ເລຕູ໊ຈິງ ແລະ ເປົ້າໝາຍຮັກສານາມມະຍົດ ນັກກິລາແລ່ນ ແລະ ລານດີເດັ່ນ ຢູ່ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ໃນບັນຊີລາຍຊື່ບັນດານັກກິລາທີ່ດີເດັ່ນ ຂອງກິລາ ຫວຽດນາມ ທີ່ຈະເຂົ້າຮ່ວມ ງານແຂ່ງຂັນກິລາຊີເກມຄັ້ງທີ 30 ຢູ່ ຟິລິບປິນ, ແມ່ນຕ້ອງເວົ້າເຖິງນາງສາວ ເລຕູ໊ຈິງ ອາຍຸ 22 ປີ ເຊິ່ງພວມແມ່ນນັກກິລາດີເດັ່ນ ຢູ່ອາຊີຕາເວັນອອກສ່ຽງໃຕ້. ນາງເຂົ້າຮ່ວມງານແຂ່ງຂັນຊີເກມ ຄັ້ງທີ່ 30 ດ້ວຍເປົ້າໝາຍສູງສຸດ ແມ່ນຮັກສານາມມະຍົດນັກກິລາແລ່ນ ແລະ ລານດີເດັ່ນຂອງຕົນ
ເລຕູ໊ຈິງ ແລະ ເປົ້າໝາຍຮັກສານາມມະຍົດ  ນັກກິລາແລ່ນ ແລະ ລານດີເດັ່ນ ຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1ນັກກິລາແລ່ນ ແລະ ລານ ເລຕູ໊ຈິງ

 ເກີດປີ 1997 ໃນຄອບຄົວທີ່ມີສະພາບຫຍຸ້ງຍາກ ຢູ່ນະຄອນໂຮ່ຈີມິນ, ເລຕູ໊ຈິງ       ໄດ້ຝຶກແອບກິລາແລ່ນ ແລະ ລານ ເມື່ອພວມຮຽນຫ້ອງ ປໍ5. ໃນຊ່ວງເວລານັ້ນ ອ້າຍຄູສອນວິຊາກິລາກາຍຍະກຳ ໄດ້ສະເໜີໃຫ້ ຕູ໊ຈິງ ເຂົ້າຮ່ວມງານແຂ່ງຂັນແລ່ນ ແລະ ລານລະດັບໂຮງຮຽນ ແລະ ນາງສາວນ້ອຍອາຍຸ 11 ປີ ສາມາດຄວ້າໄດ້ລາງວັນທີໜຶ່ງ. ປີ 2008 ເມື່ອນະຄອນໂຮ່ຈີມິນ ໄດ້ຄັດເລືອກນັກກິລາຢູ່ເມືອງ 8, ຕູ໊ຈິງ ໄດ້ຖືກຄູຝຶກ ຫວຽນທິແທັງເຮືອງ ຄັດເລືອກເຂົ້າຮ່ວມການແຂ່ງຂັນ ຍ້ອນມີປັດໄຈທາງດ້ານຮ່າງກາຍ ແລະ ຄວາມຕັດສິນໃຈຜ່ານຜ່າຄວາມຫຍຸ້ງນາກ. ຄູຝຶກ ຫວຽນທິແທັງເຮືອງ ໃຫ້ຮູ້ວ່າ:

     “ກິລາປະເພດແລ່ນ ແລະ ລານ ແມ່ນລຳບາກທີ່ສຸດ. ນີ້ກໍ່ແມ່ນວາດສະໜາທີ່ຂ້າພະເຈົ້າໄດ້ພົບກັບ ຕູ໊ຈິງ. ຕູ໊ຈິງ ແມ່ນມີຄວາມສາມາດດີກວ່າເພື່ອນຄົນອື່ນໆ, ຈາກນັ້ນເວລາໃດເຮົາກໍ່ຕິດຕາມ ແລະ ເອົາໃຈໃສ່ ເພື່ອໃຫ້ລູກສິດຄົນນີ້ຝຶກແອບ ໃຫ້ມີຜົນງານໃນທິມກິລາແລ່ນ ແລະລານນະຄອນໂຮ່ຈີມິນ. ຄູຝຶກ ຫວຽນທິແທັງເຮືອງ ບໍ່ພຽງແຕ່ແມ່ນເອື້ອຍຄູເທົ່ານັ້ນ ຫາກຍັງມີບົດບາດຄືຜູ້ເປັນແມ່ຄົນທີສອງຂອງ ຕູ໊ຈິງ. ເອື້ອຍຄູຄົນນີ້ໄດ້ສຸມກຳລັງໃຈ, ຄວາມຮັກແພງ ເພື່ອຝຶກແອບໃຫ້ ຕູ໊ຈິງ. ແລ່ນ ແລະ ລານແມ່ນປະເພດກິລາທີ່ລຳບາກທີ່ສຸດ, ຄູຝຶກ ຫວຽນທິແທັງເຮືອງ ໄດ້ຍອມຮັບວ່າ ໄດ້ມີຊ່ວງເວລາທີ່ລູກສິດຄົນນີ້ ປະສົບກັບຄວາມຫຍຸ້ງຍາກ. ແຕ່ເຖິງຢ່າງໃດກໍ່ຕາມ ຕູ໊ຈິງ ກໍ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ ລາວໄດ້ສຸມຈິດສຸມໃຈ ພະຍາຍາມຝຶກແອບ ກ້າວເຂົ້າສູ່ການແຂ່ງຂັນ ເພື່ອຕອບສະໜອງຕາມຄວາມປາຖະໜາຂອງຄູຝຶກ ຫວຽນທິແທັງເຮືອງ. ປີ 2016 ຕູ໊ຈິງ ໄດ້ເຂົ້າຮ່ວມງານແຂ່ງຂັນຊີງຊະນະເລີດກິລາແລ່ນ ແລະ ລານລະດັບຊາດ ແລະ ສາມາດຄວ້າໄດ້ລາງວັນຊະນະເລີດ ສຳລັບລາຍການແລ່ນໄລຍະ 100 ແມັດ ດ້ວຍຜົນງານ 11,64 ວິນາທີ. ນີ້ແມ່ນຫຼຽນຄຳປະເພດແລ່ນ ແລະ ລານຍິງໄລຍະ 100 ແມັດ ດວງທຳອິດໃນປະເພດກິລາແລ່ນ ແລະ ລານຂອງນະຄອນໂຮ່ຈີມິນ ພາຍຫຼັງ 21 ປີນັບຕັ້ງແຕ່ປີ 1995. ປີ 2017 ໃນເກນອາຍຸ 20 ປີ, ເລຕູ໊ຈິງ ໄດ້ຖືກສະເໜີເຂົ້າຮ່ວມທິມແລ່ນ ແລະ ລານແຫ່ງຊາດ ແລະ ນັກກິລາ
ຄົນນີ້ສາມາດຄວ້າໄດ້ ຫຼຽນລາງວັນສູງຢູ່ງານແຂ່ງຂັນຊີເກມ ທີ່ຈັດຂຶ້ນຢູ່ມາເລເຊຍ ດ້ວຍສາມຫຼຽນຄຳ ສຳລັບບັນດາລາຍການແລ່ນເພດຍິງ 100 ແມັດ, 200 ແມັດ…ປີ2018, ຕູ໊ຈິງ ໄດ້ຖືກສົ່ງໄປຝຶກແອບຢູ່ ອາເມລິກາ, ແຕ່ເປັນໜ້າເສຍດາຍ ເທື່ອນັ້ນກໍ່ແມ່ນ ການເດີນທາງໄປຝຶກແອບຢ່າງບໍ່ປະສົບຜົນສຳເລັດ ລາວບໍ່ສາມາດຄວ້າໄດ້ຫຼຽນລາງວັນ ຢູ່ງານແຂ່ງຂັນກິລາອາຊີ. ຕູ໊ຈິງ ແບ່ງປັນວ່າ:

    “ງານແຂ່ງຂັນກິລາອາຊີ ກໍ່ແມ່ນງານແຂ່ງຂັນທີ່ມີຂອບຂະໜາດໃຫຍ່ສຳລັບນ້ອງ, ນ້ອງໄດ້ເຂົ້າຮ່ວມ ງານແຂ່ງຂັນອາຊີນີ້ ເປັນຄັ້ງທຳອິດ. ນ້ອງກໍ່ມີຄວາມເປັນກຽດທີ່ສຸດ ແລະ ນ້ອງພຽງແຕ່ຮູ້ພະຍາຍາມ ເພື່ອສາມາດຍາດໄດ້ຜົນງານເທົ່ນນັ້ນ. ຄວາມເສຍຫວັງສຳລັບນ້ອງເອງກໍ່ມີຢູ່ ແຕ່ໃນປັດຈຸບັນນ້ອງພະຍາຍາມສ້າງຜົນງານ ໃນງານແຂ່ງຂັນຄັ້ງໃໝ່”.

     ຄືດັ່ງຄວາມຕັດສິນໃຈຂອງ ຕູ໊ຈິງ ທີ່ວ່າ: “ເມື່ອຖືກປະລາໄຊ ກໍ່ລຸກຂຶ້ນສ້າງຜົນງານຄັ້ງໃໝ່”,  ຕູ໊ຈິງ ໄດ້ຄ່ອຍໆສ້າງຜົນງານເທື່ອລະກ້າວ ແລະ ສາມາດຄວ້າໄດ້ບັນດາຫຼຽນຄຳທີ່ງານແຂ່ງຂັນກິລາທົ່ວປະເທດປີ 2018 ແລະ ໃນງານແຂ່ງຂັນກິລາແລ່ນ ແລະ ລານຊີງຊະນະເລີດລະດັບຊາດປີ 2019 ທີ່ຈັດຂຶ້ນໃນເດືອນ ກາຍາ ທີ່ຜ່ານມາ ຢູ່ສະໜາມກິລາ ຖົງເຍິດ ທີ່ນະຄອນໂຮ່ຈີມິນ. ກ່ຽວກັບງານແຂ່ງຂັນກິລາຊີເກມ ເຊິ່ງຈະຖືກຈັດຂຶ້ນຢູ່ຟິລິບປິນ ໃນເວລາທີ່ຈະມາເຖິງ, ຕູ໊ຈິງ ໃຫ້ຮູ້ວ່າ:

     “ນ້ອງກໍ່ພວມພະຍາມ ເພື່ອຮັກສາຫຼຽນຄຳ. ນ້ອງຍັງຂາດຫຼາຍສິ່ງຫຼາຍຢ່າງ. ນ້ອງໄດ້ຕໍ່ສູ້ກັບຕົນເອງ ເຊິ່ງແມ່ນຄູ່ແຂ່ງຂັນໃຫຍ່ກວ່າໜູ່ຂອງນ້ອງ. ນ້ອງກໍ່ຍັງບໍ່ທັນໄດ້ເອົາຊະນະມັນ. ນ້ອງຕ້ອງພະຍາຍາມຫຼາຍກວ່າອີກ”.

     ຖັດຈາກ ຫວູທິເຮືອງ, ຕູ໊ຈິງ ກໍໄດ້ພົ້ນເດັ່ນຂຶ້ນຄືດັ່ງຜູ້ສືບທອດ ສົມກັບເປັນນາມມະຍົດນັກກິລາແລ່ນ ແລະ ລານດີເດັ່ນກວ່າໜູ່ຂອງ ຫວຽດນາມ. ເລຕູ໊ຈິງ ໄດ້ກາຍເປັນແບບຢ່າງອັນດີເດັ່ນ ກ່ຽວກັບຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ເພື່ອໃຫ້ນັກກິລາໜຸ່ມຄົນອື່ນໆເຮັດຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ