VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ມີການພົວພັນມິດຕະພາບຮ່ວມມືທີ່ເປັນມູນເຊື້ອແບບພິເສດ

(VOVWORLD) -ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ໄດ້ຮັບຮູ້ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈໃນຫຼາຍດ້ານຂອງ VOV ທີ່ສະຫງວນໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 359 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ.

VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ມີການພົວພັນມິດຕະພາບຮ່ວມມືທີ່ເປັນມູນເຊື້ອແບບພິເສດ  - ảnh 1(ເວັບໄຊພະແນກກະຈາຍສຽງພາກພາສາລາວ, VOV)

ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຮັບຄຳອວຍພອນຂອງທ່ານຜູ້ຟັງ, ຜູ້ອ່ານລາວ ແລະ ຫວຽດນາມ ເນື່ອງໃນໂອກາດ 67 ປີແຫ່ງວັນສ້າງຕັ້ງ (12 ຕຸລາ 1954 - 12 ຕຸລາ 2021). ໃນນັ້ນ, ເພື່ອນ ດາວອນ ຈັນທະບຸນ, ພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: 67 ປີຜ່ານມາ, ລາຍການພາກພາສາລາວ, VOV ໄດ້ປະກອບສ່ວນຫຼາຍຢ່າງໃນການສະໜອງຂໍ້ມູນໃນທຸກຂົງເຂດຄື ການເມືອງ, ວັດທະນະທຳ, ເສດຖະກິດ… ລະຫວ່າງຫວຽດນາມ - ລາວ. ຜ່ານແຫຼ່ງຂ່າວທາງການທີ່ໄດ້ອອກອາກາດນັ້ນ, ຂ້າພະເຈົ້າມີຄວາມເຂົ້າໃຈຫຼາຍກວ່າຜົນສຳເລັດເຊິ່ງຫວຽດນາມ ບັນລຸໄດ້ໃນຕະຫຼອດໄລຍະຜ່ານມາ. ນອກນັ້ນ, ທາງລາຍການຍັງປະກອບສ່ວນຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ລາວ ກຳແໜ້ນແນວທາງ, ແຜນນະໂຍບາຍຂອງພັກ, ລັດ ຫວຽດນາມ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ລາຍການພາກພາສາລາວ ເວົ້າສະເພາະ ແລະ VOV ເວົ້າລວມ ນັບມື້ນັບພັດທະນາ ແລະ ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງ 2 ປະເທດຫຼາຍກວ່າເກົ່າ.

VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ມີການພົວພັນມິດຕະພາບຮ່ວມມືທີ່ເປັນມູນເຊື້ອແບບພິເສດ  - ảnh 2(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ແລະ ທ່່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ)

ເນື່ອງໃນໂອກາດການມາຢ້ຽມຢາມ ແລະ ເຂົ້າຢ້ຽມຂ່ຳນັບທ່ານ ໂດ້ຕຽນຊີ, ກຳມະການກົມການເມືອງສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ໃນວັນທີ 12 ຕຸລາ ຜ່ານມາ. ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ໄດ້ຮັບຮູ້ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈໃນຫຼາຍດ້ານຂອງ VOV ທີ່ສະຫງວນໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ ນັບແຕ່ໄລຍະສົງຄາມຈົນເຖິງປະຈຸບັນ, ຖືນັ້ນແມ່ນການປະກອບສ່ວນສຳຄັນເຂົ້າໃນການພັດທະນາ, ເພີ່ມພູນຄູນສ້າງການພົວພັນ 2 ຝ່າຍລາວ-ຫວຽດນາມ. ທ່ານ ແສງເພັດ ຮຸ່ງບຸນຍວງ ກໍ່ຕີລາຄາສູງຕໍ່ຄວາມມານະພະຍາຍາມບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງຂອງ VOV, ໃນນັ້ນມີພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5) ຂອງ VOV ແມ່ນຊ່ອງກະຈາຍສຽງທີ່ສຳຄັນ, ທ່ານເອກອັກຄະລັດຖະທູດກ່າວວ່າ:

(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

        VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ມີການພົວພັນມິດຕະພາບຮ່ວມມືທີ່ເປັນມູນເຊື້ອແບບພິເສດ. 2 ອົງການໄດ້ແລກປ່ຽນຄະນະຜູ້ແທນມາຢ້ຽມຢາມ ແລະ ໄດ້ແບ່ງປັນບົດຮຽນເຊິ່ງກັນແລະກັນ, ກໍຄືແລກປ່ຽນເອກະສານ, ຂ່າວ/ບົດ ແລະ ບາງລາຍການເປັນປະຈຳ.

        ເພື່ອນ ບົວຂາວ ບຸນທະວົງ ຢູ່ແຂວງ ຫຼວງພະບາງ ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮູ້ຂ່າວວ່າ ມີທ່ານໝໍຄົນລາວ ຊື່ວ່າ ຄຳສຸກ ຫຼວງພົມມະແສງ, ພວມຮ່ຳຮຽນຢູ່ ຫວຽດນາມ ໄດ້ໄປຝຶກຫັດຢູ່ໂຮງໝໍ ເຈີ້ໄຣ້ ເມື່ອເດືອນ ມີນາ ເພື່ອຍົກສູງຄວາມຮູ້ກ່ອນທີ່ກັບເມືອເຮັດວຽກຢູ່ ລາວ. ເມື່ອຮຽນໄດ້ 2-3 ເດືອນພະຍາດໂຄວິດ-19 ແຜ່ລະບາດຢ່າງແຮງຢູ່ນະຄອນ ໂຮ່ຈີມິນ, ລາວ ໄດ້ຂຽນໃບສະໝັກໃຈຂໍເຂົ້າຮ່ວມການຕ້ານໂລກລະບາດໂຄວິດ-19 ຢູ່ທາງພາກໃຕ້ - ຫວຽດນາມ ນີ້. ວຽກງານດັ່ງກ່າວຂອງທ່ານໝໍ ຄຳສຸກ ຫຼວງພົມມະແສງ ໄດ້ປະກອບສ່ວນພ້ອມກັບກຳລັງແນວໜ້າຊ່ວຍຍູ້ໂລກລະບາດຢູ່ຫວຽດນາມ ໃຫ້ຖອຍໄປ. ແລະກໍ່ໃນເວລາທີ່ໂລກລະບາດພວມແຜ່ລະບາດຢູ່ທັງ 2 ປະເທດນັ້ນ, ຝ່າຍ ຫວຽດນາມ ກໍ່ໄດ້ຈັດສົ່ງຫຼາຍຄະນະແພດໝໍ ພ້ອມກັບເຄື່ອງວັດຖຸອຸປະກອນມາຊ່ວຍເຫຼືອລາວ ຕ້ານໂລກລະບາດ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈເມື່ອເຫັນນ້ຳໃຈລະຫວ່າງອຳນາດການປົກຄອງ, ປະຊາຊົນ ແລະ ພິເສດແມ່ນບັນດາແພດໝໍຂອງ 2 ປະເທດນັບມື້ນັບໄດ້ຮັບການຮັດແໜ້ນກວ່າ ແລະ ປາດຖະໜາວ່າ ຫວຽດນາມ ຈະຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປໂດຍໄວ, ນຳຊີວິດການເປັນຢູ່ເປັນຂອງປະຊາຊົນກັບມາສູ່ສະພາບປົກກະຕິໂດຍໄວ.

        ເພື່ອນ ບົວວອນ ພູມາວົງໄຊ ຢູ່ແຂວງ ຈຳປະສັກ ໄດ້ສົ່ງຂໍ້ຄວາມມາຫາລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ໃນໄລຍະເກືອບ 1 ປີຜ່ານມາ, ຝ່າຍຫວຽດນາມ ໄດ້ນຳເຂົ້າສິນຄ້າຫຼາຍປະເພດຈາກລາວ, ໃນນັ້ນມີນ້ຳຕານ. ເພື່ອມີຄວາມສະດວກນັ້ນ ຝ່າຍຫວຽດນາມ ໄດ້ເຮັດຫຍັງແຕ່ເພື່ອຍົກສູງການສົ່ງອອກ - ນຳເຂົ້າລະຫວ່າງ 2 ປະເທດ?

        ເພື່ອນ ບົວວອນ ພູມາວົງໄຊ ທີ່ຮັກແພງ, ຕາມແຫຼງຂ່າວຈາກຝ່າຍຫວຽດນາມ ແລະ ລາວ ແລ້ວ. ຫວຽດນາມ ສືບຕໍ່ແມ່ນປະເທດນຳເຂົ້ານ້ຳຕານຫຼາຍທີ່ສຸດ, ພ້ອມທັງແມ່ນຄູ່ຄ້າ ແລະ ແມ່ນນັກລົງທຶນໃຫຍ່ອັນດັບທີ 3 ຂອງລາວ, ຖັດຈາກໄທ ແລະ ຈີນ. ກະຊວງອຸດສາຫະກຳ ແລະ ການຄ້າລາວ ໃຫ້ຮູ້ວ່າ, ເຖິງວ່າ 2 ປະເທດພວມປະເຊີນໜ້າກັບໂລກລະບາດໂຄວິດ-19 ກໍຕາມ, ແຕ່ການແລກປ່ຽນຄ້າລະຫວ່າງ ລາວ ແລະ ຫວຽດນາມ ຍັງສືບຕໍ່ໄດ້ຮັບການຮັກສາ. ໃນນັ້ນ, ນ້ຳຕານແມ່ນໜຶ່ງໃນບັນດາປະເພດສິນຄ້າຕົ້ນຕໍ. ໃນໄລຍະແຕ່ເດືອນ ມັງກອນ ຫາ ເດືອນ ກັນຍາ 2021, ຍອດມູນຄ່າສົ່ງອອກນ້ຳຕານຂອງ ລາວ ບັນລຸ 73,1 ລ້ານ USD.

        ກ່ຽວກັບເລື່ອງສ້າງຄວາມສະດວກໃຫ້ແກ່ການສົ່ງອອກ-ນຳເຂົ້ານັ້ນ, ຫວຽດນາມ ໄດ້ຍົກເລີກ ໂກຕາ ນຳເຂົ້ານ້ຳຕານໃຫ້ແກ່ບັນດາສະມາຊິກອາຊຽນ ໃນປີ 2020 ບໍ່ພຽງແຕ່ນຳມາເຊິ່ງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດລາວ ຕະຫຼາດຂອງຫວຽດນາມ ໄດ້ຢ່າງງ່າຍດາຍກວ່າເທົ່ານັ້ນ, ຫາກຍັງນຳມາເຊິ່ງກາລະໂອກາດເພື່ອໃຫ້ ລາວ ມີຈຸດຢືນຢູ່ຕະຫຼາດທີ່ກວ້າງໃຫຍ່ ດ້ວຍຜູ້ບໍລິໂພກຈຳນວນຫຼວງຫຼາຍ. ເລື່ອງຂາຍນ້ຳຕານ ບໍ່ພຽງແຕ່ເພີ່ມແຫຼ່ງລາຍຮັບໃຫ້ແກ່ ລາວ ເທົ່ານັ້ນ, ຫາກຍັງຊ່ວຍຍົກສູງລາຍຮັບໃຫ້ແກ່ຊາວທ້ອງຖິ່ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ