25 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ຍົກອອກບັນດາຂໍ້ສັງເກດກ່ຽວກັບການເຄື່ອນໄຫວຕ່າງໆຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 333 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ.

ໃນອາທິດຜ່ານມາ, ເພື່ອນ ເພັດສະໝອນ, ຢູ່ແຂວງ ຄຳມ່ວນ; ເພື່ອນ ສຸພາພອນ, ຢູ່ແຂວງວຽງຈັນ; ເພື່ອນແສງທອງ... ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການດ້ວຍເນື້ອໃນ ຢາກໄດ້ຮັບຟັງການຕີລາຄາກ່ຽວກັບບັນດາການເຄື່ອນໄຫວຂອງຫວຽດນາມ ເມື່ອດຳລົງຕຳແໜ່ງປະທານອາຊຽນ ຖືກກັບຈຸດເວລາທີ່ທົ່ວໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ - 19.

ທ່ານຜູ້ຟັງທີ່ເຄົາລົບ! ກ່ຽວກັບບັນດາການເຄື່ອນໄຫວຂອງປີຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ 2020 ມີຫຼາຍຂ່າວ, ຫຼາຍບົດໄດ້ຕີລາຄາ, ໃຫ້ຂໍ້ສັງເກດຈາກບັນດາເຈົ້າໜ້າທີ່, ນັກຊ່ຽວຊານຫວຽດນາມ ກໍຄືສາກົນທີ່ໄດ້ເອົາລົງໃນເວັບໄຊ vovworld.vn ແລ້ວ. ຫວ່າງມໍ່ໆມານີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ (28 ກໍລະກົດ 1995 – 28 ກໍລະກົດ 2020), ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ຍົກອອກບັນດາຂໍ້ສັງເກດກ່ຽວກັບການເຄື່ອນໄຫວຕ່າງໆຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020, ເມື່ອຕອບສຳພາດຕໍ່ນັກຂ່າວ VOV. ເຊີນທ່ານຕິດຕາມຮັບຟັງ.

25 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ

(ພາບ: thoidai)

ຂໍຮຽນທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ດ້ວຍຫົວຂໍ້ທີ່ວ່າ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແລະ ບັນດາຂໍ້ລິເລິ່ມເຊິ່ງຫວຽດນາມ ໄດ້ຍົກອອກມາໃນຖານະເປັນປະທານອາຊຽນ, ຕາມທ່ານແລ້ວ ມັນສອດຄ່ອງກັບສະພາບຕົວຈິງຂອງພາກພື້ນ ແລະ ໂລກ ຫຼື ບໍ່?

(ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ)

ຂໍຮຽນທ່ານຈົ່ງຕີລາຄາໃຫ້ຈະແຈ້ງກວ່າກ່ຽວກັບບົດບາດຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020?

(ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ)

ຂໍຂອບໃຈທ່ານ.

ເພື່ອນສຸລິວົງ, ດຳລົງຊີວິດຢູ່ເມືອງ ໜອງບົກ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ໄດ້ຖາມວ່າ: ປະຈຸບັນ, ຫວຽດນາມ ມີຈັກເຄື່ອງໝາຍການຄ້າກາເຟ? ເຄື່ອງໝາຍການຄ້າກາເຟ ໃດໄດ້ຮັບຄວາມນິຍົມຫຼາຍກວ່າໝູ່? ຫວຽດນາມ ໄດ້ສົ່ງອອກກາເຟ ໄປຍັງປະເທດແດ່?

ເພື່ອນສຸລິວົງ ທີ່ຮັກແພງ, ຫວຽດນາມ ມີຫຼາຍເຄື່ອງໝາຍການຄ້າກາເຟ ໃນນັ້ນອາດໄດ້ເວົ້າເຖິງບັນດາເຄື່ອງໝາຍການຄ້າຄື: ຈຸງງວຽນ, ຟຸກລອງ, ວິນາກາເຟ… ບັນດາເຄື່ອງໝາຍການຄ້າກາເຟດັ່ງກ່າວລ້ວນແຕ່ໄດ້ຮູ້ຈັກເຖິງຈາກຊາວຫວຽດນາມ ແລະ ຊາວຕ່າງປະເທດເປັນຈຳນວນຫຼວງຫຼາຍ. ປະຈຸບັນ, ບັນດາຜະລິດຕະພັນກາເຟຂອງຫວຽດນາມ ໄດ້ສົ່ງອອກໄປຍັງຫຼາຍກວ່າ 80 ປະເທດ ແລະ ເຂດແຄວ້ນ, ໃນນັ້ນມີບັນດາປະເທດຄື: ເຢຍລະມັນ, ອາເມລິກາ, ອີຕາລີ, ແອັດສະປາຍ, ໄທ,  ອິນໂດເນເຊຍ… ໄລ່ລວມໃນໄລຍະ 6 ເດືອນຕົ້ນປີ 2020, ວົງເງິນສົ່ງອອກກາເຟຂອງຫວຽດນາມ ຄາດວ່າຈະບັນລຸລະດັບ 955.000 ໂຕນ.

ທ່ານຜູ້ຟັງທີ່ເຄົາລົບ, ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ສືບຕໍ່ໄດ້ຈັດຂຶ້ນໃຫ້ແກ່ຜູ້ຟັງ VOV, ມີຄຳຖາມ 6 ຂໍ້ ທີ່ກ່ຽວຂ້ອງເຖິງບັນດາບັນຫາຂອງຫວຽດນາມ ຄື: ການເມືອງ, ການຕ່າງປະເທດ, ວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ, ນ້ຳໃຈຂອງທ່ານຜູ້ຟັງທີ່ສະຫງວນໃຫ້ VOV…  ໃນໄລຍະດຳເນີນການເສັງ, ບັນດາລາຍການຂອງ VOV5 ໄດ້ຮັບບົດເສັງ 129 ບົດຈາກທ່ານຜູ້ຟັງທີ່ພວມດຳລົງຊີວິດຢູ່ຫຼາຍປະເທດໃນໂລກ, ໃນນັ້ນມີຜູ້ຟັງລາວ 10 ທ່ານໄດ້ສົ່ງບົດມາຫາລາຍການແລ້ວ. ເພື່ອແນໃສ່ສ້າງເງື່ອນໄຂໃຫ້ທ່ານຜູ້ຟັງມີເວລາກະກຽມບົດເສັງເປັນຢ່າງດີກວ່າ, ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ຄັ້ງນີ້ຈະແກ່ຍາວເວລາໄປຮອດວັນທີ 31 ສິງຫາ 2020 ຈຶ່ງຈະປິດຮັບບົດເສັງ  ຖ້າຫາກທ່ານຜູ້ຟັງຢາກຊອກຮູ້ຂໍ້ມູນ, ການໜູນຊ່ວຍຈາກລາຍການໃນເວລາເຂົ້າຮ່ວມການເສັງ, ທ່ານຈົ່ງສົ່ງຈົດໝາຍມາແບ່ງປັນກັບພວກຂ້າພະເຈົ້າ. ບັນດາຜູ້ຈັດທຳລາຍການຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍພວກເພື່ອນຢ່າງສຸດໃຈເພື່ອໃຫ້ການເສັງຂອງທ່ານບັນລຸຜົນສຳເລັດຢ່າງຈົບງາມ.

        ຂໍອວຍພອນໃຫ້ພວກເພື່ອນຈົ່ງບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ