ຮອງສາດສະດາຈານ ປອ ໂຮ່ທິແທັງເວິນ - ນັກວິທະຍາສາດໜຸ່ມ ທີ່ມີຄວາມເກັ່ງກ້າສາມາດໃນໂລກ

(VOVWORLD) -ໂດຍໄດ້ລື່ນກາຍຜູ້ສະໝັກເຂົ້າຮ່ວມຊີງລາງວັນ 250 ຄົນ ໃນທົ່ວໂລກ, ຮອງສາດສະດາຈານ ປອ ໂຮ່ທິແທັງເວິນ ຊາວ ຫວຽດນາມ ຫາກໍ່ໄດ້ຮັບການຄັດເລືອກຈາກສະພາໃຫ້ຄະແນນລາງວັນນັກວິທະຍາສາດໜຸ່ມ ທີ່ເກັ່ງກ້າສາມາດໃນໂລກ ແມ່ນໜຶ່ງໃນຈຳນວນນັກວິທະຍາສາດຍິງ15 ຄົນທີ່ໜຸ່ມແໜ້ນ ມີຄວາມສາມາດ ໃນໂລກ ປີ 2022 ດ້ວຍກິດຈະການຄົ້ນຄວ້າກ່ຽວກັບພະລັງງານຂຽວ  ເປັນມິດກັບສິ່ງແວດລ້ອມ. ນີ້ແມ່ນຄວາມເອກອ້າງທະນົນໃຈຂອງ ຫວຽດນາມ ກໍ່ຄືຂອງບັນດານັກວິທະຍາສາດຍິງ ຫວຽດນາມ.
ຮອງສາດສະດາຈານ ປອ ໂຮ່ທິແທັງເວິນ - ນັກວິທະຍາສາດໜຸ່ມ ທີ່ມີຄວາມເກັ່ງກ້າສາມາດໃນໂລກ - ảnh 1ຮອງສາດສະດາຈານ ປອ ໂຮ່ທິແທັງເວິນ ໄດ້ຮັບລາງວັນ "ນັກວິທະຍາສາດຍິງໜຸ່ມ ທີ່ເກັ່ງກ້າສາມາດໃນໂລກ ປີ 2022"

     ຄວາມເມົາມົວຢ່າງໃຫຍ່ຫຼວງທີ່ສຸດຂອງ ໂຮ່ທິແທັງເວິນ ນັ້ນແມ່ນໄດ້ຄົ້ນຄວ້າວິທະຍາສາດ. ນາງໄດ້ເຄີຍເຂົ້າຮ່ວມສິດສອນ ພາກວິຊາເຄມີ ອະນົງຄະທາດ ຂຶ້ນກັບພະແນກເຕັກນິກເຄມີສາດ ຂອງມະຫາວິທະຍາໄລສັບພະວິຊານະຄອນ ໂຮ່ຈີມິນ. ພາຍຫຼັງຮຽນສຳເລັດລະດັບປະລິນຍາໂທ ເມື່ອປີ 2006,  ນາງໄດ້ຮັບທຶນສຶກສາລະດັບປະລິນຍາເອກ ຂອງມະຫາວິທະຍາໄລວິທະຍາສາດ ແລະ ເຕັກນິກ ໄຕ້ຫວັນ ປະເທດຈີນ. ໃນໄລຍະຮຽນຢູ່ນີ້ ນາງໄດ້ສ້າງຂີດໝາຍດ້ວຍການປະກາດໃບຢັ້ງຢືນປະດິດສ້າງ ອາເມລິກາ 1 ສະບັບ, ໃບຢັ້ງຢືນປະດິດສ້າງ ໄຕ້ຫວັນ 1 ສະບັບ ໃນຂົງເຂດພະລັງງານໃໝ່ ແລະ ບົດໜັງສືພິມສາກົນ 3 ສະບັບຂຶ້ນກັບສາລະບານ ISI ທີ່ມີອິດທິພົນຊື່ສຽງ. ບັນດາກິດຈະການຄົ້ນຄວ້າຂອງນາງ ກໍ່ລ້ວນແຕ່ສຸມໃສ່ ຫົວເລື່ອງ ແຊວເຊື້ອໄຟ, ພະລັງງານຂຽວ ແລະ ເປັນມິດກັບສິ່ງແວດລ້ອມ. ແບ່ງປັນກ່ຽວກັບການເລືອກເຟັ້ນເອົາຂະແໜງຄົ້ນຄວ້າສະເພາະຂອງຕົນ, ຮອງສາດສະດາຈານ ໂຮ່ທິແທັງເວິນ ໃຫ້ຮູ້ວ່າ:

     “ ຫວຽດນາມ ກໍ່ຄືບັນດາປະເທດໃນໂລກ ພວມປະເຊີນໜ້າກັບບັນຫາຄວາມໝັ້ນຄົງດ້ານພະລັງງານ ແລະ ການກະທົບຢ່າງຮ້າຍແຮງ ຈາກການປ່ຽນແປງຂອງດິນຟ້າອາກາດ ຍ້ອນພວກເຮົາຍັງຄົງນຳໃຊ້ ເຊື້ອໄຟຟອກຊິວເປັນສ່ວນຫຼາຍ.  ບັນດາກິດຈະການຄົ້ນຄວ້າຂອງຂ້າພະເຈົ້າ ກໍ່ແມ່ນໜຶ່ງໃນບັນດາວິທີການແກ້ໄຂ ໃນການຫຼຸດຜ່ອນການປ່ອຍອາຍຜິດເຮືອນແກ້ວ ກໍ່ຄືຮັບປະກັນບັນຫາຄວາມໝັ້ນຄົງດ້ານພະລັງງານໃນອະນາຄົດ”.

     ພາຍຫຼັງໄລຍະສຶກສາຄົ້ນຄວ້າຢູ່ຕ່າງປະເທດ, ມາຮອດປີ 2013ນາງ ໂຮ່ທິແທັງເວິນ ໄດ້ກັບເມືອ ຫວຽດນາມ ແລະ ກາຍເປັນອາຈານສອນຢູ່ມະຫາວິທະຍາໄລ ຊັບພະຍາກອນທຳມະຊາດ  ສິ່ງແວດລ້ອມ ນະຄອນ ໂຮ່ຈີມິນ ນັບແຕ່ນັ້ນເປັນຕົ້ນມາ. ທັງຕັ້ງໜ້າໃນວຽກງານສິດສອນ ນາງທັງເມົາມົວຄົ້ນຄວ້າວິທະຍາສາດ ເຕັກໂນໂລຊີ, ພ້ອມກັບໂຮງຮຽນ ສ້າງບັນດາກຸ່ມນັກຄົ້ນຄວ້າ ແລະ ສ້າງເງື່ອນໄຂໃຫ້ແກ່ນັກສຶກສາ ໃຫ້ມີສະພາບແວດລ້ອມຮ່ຳຮຽນ ແລະ ຄົ້ນຄວ້າໃຫ້ດີທີ່ສຸດ ເພື່ອສາມາດຂະຫຍາຍຕົວ. ປີ 2016 ປອ ໂຮ່ທິແທັງເວິນ ໄດ້ຮັບການຮັບຮູ້ແມ່ນຮອງສາດສະດາຈານ ໃນອາຍຸ 36 ປີ. ດ້ວຍບັນດາຜົນງານຄົ້ນຄວ້າວິທະຍາສາດທີ່ດີເດັ່ນ,  ຮອງສາດສະດາຈານ ປອ ໂຮ່ທິແທັງເວິນ ຖືກວາລະສານ ວິທະຍາສາດ ສິງກາໂປ ຈັດລຳດັບທີ 23 ໃນຈຳນວນນັກວິທະຍາສາດດີເດັ່ນອາຊີ 100 ຄົນໃນປີ 2020; ແມ່ນໜຶ່ງໃນຈຳນວນນັກວິທະຍາສາດຍິ່ງ 3 ຄົນ ທີ່ດີເດັ່ນທີ່ສຸດຢູ່ ຫວຽດນາມ ປີ 2019. 

       ວັນທີ 22 ມິຖຸນາ ທີ່ຜ່ານມາ ນາງ ໂຮ່ທິແທັງເວິນ ໄດ້ກາຍເປັນໜຶ່ງໃນຈຳນວນນັກວິທະຍາສາດຍິງ 15 ຄົນໃນໂລກ ໄດ້ຮັບລາງວັນ  “ນັກວິທະຍາສາດຍິງໜຸ່ມ ທີ່ເກັ່ງກ້າສາມາດໃນໂລກ ປີ 2022” ໂດຍສະພາໃຫ້ຄະແນນລາງວັນ Unesco ແລະ ກອງທຶນ L’Oréal ມອບໃຫ້. ຮອງສາດສະດາຈານ ປອ ໂຮ່ທິແທັງເວິນ ແບ່ງປັນວ່າ:

      “ຂ້າພະເຈົ້າມີຄວາມສຸກທີ່ສຸດ ແລະ ມີຄວາມເປັນກຽດໄດ້ຮັບລາງວັນ ນັກວິທະຍາສາດໜຸ່ມ ທີ່ເກັ່ງກ້າສາມາດໃນໂລກ ປີ 2022. ຂ້າພະເຈົ້າຄິດວ່າ ຄວາມເປັນກຽດນີ້ ບໍ່ພຽງແຕ່ສະຫງວນໃຫ້ແກ່ຂ້າພະເຈົ້າເທົ່ານັ້ນ ຫາກຍັງໃຫ້ແກ່ປະເທດ ຫວຽດນາມ ເພື່ອໃຫ້ພວກເຮົາເຫັນໄດ້ວ່າ ຫວຽດນາມ ສາມາດປະກອບສ່ວນໃນຂົງເຂດວິທະຍາສາດຂອງໂລກ”.

      ສ່ວນທ່ານ ນາງ ເລທິຮົ່ງເວິນ ເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ແທນ ຫວຽດນາມ ອ້ອມຂ້າງ Unesco ຢືນຢັນວ່າ ນີ້ແມ່ນຄວາມເອກອ້າງທະນົງໃຈຂອງ ຫວຽດນາມ ກໍ່ຄືຂອງບັນດານັກວິທະຍາສາດຍິງ ຫວຽດນາມ ປະກອບສ່ວນຕອບສະໜອງ “ປີສາກົນກ່ຽວກັບວິທະຍາສາດພື້ນຖານ”  ເພື່ອການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ ເຊິ່ງ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າລິເລີ່ມ. ນາງ ເລທິຮົ່ງເວິນ ກ່າວວ່າ:

      “Unesco ຕີລາຄາສູງທີ່່ສຸດ ເລື່ອງ ຫວຽດນາມ ໄດ້ຮັບການເຊີດຊູໃນຈຳນວນນັກວິທະຍາສາດຍິງໜຸ່ມ 15 ຄົນ ທີ່ມີຄວາມເກັ່ງກ້າສາມາດ.  ສິ່ງນີ້ໄດ້ເປັນການສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ  ຫວຽດນາມ ໄດ້ມີການປະກອບສ່ວນເຂົ້າໃນພັດທະນາຂົງເຂດວິທະຍາສາດ ເພື່ອຮ່ວມແຮງຮ່ວມໃຈ ພ້ອມກັບປະຊາຄົມໂລກ ແກ້ໄຂຫຼາຍບັນຫາຂອງຍຸກປັດຈຸບັນ.”

     ດ້ວຍຄວາມເມົາມົວຄົ້ນຄວ້າ ວິທະຍາສາດ,  ນາງ ໂຮ່ທິແທັງເວິນ ເວົ້າສະເພະ ແລະ ບັນດານັກວິທະຍາສາດຍິງ ເວົ້າລວມ ໄດ້ປະກອບສ່ວນແກ້ໄຂ ບາງສິ່ງທ້າທາຍທີ່ໃຫຍ່  ໃນຍຸກປັດຈຸບັນ. ຈາກນັ້ນປະກອບສ່ວນເຮັດໃຫ້ການດຳລົງຊີວິດປ່ຽນແປງໄປ, ທັງເປັນການຊີດຊູທີ່ຕັ້ງບົດບາດ ການປະກອບສ່ວນຂອງແມ່ຍິງໃນສັງຄົມໃນປັດຈຸບັນ. 

ຕອບກັບ

ຂ່າວ/ບົດ​ອື່ນ