ເຈົ້າເຫຼົ່າ ກະຊໍຮາວ ຜູ້ມີອິດທິພົນຊື່ສຽງໃນຕາແສງ ອີອາເດ

(VOVWORLD) -ຖ້າຫາກຜູ້ໃດມາຮອດໝູ່ບ້ານ ແບຣງສາມ ຕາແສງ ອີອາເດ ເມືອງ ອີອາກຣາຍ ແຂວງ ຢາລາຍ ແລະ ຖາມຊື່ຂອງລຸງ ກະຊໍຮາວ ນັ້ນ, ບໍ່ວ່າຜູ້ໃດໃນໝູ່ບ້ານກໍ່ຮູ້ຈັກ ເພາະວ່າລຸງແມນຜູ້ມີອິດທິພົນຊື່ສຽງທີ່ສຸດໃນໝູ່ບ້ານ. ເຈົ້າເຫຼົ່າ ກະຊໍຮາວ ແມ່ນແບບຢ່າງດີເດັ່ນນຳໜ້າໃນຂະບວນການແຂ່ງຂັນຮັກຊາດ ກໍ່ສ້າງຊົນນະບົດໃໝ່ ແລະ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ຄວາມສະຫງົບຢູ່ຊົນນະບົດ
ເຈົ້າເຫຼົ່າ ກະຊໍຮາວ ຜູ້ມີອິດທິພົນຊື່ສຽງໃນຕາແສງ ອີອາເດ - ảnh 1

ເຈົ້າເຫຼົ່າ ກະຊໍຮາວ ຜູ້ມີອິດທິພົນຊື່ສຽງໃນຕາແສງ ອີອາເດ

ເກີດປີ 1956 ລຸງ ກະຊໍຮາວ ໄດ້ເຂົ້າເປັນສະມາຊິກພັກເປັນເວລາກວ່າ 20 ປີ. ເມື່ອຍັງເຮັດວຽກຢູ່ນັ້ນ ລຸງໄດ້ເຄີຍດຳລົງບັນດາຕຳແໜ່ງທີ່ສຳຄັນຢູ່ທ້ອງຖິ່ນຄື ເປັນປະທານຄະນະກຳມະການປະຊາຊົນຕາແສງ ອີອາເດ, ເລຂາຄະນະພັກບ້ານ ແບຣງສາມ. ປັດຈຸບັນໄດ້ພັກກິນເບ້ຍບຳນານແລ້ວ ແຕ່ລຸງຍັງຄົງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວການເມືອງ ເສດຖະກິດສັງຄົມໃນໝູ່ບ້ານ, ໃນຊຸມປີ 2000, 2001, ສະພາບການດ້ານການເມືອງ ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມຂອງໝູ່ບ້ານມີຄວາມສັບສົນທີ່ສຸດ. ມີບາງໄລຍະມີຈຳນວນເຄິ່ງໜຶ່ງຂອງຊາວບ້ານ ໄດ້ເດີນຕາມອັນທີ່ເອີ້ນວ່າ “ໂປແຕັດສະຕັງເດກາ” ເຊິ່ງແມ່ນອົງການສາສະໜາເຄື່ອນໄຫວຢ່າງຜິດກົດໝາຍຂອງລັດ ຫວຽດນາມ ໂດຍອົງການປະຕິການ ຟູນໂຣ ຢູ່ພັດຖິ່ນທີ່ຕ່າງປະເທດສ້າງຕັ້ງຂຶ້ນ ແນໃສ່ສ້າງຕັ້ງລັດປົກຄອງດ້ວຍຕົນເອງ ຂອງຊາວເຜົ່າສ່ວນໜ້ອຍຢູ່ເຂດ ເຕິຍງວຽນ. ໃນຖານະຕຳແໜ່ງເປັນປະທານຄະນະກຳມະການປະຊາຊົນຕາແສງ ອີອາເດ, ລຸງ ກະຊໍຮາວ ໄດ້ເຜີຍແບກົນອຸບາຍທີ່ເລິກແລບແຍບໂຍນ ກໍ່ຄວາມແບ່ງແຍກກຸ່ມກ້ອນມະຫາສາມັກຄີຂອງປວງຊົນທັງຊາດ ຂອງອົງການປະຕິການ ຟູນໂຣ, ເດັດດ່ຽວເກ້ຍກ່ອມພໍ່ແມ່ພີ່ນ້ອງປະລະອັນທີ່ເອີ້ນວ່າ “ໂປແຕັດສະຕັງເດກາ”. ລຸງ ກະຊໍຮາວ ເວົ້າວ່າ:

   “ພວກຂ້າພະເຈົ້າໄດ້ຂົນຂວາຍໂຄສະນາໃຫ້ແກ່ພໍ່ແມ່ພີ່ນ້ອງ ເພື່ອມີຄວາມເຂົ້າໃຈກ່ຽວກັບແຜນນະໂຍບາຍ ນະໂຍບາຍກົດໝາຍຂອງພັກ ແລະ ລັດ. ສາສະໜາໂປແຕັດສະຕັງເດກາ ແມ່ນບໍ່ໄດ້ຮັບອະນຸຍາດເຄື່ອນໄຫວຈາກລັດ. ຄວາມຫຍຸ້ງຍາກ ແມ່ນຢູ່ບ່ອນວ່າ ເມື່ອໂຮມປະຊຸມໃນແຕ່ລະຄັ້ງ ກໍ່ຕ້ອງກະກຽມລາຍການ ເວົ້າແນວໃດເພື່ອເກ້ຍກ່ອມແທດເໝາະກັບລະດັບຄວາມຮູ້ຂອງພໍ່ແມ່ປະຊາຊົນ. ເຮັດແນວໃດ ເພື່ອໃຫ້ເຂົາເຈົ້າທັງຟັງຄວາມທັງເຂົ້າໃຈ, ຂົນຂວາຍພໍ່ແມ່ພີ່ນ້ອງປະລະ ໂປແຕັດສະຕັງເດກາ. ຄາວນັ້ນວຽກງານໂຄສະນາກໍ່ປະສົບກັບຄວາມຫຍຸ້ງຍາກ, ມີບາງຄົນກໍ່ມີລະດັບຄວາມຮູ້ຕ່ຳ, ບາງຄັ້ງພະນັກງານຕາແສງລົງໝູ່ບ້ານກໍ່ບໍ່ກ້າໄປຜູ້ດຽວ. ພຽງແຕ່ຂ້າພະເຈົ້າຜູ້ດຽວໄດ້ລົງໄປໂຄສະນາຢູ່ໝູ່ບ້ານ ແບຣງໜຶ່ງ. ມາຮອດປັດຈຸບັນສະພາບຄວາມສະຫງົບໄດ້ເປັນປົກກະຕິແລ້ວ”.

  ພາຍຫຼັງທີ່ໄດ້ພັກຕາມລະບອບເຊົາດຳລົງຕຳແໜ່ງປະທານຄະນະກຳມະການປະຊາຊົນຕາແສງ ອີອາເດ, ປີ 2005 ລຸງ ກະຊໍຮາວ ໄດ້ຮັບຄວາມໄວ້ວາງໃຈຈາກຊາວບ້ານ ແບຣງສາມ ເລືອກຕັ້ງເປັນເລຂາຄະນະພັກບ້ານ. ດ້ວຍຖານະຕຳແໜ່ງເປັນເລຂາຄະນະພັກ ລຸງ ກະຊໍຮາວ ມີຄວາມເປັນຫ່ວງວ່າ ເຮັດແນວໃດຊ່ວຍໃຫ້ປະຊາຊົນລົບລ້າງຄວາມໄພອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ພັດທະນາເສດຖະກິດ ແລະ ສ້າງຄວາມເປັນລະບຽບຮຽບຮ້ອຍ ຄວາມສະຫງົບເປັນປົກກະຕິ. ເມື່ອເວົ້າເຖິງ ລຸງ ກະຊໍຮາວ ຮ້ອຍໂທ ຫງວຽນແທັ່ງຕ໊ວນ ພະນັກງານຫ້ອງການປ້ອງກັນຄວາມສະຫງົບພາຍໃນ, ຕຳຫຼວດແຂວງ ຢາລາຍ ເວົ້າວ່າ:

 “ພາຍຫຼັງທີ່ໄດ້ອອກພັກກິນເບ້ຍບຳນານ ລຸງ ກະຊໍຮາວ ຍັງຄົງປະກອບສ່ວນເຮື່ອແຮງຂອງຕົນ ເຂົ້າໃນວຽກງານລວມຂອງອຳນາດການປົກຄອງທ້ອງຖິ່ນ. ເຖິງວ່າອາຍຸໄດ້ສູງແລ້ວກໍ່ຕາມ ແຕ່ລຸງກໍ່ຍັງມີຄວາມກະຕືລືລົ້ນ ດ້ວຍນ້ຳໃຈປະຕິວັດ. ຄຸນລັກສະນະຂອງລຸງ ໄດ້ເຊື່ອມຕົວກັບພໍ່ແມ່ພີ່ນ້ອງ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກຊາວບ້ານ ດັ່ງນັ້ນກໍ່ສາມາດເສີມຂະຫຍາຍບົດບາດ ອິດທິພົນຊື່ສຽງຂອງຕົນຢູ່ທ້ອງຖິ່ນໃນລະດັບສູງສຸດ”.

     ເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວບ້ານມີຄວາມເຊື່ອໝັ້ນ, ກະໂຕລຸງ ກະຊໍຮາວ ໄດ້ດຳລົງຊີວິດເປັນແບບຢ່າງດຸໝັ່ນຂະຫຍັນພຽນ ໃນການອອກແຮງງານທຳການຜະລິດ. ຮູບແບບການສ້າງເສດຖະກິດຄອບຄົວຂອງລຸງ ໄດ້ຖືກຫຼາຍຄອບຄົວໃນຕາແສງຮຽນຮູ້ ແລະ ເຮັດຕາມ. ລຸງ ກະຊໍຮາວ ເປີດເຜີຍວ່າ:

 “ເຮົາກໍ່ໄດ້ຊ່ວຍຊາວບ້ານກູ່ຢືມທຶນລ້ຽງໝູ. ໂຄສະນາເຜີຍແຜແນວທາງ ແຜນນະໂຍບາຍ ກົດໝາຍຂອງພັກ ແລະ ລັດ. ຂົນຂວາຍປະຊາຊົນປະລະຮີດເກົ່າຄອງເດີມທີ່ຫຼ້າຫຼັງ ພ້ອມກັນສາມັກຄີຊ່ວຍເຫຼືອກັນ”.

ພາຍໃຕ້ການນຳພາຂອງລຸງ ກະຊໍຮາວ, ໜ່ວຍພັກບ້ານ ແບຣງສາມ ມີຄວາມເຂັ້ມແຂງຫຼາຍຂຶ້ນ. ໃນຫຼາຍປີຢ່າງລຽນຕິດ ໜ່ວຍພັກບ້ານ ແບຣງສາມ ໄດ້ຮັບນາມມະຍົດເປັນໜ່ວຍພັກໃສສະອາດ ໝັ້ນຄົງເຂັ້ມແຂງ. ລຸງ ກະຊໍຮາວ ໄດ້ຮັບໃບຍ້ອງຍໍຫຼາຍໃບຈາກເມືອງ ອີອາກຣາຍ ແລະ ຕາແສງ ອີອາເດ ຍ້ອນມີບັນດາຜົນງານທີ່ດີເດັ່ນໃນວຽກງານ ກໍ່ສ້າງພັກ ກໍ່ສ້າງຊົນນະບົດໃໝ່. ລຸງກໍ່ມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍຈາກກະຊວງຕຳຫຼວດ ຍ້ອນມີຜົນງານໃນການປົກປັກຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ