິບັດວຽກງານແນວໂຮມຂົນຂວາຍໂຄສະນາ ໃຫ້ແກ່ພໍ່ແມ່ພີ່ນ້ອງເດີນຕາມໂປແຕັດສະຕັງພາກໃຕ້ ຫວຽດນາມ,ມີຄວາມມານະອົດທົນທຳມາຫາກິນເພື່ອສ້າງການດຳລົງຊີວິດປົກກະຕິ, ບັນດາເຜົ່າສາມັກຄີກັນບໍ່ຈຳແນກ, ພໍ່ແມ່ພີ່ນ້ອງເຮັດຕາມແຜນນະໂຍບາຍແນວທາງຂອງພັກແລະລັດ”.

    ລຸງກອມຕິນພ້ອມກັບບັນດາພະນັກງານກະສິກຳໃນຕາແສງເຄີຍເປີດຊຸດອົບຮົມແນະນຳໃຫ້ແກ່ພໍ່ແມ່ພີ່ນ້ອງກ່ຽວກັບວິທີປູກຕົ້ນກາເຟໝາກພິກໄທວິທີປູກເຂົ້າລ້ຽງສັດ... ເຮັດແນວໃດເພື່ອໃຫ້ປະສິດທິຜົນ ສະມັດທະພາບ ເພີ່ມຂຶ້ນ. ຮ້ອຍໂທຫງວຽນແທັງຕ໊ວນສັງກັດຫ້ອງການປ້ອງກັນຄວາມສະຫງົບພາຍໃນຕຳຫຼວດແຂວງຢາລາຍໃຫ້ຮູ້ວ່າ:

“ລຸງກອມຕິນໄດ້ຂົນຂວາຍຊາວບ້ານກູ້ຢືມທຶນຈາກທະນາຄານນະໂຍບາຍສັງຄົມ. ເຮືອນຂອງລຸງກໍ່ແມ່ນສະຖານທີ່ ເຊິ່ງຊາວບ້ານເຄີຍມາຢາມ, ເພິ່ງຄວາມຊ່ວຍເຫຼືອເຮັດເອກະສານຈົດທະບຽນກູ້ຢືມທຶນຈາກທະນາຄານ. ລຸງກອມຕິນແມ່ນຜູ້ທີ່ມີອິດທິພົນຊື່ສຽງດັ່ງນັ້ນພະນັກງານທະນາຄານກໍ່ຖືຄອບຄົວຂອງລຸງແມ່ນຈຸດປະສານງານເພື່ອຊ່ວຍພໍ່ແມ່ພີ່ນ້ອງໄດ້ກູ້ຢືມທຶນຈາກທະນາຄານເພື່ອພັດທະນາເສດຖະກິດຄອບຄົວ”.

   ຍາມມີເວລາວ່າງ, ລຸງກອມຕິນແລະບັນດາພະນັກງານໃນຕາແສງເຄີຍລົງໄປບັນດາໝູ່ບ້ານເພື່ອຊອກຮູ້ຕົວຈິງໂອ້ລົມແບ່ງປັນຊອກຫາວິທີແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນໃນການຜະລິດດຳເນີນທຸລະກິດກໍ່ຄືໃນການພົວພັນສັງຄົມ. ລຸງພ້ອມກັບບັນດາພະນັກງານທ້ອງຖິ່ນຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດໃຫ້ແຜ່ຂະຫຍາຍສູ່ປະຊາຊົນທຸກຊັ້ນຄົນພ້ອມກັນຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ລຸງ ເກີຊໍຮາວ ອະດີດເລຂາຄະນະພັກບ້ານແບຣງສາມໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າໄດ້ຂົນຂວາຍໂຄສະນາໃຫ້ແກ່ພໍ່ແມ່ພີ່ນ້ອງມີຄວາມເຂົ້າໃຈກ່ຽວກັບແຜນນະໂຍບາຍນະໂຍບາຍກົດໝາຍຂອງພັກແລະລັດ. ສາສະໜາໂປແຕັດສະຕັງເດກາບໍ່ໄດ້ຮັບອະນຸຍາດເຄື່ອນໄຫວຈາກລັດ. ພໍ່ແມ່ພີ່ນ້ອງໄດ້ມີຄວາມເຂົ້າໃຈແລະຮັບຮູ້ໄດ້ເຖິງບັນຫານີ້”.

   ຕາແສງອີອາເດໄດ້ຮັບການຮັບຮອງຈາກແຂວງ ຢາລາຍແມ່ນບັນລຸມາດຖານຊົນນະບົດໃໝ່ປີ 2018, ສ່ວນໜຶ່ງກໍ່ຍ້ອນມີບັນດານັກສັງຄົມທີ່ຕັ້ງໜ້າຄືລຸງກອມຕິນ.  ປັດຈຸບັນເຖິງວ່າໄດ້ພັກກິນເບ້ຍບຳນານໄດ້ສອງປີແລ້ວກໍ່ຕາມແຕ່ລຸງກອມຕິນຍັງຄົງຕັ້ງໜ້າເຂົ້າຮ່ວມໃນບັນດາການເຄື່ອນໄຫວ ຊ່ວຍໜູນສັງຄົມສ້າງຊົນນະບົດໃໝ່ ໂຄສະນາໃຫ້ແກ່ປະຊາຊົນໃນການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ບ້ານແບຣງສາມ.

ຕອບກັບ

ຂ່າວ/ບົດ​ອື່ນ