ລຸງເລິມງອກເຍິມ - ຊາວກະສິກອນຜູ້ສ້າງແນວພັນ ໝາກພິກໄທ ເບົ່າເມິຍ ຢູ່ ຫວຽດນາມ.

(VOVWORLD) -ໂດຍໄດ້ກຳເນີດຂຶ້ນຢູ່ແຂວງ ຕວຽນກວາງ ເຂດພູດອຍທາງທິດເໜືອ ແຕ່ລຸງໄດ້ຍົກຍ້າຍໄປແຂວງບາເຣັ່ຍ - ຫວຸງເຕົ່າ ເພື່ອສ້າງອາຊີບ, ລຸງ ເລິມງອກເຍິມ ໄດ້ມີໄລຍະກວ່າ 20 ປີທີ່ໄດ້ຊອກຮູ້ຄົ້ນຄວ້າແລະ ທົດລອງປູກຕົ້ນໝາກພິກໄທຢູ່ດິນແດນທາງທິດໃຕ້. ລຸງໄດ້ສ້າງເຄື່ອງໝາຍກາຄ້າໝາກພິກໄທເບົ່າເມິຍ ທີ່ມີຊື້ສຽງ ແລະ ແມ່ນຜູ້ສະໜອງ ພິກໄທ ເບົ່າເມິຍ ເບີໜຶ່ງຂອງ ຫວຽດນາມໃຫ້ແກ່ບັນດາຕະຫຼາດ ແລະ ມີຄວາມຕ້ອງການທາງດ້ານຄຸນນະພາບສູງ. ດ້ວຍຜົນງານທີ່ບັນລຸມາໄດ້ລຸງໄດ້ຮັບໃບຍ້ອງຍໍຫຼາຍໃບ ກ່ຽວກັບການຍຜະລິດເກັ່ງ, ລາງວັນເລີ່ມຕົ້ນທຸລະກິດປະດິດຄິດສ້າງແລະ ເມື່ອບໍ່ດົນມານີ້ ໄດ້ຮັບການຄັດເລືອກໄປເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ X ຖືກຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 9 ຫາ ວັນທີ 10 ທັນວາ
ລຸງເລິມງອກເຍິມ - ຊາວກະສິກອນຜູ້ສ້າງແນວພັນ ໝາກພິກໄທ ເບົ່າເມິຍ ຢູ່ ຫວຽດນາມ. - ảnh 1 ລຸງ ເລິມງອກເຍິມ

    ລຸງ ເຍິມ ໄດ້ເລີ່ມສ້າງອາຊີບປູກໝາກພິກໄທດ້ວຍຄວາມນຶກຄິດທີ່ວ່າ: “ເພື່ອນສາມາດເຮັດທຸກຢ່າງ ຖ້າຫາກຕົນເອງຍາມໃດກໍ່ຄິດວ່າເຮົາມີຄວາມສາມາດເຮັດໄດ້. ເຮັດສິ່ງທີ່ເພື່ອນມັກ ກໍ່ແມ່ນວິທີພາໄປເຖິງຜົນສຳເລັດ”. ຜ່ານໄລຍະທຳການປູກຝັງ ດ້ວຍຄວາມລຳບາກຫຼາຍຢ່າງ ບາງຄັ້ງກໍ່ຖືກສູນເສຍຄືດັ່ງຊາວກະສິກອນຄົນອື່ນໆ, ລຸງໄດ້ເຫັນວ່າສຳລັບຊາວກະສິກອນ ກໍ່ຄວນປູກຕົ້ນໄມ້ຊະນິດໜຶ່ງ ເພື່ອສ້າງເສດຖະກິດຄອບຄົວແລະ ທັງວົງຄະນາຍາດ. ສຳລັບລຸງແລ້ວ ບາເຣັ່ຍ - ຫວຸງເຕົ່າ ແມ່ນທ້ອງຖິ່ນມີອາກາດປົກກະຕິແລະ ດິນກໍ່ແທດເໝາະກັບຕົ້ນໝາກພິກໄທ, ດັ່ງນັ້ນລຸງໄດ້ຕົກລົງປູກຕົ້ນໄມ້ຊະນິດນີ້ໃນສວນຂອງຄອບຄົວ.ພາຍຫຼັງກວ່າ 20 ປີທີ່ໄດ້ຄົ້ນຄວ້າ ຊອກຮູ້ທ່ານໄດ້ຕັ້ງຊື່ໃຫ້ຕົ້ນໝາກພິກໄທແມ່ນ ພິກໄທເບົ່າເມິຍ. ໂດຍໄດ້ຮັບການບົວລະບັດຢ່າງຖືກຕ້ອງຕາມເຕັກນິກແລະ ມີແບບແຜນ, ໝາກພິກໄທ ເບົ່າເມິຍ ໄດ້ເຕີບໂຕດີ ແລະ ສາມາດກັນພະຍາດໄດ້ດີມີຄຸນນະພາບ ແລະ ສະມັດຕະພາບກໍ່ສູງປົກກະຕິ. ມາເຖິງປີ 2015 ລຸງໄດ້ສ້າງຕັ້ງສະຫະກອນກະສິກຳ - ການຄ້າ - ທ່ອງທ່ຽວ ເບົ່າເມິຍ ເຊິ່ງແມ່ນບາດກ້າວສຳຄັນ ເພື່ອສ້າງເປົ້າໝາຍນຳເບົ່າເມິຍ ກາຍເປັນເຄື່ອງໝາຍການຄ້າ ພິກໄທ ຫວຽດນາມ ຄຸນນະພາບສາກົນ. ນອກຈາກນັ້ນລຸງກໍ່ເຄີຍໄປຫາສະມາຄົມຊາວກະສິກອນ ຕາແສງ ຮວ່າຫຽບ, ສູນສົ່ງເສີມກະສິກຳສົ່ງເສີມການປະມົງຂອງເມືອງ, ສະຖາບັນວິທະຍາສາດກະສິກຳພາກໃຕ້, ເຂົ້າຮ່ວມບັນດາຊຸດຝຶກອົບຮົມທາງດ້ານການສົ່ງເສີມກະສິກຳ, ຊອກຮູ້ບັນດາຂໍ້ມູນຂ່າວສານສົ່ງເສີມກະສິກຳຜ່ານບັນດາພາຫະນະສື່ມວນຊົນ, ເປັນຕົ້ນແມ່ນການນຳໃຊ້ ເຕັກໂນໂລຢີຂ່າວສານເພື່ອຊອກຮູ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກແລະ ໄດ້ນຳໃຊ້ເຂົ້າໃນສວນອັນນ້ອຍໆຂອງຕົນ.ມາຮອດປີ 2019 ຜະລິດຕະພັນໝາກພິກໄທ ເບົ່າເມິຍ ໄດ້ຮັບໃບຢັ້ງຢືນບັນລຸມາດຕະຖານສາກົນ.ນີ້ເປັນຂີດໝາຍ ເພື່ອໃຫ້ໝາກພິກໄທ ເບົ່າເມິຍ ກາຍເປັນຜະລິດຕະພັນກະສິກຳຂອງທ້ອງຖິ່ນທີ່ມີມູນຄ່າສູງຢູ່ ບາເຣັ່ຍ - ຫວຸງເຕົ່າ, ໄດ້ຮັບການຜະລິດ ປຸງແຕ່ງສົ່ງໄປຂາຍຢູ່ຕະຫຼາດທົ່ວປະເທດກໍຄືມຸ່ງໄປສູ່ການສົ່ງອອກໄປຂາຍໃຫ້ຕະຫຼາດ ຍີ່ປຸ່ນ, ອາເມລິກາ, ສ ເກົາຫຼີ… ລຸງ ເລິມງອກເຍິມ ເວົ້ົ້າຄວາມໃນໃຈສູ່ຟັງວ່າ:

“ຫວຽດນາມ ມີທ່າໄດ້ປຽບຄື 89% ຈຳນວນຊາວກະສິກອນ ແມ່ນເຮັດກະສິກຳ ແລະ ການສົ່ງອອກຜະລິດຕະພັນກະສິກຳກໍ່ຢືນອັນດັບໜຶ່ງ ຫຼື ອັນດັບສອງໃນໂລກ. ແຕ່ກໍ່ຍັງຄົງສົ່ງອອກຜະລິດຕະພັນດິບດັ່ງນັ້ນລາຄາກໍ່ຍັງບໍ່ທັນສູງ ແລະ ບໍ່ເປັນປົກກະຕິ. ດັ່ງນັ້ນຂ້າພະເຈົ້າໄດ້ຊອກຫາວິທີເພື່ອໃຫ້ຜະລິດຕະພັນກະສິກຳຂອງພວກເຮົາໃຫ້ມີມູນຄ່າສູງ”.

ບໍ່ພຽງແຕ່ສ້າງເສດຖະກິດເກັ່ງເທົ່ານັ້ນລຸງ ເຍິມ ຍັງໄດ້ໃຫ້ການອຸປະຖຳຝຸ່ນ, ແນວປູກ ແລະ ໃຫ້ການຊີ້ນຳບັນດາຄອບຄົວຊາວກະສິກອນອື່ນໆກ່ຽວກັບວິທີເຮັດສວນ ທີ່ນຳມາເຊິ່ງປະສິດທິຜົນເສດຖະກິດສູງ ມາຮອດປັດຈຸບັນລຸງໄດ້ຜັນຂະຫຍາຍ ເປີດກວ້າງເນື້ອທີ່ປູກໝາກພິກໄທ ເບົ່າເມິຍ ໄດ້ເກືອບ 500 ເຮັກຕາ ໃຫ້ແກ່ຊາວກະສິກອນຢູ່ແຂວງ ບາເຣັ່ຍ - ຫວຸງເຕົ່າ, ດົ່ງນາຍ, ດັກລັກ, ດັກນົງ, ຢາລາຍ, ເລິມດົ່ງ… ມີຊາວກະສິກອນຫຼາຍຄົນ ໄດ້ໃຫ້ຮູ້ກ່ຽວກັບລຸງ ເຍິມວ່າ:

“ລຸງ ເຍິມ ໄດ້ຍົກອອກບັນດາຂໍ້ລິເລີ່ມໃຫ້ແກ່ອ້າຍນ້ອງໃນສະຫະກອນຄືປູກໝາກພິກໄທປະສົມປະສານກັບຕົ້ນໄມ້ອື່ນໆ ເວົ້າລວມແລ້ວແມ່ນມີເຕັກນິກແລະ ມີຫົວຄິດປະດິດສ້າງທີ່ດີ. “ລຸງ ເຍິມ ໄດ້ໃຫ້ການຊ່ວຍໜູນຊາວທ້ອງຖິ່ນຢ່າງສຸດໃຈໃນວຽກງານສັງຄົມ, ລຸງມັກຄົ້ນຄວ້າ ມີຫົວຄິດປະດິດສ້າງ ດັ່ງນັ້ນສາມາດສ້າງວຽກເຮັດງານທຳຊ່ວຍໜູນຊາວທ້ອງຖິ່ນປືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ.”

 ລຸງ ເລິມງອກເຍິມ ມີຄວາມຫວັງວ່າ ພ້ອມກັບຊາວກະສິກອນຫວຽດນາມ ຈະນຳຕົ້ນໝາກພິກໄທ ຫວຽດນາມ ກາຍເປັນຕົ້ນໄມ້ມີມູນຄ່ານັບຕື້ໂດລາສະຫະລັດໃນສາລະບານຜະລິດຕະພັນສົ່ງອອກ ຂອງຂະແໜງກະສິກຳ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ