ຮວ່າງອາເປົ່າ - ພະນັກງານແນວໂຮມທີ່ດີເດັ່ນໃນແຂວງ ດົ່ງນາຍ

(VOVWORLD) -ຢູ່ຕາແສງ ບ໋າວກວາງ, ນະຄອນ ລອງແຄັ໊ງ ແຂວງ ດົງນາຍ, ບໍ່ວ່າຜູ້ໃດກໍ່ຮູ້ຈັກຊື່ສຽງຂອງທ່ານ ຮວ່າງອາເປົ່າ ເຊິ່ງແມ່ນຊາວກະສິກອນຄົນໜຶ່ງສ້າງເສດຖະກິດເກັ່ງ ພ້ອມທັງແມ່ນພະນັກງານແນວໂຮມ ທີ່ມີຄວາມສຸດຈິດສຸດໃຈຕໍ່ວຽກງານລວມ, ຊ່ວຍເຫຼືອບັນດາຜູ້ຄົນມີສະພາບຄອບຄົວຫຍຸ້ງຍາກ. ໂດຍໄດ້ເຮັດວຽກງານແນວໂຮມມາເປັນເວລາຫຼາຍປີ, ທ່ານຍາມໃດກໍ່ນຳໜ້າໃນຂະບວນການຊ່ວຍເຫຼືອປະຊາຊົນສ້າງເສດຖະກິດເກັ່ງ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ຫຼື ໃນຂະບວນການອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຢູ່ທ້ອງຖິ່ນ
ຮວ່າງອາເປົ່າ - ພະນັກງານແນວໂຮມທີ່ດີເດັ່ນໃນແຂວງ ດົ່ງນາຍ - ảnh 1 ທ່ານ ຮວ່າງອາເປົ່າ (ເບື້ອງຂວາ)

ປີນີ້ທ່ານ ຮວ່າງອາເປົ່າ ມີອາຍຸ 65 ປີແລ້ວ ແຕ່ຍັງຜູກພັນກັບວຽກງານໄຮ່ນາຮົ້ວສວນ. ສວນຂອງລາວມີເນື້ອທີ່ສອງເຮັກຕາ ປູກຕົ້ນໄມ້ກິນໝາກຫຼາຍຊະນິດທີ່ໃຫ້ມູນຄ່າສູງ ແລະ ພວມຢູ່ໃນໄລຍະເກັບກູ້ ແລະ ນີ້ກໍ່ແມ່ນແຫຼ່ງລາຍຮັບຕົ້ນຕໍ ທີ່ນຳມາເຊິ່ງໃຫ້ແກ່ຄອບຄົວທ່ານໃນແຕ່ລະປີປະມານ 300 ລ້ານດົ່ງ, ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ທ່ານໄດ້ມານະພະຍາຍາມບືນຕົວຂຶ້ນຈາກຄວາມທຸກຍາກ, ໃນເບື້ອງຕົ້ນທ່ານໄດ້ກູ້ຍືມທຶນ ປະຢັດເງິນເພື່ອຊື້ໄດ້ດິນຕອນໜຶ່ງ ແລະ ໄດ້ຮຽນຮູ້ທົດລອງປູກຕົ້ນໄມ້ກິນໝາກບາງຊະນິດ ແລະ ລ້ຽງສັດອີກດ້ວຍ. ມາຮອດປດັຈຸບັນທ່ານ ຮວ່າງອາເປົ່າ ໄດ້ກາຍເປັນໜຶ່ງໃນຈຳນວນຊາວກະສິກອນ ຜະລິດເກັ່ງຂອງທ້ອງຖິ່ນ. ພ້ອມກັບການພັດທະນາເສດຖະກິດຄອບຄົວ, ທ່ານ ຮວ່າງອາເປົ່າ ຍັງໄດ້ເຂົ້າຮ່ວມວຽກງານແນວໂຮມປະເທດຊາດ ຢູ່ຕາແສງ ບ໋າວກວາງ ແລະ ໄດ້ກາຍເປັນພະນັກງານແນວໂຮມ ທີ່ສຸດຈິດສຸດໃຈຕໍ່ວຽກງານ ແລະ ໄດ້ຮັບຄວາມນິຍົມນັບຖືຈາກປະຊາຊົນ. ຢູ່ຕາແສງ ບ໋າວກວາງ ກໍ່ມີຫຼາຍຄອບຄົວທີ່ຫຍຸ້ງຍາກ ກໍ່ໄດ້ຮັບການຊ່ວຍເຫຼືອຈາກທ່ານ ຮວ່າງອາເປົ່າ ມີບາງຄົນໄດ້ຮັບການກູ້ທຶນໂດຍບໍ່ຄິດໄລ່ດອກເບ້ຍ, ມີບາງຄົນກໍ່ໄດ້ຮັບການແນະນຳດ້ານເຕັກນິກ ບົວລະບັດຕົ້ນໄມ້ ແລະ ລ້ຽງສັດຈາກທ່ານ ຮວ່າງອາເປົ່າ. ເມືອ່ເຫັນສະພາບຄອບຄົວຂອງອ້າຍ ຊວຽນ,  ທ່ານ ເປົ່າ ໄດ້ຂົນຂວາຍ ແລະ ຊ່ວຍໜູນປຸກສ້າງເຮືອນແຫ່ງສາຍຈິດສາຍໃຈໃຫ້ແກ່ຄອບຄົວອ້າຍ ຊວຽນ ແລະ ຊ່ວຍລາວສ້າງເສດຖະກິດ. ອ້າຍ ເລວັນຊວຽນ ໃຫ້ຮູ້ວ່າ:

     “ອາວ ເປົາ ໄດ້ຊ່ວຍເຫຼືອຄອບຄົວຂອງຂ້າພະເຈົ້າໃນເວລາ ປະສົບກັບຄວາມຫຍຸ້ງຍາກ, ລະດົມກຳລັງໃຈໃຫ້ແກ່ຜົວເມຍພວກຂ້າພະເຈົ້າ. ຈາກຄອບຄົວທີ່ທຸກຍາກ, ມາຮອດປັດຈຸບັນ ຄອບຄົວຂ້າພະເຈົົ້າສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ”.

       ບໍ່ພຽງແຕ່ຂົນຂວາຍຊ່ວຍເຫຼືອບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກເທົ່ານັ້ນ, ເມື່ອທ້ອງຖິ່ນເຮັດທາງ, ທ່ານກໍ່ໄດ້ປະກອບສ່ວນເງິນທຶນສ່ວນໜຶ່ງ. ທ່ານຂົນຂວາຍທຶນສຶກສາ ແລະ ລົດຖີບເພື່ອມອບໃຫ້ພວກຫຼານມັກຮຽນ. ສະເພາະຮູບແບບປະຊາຄົມບັນດາເຜົ່າສ່ວນໜ້ອຍໃນບໍລິເວນຕາແສງ ຕໍ່ພະລັງແຮງໃຫ້ພວກນ້ອງໄປໂຮງຮຽນ ກໍ່ໄດ້ດຶງດູດ 24 ຄົນທີ່ແມ່ນບັນດາຄອບຄົວ ບັນດາເຜົ່າສ່ວນໜ້ອຍກໍ່ໄດ້ເຂົ້າຮ່ວມຕອບສະໜອງ ອັນໄດ້ປະກອບສ່ວນເງິນທຶນນັບຮ້ອຍລ້ານດົ່ງ ເພື່ອຊ່ວຍໜູນນັກຮຽນທີ່ທຸກຍາກ. ໂດຍໄດ້ກຳແໜ້ນສະພາບການຕົວຈິງເປັນເວລາຫຼາຍປີ, ດັ່ງນັ້ນເມື່ອໄດ້ຮັບໜ້າທີ່ເປັນຫົວໜ້າຄະນະວຽກງານແນວໂຮມຂອງບ້ານ ເບົ່າໂກ໊ຍ, ທ່ານຍາມໃດກໍ່ພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ແລະ ໄດ້ເຮັດຫຼອນໜ້າທີ່ທີ່ໄດ້ຮັບການມອບໝາຍ ເພື່ອປະກອບສ່ວນນຳຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ທ່ານ ເປົ່າ ເຄີຍຄິດວ່າຜູ້ເຮັດວຽກງານແນວໂຮມ ຍາມໃດກໍ່ຕ້ອງກຳແໜ້ນນະໂຍບາຍຂອງພັກ ແລະ ລັດ ເພື້ອໂຄສະນາຂົນຂວາຍເຕົ້າໂຮມມະຫາຊົນ. ເພື່ອເຮັດໄດ້ວຽກງານເຊັ່ນນັ້ນ,  ຜູ້ເປັນພະນັກງານໂຮມກໍ່ຕ້ອງກຳນົດວ່າ ຕົນເອງຕ້ອງຮຽນກ່ອນ, ເຮັດກ່ອນ ແລ້ວຈຶ່ງຖ່າຍທອດໃຫ້ແກ່ພໍ່ແມ່ປະຊາຊົນ. ທ່ານ ຮວ່າງອາເປົ່າ ເວົ້າວ່າ:

     “ຖ່າຍທອດບົດຮຽນຂອງຕົນເພື່ອໃຫ້ພໍ່ແມ່ພີ່ນ້ອງກຳແໜ້ນ, ພ້ອມກັນທຳມາຫາກິນ ເພື່ອປົວແປງເສດຖະກິດ. ຂ້າພະເຈົ້າເຂົ້າຮ່ວມວຽກງານສັງຄົມ ເພື່ອຊ່ວຍເຫຼືອບັນດາຄອບຄົວທີ່ຍັງປະສົບກັບຄວາມຫຍຸ້ງຍາກ. ຂ້າພະເຈົ້າຍາມໃດກໍ່ມີຄວາມຫວັງວ່າ ເມື່ອຕົນເອງຊອກຫາໄດ້ວິທີສ້າງຄວາມຮັ່ງມີ ກໍ່ຈະກັບຄືນມາຊ່ວຍພໍ່ແມ່ພີ່ນ້ອງເພື່ອພ້ອມກັນພັດທະນາ”.

      ໃນຫຼາຍປີທີ່ຜ່ານມາ ໃນບົດບາດເປັນຫົວໜ້າຄະນະວຽກງານແນວໂຮມບ້ານ ເບົ່າໂກ໊ຍ, ຕາແສງ ບ໋າວກວາງ, ທ່ານ ເປົ່າ ກໍ່ໄດ້ມີບັນດາການປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວໂຄສະນາ, ລະດົມກຳລັງໃຈໃຫ້ແກ່ປະຊາຊົນ ເພື່ອຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ, ບັນດາບັ້ນຂົນຂວາຍພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ. ນາງ ເລືອງທິບ໋າວຖຸ໋ຍ ປະທານຄະນະກຳມະການແນວໂຮມປະເທດຊາດຕາແສງ ບ໋າວກວາງ ໃຫ້ຂໍ້ສັງເກດວ່າ:

     “ທ່ານ ຮວ່າງອາເປົ່າ ບໍ່ພຽງແຕ່ແມ່ນຊາວກະສິກອນຄົນໜຶ່ງທີ່ທຳການຜະລິດ ດຳເນີນທຸລະກິດເກັ່ງເທົ່ານັ້ນ, ທ່ານຍັງແມ່ນພະນັກງານແນວໂຮມ ທີ່ເປັນແບບຢ່າງອີກດ້ວຍ. ດ້ວຍຄວາມຮັບຜິດຊອບແມ່ນ ຫົວໜ້າຄະນະວຽກງານແນວໂຮມຂອງບ້ານ, ທ່ານຍາມໃດກໍ່ສຸດຈິດສຸດໃຈຕໍ່ວຽກງານ”.

      ດ້ວຍຄວາມກະຕືລືລົ້ນ ທີ່ພ້ອມແລ້ວຈະເຮັດວຽກງານທີ່ປະຊາຊົນຕ້ອງການ, ທ່ານ ຮວ່າງອາເປົ່າ ແມ່ນແບບຢ່າງທີ່ດີເດັ່ນໃນວົງຄະນາຍາດບັນດາເຜົ່າສ່ວນໜ້ອຍຢູ່ຕາແສງ ບ໋າວກວາງ ນະຄອນລອງແຄັ໊ງ ແຂວງ ດົ່ງນາຍ. ບັນດາວຽກງານທີ່ຕິດແທດຕົວຈິງຂອງທ່ານກໍ່ແມ່ນຕົວແບບ ເພື່ອໃຫ້ພໍ່ແມ່ປະຊາຊົນເຮັດຕາມ, ສູ້ຊົນບືນຕົວຂຶ້ນ, ສ້າງເສດຖະກິດຄອບຄົວ, ປະກອບສ່ວນເຮັດໃຫ້ໂສມໜ້າເຂດຊົນນະບົດຢູ່ບ້ານ ເບົ່າໂກ໊ຍ ປ່ຽນແປງໄປ.

ຕອບກັບ

ຂ່າວ/ບົດ​ອື່ນ