ຮ້ອຍຕີຕຳຫຼວດເຢືອງຫ໋າຍແອັງແລະເສັ້ນທາງຝາກຄວາມສຸກໃຫ້ແກ່ຊຸມຊົນ

(VOVWORLD) -ຈາກເສັ້ນທາງເຊື່ອມຕໍ່ຫົວໃຈເພື່ອຊີວິດຊຸມຊົນດ້ວຍສອງໂຄງການ “ລ້ຽງເດັກໝົກເຈົາ” ແລະ “ຄວາມສຸກຂອງນ້ອງ” ຢູ່ແຂວງເຊີນລາ, ຮ້ອຍຕີຕຳຫຼວດເຢືອງຫ໋າຍແອັງຫາກໍ່ໄດ້ຮັບການເຊີດຊູຈາກສູນກາງຄະນະຊາວໜຸ່ມຄອມມູນິດໂຮ່ຈີມິນແມ່ນໜຶ່ງໃນຈຳນວນ 10 ແບບຢ່າງໜຸ່ມດີເດັ່ນເມື່ອປີ 2022   ເມື່ອວັນທີ 23 ທີ່ຜ່ານມາ
ຮ້ອຍຕີຕຳຫຼວດເຢືອງຫ໋າຍແອັງແລະເສັ້ນທາງຝາກຄວາມສຸກໃຫ້ແກ່ຊຸມຊົນ - ảnh 1ຮ້ອຍຕີເຢືອງຫ໋າຍແອັງ ຖ່າຍຮູບພ້ອມກັບຄອບຄົວຫຼານ ເຕືອງລາຍ

    ໃນຊຸມປີທີ່ຜ່ານມາ ຮູບພາບຮ້ອຍຕີຕຳຫຼວດເຢືອງຫ໋າຍແອັງໄປຍັງບັນດາໂຮງຮຽນຢູ່ເມືອງຕ່າງໆ ຢູ່ເຂດພູສູງຊາຍແດນໃນແຂວງເຊີນລາໃນແຕ່ລະອາທິດໄດ້ກາຍເປັນສິ່ງທີ່ຊິນເຄີຍກັບພວກນ້ອງນ້ອຍ. ປີ 2019 ຄາວມີອາຍຸ 23 ປີພາຍຫຼັງຮຽນຈົບສະຖາບັນຕຳຫຼວດປະຊາຊົນຫ໋າຍແອັງໄດ້ຮັບການສັບຊ້ອນໄປປະຕິບັດງານຢູ່ຕຳຫຼວດເມືອງໝົກເຈົາ ແຂວງເຊີນລາ. ໃນການເດີນທາງໄປປະຕິບັດງານຄັ້ງຕ່າງໆ ຢູ່ບັນດາໝູ່ບ້ານ, ຫ໋າຍແອັງເຄີຍເຫັນພວກເດັກໄປໂຮງຮຽນມືຖືປິນໂຕມີພຽງເຂົ້າແລະເກືອເພື່ອກິນຕອນທ່ຽງເທົ່ານັ້ນ. ຍ້ອນເຫດນີ້ເອງ, ລາວໄດ້ເກີດແນວຄວາມຄິດສ້າງໂຄງການ “ລ້ຽງເດັກໝົກເຈົາ”. ຫ໋າຍແອັງໃຫ້ຮູ້ວ່າ ໂຄງການທີ່ໄດ້ເຄື່ອນໄຫວຢ່າງເປັນທາງການ ໃນເດືອນມັງກອນປີ 2021. ຫ໋າຍແອັງເວົ້າວ່າ:

   “ເມື່ອເຫັນພວກນ້ອງໄປໂຮງຮຽນກໍ່ບໍ່ພໍກິນເຊັ່ນນັ້ນກະໂຕເຮົາເອງກໍ່ບໍ່ອາດອົດກັ້ນນ້ຳຕາຕົກໄດ້. ນີ້ກໍ່ແມ່ນກຳລັງໜູນຢ່າງໃຫຍ່ຫຼວງເພື່ອໃຫ້ຂ້າພະເຈົ້າສູ້ຊົນຊ່ວຍເຫຼືອພວກນ້ອງນ້ອຍຫຼາຍກວ່າອີກ”.

  ມາຮອດປັດຈຸບັນໂຄງການ “ລ້ຽງເດັກໝົກເຈົາ” ຂອງຮ້ອຍຕີຕຳຫຼວດ ເຢືອງຫ໋າຍແອັງເລຂາຄະນະຊາວໜຸ່ມຕຳຫຼວດແຂວງເຊີນລາໄດ້ເຊື່ອມຕໍ່ກັບບັນດາອົງການສ່ວນບຸກຄົນຜູ້ໃຈບຸນໃຈກຸສົນທັງຢູ່ພາຍໃນແລະຕ່າງແຂວງເຂົ້າຮ່ວມອັນໄດ້ສ້າງແຫຼ່ງກຳລັງເພື່ອຊ່ວຍພວກນ້ອນ້ອຍໄດ້ກິນອີ່ມນຸ່ງອຸ່ນເມື່ອໄປໂຮງຮຽນ. ບໍ່ພຽງແຕ່ຜັນຂະຫຍາຍຢູ່ເມືອງໝົກເຈົາເທົ່ານັ້ນໂຄງການດັ່ງກ່າວຍັງໄດ້ຜັນຂະຫຍາຍຢູ່ເມືອງເວິນໂຮ່,ບັກອຽນອີກດ້ວຍ. ໃນສອງປີທີ່ຜ່ານມາສະເພາະເມືອງໝົກເຈົາໂຄງການໄດ້ຊ່ວຍເຂົ້າກິນຕອນທ່ຽງໄດ້ຫຼາຍກວ່າສອງລ້ານພູດໃຫ້ແກ່ເດັກອະນຸບານຫຼາຍກວ່າ 3.500 ຄົນຂອງເມືອງ.ຈາກການຊ່ວຍເຫຼືອເຊັ່ນນີ້ອັດຕານັກຮຽນໄປໂຮງຮຽນກໍ່ລ້ວນແຕ່ບັນລຸ 100%. ເອື້ອຍຄູດັ້ງທິຫ໋າຍຫຼວຽນສັງກັດໂຮງຮຽນຟາລວງຕາແສງເຈື່ອງເຊີນເມືອງໝົກເຈົາໃຫ້ຮູ້ວ່າ:

 “ເມື່ອກ່ອນນີ້ ເມື່ອຍັງບໍ່ທັນມີໂຄງການ, ການຂົນຂວາຍພວກຫຼານນ້ອຍໄປໂຮງຮຽນ ກໍ່ປະສົບກັບຄວາມຫຍຸ້ງຍາກ. ແຕ່ເມື່ອມີໂຄງການ “ລ້ຽງເດັກໝົກເຈົາ” ນັ້ນ, ພໍ່ແມ່ນັກຮຽນກໍ່ມີຄວາມອຸ່ນອ່ຽນໃຈສົ່ງລູກຂອງຕົນໄປຮຽນ. ກະໂຕພວກຂ້າພະເຈົ້າແມ່ນຄູສອນກໍ່ປຸກລະດົມພວກຫຼານນ້ອຍໄປໂຮງຮຽນຢ່າງຄົບຖ້ວນ”.

  ໃນເວລາລົງໄປຮາກຖານ. ເຢືອງຫ໋າຍແອັງເຫັນວ່ານອກຈາກຄວາມຂາເດເຂີນກ່ຽວກັບການກິນກິນດື່ມ, ນັກຮຽນຢູ່ໂຮງຮຽນຫຼາຍແຫ່ງຍັງຕ້ອງຮຽນຮ່ວມຊີວິດຢູ່ບັນດາໂຮງຮຽນທີ່ໄດ້ເຊື່ອມຄຸນນະພາບແລະບໍ່ສາມາດຮັບປະກັນເງື່ອນໄຂດຳເນີນຊີວິດ. ຈາກຄວາມຈິງດັ່ງກ່າວໂຄງການ “ຄວາມສຸກຂອງນ້ອງ”ໄດ້ກຳເນີດຂຶ້ນເຊິ່ງມີການເຄື່ອນໄຫວພ້ອມກັບໂຄງການ“ລ້ຽງເດັກໝົກເຈົາ”.ໂຄງການ “ຄວາມສຸກຂອງນ້ອງ” ແມ່ນເພື່ອແນໃສ່ລົບລ້າງບັນດາໂຮງຮຽນ ເຮືອນຕູບຊົ່ວຄາວແທນທີ່ດ້ວຍຫ້ອງຮຽນຖືກກໍ່ສ້າງດ້ວຍເບຕົງຖາວອນເພື່ອຍົກລະດັບເງື່ອນໄຂການຮ່ຳຮຽນໃຫ້ແກ່ພວກນ້ອງ. ນາງລໍ່ທິເລີ້ຍ ຊຶ່ງແມ່ນແມ່ຍ່າຂອງນ້ອງລາຍຢູ່ຕາແສງຫຼອງເຊິບເມືອງໝົກເຈົາ ໃຫ້ຮູ້ວ່າ:

  “ເມື່ອຄະນະຊາວໜຸ່ມຕຳຫຼວດແຂວງເຊີນລາ ໄດ້ປຸກເຮືອນໃຫ້ແກ່ຫຼານ ເຕືອງລາຍນັ້ນ,ຂ້າພະເຈົ້າດີໃຈທີ່ສຸດ”.

ຕາມການສະຖີຕິ ມາຮອດປັດຈຸບັນ, ສະເພາະໂຄງການ “ຄວາມສຸກຂອງນ້ອງ”ໄດ້ປຸກສ້າງເຮືອນໃໝ່ 5 ຫຼັງແລະໂຮງຮຽນ 14 ແຫ່ງຢູ່ເມືອງໝົກເຈົາ, ຝູ໋ອຽນ, ບັກອຽນ, ຊົງໝາ, ອຽນເຈົາຂອງແຂວງເຊີນລາ. ຍອດຄ່າໃຊ້ຈ່າຍທີ່ໄດ້ຜັນຂະຫຍາຍສອງໂຄງການດັ່ງກ່າວມາຮອດປັດຈຸບັນແມ່ນ 11 ຕື້ກວ່າດົ່ງ. ຮ້ອຍຕີເຢືອງຫ໋າຍແອັງໃຫ້ຮູ້ຕື່ມອີກວ່າ:

 “ຕາມການສຳຫຼວດແລ້ວ, ທົ່ວແຂວງເຊີນລາມີເດັກປະມານ 14.000 ຄົນຄວນໄດ້ຮັບການໜູນຊ່ວຍ. ໃນໄລຍະທີ່ຈະມາເຖິງຂ້າພະເຈົ້າຈະຜັນຂະຫຍາຍໂຄງການລ້ຽງເດັກໝົກເຈົາໄປຍັງບັນດາເມືອງປະສົບຄວາມຫຍຸ້ງຍາກແຫ່ງອື່ນໆ ເພື່ອຊ່ວຍເຫຼືອພວກນ້ອງນ້ອຍໄປໂຮງຮຽນ”.

   ດ້ວຍຄວາມກະຕືນືລົ້ນຂອງຕົນຕໍ່ຂະບວນການສະໝັກໃຈ, ຫ໋າຍແອັງໄດ້ຮັບຫຼາຍລາງວັນອັນສູງສົ່ງ. ນອກຈາກລາງວັນແມ່ນໜຶ່ງໃນຈຳນວນ 10 ແບບຢ່າງດີເດັ່ນໃນປີ 2022  ແລ້ວ, ຫ໋າຍແອັງຍັງໄດ້ຮັບລາງວັນສະໝັກໃຈລະດັບຊາດປີ 2021; ໃບຍ້ອງຍໍຂອງນາຍົກລັດຖະມົນຕີກ່ຽວກັບຜົນງານດີເດັ່ນໃນການຮ່ຳຮຽນແລະເຮັດຕາມແນວຄິດຄຸນສົມບັດແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນປີ 2022; ຊາວໜຸ່ມກ້າວໜ້າເຮັດຕາມຄຳສັ່ງສອນຂອງລຸງໂຮ່ ໃນ 6 ປີລຽນຕິດ; 50 ແບບຢ່າງວຽກດີປີ 2022

ຕອບກັບ

ຂ່າວ/ບົດ​ອື່ນ