ເຈົ້າເຫຼົ່າ ອາເບີ ຮ່ຳຮຽນ ແລະ ເຮັດຕາມຄຳສັ່ງສອນຂອງລຸງໂຮ່

(VOVWORLD) -          ໂດຍເລີ່ມມາຈາກຄວາມເຄົາລົບຮັກຕໍ່ປະທານ ໂຮ່ຈີມິນ, ຢູ່ບັນດາໜູ່ບ້ານຂອງຊາວເຜົ່າ ເຊີດັງ ໃນແຂວງ ກອນຕູມ, ການຮ່ຳຮຽນ ແລະ ເຮັດຕາມແບບຢ່າງຂອງລຸງ ໂຮ່ ໄດ້ຮັບການຕື່ນຕົວປະຕິບັດຈາກປະຊາຊົນ. ໃນນັ້ນ ພົ້ນເດັ່ນຂຶ້ນແມ່ນແບບຢ່າງເຈົ້າເຫຼົ່າ ອາເບີ ເລຂາໜ່ວຍພັກບ້ານ ຕົວແຕມ ຕາແສງ ດັກລອງ ເມືອງ ດັກຮ່າ ແຂວງ ກອນຕູມ ເຊິ່ງແມ່ນຕົວແບບໃນການຮ່ຳຮຽນ ແລະ ເຮັດຕາມແບບຢ່າງປະທານ ໂຮ່ຈີມິນ ໃນເຂດປະຊາຊົນບັນດາເຜົ່າໃນແຂວງ ກອນຕູມ.
ເຈົ້າເຫຼົ່າ ອາເບີ ຮ່ຳຮຽນ ແລະ ເຮັດຕາມຄຳສັ່ງສອນຂອງລຸງໂຮ່ - ảnh 1ເຈົ້າເຫຼົ່າ ອາເບີ (ຢູ່ເບື້ອງຊ້າຍ) ລົງພົບປະ ລະດົມໃຈຜູ້ອາຍຸສູງຢູ່ຕາແສງດັກລອງ

    ຊຸມວັນທ້າຍເດືອນ ສິງຫາ ສະພາບການໂລກລະບາດໂຄວິດ - 19 ຢູ່ບັນດາແຂວງທາງພາກໃຕ້ ຫວຽດນາມ ມີການຜັນແປຢ່າງສັບສົນ ຢູ່ແຂວງ ກອນຕູມ ມີ 21 ກໍລະນີກັບມາຈາກເຂດມີໂລກລະບາດ ຖືກກວດພົບເປັນບວກກັບເຊື້ອໄວລັດ ໂຄວິດ - 19. ຕໍ່ໜ້າຄວາມສ່ຽງຂອງໂລກລະບາດທີ່ອາດຈະແຜ່ລະບາດໃນຊຸມຊົນ, ເຈົ້າເຫຼົ່າ ອາເບີ ເລຂາໜ່ວຍພັກບ້ານ ຕົວແຕມ ຕາແສງ ດັກລອງ ເມືອງ ດັກຮ່າ ໄດ້ລົງໄປແຕ່ລະຄອບຄົວ ເພື່ອໂຄສະນາແນະນຳໃຫ້ຊາວບ້ານປະຕິບັດຫຼັກອະນາໄມ ສິ່ງແວດລ້ອມ, ນຳໃຊ້ນ້ຳຢາຂ້າເຊື້ອ, ໃສ່ຜ້າອັດປາກ - ດັງ ເມື່ອລົງຖະໜົນ ແລະ ແຈ້ງອາການສຸຂະພາບເມື່ອມີລູກຫຼານ ຫຼື ຍາດຕິພີ່ນ້ອງມາຈາກເຂດເກີດໂລກລະບາດ. ແຕ່ລະຄຳບອກເຕືອນຂອງເຈົ້າເຫຼົ່າ ອາເບີ ນັ້ນ ຊາວບ້ານ ຕົວແຕມ ໄດ້ຈົດຈຳ ແລະ ປະຕິບັດດ້ວຍຄວາມຕື່ນຕົວ. ເມື່ອຖືກຖາມກ່ຽວກັບເຄັດລັບ ກ່ຽວກັບວຽກງານໂຄສະນາຂົນຂວາຍ ໃຫ້ບັນລຸປະສິດທິຜົນສູງນັ້ນ. ເຈົ້າເຫຼົ່າ ອາເບີ ໄດ້ເວົ້າດ້ວຍຄວາມພູມໃຈວ່າ ບໍ່ມີເຄັດລັບຫຍັງເລີຍ ເຮົາມີຄວາມເອົາໃຈໃສ່ເປັນຫ່ວງເປັນໃຍໃຫ້ແກ່ຊຸມຊົນ, ດັ່ງນັ້ນ ພໍ່ແມ່ພີ່ນ້ອງກໍ່ມີຄວາມເຂົ້າໃຈເຮົາ. ເຈົ້າເຫຼົ່າ ອາເບີ ເວົ້າວ່າ:

      “ຂ້າພະເຈົ້າ ຍາມໃດກໍ່ໃກ້ຊິດຕິດແທດກັບປະຊາຊົນ ລົງໄປຮອດແຕ່ລະຄອບຄົວ ເພື່ອໂຄສະນາ  ເປັນຕົ້ນແມ່ນວິທີນຶກຄິດ ວິທີປະຕິບັດ ເພື່ອພັດທະນາເສດຖະກິດໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ. ກ່ຽວກັບຄວາມສາມັກຄີໃນເຂດຊຸມຊົນ ກ່ຽວກັບການຮ່ຳຮຽນຂອງລູກຫຼານ ແມ່ນຂາດບໍ່ໄດ້. ການສ້າງວິຖີຊີວິດວັດທະນະທຳໃນບ້ານ ກໍ່ເຮັດແນວໃດ ເພື່ອໃຫ້ປະຊາຊົນຮູ້ວິທີລ້ຽງສັດປູກຝັງ ພັດທະນາເສດຖະກິດ ແລ້ວກໍ່ຮອດການຮ່ຳຮຽນຂອງພວກລູກຫຼານ ໃຫ້ນັບມື້ນັບກ້າວໜ້າ”.

     ເຖິງວ່າປີນີ້ມີອາຍຸ 70 ປີແລ້ວກໍ່ຕາມ ແຕ່ເຈົ້າເຫຼົ່າ ອາເບີ ຍັງຫ້າວຫັນກັບວຽກງານ, ລະອຽດຄື  ການປະຕິບັດແຜນນະໂຍບາຍຂະຫຍາຍສະມາຊິກພັກໃນໝູ່ປະຊາຊົນທີ່ເຊື່ອຖືສາສະໜາ, ໜ່ວຍພັກບ້ານ ຕົວແຕມ ໂດຍເຈົ້າເຫຼົ່າເປັນເລຂາ ກໍ່ມີສະມາຊິກພັກ 11 ຄົນ ໃນນັ້ນ 10 ຄົນ ແມ່ນເຊື່ອຖືສາສະໜາ. ໃນການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ “ກ່ຽວກັບການຍູ້ແຮງການຮ່ຳຮຽນ ແລະ ເຮັດຕາມແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດປະທານ ໂຮ່ຈີມິນ”. ໜ່ວຍພັກບ້ານ ຕົວແຕມ ຍາມໃດກໍ່ນຳໜ້າ ໃນຈຳນວນ 9 ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກຕາແສງ. ທ່ານ ເຈິ່ນງອກຈຶກ ເລຂາຄະນະພັກຕາແສງ ດັກລອງ ໃຫ້ຮູ້ວ່າ:

     “ອົງຄະນະພັກໄດ້ຕີລາຄາວ່າ ໜ່ວຍພັກນີ້ໄດ້ຜັນຂະຫຍາຍປະຕິບັດຄຳສັ່ງ ເລກທີ 05 ແມ່ນດີທີ່ສຸດ. ກ່ຽວກັບວຽກງານຜັນຂະຫຍາຍລົງສູ່ສະມາຊິກພັກແຕ່ລະຄົນ, ມີບັນດາຮູບແບບວິທີການປະຕິບັດບັນລຸປະມິດທິຜົນທີ່ສຸດ. ສະມາຊິກພັກ ປະຊາຊົນໄດ້ຕອບສະໜອງເປັນຢ່າງດີ. ສະຫຼຸບ 5 ປີແຫ່ງການປະຕິບັດຄຳສັ່ງ ເລກທີ 05, ໜ່ວຍພັກ ແລະ ສະຫາຍ ອາເບີ ເອງ ໄດ້ຖືກອົງຄະນະພັກຕາແສງ ນຳສະເໜີຕໍ່ຄະນະປະຈຳພັກເມືອງພິຈາລະນາ ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ ແລະ ສ່ວນບຸກຄົນໃນໜ່ວຍພັກນີ້ ໃນການປະຕິບັດຄຳສັ່ງ ເລກທີ 05 ຢ່າງດີເດັ່ນ”.

      ເສີມຂະຫຍາຍບົດບາດຂອງຕົນ, ເຈົ້າເຫຼົ່າ ອາເບີ ໄດ້ມີບັນດາການປະກອບສ່ວນໃຫ້ແກ່ການພັດທະນາຂອງໝູ່ບ້ານ ແລະ ຂອງຕາແສງ ດັກລອງ. ກ່ອນນີ້ 7 ປີ ໃນຈຸດເວລາທີ່ຕາແສງ ດັກລອງ ໄດ້ຮັບການສ້າງຕັ້ງຂຶ້ນ ອັດຕາສ່ວນຄອບຄົວທຸກຍາກອຶດຫິວກວມກວ່າ 73%, ແຕ່ປັດຈຸບັນຕົວເລກນີ້ ໄດ້ຫຼຸດລົງພຽງແຕ່ 37,2%. ໃນການພັດທະນາເສດຖະກິດປົວແປງຊີວິດການເປັນຢູ່, ເຈົ້າເຫຼົ່າ ອາເບີ ທັງເປັນແບບຢ່າງນຳໜ້າ ທັງເປັນຜູ້ແບ່ງປັນລະດັບຄວາມຮູ້ ແນະນຳ ໃຫ້ພໍ່ແມ່ພີ່ນ້ອງຮູ້ຈັກເຕັກນິກ ໃນການປູກຝັງບົວລະບັດຕົ້ນກາເຟ ຢາງພາລາ; ການປ້ອງກັນພະຍາດໃຫ້ແກ່ງົວຄວາຍ, ຂະຫຍາຍຝຸງໝູ... ທ່ານ ອາຊື ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ດັກລອງ ໃຫ້ຮູ້ວ່າ:

      “ເຈົ້າເຫຼົ່າ ອາເບີ ແມ່ນມີຄວາມກະຕືລືລົ້ນໃນວຽກງານແລກປ່ຽນກັບປະຊາຊົນຄ ແລະ ໂຄສະນາບັນດາແຜນນະໂຍບາຍ ນະໂຍບາຍໃໝ່ຂອງພັກ ແລະ ລັດ ໃຫ້ແກ່ພໍ່ແມ່ປະຊາຊົນ. ເຈົ້າເຫຼົ່າແມ່ນແບບຢ່າງບໍ່ພຽງແຕ່ໃຫ້ແກ່ລູກຫຼານໃນຄອບຄົວເທົ່ານັ້ນ ຫາກຍັງແມ່ນແບບຢ່າງຂອງປະຊາຊົນໃນບ້ານອີກດ້ວຍ”.

     ພ້ອມກັບການດຳລົງຊີວິດຂອງປະຊາຊົນທີ່ນັບມື້ໄດ້ຮັບການປົວແປງ, ຊຸມປີມໍ່ໆມານີ້ ຢູ່ຕາແສງ ດັກລອງ ເມືອງ ດັກຮ່າ ແຂວງ ກອນຕູມ ຍ້ອນມີບັນດາແບບຢ່າງນຳໜ້າຄືເຈົ້າເຫຼົ່າ ອາເບີ, ບັນດາຄຸນຄ່າວັດທະນະທຳ ພື້ນເມືອງອັນດີງາມຂອງຊາວເຜົ່າ ເຊິດັງ ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ. ບັນດາກອງສິລະປະຄ້ອງ, ຟ້ອນຊວາງ ໄດ້ຮັບການຮັກສາ ແລະ ຖ່າຍທອດໃຫ້ແກ່ລຸ້ນໜຸ່ມ. ບາງຂະແໜງອາຊີບຫັດຖະກຳຄື ເຮັດເຄື່ອງຈັກສານ, ຕ່ຳແຜ່ນແພພື້ນເມືອງ... ພວມເປີດໂອກາດໃຫ້ແກ່ຊາວເຜົ່າ ເຊີດັງ ຢູ່ທີ່ນີ້ ພັດທະນາເສດຖະກິດຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ