ຫງວຽນທິແອັວງ - ນັກກິລາແລ່ນ ແລະ ລານທີ່ດີເດັ່ນຂອງຫວຽດນາມ

(VOVWORLD) -     ຫງວຽນທິແອັວງ ສັງກັດທີມແລ່ນແລະລານແຫ່ງຊາດຫວຽດນາມຫາກໍ່ສ້າງຜົນງານທີ່ເປັນໜ້າພິດສະຫວົງງົງງວາຍເມື່ອກາຍເປັນນັກກິລາຫວຽດນາມ ຄວ້າເຖິງ 4 ຫຼຽນຄຳຢ່າງລຽນຕິດ ໃນງານມະຫາກຳຊີເກມຄັ້ງໜຶ່ງ ໃນນັ້ນຜົນງານຄວ້າໄດ້ສອງຫຼຽນຄຳພຽງປະຕິບັດໄດ້ໃນຮອບ 20 ນາທີເທົ່ານັ້ນ. ດ້ວຍຜົນງານໃໝ່ສຸດຢູ່ ຊີເກມ 32 ທີ່ຈັດຂຶ້ນຢູ່ ກຳປູເຈຍນັ້ນ ແອັວງຄວ້າໄດ້ຫຼຽນຄຳລວມທັງໝົດ 12 ຫຼຽນໃນພາລະກິດແຂ່ງຂັນສົມກັບເປັນນັກກິລາແລ່ນແລະລານທີ່ດີເດ່ັນຂອງຫວຽດນາມ.
ຫງວຽນທິແອັວງ - ນັກກິລາແລ່ນ ແລະ ລານທີ່ດີເດັ່ນຂອງຫວຽດນາມ - ảnh 1ນັກກິລາ ແລ່ນແລະລານ ທີ່ດີເດັ່ນ ຫງວຽນທິແອັວງ

      ຫງວຽນທິແອັວງ ປີນີ້ມີອາຍຸ 28 ປີ ພວມແມ່ນນັກກິລາແລ່ນແລະລານໄລຍະປານກາງດີທີ່ສຸດຢູ່ອາຊີຕາເວັນອອກສຽງໃຕ້.ເຂົ້າຮ່ວມງານແຂ່ງຊີເກມ 32, ແອັວງ ໄດ້ຈົດທະບຽນແຂ່ງຂັນສີ່ລາຍການສ່ວນບຸກຄົນລວມມີແລ່ນ 1.500 ແມັດ, 3.000 ແມັດຂ້າມອຸປະສັກ, 5.000 ແມັດແລະ 10.000 ແມັດເພດຍິງ. ໃນມື້ແຂ່ງຂັນທຳອິດຂອງກິລາປະເພດແລ່ນແລະລານຢູ່ ຊີເກມ 32 ເມື່ອວັນທີ 8 ພຶດສະພາ, ຫງວຽນທິແອັວງ ສາມາດຄວ້າໄດ້ຫຼຽນຄຳໃນລາຍການແລ່ນ 5.000 ແມັດ. ແຕ່ຄວາມຫຍຸ້ງຍາກໄດ້ເລີ່ມເກີດຂຶ້ນ ຂະນະທີ່ຄະນະຈັດຕັ້ງໄດ້ປະກາດປ່ຽນຕາຕະລາງແຂ່ງຂັນ. ຕາມນັ້ນແລ້ວ ພາຍຫຼັງເຂົ້າຮ່ວມການແຂ່ງຂັນ 1.500 ແມັດໃນເວລາ 17 ໂມງ 30 ນາທີຕອນບ່າຍ, ຫງວຽນທິແອັວງ ກໍ່ຕ້ອງເຂົ້າຮ່ວມການແຂ່ງຂັນຊະນະເລີດ ດ້ວຍລາຍການແລ່ນ 3.000 ແມັດຂ້າມອຸປະສັກໃນເວລາ 17 ໂມງ 50 ນາທີໝາຍຄວາມວ່າຫ່າງຈາກ 20 ນາທີເທົ່ານັ້ນ. ຫງວຽນທິແອັວງ ແບ່ງປັນວ່າ:

“ນີ້ແມ່ນຕາຕະລາງແຂ່ງຂັນທີ່ປະກາດຢ່າງກະທັນຫັນ. ນ້ອງແລະບັນດາຄູຝຶກກໍ່ຄືທົ່ວຄະນະນັກກິລາ ຫວຽດນາມ ກໍ່ມີຄວາມເປັນຫວ່ງທີ່ສຸດ ແຕ່ບັນດາສະມາຊິກໃນຄະນະໄດ້ພະຍາຍາມຊອກຫາເສັ້ນທາງເດີນທີ່ດີທີ່ສຸດ, ມີຍຸດທະວິທີແທດເໝາະ ແລະ ກະໂຕນ້ອງເອງກໍ່ຕ້ອງມານະພະຍາຍາມຫຼາຍທີ່ສຸດ”.

ດ້ວຍຄຸນນະທາດ,ຄວາມມານະພະຍາຍາມແລະຍຸດທະວິທີແຂ່ງຂັນທີ່ເໝາະສົມ, ຫງວຽນທິແອັວງພາຍຫຼັງຄວ້າໄດ້ຫຼຽນຄຳໃນລາຍການແລ່ນ 1.500 ແມັດ, ບໍ່ໄດ້ພັກຜ່ອນຈັກໜ້ອຍແອັວງ ສືບຕໍ່ກ້າວເຂົ້າສູ່ການແຂ່ງຂັນໃນລາຍການແລ່ນຂ້າມອຸປະສັກ 3.000 ແມັດແລະ ແອັວງ ສາມາດ ແລ່ນເຖິງເປົ້າໝາຍກ່ອນໝູ່ ໂດຍແລ່ນກາຍນັກກິລາຟິລິບປິນເປັນໄລຍະທາງ 50 ແມັດສາມາດຄວ້າໄດ້ຫຼຽນຄຳ. ຫງວຽນທິແອັວງ ໃຫ້ຮູ້ວ່າ:

    “ປັດຈຸບັນນ້ອງກໍ່ມີຄວາມຕື້ມຕັນໃຈທີ່ສຸດຄວາມມ່ວນຊື່ນແລະຄວາມເປັນຫ່ວງສັບປົນກັນນ້ອງເມື່ອຍແທ້ ແຕ່ນ້ອງນ້ອງຮູ້ສຶກມີຄວາມສຸກແລະສະແດງຄວາມຂອບໃຈຕໍ່ການລະດົມກຳລັງໃຈຂອງຜູ້ຊົມຂອງທຸກໆຄົນໃນຄະນະນັກກິລາຫວຽດນາມ”. 

ໄຊຊະນະຕໍ່ໄປໃນວັນທີ 12 ພຶດສະພາໃນການແຂ່ງຂັນຊະນະເລີດໃນລາຍການແລ່ນ 10.000 ແມັດຍິງດ້ວຍຜົນງານ 35 ນາທີ 11 ວິນາທີ 53 ອັນໄດ້ຊ່ວຍ ຫງວຽນທິແອັວງ ຄວ້າໄດ້ຫຼຽນຄຳຫຼຽນທີສີ່ໃນຊີເກມ 32. ຜົນງານຂອງແອັວງ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມແລະພາກພື້ນແລະວົງການນັກຂ່າວສາກົນ.

           ຫງວຽນທິແອັວງ ມີລວງສູງ 1,50 ແມັດ, ລາວໄດ້ເລີ່ມຫຼິ້ນກິລາ ແລ່ນແລະລານ ຄາວມີອາຍຸ 15 ປີ. ເຖິງວ່າມີຄວາມລຳບາກຫຍຸ້ງຍາກຫຼາຍຢ່າງກໍ່ຕາມແຕ່ ແອັວງ ຍາມໃດກໍ່ພະນາຍາມໃນແຕ່ລະວັນ.ໃນງານມະຫາກຳກິລາຊີເກມ 29 ປີ 2017 ສາມາດຄວ້າໄດ້ 2 ຫຼຽນຄຳ. ປີ 2018 ແອັວງ ຄວ້າໄດ້ຫຼຽນທອງແດງປະຫວັດສາດມາໃຫ້ກິລາແລ່ນແລະລານຫວຽດນາມຢູ່ ເອຊຽນເກມ 18 ທີ່ຈັດຂຶ້ນຢູ່ ຈາກາຕາ. ຢູ່ງານມະຫາກຳກິລາຊີເກມ 30 ທີ່ ຟິລິບປິນ, ແອັວງ ສາມາດຄວ້າໄດ້ 2 ຫຼຽນຄຳ, ສ່ວນໃນຊີເກມຄັ້ງນີ້ ແອັວງ ໄດ້ສ້າງສະຖີຕິໃໝ່ ດ້ວຍການຄວ້າໄດ້ 4 ຫຼຽນຄຳ ອັນໄດ້ຍົກຍອດຈຳນວນຫຼຽນຄຳທີ່ ແອັວງ ສາມາດຄວ້າໄດ້ໃນພາລະກິດແຂ່ງຂັນຂອງຕົນຂຶ້ນເຖິງ 12 ຫຼຽນ.     ຫງວຽນທິແອັວງໃຫ້ຮຸ້ວ່າ:

    “ກິລາແລ່ນແລະລານແມ່ນປະເພດກິລາລຳບາກທີ່ສຸດເພາະວ່າເຮົາຕ້ອງຝຶກແອບຢູ່ກາງແດດກາງແຈ້ງມີລົມພັດຢ່າງຮ້າຍແຮງແຕ່ຜ່ານໄລຍະເວລາຝຶກແອບກໍ່ມີຫຼາຍສິ່ງທີ່ດູດດື່ມສ້າງຄວາມປະທັບໃຈໃຫ້ແກ່ນ້ອງຢ່າງຫຼວງຫຼາຍ. ນ້ອງຄິດວ່າໃນການດຳລົງຊີວິດເມື່ອເຮົາປະສົບກັບຄວາມຫຍຸ້ງຍາກເຮົາກໍ່ຕ້ອງພະຍາຍາມຜ່ານຜ່າບໍ່ຄວນຢູ່ເສີຍ”.

    ຍ້ອນຄວາມພະຍາຍາມຢ່າງບໍ່ຢຸດບໍ່ເຊົາພ້ອມກັບນ້ຳໃຈບໍ່ຖອຍຫຼັງຢ່າງເດັດຂາດ, ຫງວຽນທິແອັວງ ໄດ້ສ້າງຂີດໝາຍປະຫວັດສາດທີ່ປະທັບໃຈໃຫ້ແກ່ກິລາແລ່ນແລະລານເວົ້າສະເພາະແລະພື້ນຖານກິລາຫວຽດນາມເວົ້າລວມ. 

ຕອບກັບ

ຂ່າວ/ບົດ​ອື່ນ