ຮ້ອຍໂທຫງວຽນຕ໊ຽນຢຸຍ: ຢັ້ງຢັນຕົນເອງເພື່ອປະກອບສ່ວນເຂົ້າໃນກິດຈະການສ້າງສາແລະ ປົກປັກຮັກສາປະເທດຊາດ

(VOVWORLD) -“ແຕ່ຄາວຍັງນ້ອຍ ຂ້າພະເຈົ້າໄດ້ມີຄວາມໃຝ່ຝັນຢາກນຸ່ງຊຸດທະຫານເຮືອແລະມີຄວາມໃຝ່ຝັນຢາກເດີນທະເລ ໄປຄົ້ນຫາຢູ່ເຂດຫ່າງໄກສອກຫຼີກຂອງປະເທດຊາດ, ຢາກໄດ້ຂັບເຮືອກ່ຳປັ່ນຫົກທີ່ທັນສະໄໝເພື່ອປົກປັກຮັກສາປະເທດຊາດ. ນັ້ນແມ່ນຄຳແບ່ງປັນຂອງຮ້ອຍໂທຫງວຽນຕ໊ຽນຢຸຍຫົວໜ້າຂະແໜງເດີນທະເລ, ກ່ຳປັ່ນໝາຍເລກ 016 ກອງພັນນ້ອຍ 162, ກອງທັບເຮືອເຂດ 4 ຂະນະທີ່ລາວມີກຽດໄດ້ຮັບນາມມະຍົດແບບຢ່າງໜຸ່ມດີເດັ່ນຫວຽດນາມແລະແບບຢ່າງໜຸ່ມທົ່ວກອງທັບປີ 2021
ຮ້ອຍໂທຫງວຽນຕ໊ຽນຢຸຍ: ຢັ້ງຢັນຕົນເອງເພື່ອປະກອບສ່ວນເຂົ້າໃນກິດຈະການສ້າງສາແລະ ປົກປັກຮັກສາປະເທດຊາດ - ảnh 1ຮ້ອຍໂທ ຫງວຽນຕ໊ຽນຢຸຍ

    ຮ້ອຍໂທ ຫງວຽນຕ໊ຽນຢຸຍ ແມ່ນນາຍທະຫານຄົນໜຶ່ງມັກການຮ່ຳຮຽນ ພະຍາຍາມໃຫ້ກ້າວໜ້າແລະມີຈິດໃຈຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ. ເດືອນສິງຫາປີ 2018 ພາຍຫຼັງຮຽນຈົບຈາກສະຖາບັນກອງທັບເຮືອຂະແໜງລົງເລິກການເດີນທະເລດ້ວຍຍົດຮ້ອຍຕີ, ຫງວຽນຕ໊ຽນຢຸຍ ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງຫົວໜ້າຂະແໜງການເດີນທະເລຢູ່ກ່ຳປັ່ນສອງລຳຄື 374 ສັງກັດກອງທະຫານເຮືອ 414 ແລະກ່ຳປັ່ນ 016 - ກວາງຈຸງ. ດ້ວຍແບບແຜນການເຮັດວຽກທີ່ມີວິທະຍາສາດສຸມຈິດສຸມໃຈລາວເຄີຍສະຫງວນເວລາເພື່ອຄົ້ນຄວ້າວິເຄາະແລະວາງບັນດາມາດຕະການເພື່ອປະຕິບັດໜ້າທີ່ຢ່າງມີປະສິດທິຜົນພິເສດຕໍ່ໜ້າບັນດາວຽກງານໃໝ່ ວຽກງານຍາກ. ເມື່ອບໍ່ດົນມານີ້ ເມື່ອເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ (Army Games) ປີ 2021 ແລະ ການພົວພັນດ້ານປ້ອງກັນຊາດກັບຕ່າງປະເທດຢູ່ ສະຫະພັນລັດເຊຍ, ຮ້ອຍໂທຫງວຽນຕ໊ຽນຢຸຍພ້ອມກັບຄະນະກອງທັບເຮືອປະຊາຊົນຫວຽດນາມໄດ້ແຂ່ງຂັນຢ່າງດີເດັ່ນແລະໄດ້ຮັບຫຼຽນເງິນ. ຮ້ອຍໂທຫງວຽນຕ໊ຽນຢຸຍແບ່ງປັນວ່າ:

       “ເຂົ້າຮ່ວມງານແຂ່ງຂັນການທະຫານສາກົນທີ່ຜ່ານມາກໍ່ແມ່ນຄວາມເປັນກຽດທັງແມ່ນຄວາມທົດສອບຂອງເຮົາເອງແລະກົມກອງ. ໃນເວລາຝຶກແອບ, ແຂ່ງຂັນແລະໄດ້ຮັບລາງວັນຫຼຽນເງິນ ກະໂຕຂ້າພະເຈົ້າເອງກໍ່ໄດ້ຮັບນາມມະຍົດຫົວໜ້າຂະແໜງການເດີນທະເລດີເດັ່ນທີ່ສຸດ ນີ້ແມ່ນບັນດາຂີດໝາຍທີ່ບໍ່ອາດຫຼົງລືມໄດ້ ໃນການເຄື່ອນໄຫວກອງທັບ”.

      ໃນງານແຂ່ງຂັນການທະຫານສາກົນ ຮ້ອຍໂທຫງວຽນຕ໊ຽນຢຸຍພ້ອມກັບຂະແໜງການເດີນທະເລໄດ້ຂັບກ່ຳປັ່ນ 016 ດ້ວຍໄລຍະທາງເກືອບ 5.000 ໄມທະເລ ເຊິ່ງໄດ້ເດີນຜ່ານບໍລິເວນທະເລຂອງຫຼາຍປະເທດ. ໃນລາຍການແຂ່ງຂັນກ່ຽວກັບທັກສະການເດີນທະເລ,ຢຸຍໄດ້ກຳນົດແລະຄິດໄລ່ຜົນກະທົບຂອງເງື່ອນໄຂທາງດ້ານອຸຕຸນິຍົມອຸທົກກະສາດແຮງລົມແລະແຮງນ້ຳໄຫຼ...ເພື່ອເປັນພື້ນຖານໃຫ້ກັບຕັນຈັດຕັ້ງການຝຶກແອບແລະແຂ່ງຂັນ. ຮ້ອຍໂທຫງວຽນຕ໊ຽນຢຸຍໃຫ້ຮູ້ວ່າ:

      “ເມື່ອໄດ້ຮັບຂ່າວຈະເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ,ພວກຂ້າພະເຈົ້າໄດ້ລົງມືປະຕິບັດວຽກງານກະກຽມຂຶ້ນແຜນວຽກງານຝຶກແອບ ເຮັດແນວໃດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ ເພື່ອບັນລຸປະສິດທິຜົນສູງສຸດ. ໄລຍະຝຶກແອບຕະຫຼອດຮອດເວລາແຂ່ງຂັນຢູ່ ລັດເຊຍພວກຂ້າພະເຈົ້າກໍ່ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ພິເສດຍ້ອນໂຄວິດ - 19 ມີພະນັກງານນັກຮົບຫຼາຍຄົນບໍ່ສາມາດກັບເມືອຢາມຄອບຄົວໄດ້. ພິເສດໃນຊຸມເດືອນຝຶກແອບແລະແຂ່ງຂັນ ພວກຂ້າພະເຈົ້າຕ້ອງເຮັດວຽກດ້ວຍລະດັບສູງເຄື່ອນໄຫວຢູ່ທະເລເປັນໄລຍະຍາວກໍ່ຄືດິນຟ້າອາກາດຢູ່ ລັດເຊຍກໍ່ມີຄວາມແຕກຕ່າງກັນຫຼາຍ ດັ່ງນັ້ນໄດ້ສົ່ງຜົນສະທ້ອນຕໍ່ການແຂ່ງຂັນຫຼາຍທີ່ສຸດ”.

      ຕາມພັນຕີຫງວຽນວັນດົ່ງຮອງຫົວໜ້າກອງພັນນ້ອຍ 162, ເພື່ອຍົກສູງສະຕິຄວາມຮັບຜິດຊອບເປັນເຈົ້າການມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຮ້ອຍໂທຫງວຽນຕ໊ຽນຢຸຍຫົວໜ້າຂະແໜງການເດີນທະເລກ່ຳປັ່ນ 016 ໄດ້ຍົກສູງຄຸນທາດກຳລັງຄວາມສາມາດລະດັບວິຊາສະເພາະຢ່າງບໍ່ຢຸດຢັ້ງພ້ອມກັນນັ້ນກໍ່ປະກອບສ່ວນເຂົ້າໃນໝາກຜົນການປະຕິບັດໜ້າທີ່ລວມຂອງທັງກົມກອງ. ຫວ່າງແລ້ວນີ້ ຮ້ອຍໂທຫງວຽນຕ໊ຽນຢຸຍໄດ້ຮັບນາມມະຍົດແບບຢ່າງໜຸ່ມດີເດັ່ນຫວຽດນາມແລະແບບຢ່າງໜຸ່ມທົ່ວກອງທັບປີ 2021. ຮ້ອຍໂທຫງວຽນຕ໊ຽນຢຸຍໃຫ້ຮູ້ຕື່ມອີກວ່າ:

       “ເມື່ອໄດ້ຮູ້ວ່າ ເຮົາມີຊື່ໃນບັນຊີລາຍຊື່ແບບຢ່າງໜຸ່ມດີເດັ່ນຫວຽດນາມ 10 ຄົນປີ 2021 ຂ້າພະເຂົ້າມີຄວາມເອກອ້າງທະນົງໃຈແລະຕື້ນຕັນໃຈທີ່ສຸດ. ນີ້
ແມ່ນຄວາມເປັນກຽດຂອງເຮົາເອງ. ເພື່ອບັນລຸຜົນງານນີ້ ພ້ອມກັບຄວາມມານະພະຍາຍາມສູ້ຊົນຂອງເຮົາເອງກໍ່ຍັງມີການໜູນຊ່ວຍຂອງບັນດາເພື່ອນກົມກອງເຊິ່ງຍາມໃດກໍ່ຮຽງບ່າຮຽງໄຫຼ່ ພ້ອມກັບຂ້າພະເຈົ້າໃນເມື່ອປະຕິບັດບັນດາໜ້າທີ່ ພ້ອມທັງໄດ້ຄວາມເອົາໃຈໃສ່ຊີ້ນຳຈາກການນຳຂັ້ນຕ່າງໆ ແລະການລະດົມໃຈຈາກຄອບຄົວ.”

         ຮ້ອຍໂທຫງວຽນຕ໊ຽນຢຸຍແບ່ງປັນວ່າເມື່ອໄດ້ເຮັດວຽກຢູ່ກ່ຳປັ່ນຫົກທີ່ທັນສະໄໝ ໄດ້ປະຕິບັດບັນດາໜ້າທີ່ຢູ່ທະເລ, ຍາມໃດກໍ່ກະຕຸກຊຸກຍູ້ຂ້າພະເຈົ້າມານະພະຍາຍາມຫຼາຍກວ່າອີກສືບຕໍ່ອຸທິດສ່ວນສືບຕໍ່ຢັ້ງຢືນຕົນເອງເພື່ອປະກອບສ່ວນເຂົ້າໃນກິດຈະການສ້າງສາແລະປົກປັກຮັກສາປະເທດຊາດປະກອບສ່ວນເຂົ້າໃນການພັດທະນາຂອງກອງທັບເຮືອປະຊາຊົນຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ