ໂຮ່ຟິ່ງ ຊາວໝາລ່ຽງຄົນທຳອິດຢູ່ຕາແສງເລິມຮວ໊າ ຂໍພົ້ນອອກຈາກຄວາມທຸກຍາກ

(VOVWORLD) -ລຸງໂຮ່ຟິ່ງຢູ່ບ້ານບ່ານແກ່ ຕາແສງເລິມຮວ໊າ ເມືອງຕວຽນຮວ໊າແຂວງກວ໋າງບິ່ງແມ່ນຊາວໝາລ່ຽງຄົນທຳອິດຢູ່ທ້ອງຖິ່ນແລະແມ່ນສະມາຊິກພັກຄອມມູນິດຫວຽດນາມ. ລຸງຍັງແມ່ນຄົນທຳອິດຢູ່ຕາແສງເລິມຮວ໊າຂໍຫຼຸດພົ້ນອອກຈາກຄວາມທຸກຍາກ. ຈາກຄວາມມານະພະຍາຍາມຊອກທິດກ້າວເດີນ ເພື່ອພັດທະນາເສດຖະກິດໃຫ້ແກ່ຄອບຄົວ, ລຸງໄດ້ແບ່ງປັນກັບພໍ່ແມ່ພີ່ນ້ອງຊາວບ້ານເພື່ອໃຫ້ວົງຄະນາຍາດພ້ອມກັນສ້າງຊີວິດທີ່ອີ່ມໜຳສຳລານແລະຜາສຸກ
ໂຮ່ຟິ່ງ ຊາວໝາລ່ຽງຄົນທຳອິດຢູ່ຕາແສງເລິມຮວ໊າ ຂໍພົ້ນອອກຈາກຄວາມທຸກຍາກ - ảnh 1ລຸງໂຮ່ຟິ່ງ ພວມບົວລະບັດສວນ

     ເສັ້ນທາງເຂົ້າໄປເຮືອນລຸງໂຮ່ຟິ່ງຢູ່ບ້ານແກ່ ຕາແສງເລິມຮວ໊າເມືອງຕວຽນຮວ໊າກໍ່ຕ້ອງຜ່ານໂນນພູຂຽວອຸ່ມທຸ່ມ. ກ່ອນນັ້ນຄອບຄົວລຸງຟິ່ງແມ່ນຄອບຄົວທີ່ຖືກອຶດຫິວທຸກຍາກ. ຄອບຄົວມີ 6 ຄົນແຕ່ມີດິນປູກພືດພຽງສອງໄລ່ ແລະໜຶ່ງໄລ່ເພື່ອປູກເຂົ້າ. ປີໃດລະດູການຜະລິດກໍ່ຖືກຜົນເສຍຫາຍ ທັງຄອບຄົວຂອງລຸງພຽງລໍຄອຍຕໍ່ການໜູນຊ່ວຍຂອງລັດເທົ່ານັ້ນ. ໂດຍບໍ່ຍອມຮັບສະພາບອຶດຫິວທຸກຍາກ, ລຸງໂຮ່ຟິ່ງ ໄດ້ພະຍາຍາມຊອກຮູ້ປະຕິບັດບັນດາຮູບແບບພັດທະນາເສດຖະກິດ, ຈາກວົງເງິນກູ້ຢືມ 50 ລ້ານດົ່ງຈາກທະນາຄານນະໂຍບາຍສັງຄົມ, ລຸງໄດ້ຊື້ງົວໝູພັນແລະແນວປູກເພື່ອປູກເປັນປ່າ. ຜ່ານການສະສົມເປັນເວລາຫຼາຍປີລຸງໂຮ່ຟິ່ງ ໄດ້ມີເນື້ອທີ່ປ່າ 5 ເຮັກຕາພ້ອມກັບງົວຄວາຍໝູ ໄກ່ ຫຼາຍໂຕແລະລຸງໄດ້ປູກເຂົ້າສາລີຕື່ມອີກ. ການເກັບກ່ຽວເຂົ້າກໍ່ສາມາດພໍກິນຕະຫຼອດປີ, ສ່ວນສາລີກໍ່ໃຊ້ເປັນຫົວອາຫານລ້ຽງໝູ ໄກ່ ດັ່ງນັ້ນເສດຖະກິດຄອບຄົວໄດ້ຮັບການປົວແປງດີຂຶ້ນ. ເມື່ອພໍກິນພໍຢູ່ ລຸງຟິ່ງໄດ້ຂຽນໜັງສືຂໍຫຼຸດພົ້ນອອກຈາກຄວາມທຸກຍາກເພື່ອປະແຫຼ່ງເງິນໜູນຊ່ວຍໃຫ້ແກ່ຜູ້ອື່ນທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າ. ລຸງຟິ່ງເວົ້າວ່າ:

   “ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ ແຕ່ກໍ່ຕ້ອງພະຍາຍາມທຳມາຫາກິນໃຫ້ດີກວ່າອີກ. ເຖິງວ່າຍັງທຸກຍາກຢູ່ກໍ່ຕາມແຕ່ເຮົາກໍ່ດີກວ່າເມື່ອທຽບໃສ່ຜູ້ອື່ນ. ຈຶ່ງໄດ້ຂຽນໜັງສືຂໍຫຼຸດພົ້ນອອກຈາກຄອບຄົວທຸກຍາກ ເພື່ອໃຫ້ພັກລັດຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າເຮົາ. ບັນດາຄອບຄົວຫຍຸ້ງຍາກເຮົາກໍ່ໄດ້ຊ່ວຍເຫຼືອເຂົາເຈົ້າ, ຍັງບໍ່ທັນຮູ້ເຮັດສວນເຮົາກໍ່ແນະນຳໃຫ້ພໍ່ແມ່ພີ່ນ້ອງເຮັດສວນ”.

   ໂດຍແມ່ນຊາວໝາລ່ຽງຄົນທຳອິດໄດ້ຮັບເຂົ້າເປັນສະມາຊິກພັກຄອມມູນິດຫວຽດນາມແລະກໍ່ແມ່ນຄົນທຳອິດຢູ່ຕາແສງເລິມຮວ໊າຂຽນໜັງສືຂໍຫຼຸດພົ້ນອອກຈາກຄວາມທຸກຍາກ, ລຸງໂຮ່ຟິ່ງໄດ້ສົ່ງເສີມພໍ່ແມ່ພີ່ນ້ອງຊາວໝາລ່ຽງເຮັດຕາມແບບຢ່າງຫຼຸດພົ້ນອອກຈາກຄວາມທຸກຍາກ. ນາງກາວທິເວິນ ນາຍບ້ານແກ່ ໃຫ້ຮູ້ວ່າຢາກຂົນຂວາຍ ພໍ່ແມ່ພີ່ນ້ອງຊາວໝາລ່ຽງພັດທະນາເສດຖະກິດນັ້ນບັນດາສະມາຊິກພັກຕ້ອງເຮັດກ່ອນຕ້ອງຫຼຸດພົ້ນອອກຈາກຄວາມທຸກຍາກເສຍກ່ອນ, ຄຳເວົ້າຕ້ອງໄປຄຽງຄູ່ກັບການກະທຳ, ດັ່ງນັ້ນພໍ່ແມ່ພີ່ນ້ອງຈຶ່ງມີຄວາມເຊື່ອໝັ້ນເຮັດຕາມ. ຈິດໃຈຂອງລຸງໂຮ່ຟິ່ງໄດ້ສ້າງມານະຈິດໃຫ້ແກ່ຊາວໝາລ່ຽງປ່ຽນແປງຈິນຕະນາການຜະລິດພັດທະນາເສດຖະກິດ. ນາງເວິນໃຫ້ຮູ້ວ່າ:

    “ລຸງໂຮ່ຟິ່ງໄດ້ລົງໄປແຕ່ລະຄອບຄົວເພື່ອອະທິບາຍລະດົມກຳລັງໃຈແກ່ພໍ່ແມ່ພີ່ນ້ອງ, ຖ້າຫາກປະສົບກັບຄວາມຫຍຸ້ງຍາກກໍ່ຈະໄດ້ຮັບການຊ່ວຍເຫຼືອ. ເພື່ອຂົນຂວາຍປະຊາຊົນຢູ່ທີ່ນີ້ ພະນັກງານຕ້ອງມີຄຳເວົ້ົ້າໄປຄຽງຄູ່ກັບການກະທຳຈຶ່ງສາມາດຊ່ວຍພໍ່ແມ່ພີ່ນ້ອງເຂົ້າໃຈໄດ້. ໃນໄລຍະທີ່ຜ່ານມາພັກແລະລັດຍາມໃດກໍ່ໄດ້ເອົາໃຈໃສ່ຊ່ວຍເຫຼືອປະຊາຊົນ,  ຊ່ວຍໃຫ້ພໍ່ແມ່ພີ່ນ້ອງຊາວບ້ານມີເຮືອນຢູ່,ມີທາງຄົມມະນາຄົມມີໄຟຟ້າແລະມີໂຮງຮຽນຮັບໃຊ້ນັກຮຽນ”.

ຄວາມສາມັກຄີຂອງປະຊາຊົນແລະຄວາມກະຕືລືລົ້ນຂອງພະນັກງານຫຼາຍຄົນຄືລຸງໂຮ່ຟິ່ງ ໄດ້ຊ່ວຍຊີວິດການເປັນຢູ່ຂອງພໍ່ແມ່ພີ່ນ້ອງຊາວບ້ານນັບມື້ນັບພັດທະນາວຽກງານຂະຫຍາຍສະມາຊິກພັກນັບມື້ໄດ້ຮັບຄວາມເອົາໃຈໃສ່. ທ່ານ ດິງວັນບັກຮອງເລຂາຄະນະພັກ ຕາແສງເລິມຮວ໊າເມືອງຕວຽນຮວ໊າໃຫ້ຮູ້ວ່າ:

   “ບົດບາດນຳໜ້າເປັນແບບຢ່າງມີຄວາມຕື່ນຕົວຂອງສະມາຊິກພັກ ຄືລຸງໂຮ່ຟິ່ງ ໄດ້ເສີມຂະຫຍາຍປະສິດທິຜົນໃນການໂຄສະນາຂົນຂວາຍພໍ່ແມ່ປະຊາຊົນກ່ຽວກັບການພັດທະນາເສດຖະກິດສັງຄົມຮັກສາການປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງຢູ່ບັນດາໝູ່ບ້ານ. ຊີວິດການເປັນຢູ່ໄດ້ປ່ຽນແປງຫຼາຍແລ້ວ ພິເສດພໍ່ແມ່ພີ່ນ້ອງມີຄວາມຕື່ນຕົວໃນການພັດທະນາເສດຖະກິດສັງຄົມ”.

 ໃນຖານະຕຳແໜ່ງເປັນຮອງເລຂາໜ່ວຍພັກ, ລຸງໂຮ່ຟິ່ງພ້ອມກັບບັນດາສະມາຊິກພັກຢູ່ບ້ານ ແກ່ ຍາມໃດກໍ່ເປັນແບບຢ່າງນຳໜ້າໃນບັນດາຂະບວນການປະຕິບັດຕາມແຜນນະໂຍບາຍນະໂຍບາຍຂອງພັກແລະລັດຂົນຂວາຍປະຊາຊົນພັດທະນາເສດຖະກິດ ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ. ຄອບຄົວລຸງໂຮ່ຟິ່ງໄດ້ຮັບການຮັບຮອງວ່າຊາວກະສິກອນຜະລິດດຳເນີນທຸລະກິດເກັ່ງຂັ້ນຕາແສງໃນ 5 ປີລຽນຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ